Four English Skills

learning skills

ການຮຽນພາສາອັງກິດທີ່ດີ ຈະຕ້ອງຮຽນ 4 ທັກສະໄປພ້ອມກັນຄື: Listening, Speaking, Reading ແລະ  Writing.  ພວກເຮົາຈະເນັ້ນແຕ່ທັກສະໃດໜຶ່ງບໍ່ໄດ້  ເພາະທຸກທັກສະລ້ວນແຕ່ມີຄວາມຈຳເປັນເຊັ່ນດຽວກັນ.  ຄົນສ່ວນຫຼາຍມັກຮຽນພາສາອັງກິດຕາມປື້ມຕຳລາ ແລ້ວກໍຈົດຄຳສັບອອກມາເລົ່າ ແລ້ວກໍຮຽນໄວຍາກອນເປັນສ່ວນຫຼາຍ ຈົນເຮັດໃຫ້ຜູ້ກ່ຽວບໍ່ກ້າເວົ້າພາສາອັງກິດ ເພາະຢ້ານແຕ່ຜິດຫຼັກໄວຍາກອນ. ວິທີຮຽນແບບນັ້ນຈະເຮັດໃຫ້ຜູ້ຮຽນຟັງບໍ່ໄດ້ ແລະ ເວົ້າບໍ່ເປັນ ເມື່ອພົບກັບສະຖານະການຕົວຈິງ.

ສະນັ້ນ, ລອງຝຶກ 4 ທັກສະ ດ້ວຍການນຳໃຊ້ວິທີການຕ່າງໆລຸ່ມນີ້ ເພື່ອພັດທະນາການຮຽນພາສາອັງກິດຂອງເຈົ້າໃຫ້ດີຂື້ນ:

Listening

  • ຊອກຟັງສຽງພາສາ: Podcasts, YouTube, ເທັບສຽງ, ໜັງ, ລະຄອນ, ລາຍການທາງໂທລະພາບ (ທີ່ມີຄຳອ່ານ-subtitles) ໃນເລື່ອງ ຫຼື ຫົວຂໍ້ທີ່ເຈົ້າມັກ ເພື່ອກະຕຸ້ນໃຫ້ມັກຟັງເລື່ອຍໆ.
  • ເລີ່ມຕົ້ນຊ້າ ແລະ ພັດທະນາຕໍ່ໄປ:  ເລີ່ມຕົ້ນດ້ວຍສຽງທີ່ຊ້າໆ ແລະ ຈະແຈ້ງ ຄືກັບການສະແດງຂອງເດັກນ້ອຍ. ຈາກນັ້ນ ຈິ່ງຄ່ອຍໆກ້າວເຂົ້າສູ່ບົດສົນທະນາທີ່ໄວ ແລະ ສັບສົນກວ່າເກົ່າ.
  • ຟັງຢ່າງຕັ້ງໜ້າ:  ຈົດບັນທຶກ, ຕອບຄຳຖາມຕາມສຽງທີ່ໄດ້ຍິນ ແລະ ສະຫຼຸບສິ່ງທີ່ເຈົ້າໄດ້ຟັງ.
  • ເວົ້າຄືນຕາມຫຼັງ: ຫຼຶ້ມຄືນສິ່ງທີ່ເຈົ້າໄດ້ຍິນໂດຍທັນທີທັນໃດຫຼັງຈາກຜູ້ເວົ້າ. ສິ່ງນີ້ຈະຊ່ວຍເຈົ້າໃນການພັດທະນາສຳນຽງ ແລະ ຄວາມເຂົ້າໃຈ.

Speaking:

  • ຊອກຫາຄູ່ສົນທະນາ: ສົນທະນາກັບໝູ່ເພື່ອນ, ເຂົ້າກຸ່ມສົນທະນາ ຫຼື ນຳໃຊ້ຊ່ອງທາງພາສາອອນລາຍ. ປັດຈຸບັນນີ້, ເຈົ້າສາມາດຊ້ອມສົນທະນາກັບ AI ເຊັ່ນ: , , ແລະອື່ນໆ.
  • ຝຶກຊ້ອມອະທິບາຍສິ່ງຕ່າງໆ:  ລົມກ່ຽວກັບວຽກປະຈຳວັນ, ເວລາວ່າງ, ຄຳຄິດເຫັນຕາມຫົວຂໍ້ຕ່າງໆ.
  • ຫຼີ້ນລະຄອນແບບຈຳລອງ: ສົມມຸດການສົນທະນາໃນຊີວິດຈິງເຊັ່ນ: ສັ່ງອາຫານ ຫຼື ຖາມເສັ້ນທາງ.
  • ບັນທຶກສຽງຕົວເອງ: ຟັງ ແລະ ໄຈ້ແຍກຂໍ້ຄົງຄ້າງ ເພື່ອປັບປຸງ ເຊັ່ນການອອກສຽງ ຫຼື ຄວາມຈະແຈ້ງ. ສິ່ງນີ້, ຄົນສ່ວນຫຼາຍບໍ່ຄ່ອຍເຮັດ ທັ້ງໆທີ່ວ່າມັນມີປະໂຫຍດຫຼາຍ.

