ທິດສະດີດຸນອຳນາດ ຫຼື ທິດສະດີຄານອຳນາດ (Balance of Power) ເປັນທິດສະດີຫຼັກຂອງໂຄງສ້າງສັດຈະນິຍົມຂອງລັດອະນາທິປະໄຕ. ນັກວິຊາການຫຼາຍຄົນເຫັນວ່າ ແນວຄວາມຄິດດັ່ງກ່າວຖືກໃຊ້ຢູ່ທະວີບເອີຣົບຕັ້ງແຕ່ປີ ຄ.ສ 1648 ຈົນກະທັ້ງເກີດສົງຄາມໂລກຄັ້ງທີ 1 ແນໃສ່ຫຼຸດຄວາມສ່ຽງຂອງການຖືກໂຄ່ນລົ້ມອຳນາດຈາກກຸ່ມທີ່ມີອຳນາດເໜືອກວ່າ.
ແນວຄິດຂອງການດຸນອຳນາດກໍຄືການແບ່ງກຳລັງອຳນາດລະຫວ່າງປະເທດ ຫຼື ກຸ່ມປະເທດທີ່ເປັນປໍລະປັກຕໍ່ກັນໃຫ້ເທົ່າທຽມກັນ ຫຼື ໃກ້ຄຽງກັນທີ່ສຸດ ໂດຍແຕ່ລະປະເທດ ຫຼື ກຸ່ມປະເທດຈະພະຍາຍາມເຮັດທຸກວິທີທາງທີ່ຈະຮັກສາ ຫຼື ເພີ່ມອຳນາດ, ບົດບາດ, ຄວາມໝັ້ນຄົງ ແລະອື່ນໆຂອງຕົນ ເພື່ອຮັກ ສາຜົນປະໂຫຍດແຫ່ງຊາດ ຫຼື ກຸ່ມຂອງຕົນເອົາໄວ້. ໃນທິດສະດີນີ້ ມີອົງປະກອບໜ້າສົນໃຈຢູ່ 2 ຢ່າງຄື ຕ້ອງມີຫຼາຍປະເທດເຂົ້າມາກ່ຽວຂ້ອງ ແລະ ຕ້ອງມີປະເທດທີ່ທຳໜ້າທີ່ເປັນຜູ້ຄານອຳນາດ.
ການຮັກສາດຸນອຳນາດ
ເມື່ອມີຫຼາຍປະເທດເຂົ້າມາກ່ຽວຂ້ອງ ແນ່ນອນຕ່າງຝ່າຍກໍຕ້ອງພະຍາຍາມຫາໂອກາດຊ່ວງຊິງກັນໃນການເພີ່ມອຳນາດຂອງຕົນໃຫ້ຫຼາຍກວ່າຝ່າຍອື່ນ ຈົນນຳໄປສູ່ການເສຍດຸນອຳນາດ. ໃນຄວາມເປັນຈິງ ການຮັກສາດຸນອຳນາດກໍບໍ່ຕ່າງຫຍັງກັບການຊັ່ງຊິງ ຄືເຮັດໃຫ້ຕາຊິງບໍ່ເອນອ່ຽງໄປທາງໃດທາງໜຶ່ງ ເຊິ່ງຄົນລາວເຮົາກໍຄຸ້ນເຄີຍມາແລ້ວ. ການດຸນອຳນາດກໍເຊັ່ນດຽວກັນ, ເມື່ອປະເທດ ຫຼືກຸ່ມປະເທດໃດໜຶ່ງມີອຳນາດຫຼາຍກວ່າອີກຝ່າຍໜຶ່ງ ບັນດາລັດທີ່ຢູ່ອີກຝ່າຍກໍຈະພະຍາຍາມແກ້ເກມ ດ້ວຍການເພີ່ມກຳລັງຂອງຕົນໃຫ້ຫຼາຍເທົ່າທຽມກັບຝ່າຍໜຶ່ງ ຫຼື ຫາວິທີທາງຫຼຸດກຳລັງຂອງຝ່າຍກົງກັນຂ້າມລົງໃຫ້ເທົ່າທຽມກັບຕົນເອງ. ປະກົດການດັ່ງກ່າວສະແດງອອກຢ່າງຈະແຈ້ງໃນການພົວພັນລະຫວ່າງລັດ ຫຼື ປະເທດນັບແຕ່ອະດີດຈົນເຖິງປະຈຸບັນ.
