ວິທະຍາສາດ - ເທັກໂນໂລຊີ
ສາລະໜ້າຮູ້

ວິທະຍາສາດ ແລະ ເຕັກໂນໂລຊີ ທີ່ຫຼາຍຄົນຍັງສັບສົນ

ໃນໂລກປັດຈຸບັນ, ຄຳວ່າ “ວິທະຍາສາດ” ແລະ “ເທັກໂນໂລຢີ” ມັກຖືກໃຊ້ຄຽງຄູ່ກັນຈົນບາງຄັ້ງຫຼາຍຄົນອາດເຂົ້າໃຈຜິດວ່າເປັນສິ່ງດຽວກັນ. ແຕ່ຄວາມຈິງແລ້ວ, ທັງສອງສາດນີ້ມີຄວາມແຕກຕ່າງກັນ ເຖິງແມ່ນວ່າຈະມີຄວາມເຊື່ອມໂຍງກັນຢ່າງໃກ້ຊິດກໍຕາມ. ບົດຄວາມນີ້ຈະພາເຈົ້າໄປທຳຄວາມເຂົ້າໃຈເຖິງຄວາມແຕກຕ່າງລະຫວ່າງວິທະຍາສາດ ແລະ ເທັກໂນໂລຢີ.

ສາລະໜ້າຮູ້

ການສຶກສາໃນອະນາຄົດ

ການສຶກສາ ກຳລັງຈະປັບຕົວຄັ້ງໃຫຍ່ ຍ້ອນຄວາມກ້າວໜ້າທາງດ້ານເຕັກໂນຊີທີ່ນັບມື້ນັບທັນສະໄໝ. ພວກເຮົາເຫັນການປ່ຽນແປງທີ່ເກີດຂຶ້ນແລ້ວໃນປັດຈຸບັນ ໂດຍສະເພາະການນຳໃຊ້ປັນຍາປະດິດ (AI) ການຮຽນ-ການສອນ, ສະນັ້ນຖັດຈາກນີ້ອະນາຄົດຂອງການສຶກສາຈະເປັນແນວໃດຕໍ່ໄປ? ບົດຄວາມນີ້ຈະພາທຸກທ່ານໄປສຳຫຼວດທ່າອຽດສຳຄັນທີ່ກຳລັງຫຼໍ່ຫຼອມອະນາຄົດຂອງການສຶກສາ.

ສາລະໜ້າຮູ້

ຂໍ້ດີ ແລະ ຂໍ້ເສຍຂອງປັນຍາປະດິດ (AI)

ປັນຍາປະດິດສ້າງ (AI) ໄດ້ກາຍເປັນໜຶ່ງໃນເທັກໂນໂລຊີທີ່ປ່ຽນແປງໂລກຫຼາຍທີ່ສຸດໃນຍຸກປັດຈຸບັນ ໂດຍໄດ້ປະຕິວັດອຸດສາຫະກຳຕ່າງໆ ແລະ ປ່ຽນແປງວິຖີຊີວິດ, ການເຮັດວຽກ ແລະ ການປະຕິສຳພັນຂອງຄົນເຮົາໄປດ້ວຍປະລິຍາຍ. ເຖິງແມ່ນວ່າ AI ຈະນຳມາເຊິ່ງກາລະໂອກາດ ແຕ່ມັນກໍເປັນສິ່ງທ້າຍທາຍສຳລັບການປັບຕົວຂອງຄົນຢ່າງຫຼີກລ່ຽງບໍ່ໄດ້. ບົດຄວາມນີ້ຈະສຳຫຼວດຂໍ້ດີ ແລະ ຂໍ້ເສຍຂອງ AI ແລະ ວິທີທີ່ມະນຸດເຮົາຈະປັບຕົວແນວໃດເພື່ອໃຊ້ປະໂຫຍດສູງສຸດຈາກເທັກໂນໂລຊີນີ້.

Learn English

40 Legal terms

40 Legal terms and expressions ຄຳສັບ ແລະ ສຳນວນທາງກົດໝາຍເຫຼົ່ານີ້ມັກພົບເຫັນໃນສັນຍາຕ່າງໆ ໂດຍສະເພາະສັນຍາເຊົ່າ. 1. Lessor / Lessee…………………….ຜູ້ໃຫ້ເຊົ່າ ຜູ້ເຊົ່າ 2. Assign.…………………………………..ໂອນສິດ 3. Sublease………………………………..ໃຫ້ເຊົ່າຕໍ່ 4. Sell its interest……………………..ຂາຍສິດທິຂອງຕົນ 5. Grant any charge or encumbrance …..ໃຫ້ສິດຮຽກຮ້ອງ ຫຼື ພາລະຜູກພັນ 6. Leased property………………….ຊັບສິນໃຫ້ເຊົ່າ (ຊັບສິນທີ່ໃຫ້ເຊົ່າ) 7. Third party……………………………ບຸກຄົນທີ 3 8. Assign, sell or encumber…..ໂອນສິດ, ຂາຍ ຫຼື ໃຫ້ພາລະຜູກພັນ 9. With the consent of the Lessee ໂດຍໄດ້ຮັບຄວາມຍິນຍອມຈາກຜູ້ເຊົ່າ