Reading:

  • ເລີ່ມອ່ານສິ່ງທີ່ໜ້າສົນໃຈ: ອ່ານບົດຄວາມ, ບົດຂ່າວສານ ຫຼື ໜັງສືກ່ຽວກັບຫົວຂໍ້ທີ່ເຈົ້າມັກ. ສິ່ງນີ້ຈະຊ່ວຍເຮັດໃຫ້ການອ່ານຂອງເຈົ້າມີປະຕິສຳພັນຫຼາຍຂື້ນ.
  • ນຳໃຊ້ວັດຈະນານຸກົມ: ຊອກຫາຄຳສັບທີ່ບໍ່ຄຸ້ນເຄີຍ ແລະ ຂຽນຄຳສັບເຫຼົ່ານັ້ນລົງ ເພື່ອຈື່ຈຳ ແລະ ທຳຄວາມເຂົ້າໃຈໃຫ້ແຈ່ມແຈ້ງ.
  • ອ່ານຢ່າງຈິງຈັງ: ອ່ານໃຫ້ລະອຽດທີ່ຖ້ວນ. ອ່ານແຕ່ລະປະໂຫຍກ, ຕອບຄຳຖາມ ເພື່ອຄວາມເຂົ້າໃຈ ແລະ ສະຫຼຸບສິ່ງທີ່ເຈົ້າອ່ານ.
  • ອ່ານໜັງສືທີ່ທ້າທາຍກວ່າເກົ່າ: ເມື່ອອ່ານເກັ່ງຂື້ນ, ໃຫ້ລອງອ່ານເອກະສານເຊັ່ນ: ໜັງສືພີມ ຫຼື ວັນນະຄະດີ.

Writing:

  • ຂຽນບົດຂ່າວສານ: ຂຽນກ່ຽວກັບການເຮັດວຽກແຕ່ລະວັນ, ຄຳຄິດຄຳເຫັນ ຫຼື ປະສົບການ. ການຂຽນລັກສະນະນີ້ຈະມີຄວາມກົດດັນຕ່ຳ.
  • ຊອກຫາຫົວຂໍ້ມາຂຽນ: ຫຼາຍເວບໄຊສະເໜີບັນຫາ ເພື່ອໃຫ້ໄດ້ຄົ້ນຄິດ ແລະ ໃຫ້ເຈົ້າໄດ້ເລີ່ມຕົ້ນຂຽນ.
  • ເນັ້ນໜັກໃສ່ທັກສະສະເພາະດ້ານ: ໃຊ້ເວລາເພື່ອປັບປຸງໄວຍາກອນ, ຄຳສັບ ແລະ ໂຄງສ້າງຂອງປະໂຫຍກ.
  • ຮັບຄຳຕຳນິຕິຊົມ: ແບ່ງປັນບົດຂຽນຂອງເຈົ້າໃຫ້ກັບໝູ່, ຄູ ແລະ ອື່ນໆ ຊ່ວຍໃຫ້ຄຳຕຳນິຕິຊົມ.

ສິ່ງທີ່ຄວນເອົາໃຈໃສ່

ຢ່າແຍກຮຽນເທື່ອລະທັກສະ ຄວນຮຽນໄປພ້ອມໆກັນ. ຊອກຫາຫົນທາງເພື່ອໃຫ້ມີການປະສົມປະສານລະຫວ່າງ 4 ທັກສະດັ່ງກ່າວ. ຕົວຢ່າງ ເບິ່ງໜັງ (Listening), ສົນທະນາກັບໝູ່ (Speaking), ຂຽນເພື່ອທົບທວນ (Writing) ແລະ ອ່ານໃຫ້ຄົນອື່ນຟັງ (Reading).

ຖ້າເຈົ້າຮຽນແບບນີ້, ແນ່ນອນເຈົ້າຈະຮຽນພາສາອັງກິດໄດ້ໄວຢ່າງບໍ່ຮູ້ສຶກຕົວ.

ອື່ນຕື່ມ:

Please follow and like us:

Leave a Comment

Scroll to Top