ວິທີການຮັກສາດຸນອຳນາດ
1. ເພີ່ມກຳລັງອາວຸດ
ວິທີນີ້ເປັນວິທີໄວທີ່ສຸດໃນການເພີ່ມກຳລັງອຳນາດຂອງຕົນເອງໃຫ້ເທົ່າທຽມ ຫຼື ອາດຈະເໜືອກວ່າຝ່າຍກົງກັນຂ້າມ. ຖ້າປະເທດໃດຫາກສາມາດເພີ່ມກຳລັງອຳນາດຂອງຕົນໃຫ້ສູງຂື້ນເລື່ອຍໆຈົນອີກຝ່າຍນຳບໍ່ທັນ ການດຸນອຳນາດກໍຈະຖືກທຳລາຍ. ການເພີ່ມກຳລັງອາວຸດສາມາດຮັກສາ ຫຼື ທຳລາຍການດຸ່ນອຳນາດກໍໄດ້. ດັ່ງນັ້ນ ຈິ່ງບໍ່ຕ້ອງສົງໄສວ່າເປັນຫຍັງປະຈຸບັນນີ້ປະເທດ ຫຼື ກຸ່ມປະ ເທດໃດຈິ່ງພະຍາຍາມພັດທະນາອາວຸດ ຫຼື ຊື້ອາວຸດທັນສະໄໝມາຄອບຄອງຢ່າງບໍ່ເສຍດາຍເງິນ.
2. ຫຼຸດກຳລັງອາວຸດ
ການຫຼຸດກຳລັງອາວຸດກໍສາມາດຮັກສາ ຫຼື ທຳລາຍການດຸນອຳນາດໄດ້. ແຕ່ໃນທາງປະຕິບັດແມ່ນເຮັດໄດ້ຍາກກວ່າການເພີ່ມກຳລັງອາວຸດ ເພາະວ່າປະເທດທີ່ມີກຳລັງອາວຸດສູງຍ່ອມໄດ້ປຽບໃນດ້ານກຳລັງອຳນາດ (ຖືໄພ້ເໜືອກວ່າ). ເຖິງວ່າທິດສະດີຈະບອກວ່າມີຄວາມເປັນໄປໄດ້ ແຕ່ຜ່ານການນຳໃຊ້ຕົວຈິງຈົນມາຮອດປະຈຸບັນນີ້ເຫັນວ່າຍັງບໍ່ປະສົບສຳເລັດເທົ່າທີ່ຄວນເຊັ່ນ: ການຫຼຸດຫົວລົບອາວຸດທຳລາຍລ້າງສູງລະຫວ່າງສະຫະພາບໂຊວຽດ ແລະ ສະຫະລັດ, ການປົດອາວຸດນີວເຄຣຍຂອງເກົາຫຼີເໜືອ ແລະ ການເກືອດຫ້າມການພັດທະນາໂຄງການນີວເຄຣຍຂອງອີຣານ.
3. ຍືດຄອງແລະການຊົດເຊີຍ
ວິທີນີ້ຄືການເຂົ້າຍືດຄອງດິນແດນທີ່ມີປະຊາກອນ ຫຼື ຊັບພະຍາກອນທຳມະຊາດ. ເມື່ອປະເທດໃດຫາກສາມາດເຮັດໄດ້ກໍຈະໄດ້ປຽບທາງກຳລັງອຳນາດ ເຊິ່ງແຕ່ກ່ອນວິທີນີ້ກະທຳໄດ້ງ່າຍ ຈິ່ງເກີດມີການລ່າອະນານິຄົມ ຫຼື ບຸກຍຶດຄອງລັດອື່ນ ເພື່ອໃຫ້ມາເປັນປະເທດສະລາດ ຫຼື ເປັນດິນແດນສ່ວນໜຶ່ງຂອງຕົນ. ໃນວັນນະຄະດີສາມກົກຂອງຈີນ, ອະນາຈັກວຸຍກົກ, ຈົກກົກ ແລະ ງໍ້ກົກຕ່າງກໍໃຊ້ວິທີການນີ້ທັງນັ້ນ. ປັດຈຸບັນນີ້ການຍືດຄອງດ້ວຍກຳລັງທະຫານກະທຳໄດ້ຍາກ ບັນດາປະເທດຕ່າງກໍຫັນມາໃຊ້ຮູບການຍືດຄອງທາງດ້ານເສດຖະກິດແທນ ດ້ວຍວິທີການລົງທຶນ ແລະ ໃຫ້ການຊ່ວຍເຫຼືອດ້ານຕ່າງໆ ເພື່ອໃຫ້ເກີດດຸນອຳນາດ.
