ທິດສະດີການຕັດສິນໃຈ
ການຕັດສິນໃຈ ມີຄວາມສຳຄັນໃນທຸກໆວຽກງານ ນັບແຕ່ນ້ອຍຫາໃຫຍ່ ສຳຄັນເຖິງສຳຄັນທີ່ສຸດ. ຍິ່ງວຽກສຳຄັນ ແລະ ມີຄວາມສ່ຽງຫຼາຍປານໃດ ຜູ້ຕັດສິນໃຈຈະຕ້ອງຄິດໃຫ້ຮອບຄອບ ເພື່ອບໍ່ໃຫ້ເກີດຄວາມຜິດພາດ ຫຼື ເສຍໂອກາດ. ຍ້ອນມີຄວາມສຳຄັນຄືຈັ່ງຊັ້ນ ຕັ້ງແຕ່ອະດີດຈົນເຖິງປະຈຸບັນ ນັກວິຊິການ ແລະ ນັກທິດສະດີຫຼາຍທ່ານ ຈິ່ງພະຍາຍາມຄົ້ນຄວ້າທິດສະດີດັ່ງກ່າວ ແລ້ວນຳສະເໜີທິດສະດີຂອງຕົນອອກສູ່ສັງຄົມຢ່າງກວ້າງຂວາງ.





