ວິທະຍາສາດ ແລະ ເຕັກໂນໂລຊີ ທີ່ຫຼາຍຄົນຍັງສັບສົນ

ໃນໂລກປັດຈຸບັນ, ຄຳວ່າ “ວິທະຍາສາດ” ແລະ “ເທັກໂນໂລຢີ” ມັກຖືກໃຊ້ຄຽງຄູ່ກັນຈົນບາງຄັ້ງຫຼາຍຄົນອາດເຂົ້າໃຈຜິດວ່າເປັນສິ່ງດຽວກັນ. ແຕ່ຄວາມຈິງແລ້ວ, ທັງສອງສາດນີ້ມີຄວາມແຕກຕ່າງກັນ ເຖິງແມ່ນວ່າຈະມີຄວາມເຊື່ອມໂຍງກັນຢ່າງໃກ້ຊິດກໍຕາມ. ບົດຄວາມນີ້ຈະພາເຈົ້າໄປທຳຄວາມເຂົ້າໃຈເຖິງຄວາມແຕກຕ່າງລະຫວ່າງວິທະຍາສາດ ແລະ ເທັກໂນໂລຢີ.

ວິທະຍາສາດແມ່ນຫຍັງ?

ວິທະຍາສາດ (Science) ຄື ການສຶກສາເພື່ອທຳຄວາມເຂົ້າໃຈໂລກທຳມະຊາດ ແລະ ປະກົດການຕ່າງໆ ອ້ອມຕົວເຮົາ ຜ່ານການສັງເກດ, ການຕັ້ງຄຳຖາມ, ການທົດລອງ, ແລະ ການວິເຄາະຫຼັກຖານຢ່າງເປັນລະບົບ. ວິທະຍາສາດເນັ້ນການຄົ້ນຫາຄວາມຮູ້ ແລະ ຄວາມຈິງກ່ຽວກັບທຳມະຊາດ ໂດຍມີລັກສະນະສຳຄັນດັ່ງນີ້:

  • ເນັ້ນການແສວງຫາຄວາມຮູ້: ວິທະຍາສາດມີເປົ້າໝາຍຫຼັກຄືການຄົ້ນພົບ ແລະ ທຳຄວາມເຂົ້າໃຈປະກົດການທຳມະຊາດ
  • ໃຊ້ວິທີການທາງວິທະຍາສາດ: ມີຂະບວນການທີ່ເປັນລະບົບໃນການຕັ້ງສົມມຸດຕິຖານ, ທົດສອບ, ແລະ ສະຫຼຸບຜົນ
  • ມຸ່ງສູ່ທິດສະດີແລະກົດ: ຜົນຂອງວິທະຍາສາດມັກອອກມາໃນຮູບແບບຂອງທິດສະດີ, ກົດ, ຫຼື ຫຼັກການທີ່ອະທິບາຍທຳມະຊາດ
  • ຕັ້ງຄຳຖາມວ່າ “ເປັນຫຍັງ” ແລະ “ແນວໃດ”: ວິທະຍາສາດພະຍາຍາມອະທິບາຍວ່າສິ່ງຕ່າງໆ ເກີດຂຶ້ນໄດ້ແນວໃດແລະເປັນຫຍັງ
  • ເປັນຄວາມຮູ້ພື້ນຖານ: ວິທະຍາສາດມັກເປັນພື້ນຖານຄວາມຮູ້ທີ່ຍັງບໍ່ໄດ້ຖືກນຳໄປໃຊ້ໂດຍກົງ

ຕົວຢ່າງຂອງວິທະຍາສາດ ໄດ້ແກ່: ຟິຊິກ, ເຄມີ, ຊີວະວິທະຍາ, ດາລາສາດ ແລະ ທໍລະນີວິທະຍາ ເປັນຕົ້ນ.

ເທັກໂນໂລຢີແມ່ນຫຍັງ?

