
Present Simple ຫລື Simple Present Tense ເປັນປະໂຫຍກທີ່ໃຊ້ຫລາຍທີ່ສຸດ ໂດຍສະເພາະໃນການເວົ້າ, ການຂຽນກ່ຽວກັບເຫດການທີ່ເກີດຂື້ນໃນປະຈຸບັນ. ສະນັ້ນ ການຮຽນຮູ້ ຫລື ເຂົ້າໃຈ Tense ນີ້ຈິ່ງມີຄວາມສຳຄັນແລະຈຳເປັນທີ່ສຸດ. ຈົ່ງສຶກສາໂຄງສ້າງ ແລະ ມີວີທີໃຊ້ດັ່ງຕໍ່ໄປນີ້:
a. ໂຄງສ້າງຂອງປະໂຫຍກ
Sentences | Subj + V1 + Obj. | ||
+ | I He/She/It We / You / They | eat drinks want | an apple. water. a new computer. |
– | I do not He/She/It does not We/You/They do not | eat drink want | an apple. water. a new computer. |
? | Do I Does he/she/it Do we/you/they | eat drink want | an apple? water? a new computer? |
b. ວິທີການສ້າງປະໂຫຍກ
1) ຕື່ມ s, es ໃສ່ກິຣິຍາ (V1) ທີ່ຕາມຫລັງບຸລຸດທີສາມຈຳນວນໜ້ອຍ (He/She/It) ໃນປະໂຫຍກບອກເລົ່າ.
2) ໃຊ້ do not ແລະ does not ມາຊ່ວຍເພື່ອສ້າງເປັນປະໂຫຍກປະເສດ.
3) ໃຊ້ Do ແລະ Does ວາງໄວ້ໜ້າປະທານ ເພື່ອສ້າງເປັນປະໂຫຍກຄຳຖາມ.
c. ຫລັກການຕື່ມ s, es (ໃສ່ຄຳກິຣິຍາ)
1) ຕື່ມ s ໃສ່ຄຳກິຣິຍາທົ່ວໄປທີ່ລົງທ້າຍດ້ວຍພະຍັນຊະນະ ຫລືສະຫລະ (e)
eat => eats
speak => speaks
sit => sits
write => writes
bite => bites
He speaks English fluently. ລາວເວົ້າພາສາອັງກິດຄ່ອງແຄ້ວ.
She writes a letter. ນາງຂຽນຈົດໝາຍກ້ານໜຶ່ງ.
2) ຕື່ມ es ໃສ່ຄຳກິຣິຍາທົ່ວໄປທີ່ລົງທ້າຍດ້ວຍພະຍັນຊະນະ s, ss, ch, sh, x ແລະສະຫລະ o (ໂອ)
minus => minuses
discuss => discusses
teach => teaches
push => pushes
box => boxes
do => does
He discusses with his boss. ລາວປຶກສາຫາລືກັບຫົວໜ້າຂອງລາວ.
Prof. John teaches French. ອາຈານຈອນສອນພາສາຝຣັ່ງ.
3) ຕື່ມ s ໃສ່ຄຳກິຣິຍາທີ່ລົງທ້າຍດ້ວຍ y (ຖ້າຫາກໜ້າໂຕ y ) ເປັນສະຫລະ
play => plays
stay => stays
lay => lays
Ms. Thida plays tennis for a while. ນາງທິດາຫລີ້ນເທັນນິດບຶດໜຶ່ງ.
He stays with his family. ລາວພັກອາໄສຢູ່ກັບຄອບຄົວຂອງລາວ.
ແຕ່ຖ້າຢູ່ໜ້າໂຕ y ເປັນສະຫລະໃຫ້ປ່ຽນ y ເປັນໂຕ i ແລ້ວຕື່ມ es
study => studies
fly => flies
He studies very hard. ລາວຮຽນໜັງສືໜັກຫລາຍ.
A bird flies over my head. ນົກບິນຂ້າມຫົວຂ້ອຍ.
# ເອົາໃຈໃສ!
- ໃຫ້ສົມທຽບໃສ່ຫລັກການປ່ຽນຈຳນວໜ້ອຍເປັນຈຳນວນຫລາຍຂອງຄຳນາມ
- ນີ້ເປັນພຽງຫລັກການທົ່ວໄປທົ່ວນັ້ນ, ຖ້າຢາກຊາບລາຍລະອຽດໃຫ້ເບິ່ງຫລັກການຕື່ມ s ຫລື es ໃສ່ຄຳກິຣິຍາຕື່ມ.
d. ວິທີການນຳໃຊ້ Present Simple
1) ໃຊ້ກັບເຫດການຫລືສະພາບການທີ່ເກີດຂື້ນໃນປະຈຸບັນ
I believe that you are right. ຂ້ອຍເຊື່ອວ່າເຈົ້າເວົ້າຖືກຕ້ອງ.
I live in Vientiane. ຂ້ອຍອາໄສຢູ່ວຽງຈັນ.
2) ໃຊ້ກັບເຫດການທີ່ເປັນຄວາມຈິງສະເໝີ ຫລື ເປັນກົດທຳມະຊາດ
Parallel lines never meet. ເສັ້ນຂະໜານບໍ່ຕັດກັນ.
The sun rises in the East. ຕາເວັນຂື້ນທາງທິດຕາເວັນອອກ.
3) ໃຊ້ກັບການກະທຳທີ່ເປັນນິດໄສ ຫລື ກະທຳຊ້ຳໆ
My father drinks coffee every morning.
ພໍ່ຂອງຂ້ອຍດື່ມກາເຟທຸກຕອນເຊົ້າ.
We sometimes play football on Sunday afternoon.
ພວກເຮົາເຕາະບານໃນວັນອາທິດຕອນບ່າຍ.
—
ແນະນຳອ່ານ