4. ຈັດຕັ້ງລັດກັນຊົນ ຫຼື ເຂດກັນຊົນ
ການຕັ້ງລັດກັນຊົນເປັນວິທີປ້ອງກັນບໍ່ໃຫ້ດຸນຍະພາບຖືກທຳລາຍ ອັນເນື່ອງມາຈາກຜົນທະທົບກະທັ້ງລະຫວ່າງສອງປະເທດມະຫາອຳນາດທີ່ເປັນປໍລະປັກກັນ ເຊິ່ງໃນອະດີດກໍມີກໍລະນີໂປແລນເປັນຣັດກັນຊົນລະຫວ່າງຣັດເຊຍ ແລະ ເຢັຍລະມັນ. ເຖິງແມ່ນວ່າໃນປັດຈຸບັນການຕັ້ງລັດກັນຊົນຈະບໍ່ຈະແຈ້ງຄືແຕ່ກ່ອນ ແຕ່ກໍເກີດມີການຈັດຕັ້ງເຂດກັນຊົນ ເພື່ອປົກປ້ອງການຮຸກຮານຜົນປະໂຫຍດຂອງຕົນຈາກຝ່າຍກົງກັນຂ້າມ.
5. ເຂົ້າເປັນພັນທະມິດ
ປະເທດໃດໜຶ່ງອາດຈະເຂົ້າໄປເປັນຄູ່ຮ່ວມມື ຫຼື ພັນທະມິດກັບຝ່າຍທີ່ຕົນເອງເຫັນວ່າ ຈະຊ່ວຍເຮັດໃຫ້ປະເທດຂອງຕົນມີອຳນາດເພີ່ມຂື້ນ. ປັດຈຸບັນນີ້ຫຼາຍໄປເທດໄດ້ນຳໃຊ້ວິທີການນີ້ ຄືການເຂົ້າເປັນພັນທະມິດ (allies) ຫຼື ເປັນຄູ່ຮ່ວມມືຍຸດທະສາດ (Comprehensive partnership) ກັບປະເທດໃດໜຶ່ງ. ຍິ່ງເປັນປະເທດນ້ອຍກຳລັງບໍ່ເຂັ້ມແຂງ ຍິ່ງຕ້ອງໄດ້ເຂົ້າເປັນຄູ່ຮ່ວມມືກັບປະເທດມະຫາອຳນາດທີ່ມີຜົນປະໂຫຍດແຫ່ງຊາດຄ້າຍຄືກັນ. ສຳລັບ ສປປ ລາວ, ພວກເຮົາດຳເນີນນະໂຍບາຍການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ; ເປີດກວ້າງການຮ່ວມມືແບບຫຼາຍຝ່າຍ, ຫຼາຍທິດ, ຫຼາຍລະດັບ ບົນພື້ນຖານເຄົາລົບຫຼັກການຢູ່ຮ່ວມກັນໂດຍສັນຕິ. ດັ່ງນັ້ນ, ສປປ ລາວ ມີການພົວພັນຮ່ວມມືແບບສອງຝ່າຍ ແລະ ຫຼາຍຝ່າຍກັບຈີນ, ຣັດເຊຍ, ສະຫະລັດ ແລະອື່ນໆ ໃນລະດັບແຕກຕ່າງກັນ ເຊິ່ງເປົ້າໝາຍກໍຄືຕ້ອງການດຸນອຳນາດ.