ເທັກໂນໂລຢີ (Technology) ຄືການນຳຄວາມຮູ້ທາງວິທະຍາສາດມາປະຍຸກໃຊ້ ເພື່ອແກ້ບັນຫາ, ສ້າງເຄື່ອງມື, ຫຼື ພັດທະນານະວັດຕະກຳທີ່ຕອບສະໜອງຄວາມຕ້ອງການຂອງມະນຸດ. ເທັກໂນໂລຢີກ່ຽວຂ້ອງກັບການສ້າງສິ່ງປະດິດ, ຂະບວນການ, ຫຼື ລະບົບທີ່ມີປະໂຫຍດ ໂດຍມີລັກສະນະສຳຄັນດັ່ງນີ້:

  • ເນັ້ນການປະຍຸກໃຊ້: ເທັກໂນໂລຢີເນັ້ນການນຳຄວາມຮູ້ມາໃຊ້ງານຈິງເພື່ອແກ້ບັນຫາ ຫຼື ຕອບສະໜອງຄວາມຕ້ອງການ.
  • ສ້າງຜະລິດຕະພັນ ແລະ ຂະບວນການ: ຜົນຂອງເທັກໂນໂລຢີມັກເປັນສິ່ງທີ່ຈັບຕ້ອງໄດ້ ເຊັ່ນ: ອຸປະກອນ, ເຄື່ອງມື, ຫຼື ຂະບວນການໃໝ່ໆ.
  • ຕັ້ງຄຳຖາມວ່າ “ຈະເຮັດແນວໃດ?”: ເທັກໂນໂລຢີມຸ່ງແກ້ບັນຫາວ່າຈະສ້າງ ຫຼື ເຮັດສິ່ງຕ່າງໆ ແນວໃດ?
  • ວັດຜົນດ້ວຍປະສິດທິພາບແລະປະໂຫຍດ: ຄວາມສຳເລັດຂອງເທັກໂນໂລຢີວັດຈາກວ່າມັນເຮັດວຽກໄດ້ດີພຽງໃດ ແລະມີປະໂຫຍດຫຼາຍນ້ອຍແຄ່ໃດ?
  • ພັດທະນາຢ່າງຕໍ່ເນື່ອງ: ເທັກໂນໂລຢີມັກມີການປັບປຸງ ໍແລະ ພັດທະນາໃຫ້ດີຂຶ້ນເລື້ອຍໆ ຕາມຄວາມກ້າວໜ້າຂອງຄວາມຮູ້ແລະຄວາມຕ້ອງການ

ຕົວຢ່າງຂອງເທັກໂນໂລຢີ ໄດ້ແກ່: ໂທລະສັບມືຖື, ຄອມພິວເຕີ, ອິນເຕີເນັດ, ເຄື່ອງບິນ, ເຄື່ອງຈັກກົນ, ຢາຮັກສາໂລກເປັນຕົ້ນ. ພວກເຮົາຈະເຫັນວ່າເທັກໂນໂລຢີຈະບໍ່ແມ່ນເຄື່ອງຈັກ ຫຼື ອຸປະກອນທັນສະໄໝພຽງຢ່າງດຽວ.

