Verb to be ໃຊ້ແນວໃດ?

Verb to be (am, is, are, was, were, been) ເປັນກຳມະພື້ນຖານຂອງພາສາອັງກິດ ແລະ ໃຊ້ຫຼາຍທີ່ສຸດ ເພາະມັນເປັນທັງກຳມະເຊື່ອມ (linking verb) ແລະ ກຳມະຊ່ອຍ (helping verb / auxiliary verb). ນັກຮຽນຈະຕ້ອງຈື່ ແລະ ເຂົ້າໃຈວິທີການນຳໃຊ້ຢ່າງບໍ່ຕ້ອງສົງໄສ. ເພາະຖ້າຍັງສົງໄສ, ກໍເຮັດໃຫ້ເສຍເວລາກັບມາຮຽນຕື່ມອີກ. ພວກເຮົາໃຊ້ to be ເຮັດຫຍັງ ແລະ ໃຊ້ແນວໃດ?

Verb to be ເວລາແປເປັນພາສາລາວ ຄົນສ່ວນຫຼາຍມັກແປວ່າ “ເປັນ, ຢູ່, ຄື ຫຼືວ່າ ແມ່ນ”. ແຕ່ເມື່ອຮຽນເລິກເຂົ້າໄປ ຈະພົບວ່າບໍ່ເຫັນຄຳແປເຫຼົ່ານີ້ຢູ່ໃນປະໂຫຍກເລີຍ. ດັ່ງນັ້ນ ບໍ່ຄວນຢຶດຕິດຄຳແປເຫຼົ່ານີ້ຢ່າງຕາຍຕົວ ຄວນເບິ່ງຮູບຂອງປະໂຫຍກ ແລະ ຄວາມໝາຍທີ່ເໝາະສົມດີກວ່າ.

ການນຳໃຊ້

  1. I‘m 22. ຂ້ອຍອາຍຸ 12 ປີ. (ໃຊ້ບອກອາຍຸ)
  2. My name is Lisa. ຂ້ອຍຊື່ລີຊາ່. (ໃຊ້ບອກຊື່)
  3. I‘m American. I‘m from Chicago. ຂ້ອຍແມ່ນຄົນອາເມລິກາ. ຂ້ອຍມາຈາກອາເມລິກາ (ໃຊ້ບອກສັນຊາດ ແລະ ມາຈາກສະຖານທີ່ໃດ)
  4. I‘m a student. ຂ້ອຍມແມ່ນນັກຮຽນ. (ໃຊ້ບອກອາຊີບ)
  5. My father is a doctor and my mother is a journalist. ພໍ່ຂອງຂ້ອຍເປັນທ່ານໝໍ ແລະ ແມ່ຂອງຂ້ອຍເປັນນັກໜັງສືພີມ. (ໃຊ້ບອກອາຊີບ)
  6. My favorite color is blue. ສີທີ່ຂ້ອຍມັກທີ່ສຸດແມ່ນສີຟ້າ. (ໃຊ້ກັບເວົ້າກ່ຽວກັບສີ)
  7. My favorite sports are football and swimming. ກິລາທີ່ຂ້ອຍມັກທີ່ສຸດແມ່ນເຕາະບານ ແລະ ລອຍນ້ຳ. (ໃຊ້ບອກປະເພດກິລາ)
  8. I‘ m not interested in politics. ຂ້ອຍບໍ່ສົນໃຈການເມືອງ. (ໃຊ້ຂະຫຍາຍຄຳຄຸນນາມ)
  9. The students are waiting for their teacher. ພວກເຂົາກຳລັງລໍຖ້ານາຍຄູ (ໃຊ້ເປັນຄຳມະຊ່ອຍ)

ການແຈກກຳມະ

SubjectPresentPastPast participle
Iamwas      been
He
She
It
  is  was
We
You
They
  are  were
Statement forms ໃນຮູບບອກເລົ່າ (ເບິ່ງຕົວຢ່າງ)

1. We are at home today. ພວກເຮົາຢູ່ເຮືອນມື້ນີ້.

2. We were at school yesterday. ພວກເຮົາຢູ່ໂຮງຮຽນມື້ວານນີ້.

SubjectPresentPastPast participle
Iam notwas not      been
He
She
It
  is not  was not
We
You
They
  are not  were not
Negative forms ໃນຮູບປະຕິເສດ (ເບິ່ງຕົວຢ່າງ)

1 We are not at home.

2. We were not at school yesterday.

Attention!

1. been ໃຊ້ກັບເວລາຕ້ອງການສ້າງເປັນປະໂຫຍກ (perfect, perfect continuous).

2. ການສ້າງປະໂຫຍກຄຳຖາມແມ່ນເອົາ (am, is, are, was, were) ມາວາງໄວ້ໜ້າຂອງປະທານຂອງປະໂຫຍກ:

  • Are you a student?
  • What was she doing?

2. ຖ້າຕ້ອງການຢາກເວົ້າເຖິງອະນາຄົດ ໃນຮູບແບບຂອງ to be, ເຮົາສາມາດເຮັດໄດ້ ໂດຍໃຊ້ (will be) ແທນ:

I will be at home tomorrow. ມື້ອື່ນຂ້ອຍຈະຢູ່ເຮືອນ.

3. ການຕອບຄຳຖາມ

  • Are you a student? Yes, I am. ຫຼື No, I am not.
  • Were they at home yesterday? Yes, they were. ຫຼື No, they were not.

ຕົວຢ່າງການນຳໃຊ້ອື່ນໆ

1. I’m cold. Can you close the window, please?

2. I’m 32 years old. My sister is 29.

3. Steve is ill. He’s in bed.

4. My brother is scared of dogs.

5. Ann and I are good friends.

6. Your keys are on the table.

7. I’m tired, but I’m not hungry.

8. Lisa isn’t interested in politics. She’s interested in art.

9. James isn’t a teacher. He’s a students.

10 Those people aren’t English. They’re Australia.

ອ່ານຕື່ມ

Please follow and like us:

Leave a Comment

Scroll to Top