
ໃນໂລກທີ່ກຳລັງປ່ຽນແປງຢ່າງວ່ອງໄວໃນປັດຈຸບັນ ປະເທດ ແລະ ຊຸມຊົນຕ່າງໆໄດ້ເລັ່ງໃສ່ການພັດທະນາເມືອງ, ຂະຫຍາຍອຸດສາຫະກຳ ແລະ ສ້າງໂຄງລ່າງພື້ນຖານໃໝ່ໆ. ການພັດທະນາ ນຳມາເຊິ່ງການສ້າງວຽກເຮັດງານທຳ, ຍົກລະດັບຊີວິດການເປັນຢູ່ ແລະ ສ້າງເສດຖະກິດໃຫ້ເຂັ້ມແຂງ ແຕ່ທຸກໆເທື່ອທີ່ເຮົາສ້າງເສັ້ນທາງຜ່ານປ່າ, ສ້າງເຂື່ອນກັ້ນແມ່ນ້ຳ ຫຼື ທຸບທຳລາຍຂອງເກົ່າເພື່ອສ້າງສິ່ງໃໝ່ຂື້ນແທນ ເຮົາຕ້ອງຖາມວ່າເຮົາກຳລັງສ້າງອະນາຄົດທີ່ດີກວ່າ ຫຼື ກຳລັງທຳລາຍມັນ?
ຄວາມຂັດແຍ້ງລະຫວ່າງການພັດທະນາ ແລະ ການອະນຸຮັກ
ການພັດທະນາ ຫຼາຍໆຄັ້ງຕ້ອງແລກມາກັບການທຳລາຍທໍາມະຊາດ. ປ່າໄມ້ຖືກທຳລາຍເພື່ອເຮັດກະສິກຳ, ພື້ນຊຸ່ມນ້ຳ ຫຼື ໜອງຖືກຖົມເພື່ອຂະຫຍາຍຕົວເມືອງ, ແມ່ນ້ຳໄດ້ຮັບມົນລະຜິດຈາກອຸດສາຫະກຳ. ທຸກຄວາມກ້າວໜ້າຂອງມະນຸດລ້ວນສ້າງສິ່ງບໍ່ດີໃຫ້ກັບທຳມະຊາດ ແຕ່ຖ້າປະສະຈາກສິ່ງແວດລ້ອມທີ່ເຂັ້ມແຂງ: ນ້ຳສະອາດ, ດິນອຸດົມສົມບູນ ຫຼື ອາກາດບໍ່ເສື່ອມໂຊມ ການພັດທະນາແບບຢັ້ງຢືນກໍຈະເກີດຂື້ນບໍ່ໄດ້ເຊັ່ນກັນ.
ໃນຂະນະດຽວກັນ ການອະນຸຮັກ ກໍມີເປົ້າໝາຍເພື່ອປົກປ້ອງໂລກທຳມະຊາດ, ຮັກສາລະບົບນິເວດ, ຄວາມຫລາກຫຼາຍທາງຊີວະພາບ ແລະ ຊັບພະຍາກອນຂອງໂລກເອົາໄວ້. ຖ້າບໍ່ດັ່ງນັ້ນ ຄຳວ່າ “ການພັດທະນາຕາມສີຂຽວ ແລະ ຍືນຍົງ” ທີ່ໂລກສະໄໝໃໝ່ກຳລັງຕາມຫານັ້ນກໍຈະເປັນພຽງນະໂຍບາຍທີ່ຂຽນຢູ່ໃນເອກະສານເທົ່ານັ້ນ. ແຕ່ເຖິງຢ່າງໃດກໍຕາມ ການອະນຸຮັກທີ່ເຂັ້ມງວດເກີນໄປກໍອາດຈະເປັນອຸປະສັກໃຫ້ແກ່ການການເຕີບໂຕທາງດ້ານເສດຖະກິດ ແລະ ຈຳກັດໂອກາດຊຸມຊົນທີ່ຕ້ອງການພັດທະນາ.