6. ແຊກແຊງກິດຈະການຝ່າຍໃນ
ວິທີການນີ້ສ່ວນຫຼາຍແມ່ນປະເທດມະຫາອຳນາດມັກນຳໃຊ້ຕໍ່ບັນດາປະເທດທີ່ບໍ່ມີຄວາມໄວ້ວາງໃຈໃນຄວາມຈົງຮັກພັກດີຕໍ່ຕົນເອງ ຫຼືວ່າຫັນໄປຄົບກັບປະເທດກົງກັນຂ້າມ ເຊິ່ງເປັນເຫດໃຫ້ຕົນເອງເສຍປຽບ ຫຼື ຂາດດຸນຍະພາບ. ພວກເຮົາມັກຈະຍິນການກ່າວຫາເລື້ອຍໆວ່າ ມີການແຊກແຊງຈາກປະເທດມະຫາອຳນາດນັ້ນນີ້. ໃນປະເທດທີ່ມີຫຼາຍພັກການເມືອງ, ກຸ່ມຊົນເຜົ່າ, ສາສະໜາ ແລະອົງກອນບໍ່ສັງກັດລັດຖະບານ ຈະມີຄວາມສ່ຽງຖືກແຊກແຊງກິດຈະການພາຍໃນຫຼາຍກວ່າ. ເມື່ອພັກການເມືອງໃດໜຶ່ງທີ່ກຳອຳນາດ ແລ ະມີທ່າທີຫັນເຫອອກຈາກຕົນ, ປະເທດມະຫາອຳນາດກໍອາດຈະໃຫ້ການສະໜັບສະໜູນພັກອື່ນຂື້ນມາໂຄ່ນລົ້ມອຳນາດແທນ.
7. ແບ່ງແຍກ ແລະ ເຂົ້າຄອບງຳ
ການແບ່ງແຍກ ຫຼື ການດຶງດູດພັນທະມິດຂອງຝ່າຍກົງກັນຂ້າມມາເປັນພັນທະມິດຂອງຕົນເອງ ຫຼື ຢ່າງໜ້ອຍກໍໃຫ້ເປັນກາງ ບໍ່ສະໜັບສະໜູນຝ່າຍກົງກັນຂ້າມ ກໍເປັນອີກວິທີໜຶ່ງຂອງການຮັກສາ ຫຼື ທຳລາຍດຸນອຳນາດ. ຖ້າປະເທດໃດໜຶ່ງຫາກສາມາດແບ່ງແຍກພາຍໃນຂອງຝ່າຍກົງກັນຂ້າມກໍໝາຍເຖິງໄຊຊະນະ. ວິທີການນີ້ນຳໃຊ້ຢ່າງແຜ່ຫຼາຍໃນຍຸກປະຈຸບັນເຊັ່ນ: ສະຫະລັດນຳໃຊ້ກຸ່ມປະເທດອະດີດສະຫະພາບໂຊວຽດ ເຊິ່ງປະຈຸບັນເປັນສະມາຊິກຂອງກຸ່ມນາໂຕ້ເພື່ອປິດລ້ອມຣັດເຊຍ.
7 ວິທີດຸນອຳນາດຂ້າງເທິງນີ້ເປັນພຽງຕົວຢ່າງສ່ວນໜຶ່ງເທົ່ານັ້ນ. ການຈະຮັກສາດຸນອຳນາດໃຫ້ເທົ່າທຽມກັນ ແລ ະໝັ້ນຄົງຖາວອນນັ້ນແມ່ນເປັນໄປໄດ້ຍາກ ເພາະຕ່າງຝ່າຍກໍຕ່າງພະຍາຍາມເພີ່ມກຳລັງອຳນາດຂອງຕົນ ຫຼື ຫລຸດກຳລັງອຳນາດຂອງຝ່າຍກົງກັນຂ້າມ ພຽງແຕ່ວ່າປະເທດມະຫາອຳນາດຈະເລືອກໃຊ້ວິທີການໃດເທົ່ານັ້ນ. ການປ່ຽນແປງສະໜາມຮົບທາງການທະຫານມາສູ່ການຄ້າ-ການລົງທຶນ ອາດຈະເປັນທາງເລືອກໜຶ່ງໃນການສູ້ຮົບຂອງບັນດາປະເທດມະຫາອຳນາດໃນຕໍ່ໜ້າ.
ອ່ານຕື່ມ