Learn English

20 business expressions

1. Business activities……………………………ການເຄື່ອນໄຫວທຸລະກິດ 2. Primary activity………………………………..ກິດຈະກຳຫຼັກ, ກິດຈະກຳຕົ້ນຕໍ 3. Secondary activity…………………………. ກິດຈະກຳສຳຮອງ 4. Property Fund Management………..ການບໍລິຫານກອງທຶນລວມໃນອະສັງຫາລິມະຊັບ 5. Charge………………………………………………ຄ່າທຳນຽມ, ຄ່າບໍລິການ, ຄ່າປັບໃໝ 6. Date registered……………………………….ວັນທີຈົດທະບຽນ, ວັນທີຈົດທະບຽນ 7. Annual return………………………………….ບົດລາຍງານປະຈຳປີຂອງບໍລິສັດ, ຜົນຕອບແທນປະຈຳປີ (ລົງທຶນ),

lao stock market building
ຄົບເຄື່ອງເລື່ອງຮຸ້ນ

ຕະຫຼາດຫຼັກຊັບລາວ

ຕະຫຼາດຫຼັກຊັບລາວ ຫຼື ຕະຫຼາດຮຸ້ນລາວ (Lao Securities Exchange) ສ້າງຕັ້ງຂື້ນໃນປີ 2010 ເຊິ່ງເປັນການຮ່ວມມືກັນລະຫວ່າງທະນາຄານແຫ່ງ ສປປ ລາວ (BOL) ຖືຮຸ້ນ 51% ແລະ ບໍລິສັດຕະຫຼາດຮຸ້ນຂອງສາທາລະນະລັດເກົາຫຼີ (Korea Exchange-KRX) ຖືຮຸ້ນ 49%. ຕະຫຼາດຫຼັກຊັບລາວເປັນຕະຫຼາດຫຼັກຊັບແຫ່ງທຳອິດ ແລະ ແຫ່ງດຽວຂອງ ສປປ ລາວ ທີ່ເປີດໂອກາດໃຫ້ແກ່ບັນດາບໍລິສັດເຂົ້າໄປຈົດທະບຽນ ເພື່ອລະດົມທຶນຈາກປະຊາຊົນ ດ້ວຍການຂາຍຮຸ້ນ. ຕະຫຼາດຫຼັກຊັບລາວຕັ້ງຢູ່ອາຄານຕະຫຼາດຫຼັກຊັບລາວ (ຊັ້ນ 4) ຖະໜົນກຳແພງເມືອງ (T4) ບ້ານໂພນທັນເໜືອ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ.

ເງິນ 4 ດ້ານ
ຄົບເຄື່ອງເລື່ອງຮຸ້ນ

ເງິນ 4 ດ້ານ

ເງິນ 4 ດ້ານ ແມ່ນຫຍັງ? ຖ້າເຈົ້າໄດ້ອ່ານໜັງສື ພໍ່ລວຍສອນລູກ 2 ຂອງ ໂຣເບີດ ຄີໂຢຊາກິ ມະຫາເສດຖີຊາວອາເມຣິກາ ເຈົ້າກໍຈະເຂົ້າໃຈທັນທີໂລດ ໂດຍທີ່ບໍ່ຕ້ອງມາອ່ານບົດຄວາມນີ້ໃຫ້ເສຍເວລາ. ແຕ່ຫາກເຈົ້າບໍ່ໄດ້ອ່ານ ຫຼື ອ່ານແລ້ວແຕ່ຍັງບໍ່ທັນເຂົ້າໃຈຄັກ ກໍລອງອ່ານບົດຄວາມຂອງຂ້ອຍນີ້ຕໍ່ໄປ ເພື່ອເຈົ້າຈະໄດ້ຂໍ້ຄິດໃໝ່ທີ່ແຕກຕ່າງໄປຈາກເດີມ. ແຕ່ກ່ອນຈະເຂົ້າລາຍລະອຽດ ຂ້ອຍຢາກໃຫ້ເຈົ້າຮູ້ທີ່ໄປທີ່ມາຂອງໜັງສືພໍ່ລວຍສອນລູກ ເຊິ່ງໂຣເບີດໄດ້ຂຽນໄວ້ຫຼາຍຫົວຢູ່ໄດ໋. ໃນໜັງສື ໂຣເບີດໄດ້ນຳສະເໜີແນວຄິດຂອງຊາຍ 2 ຄົນ, ຄົນໜຶ່ງລາວເອີ້ນວ່າ ພໍ່ລວຍ (Rich Dad) ເຊິ່ງເປັນພໍ່ຂອງໝູ່, ສ່ວນຄົນໜຶ່ງລາວເອີ້ນວ່າ ພໍ່ຈົນ (Poor Dad) ເຊິ່ງເປັນພໍ່ແທ້ໆຂອງລາວ.

Scroll to Top