ຄວາມຈໍາເປັນໃນການສ້າງດຸລະພາບ
ແທນທີ່ເຮົາຈະເບິ່ງວ່າການພັດທະນາ ແລະ ການອະນຸຮັກເປັນຄູ່ປໍລະປັກ ແຕ່ເຮົາຄວນເບິ່ງໂລກໃນແງ່ດີວ່າທັງສອງເປັນມິດກັນ. ການພັດທະນາຢ່າງຍືນຍົງໝາຍເຖິງການຕອບສະໜອງຄວາມຕ້ອງການໃນປັດຈຸບັນ ໂດຍບໍ່ທຳລາຍໂອກາດຂອງຄົນຮຸ່ນຫຼັງໃນອະນາຄົດ. ນີ້ໝາຍເຖິງການຕັດສິນໃຈຢ່າງສະຫຼາດເຊັ່ນ:
- ເມືອງທີ່ເປັນມິດຕໍ່ສິ່ງແວດລ້ອມ ຄື ເມືອງທີ່ມີພື້ນທີ່ຂຽວ ແລະ ໃຊ້ພະລັງງານໝຸນວຽນ
- ການເຮັດກະສິກຳທີ່ສາມາດຕອບສະໜອງຄວາມຕ້ອງການຂອງປະຊາຊົນທີ່ເພີ່ມຂື້ນໂດຍບໍ່ທຳລາຍປ່າໄມ້
- ການທ່ອງທ່ຽວທີ່ເຄົາລົບ ແລະ ຮັກສາທຳມະຊາດ
- ອຸດສາຫະກຳທີ່ນຳໃຊ້ເຕັກໂນໂລຊີສະອາດ
- ການອະນຸຮັກທີ່ເປັນໄປຕາມຄວາມຮ່ວມມືຂອງຊຸມຊົນ ໃຫ້ປະຊາຊົນມີສ່ວນຮ່ວມໃນການຮັກສາສິ່ງແວດລ້ອມ ແລະ ການພັດທະນາຄຸນນະພາບຊີວິດ.
ຕົວຢ່າງຄວາມສຳເລັດທີ່ເປັນແຮງບັນດານໃຈ
ຫຼາຍປະເທດໄດ້ພິສູດໃຫ້ເຫັນແລ້ວວ່າມັນເຮັດໄດ້ ເຊັ່ນ ຄໍສະຕາຣິກາ ພື້ນທີ່ປ່າເພີ່ມຂື້ນເທົ່າຕົວ ແຕ່ເສດຖະກິດກໍໂຕຂຶ້ນ. ພູຖານ ວັດຜົນຄວາມສໍາເລັດຂອງປະເທດດ້ວຍ “ຄວາມສຸກລວມ” ທີ່ລວມເອົາສຸຂະພາບຂອງສິ່ງແວດລ້ອມເຂົ້າໄປນຳ ຫຼື ເມືອງຢ່າງສິງກະໂປກໍປະສົມປະສານກັບພື້ນທີ່ສີຂຽວເຂົ້າໄປໃນຕຶກສູງ ກາຍເປັນສວນແນວຕັ້ງຢ່າງໜ້າອັດສະຈັນ. ສິ່ງເຫຼົ່ານີ້ເຮັດໃຫ້ເຫັນວ່າ ການພັດທະນາ ແລະ ການອະນຸຮັກສາມາດໄປນໍາກັນໄດ້.
ໜ້າທີ່ຂອງພວກເຮົາ
ການຕັດສິນໃຈທຸກລະດັບ ນັບແຕ່ລັດຖະບານລົງເຖິງປະຊາຊົນທົ່ວໄປລ້ວນມີສ່ວນໃນການສ້າງຄວາມສົມດູນນີ້. ການເລືອກໃຊ້ຜະລິດຕະພັນທີ່ຢືນຢົງ, ສະໜັບສະໜູນທຸລະກິດຂຽວ, ຮຽກຮ້ອງນະໂຍບາຍທີ່ມີຄວາມຮັບຜິດຊອບ ແລະ ເຫັນຄຸນຄ່າຂອງທຳມະຊາດເປັນບາດກ້າວເລັກໆນ້ອຍໆ ແຕ່ມີພະລັງຢ່າງມະຫາສານ ທີ່ຊ່ວຍສ້າງອະນາຄົດທີ່ມະນຸດ ແລະ ໂລກສາມາດຢູ່ຮ່ວມກັນໄດ້.
ສະຫຼຸບ
ການສ້າງຄວາມສົມດູນລະຫວ່າງການພັດທະນາ ແລະ ການອະນຸຮັກບໍ່ແມ່ນເລື່ອງງ່າຍ ມັນຕ້ອງອາໄສວິໄສທັດ, ຄວາມເສຍສະຫຼະ ແລະ ຄວາມຮ່ວມມື. ແຕ່ມັນກໍເປັນທາງດຽວທີ່ຈະນຳໄປສູ່ອະນາຄົດທີ່ໝັ້ນຄົງ ແລະ ຢັ້ງຢືນທີ່ແທ້ນຈິງ. ເຮົາຕ້ອງສ້າງ ແຕ່ເຮົາກໍຕ້ອງປົກປ້ອງໄປພ້ອມກັນ ເພາະຫາກບໍ່ມີທຳມະຊາດ ການພັດທະນາກໍບໍ່ມີວັນຍືນຍົງ ແລະ ຫາກບໍ່ການພັດທະນາ ການອະນຸຮັກກໍບໍ່ສາມາດຈະເລີນເຕີບໂຕໃນຊຸມຊົນທີ່ຂາດແຄນໄດ້ຄືກັນ. ອະນາຄົດຂື້ນຢູ່ກັບການສ້າງຄວາມສົມດູນ ແລະ ເວລາທີ່ເຮົາລົງມືເຮັດຄື ຕອນນີ້.
ອ່ານເພີ່ມ