ສາລະໜ້າຮູ້

ລາວກູຣູ ນຳສະເໜີຂໍ້ມູນທີ່ໜ້າສົນໃຈ ແລະ ມີສາລະປະໂຫຍດຕໍ່ການດຳລົງຊີວິດປະຈຳວັນ ແລະ ການພັດທະນາຕົນເອງ

ການພັດທະນາ
ສາລະໜ້າຮູ້

ການສ້າງຄວາມສົມດູນລະຫວ່າງ ການພັດທະນາ ແລະ ການອະນຸຮັກ

ໃນໂລກທີ່ກຳລັງປ່ຽນແປງຢ່າງວ່ອງໄວໃນປັດຈຸບັນ ປະເທດ ແລະ ຊຸມຊົນຕ່າງໆໄດ້ເລັ່ງໃສ່ການພັດທະນາເມືອງ, ຂະຫຍາຍອຸດສາຫະກຳ ແລະ ສ້າງໂຄງລ່າງພື້ນຖານໃໝ່ໆ. ການພັດທະນາ ນຳມາເຊິ່ງການສ້າງວຽກເຮັດງານທຳ, ຍົກລະດັບຊີວິດການເປັນຢູ່ ແລະ ສ້າງເສດຖະກິດໃຫ້ເຂັ້ມແຂງ ແຕ່ທຸກໆເທື່ອທີ່ເຮົາສ້າງເສັ້ນທາງຜ່ານປ່າ, ສ້າງເຂື່ອນກັ້ນແມ່ນ້ຳ ຫຼື ທຸບທຳລາຍຂອງເກົ່າເພື່ອສ້າງສິ່ງໃໝ່ຂື້ນແທນ ເຮົາຕ້ອງຖາມວ່າເຮົາກຳລັງສ້າງອະນາຄົດທີ່ດີກວ່າ ຫຼື ກຳລັງທຳລາຍມັນ?

ວິທະຍາສາດ - ເທັກໂນໂລຊີ
ສາລະໜ້າຮູ້

ວິທະຍາສາດ ແລະ ເຕັກໂນໂລຊີ ທີ່ຫຼາຍຄົນຍັງສັບສົນ

ໃນໂລກປັດຈຸບັນ, ຄຳວ່າ “ວິທະຍາສາດ” ແລະ “ເທັກໂນໂລຢີ” ມັກຖືກໃຊ້ຄຽງຄູ່ກັນຈົນບາງຄັ້ງຫຼາຍຄົນອາດເຂົ້າໃຈຜິດວ່າເປັນສິ່ງດຽວກັນ. ແຕ່ຄວາມຈິງແລ້ວ, ທັງສອງສາດນີ້ມີຄວາມແຕກຕ່າງກັນ ເຖິງແມ່ນວ່າຈະມີຄວາມເຊື່ອມໂຍງກັນຢ່າງໃກ້ຊິດກໍຕາມ. ບົດຄວາມນີ້ຈະພາເຈົ້າໄປທຳຄວາມເຂົ້າໃຈເຖິງຄວາມແຕກຕ່າງລະຫວ່າງວິທະຍາສາດ ແລະ ເທັກໂນໂລຢີ.

ສາລະໜ້າຮູ້

ການສຶກສາໃນອະນາຄົດ

ການສຶກສາ ກຳລັງຈະປັບຕົວຄັ້ງໃຫຍ່ ຍ້ອນຄວາມກ້າວໜ້າທາງດ້ານເຕັກໂນຊີທີ່ນັບມື້ນັບທັນສະໄໝ. ພວກເຮົາເຫັນການປ່ຽນແປງທີ່ເກີດຂຶ້ນແລ້ວໃນປັດຈຸບັນ ໂດຍສະເພາະການນຳໃຊ້ປັນຍາປະດິດ (AI) ການຮຽນ-ການສອນ, ສະນັ້ນຖັດຈາກນີ້ອະນາຄົດຂອງການສຶກສາຈະເປັນແນວໃດຕໍ່ໄປ? ບົດຄວາມນີ້ຈະພາທຸກທ່ານໄປສຳຫຼວດທ່າອຽດສຳຄັນທີ່ກຳລັງຫຼໍ່ຫຼອມອະນາຄົດຂອງການສຶກສາ.

ສາລະໜ້າຮູ້

ຂໍ້ດີ ແລະ ຂໍ້ເສຍຂອງປັນຍາປະດິດ (AI)

