To do (do, does, did, done) ເປັນກຳມະພື້ນຖານຂອງພາສາອັງກິດ ແລະ ໃຊ້ຫຼາຍທີ່ສຸດ ເພາະມັນເປັນທັງກຳມະທົ່ວໄປ (general verb) ແລະ ກຳມະຊ່ອຍ (helping verb / auxiliary verb). ນັກຮຽນຈະຕ້ອງຈື່ ແລະ ເຂົ້າໃຈວິທີການນຳໃຊ້ຢ່າງບໍ່ຕ້ອງສົງໄສ. ເພາະຖ້າຍັງສົງໄສ, ກໍເຮັດໃຫ້ເສຍເວລາກັບມາຮຽນຕື່ມອີກ. ພວກເຮົາໃຊ້ to do ເຮັດຫຍັງ ແລະ ໃຊ້ແນວໃດ?
To do ເວລາແປເປັນພາສາລາວ ຄົນສ່ວນຫຼາຍມັກແປວ່າ “ເຮັດ ຫຼື ກະທຳ”. ແຕ່ເມື່ອຮຽນເລິກເຂົ້າໄປ ຈະພົບວ່າບໍ່ເຫັນຄຳແປເຫຼົ່ານີ້ຢູ່ໃນປະໂຫຍກເລີຍ. ດັ່ງນັ້ນ ບໍ່ຄວນຢຶດຕິດຄຳແປເຫຼົ່ານີ້ຢ່າງຕາຍຕົວ ຄວນເບິ່ງຮູບຂອງປະໂຫຍກ ແລະ ຄວາມໝາຍທີ່ເໝາະສົມເປັນຫຼັກ.
ການແຈກກຳມະ To do
| Subject | Present | Past | Past participle |
| I | do | did | done |
| He She It | does | ||
| We You They | do |
To do ເປັນກຳມະຊ່ອຍ
To do ເປັນກຳມະຊ່ອຍໃນ (Present simple ແລະ Past simple)
Question:
1 Do you like football?
2. Did you like the film?
(ພຽງແຕ່ເອົາ do, does, did ມາວາງໄວ້ໜ້າປະທານຂອງປະໂຫຍກ ກໍເປັນຄຳຖາມແລ້ວ)
Short answer
1. Yes, I do.
So does Peter.
2. No, I didn’t.
Negative:
1. He does not play well this year.
2. Tom did not go to school.
(ພຽງແຕ່ເອົາ not ມາວາງໄວ້ຫຼັງ (do, does, did) ກໍເປັນປະຕິເສດແລ້ວ)
To do ເປັນກຳມະທົ່ວໄປ
1 On Sundays I do nothing. Just relax. ທຸກໆວັນອາທິດຂ້ອຍບໍ່ໄດ້ເຮັດຫຍັງ. ພັກຜ່ອນ.
2. Don’t do that, John. ຢ່າເຮັດແນວນັ້ນຈອນ. (do ເປັນຄຳມະທົ່ວໄປ ຫຼື ກຳມະຫຼັກ, Don’t ເປັນກຳມະຊ່ອຍ)
>> Do ຍັງໃຊ້ເພື່ອສ້າງຄຳຖາມເຊັ່ນ:
1. What are you doing? ເຈົ້າເຮັດຫຍັງ? ຫຼື ເຈົ້າກຳລັງເຮັດຫຍັງ?
2. What do you do? ເຈົ້າເຮັດອາຊີບຫຍັງ? (= What is your job?)
>> Do + activities
1. do the housework ເຮັດວຽກເຮືອນ
2. do your homework ເຮັດວຽກບ້ານ
3. do some exercises ອອກກຳລັງກາຍ
4. do business with ເຮັດທຸລະກິດກັບ
5. do your best ເຮັດໃຫ້ດີທີ່ສຸດ
>> Attention!
1. ເມື່ອໃດ do ເປັນກຳມະທົ່ວໄປ ຫຼື ກຳມະຫຼັກ, ເຮົາບໍ່ສາມາດເອົາ (do, does, did) ໄປວາງໄວ້ໜ້າເພື່ອເຮັດປະໂຫຍກຄຳຖາມ
She does business with Phornxay.
Does she do business with Phornxay? (Does she business with Phornxay?)
—
2. ເຊັ່ນດຽວກັນ, ບໍ່ສາມາດເອົາ not ໄປຕື່ມໃສ່ (do, does, did) ເພື່ອເຮັດປະໂຫຍກປະຕິເສດ.
I don’t do my best. (I do not my best.)
We do not do our homework. (We do not our homework.)
ລອງສົມທຽບ