ຄວາມແຕກຕ່າງລະຫວ່າງວິທະຍາສາດ ແລະ ເທັກໂນໂລຢີ

  1. ເປົ້າໝາຍ ແລະ ວັດຖຸປະສົງ
    • ວິທະຍາສາດ: ເນັ້ນການຄົ້ນຫາຄວາມຈິງແລະທຳຄວາມເຂົ້າໃຈທຳມະຊາດ
    • ເທັກໂນໂລຢີ: ເນັ້ນການແກ້ບັນຫາແລະສ້າງສິ່ງທີ່ເປັນປະໂຫຍດ
  2. ຂະບວນການເຮັດວຽກ
    • ວິທະຍາສາດ: ໃຊ້ຂະບວນການທາງວິທະຍາສາດ ເຊັ່ນ: ການສັງເກດ, ການຕັ້ງສົມມຸດຕິຖານ, ການທົດລອງ, ການວິເຄາະ
    • ເທັກໂນໂລຢີ: ໃຊ້ຂະບວນການອອກແບບແລະພັດທະນາ ເຊັ່ນ: ການກຳນົດບັນຫາ, ການອອກແບບ, ການສ້າງ, ການທົດສອບ, ການປັບປຸງ
  3. ຜົນລັບ
    • ວິທະຍາສາດ: ໄດ້ຄວາມຮູ້, ທິດສະດີ, ກົດ, ຫຼັກການ, ຊຶ່ງເປັນນາມມະທຳ
    • ເທັກໂນໂລຢີ: ໄດ້ຜະລິດຕະພັນ, ເຄື່ອງມື, ອຸປະກອນ, ຫຼືຂະບວນການ, ຊຶ່ງຈັບຕ້ອງໄດ້ແລະໃຊ້ງານໄດ້ຈິງ
  4. ການວັດຄວາມສຳເລັດ
    • ວິທະຍາສາດ: ວັດຈາກຄວາມຖືກຕ້ອງ, ຄວາມທ່ຽງຕົງ, ແລະການອະທິບາຍປະກົດການໄດ້ຢ່າງຄອບຄຸມ
    • ເທັກໂນໂລຢີ: ວັດຈາກປະສິດທິພາບ, ຄວາມຄຸ້ມຄ່າ, ຄວາມສະດວກ, ແລະການແກ້ບັນຫາໄດ້ຈິງ
  5. ຂໍ້ຈຳກັດ
    • ວິທະຍາສາດ: ຖືກຈຳກັດດ້ວຍຄວາມສາມາດໃນການສັງເກດແລະວັດປະກົດການ
    • ເທັກໂນໂລຢີ: ຖືກຈຳກັດດ້ວຍຄວາມຮູ້ທາງວິທະຍາສາດທີ່ມີຢູ່, ຊັບພະຍາກອນ, ແລະຂໍ້ຈຳກັດທາງເສດຖະກິດແລະສັງຄົມ

ຄວາມສຳພັນລະຫວ່າງວິທະຍາສາດ ແລະ ເທັກໂນໂລຢີ

  • ວິທະຍາສາດເປັນພື້ນຖານຂອງເທັກໂນໂລຢີ: ເທັກໂນໂລຢີໃຊ້ຄວາມຮູ້ທາງວິທະຍາສາດເປັນພື້ນຖານໃນການພັດທະນາ ເຊັ່ນ: ການເຂົ້າໃຈຄື້ນແມ່ເຫຼັກໄຟຟ້າ (ວິທະຍາສາດ) ນຳໄປສູ່ການພັດທະນາໂທລະສັບມືຖື (ເທັກໂນໂລຢີ).
  • ເທັກໂນໂລຢີຊ່ວຍພັດທະນາວິທະຍາສາດ: ເຄື່ອງມືທາງເທັກໂນໂລຢີຊ່ວຍໃຫ້ນັກວິທະຍາສາດສາມາດສຶກສາ ແລະ ທົດລອງໄດ້ເລິກເຊິ່ງຂຶ້ນເຊັ່ນ: ກ້ອງຈຸລະທັດອີເລັກຕຣອນ ເຮັດໃຫ້ເຮົາເຫັນໂຄງສ້າງລະດັບໂມເລກຸນໄດ້.
  • ການພັດທະນາຄູ່ຂະໜານ: ໃນປັດຈຸບັນ, ວິທະຍາສາດແລະເທັກໂນໂລຢີມັກພັດທະນາໄປພ້ອມກັນ. ການຄົ້ນພົບທາງວິທະຍາສາດໃໝ່ໆ ມັກນຳໄປສູ່ເທັກໂນໂລຢີໃໝ່ ແລະເທັກໂນໂລຢີໃໝ່ກໍຊ່ວຍໃຫ້ເກີດການຄົ້ນພົບທາງວິທະຍາສາດໃໝ່ໆ.