ປັນຍາປະດິດສ້າງ (AI) ໄດ້ກາຍເປັນໜຶ່ງໃນເທັກໂນໂລຊີທີ່ປ່ຽນແປງໂລກຫຼາຍທີ່ສຸດໃນຍຸກປັດຈຸບັນ ໂດຍໄດ້ປະຕິວັດອຸດສາຫະກຳຕ່າງໆ ແລະ ປ່ຽນແປງວິຖີຊີວິດ, ການເຮັດວຽກ ແລະ ການປະຕິສຳພັນຂອງຄົນເຮົາໄປດ້ວຍປະລິຍາຍ. ເຖິງແມ່ນວ່າ AI ຈະນຳມາເຊິ່ງກາລະໂອກາດ ແຕ່ມັນກໍເປັນສິ່ງທ້າຍທາຍສຳລັບການປັບຕົວຂອງຄົນຢ່າງຫຼີກລ່ຽງບໍ່ໄດ້. ບົດຄວາມນີ້ຈະສຳຫຼວດຂໍ້ດີ ແລະ ຂໍ້ເສຍຂອງ AI ແລະ ວິທີທີ່ມະນຸດເຮົາຈະປັບຕົວແນວໃດເພື່ອໃຊ້ປະໂຫຍດສູງສຸດຈາກເທັກໂນໂລຊີນີ້.

children
ສາລະໜ້າຮູ້

ວັນເດັກນ້ອຍສາກົນ

ວັນທີ 1 ມິຖຸນາ ຂອງທຸກໆປີ ເປັນ ວັນເດັກນ້ອຍສາກົນ ເຊິ່ງຫລາຍປະເທດທົ່ວໂລກໄດ້ຈັດງານສະເຫລີມສະຫລອງຢ່າງຄຶກຄື້ນ. ພໍ່ແມ່ຈະພາລູກ ໆ ຂອງຕົນໄປທ່ຽວຫລີ້ນຕາມສະຖານທີ່ຈັດງານຕ່າງໆ. ເບິ່ງຄືວ່າເດັກນ້ອຍ ກໍຄືພໍ່ແມ່ຈະຈື່ວັນນີ້ຢ່າງບໍ່ລືມ. ນັບແຕ່ການແຜ່ລະບາດຂອງພະຍາດໂຄວິດ – 19, ບັນຍາກາດໃນວັນເດັກຂ້ອນຂ້າງຈະຫງຽບເຫງົາ ເພາະທຸກຄົນເປັນຫ່ວງຊີວິດຫລາຍກວ່າຄວາມມ່ວນຊື່ນ. ແຕ່ວ່າການໂພດຮູບກິດຈະກຳໃນຄອບຄົວ ແລະ ຮູບເດັກນ້ອຍລົງສື່ສັງຄົມອອນລາຍ ໂດຍສະເພາະ Facebook ກໍຖືວ່າເປັນກິດຈະກຳຄຶກຄັກອີກແບບໜຶ່ງ.

4 skills
ສາລະໜ້າຮູ້

ຮຽນພາສາອັງກິດແນວໃດໃຫ້ໄດ້ໄວ?

ຖ້າມີຄົນມາບອກເຈົ້າວ່າ ມີສູດເດັດທີ່ຈະເຮັດໃຫ້ຄົນເຮົາສາມາດເວົ້າພາສາອັງກິດໄດ້ພາຍໃນຊົ່ວຂ້າມຄືນ ໂດຍທີ່ເຈົ້າບໍ່ຕ້ອງອອກແຮງເລີຍນັ້ນ ເຈົ້າຈະຊື້ສູດເດັດດັ່ງກ່າວບໍ? ຂ້ອຍຄິດວ່າ ເຈົ້າຍອມທຸມໝົດຕົວແນ່ນອນ. ແຕ່ວ່າເສຍໃຈນຳເດີ ບໍ່ມີດອກສູດປະຕິຫານແບບນັ້ນ ນອກຈາກເຈົ້າຈະຖືກຕົວະຫຼາຍກວ່າ ເພາະມັນຝືນທຳມະຊາດ. ຄົນຢາກເກັ່ງພາສາອັງກິດ ກໍບໍ່ຕ່າງຫຍັງກັບຄົນຢາກລວຍ ມີແຕ່ຊອກຫາທາງລັດ ແຕ່ບໍ່ລົງມື.

making decision
ສາລະໜ້າຮູ້

ທິດສະດີການຕັດສິນໃຈ

ການຕັດສິນໃຈ ມີຄວາມສຳຄັນໃນທຸກໆວຽກງານ ນັບແຕ່ນ້ອຍຫາໃຫຍ່ ສຳຄັນເຖິງສຳຄັນທີ່ສຸດ. ຍິ່ງວຽກສຳຄັນ ແລະ ມີຄວາມສ່ຽງຫຼາຍປານໃດ ຜູ້ຕັດສິນໃຈຈະຕ້ອງຄິດໃຫ້ຮອບຄອບ ເພື່ອບໍ່ໃຫ້ເກີດຄວາມຜິດພາດ ຫຼື ເສຍໂອກາດ. ຍ້ອນມີຄວາມສຳຄັນຄືຈັ່ງຊັ້ນ ຕັ້ງແຕ່ອະດີດຈົນເຖິງປະຈຸບັນ ນັກວິຊິການ ແລະ ນັກທິດສະດີຫຼາຍທ່ານ ຈິ່ງພະຍາຍາມຄົ້ນຄວ້າທິດສະດີດັ່ງກ່າວ  ແລ້ວນຳສະເໜີທິດສະດີຂອງຕົນອອກສູ່ສັງຄົມຢ່າງກວ້າງຂວາງ.

Scroll to Top