ສົມທຽບຄວມກ່ຽວຂ້ອງຂອງວິທະຍາສາດ ແລະ ເທັກໂນໂລຢີ

ພະລັງງານນິວເຄລຍ

  • ວິທະຍາສາດ: ການຄົ້ນພົບປະຕິກິລິຍານິວເຄລຍແລະຄວາມເຂົ້າໃຈເລື່ອງການແຕກຕົວຂອງອະຕອມ
  • ເທັກໂນໂລຢີ: ໂຮງໄຟຟ້ານິວເຄລຍ, ອາວຸດນິວເຄລຍ, ແລະການໃຊ້ລັງສີໃນທາງການແພດ

ພັນທຸກຳ

  • ວິທະຍາສາດ: ການຄົ້ນພົບໂຄງສ້າງ DNA ແລະຄວາມເຂົ້າໃຈກົນໄກການຖ່າຍທອດພັນທຸກຳ
  • ເທັກໂນໂລຢີ: ການຕັດຕໍ່ພັນທຸກຳ, ພືດດັດແປງພັນທຸກຳ, ແລະການຮັກສາພະຍາດທາງພັນທຸກຳ

ໄຟຟ້າແລະແມ່ເຫຼັກ

  • ວິທະຍາສາດ: ກົດຂອງແມ່ເຫຼັກໄຟຟ້າແລະຄວາມເຂົ້າໃຈເລື່ອງການເຄື່ອນທີ່ຂອງອີເລັກຕຣອນ
  • ເທັກໂນໂລຢີ: ມໍເຕີໄຟຟ້າ, ເຄື່ອງກຳເນີດໄຟຟ້າ, ແລະອຸປະກອນອີເລັກໂທຣນິກຕ່າງໆ

ບົດສະຫຼຸບ

ວິທະຍາສາດ ແລະ ເທັກໂນໂລຢີເປັນສອງສາດທີ່ແຕກຕ່າງກັນ ແຕ່ມີຄວາມເຊື່ອມໂຍງກັນຢ່າງແຍກບໍ່ອອກ. ວິທະຍາສາດເນັ້ນການຄົ້ນຫາຄວາມຮູ້ ແລະ ຄວາມເຂົ້າໃຈທຳມະຊາດ ໃນຂະນະທີ່ເທັກໂນໂລຢີເນັ້ນການນຳຄວາມຮູ້ນັ້ນມາປະຍຸກໃຊ້ເພື່ອສ້າງສິ່ງທີ່ເປັນປະໂຫຍດ.

ໃນໂລກປັດຈຸບັນທີ່ມີການປ່ຽນແປງຢ່າງວ່ອງໄວ, ການເຂົ້າໃຈຄວາມແຕກຕ່າງແລະຄວາມສຳພັນລະຫວ່າງວິທະຍາສາດແລະເທັກໂນໂລຢີຈະຊ່ວຍໃຫ້ເຮົາສາມາດເຫັນພາບລວມຂອງການພັດທະນາຂອງມະນຸດຊາດໄດ້ຊັດເຈນຍິ່ງຂຶ້ນ ພ້ອມທັງເຂົ້າໃຈວ່າທັງສອງສາດນີ້ຈຳເປັນຕ້ອງພັດທະນາຄວບຄູ່ກັນໄປເພື່ອຄວາມກ້າວໜ້າຂອງສັງຄົມໂດຍລວມ.

ທ້າຍທີ່ສຸດແລ້ວ, ການພັດທະນາທັງວິທະຍາສາດ ແລະ ເທັກໂນໂລຢີຢ່າງສົມດຸນຈະນຳໄປສູ່ການແກ້ໄຂບັນຫາທີ່ທ້າທາຍຂອງໂລກ ບໍ່ວ່າຈະເປັນການປ່ຽນແປງສະພາບພູມອາກາດ, ພະຍາດລະບາດ ຫຼື ການຂາດແຄນຊັບພະຍາກອນ ຊຶ່ງຕ້ອງອາໄສທັງຄວາມເຂົ້າໃຈທຳມະຊາດຢ່າງເລິກເຊິ່ງ ແລະ ຄວາມສາມາດໃນການພັດທະນາເຄື່ອງມືທີ່ເໝາະສົມຄວບຄູ່ກັນໄປ.

ແນະນຳອ່ານ:

—–

Please follow and like us:

Leave a Comment

Scroll to Top