ທິດສະດີການຕັດສິນໃຈ

ການຕັດສິນໃຈ ມີຄວາມສຳຄັນໃນທຸກໆວຽກງານ ນັບແຕ່ນ້ອຍຫາໃຫຍ່ ສຳຄັນເຖິງສຳຄັນທີ່ສຸດ. ຍິ່ງວຽກສຳຄັນ ແລະ ມີຄວາມສ່ຽງຫຼາຍປານໃດ ຜູ້ຕັດສິນໃຈຈະຕ້ອງຄິດໃຫ້ຮອບຄອບ ເພື່ອບໍ່ໃຫ້ເກີດຄວາມຜິດພາດ ຫຼື ເສຍໂອກາດ. ຍ້ອນມີຄວາມສຳຄັນຄືຈັ່ງຊັ້ນ ຕັ້ງແຕ່ອະດີດຈົນເຖິງປະຈຸບັນ ນັກວິຊິການ ແລະ ນັກທິດສະດີຫຼາຍທ່ານ ຈິ່ງພະຍາຍາມຄົ້ນຄວ້າທິດສະດີດັ່ງກ່າວ  ແລ້ວນຳສະເໜີທິດສະດີຂອງຕົນອອກສູ່ສັງຄົມຢ່າງກວ້າງຂວາງ.

ການຕັດສິນໃຈແມ່ນຫຍັງ?

ການຕັດສິນໃຈ ໝາຍເຖິງການເລືອກທາງໃດທາງໜຶ່ງຈາກຫຼາຍທາງເລືອກ ຫຼັງຈາກໄດ້ພິຈາລະນາ ແລະ ປະເມີນແລ້ວວ່າເປັນທາງເລືອກທີ່ດີທີ່ສຸດ ທີ່ຈະເຮັດໃຫ້ບັນລຸຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້.

ຂະບວນການຕັດສິນໃຈ

Peter F. Ducker ຊາວອົດສະເຕຣຍ ໄດ້ນຳສະເໜີຂະບວນການຕັດສິນໃຈໃນການບໍລິຫານ (Management) ທີ່ໜ້າສົນໃຈໄວ້ 5 ຂັ້ນຕອນດັ່ງນີ້:

  1. ກຳນົດບັນຫາ (Defining the problem): ຕ້ອງຊອກໃຫ້ຮູ້ວ່າບັນຫາທີ່ແທ້ຈິງນັ້ນແມ່ນຫຍັງ? ສາເຫດມາຈາກໃສ? ມີເງື່ອນໄຂກ່ຽວຂ້ອງຫຍັງແດ່? ການຕັ້ງຄຳຖາມລັກສະນະນີ້ ຈະຊ່ວຍໃຫ້ເຮົາເຂົ້າໃຈ ແລະ ວິເຄາະບັນຫາໄດ້ຫລາຍຂື້ນ.
  2. ວິເຄາະບັນຫາ (Analyzing the problem): ໄຈ້ແຍກບັນຫາອອກມາໃຫ້ລະອຽດ ແລະ ເລິກເຊິ່ງ ເບິ່ງວ່າຂອບເຂດຜົນກະທົບມີຫຼາຍໜ້ອຍປານໃດ? ຜົນການຕັດສິນໃຈຈະເປັນແນວໃດ? ມີຄວາມສ່ຽງຫຼືບໍ? ຍັງມີຫຍັງທີ່ເຮົາບໍ່ທັນຮູ້?
  3. ຊອກຫາທາງເລືອກຕ່າງໆ (Developing the alternative solutions): ພັດທະນາທາງເລືອກຕ່າງໆ ທີ່ເຫັນວ່າຈະເປັນປະໂຫຍດ ຫຼື ເປັນທາງອອກໃຫ້ແກ່ບັນຫາ ເພື່ອໃຫ້ມີຜົນເສຍຫາຍໜ້ອຍລົງ ຫຼື ມີປະໂຫຍດຫຼາຍຂື້ນ.
  4. ເລືອກເອົາທາງເລືອກທີ່ດີທີ່ສຸດ (Deciding upon the best solutions): ຫຼັງຈາກຄົ້ນຄວ້າ ແລະ ກຳນົດທາງເລືອກຢ່າງຄັກແນແລ້ວ ກໍຕ້ອງຕັດສິນໃຈເລືອກເອົາແນວທາງທີ່ດີທີ່ສຸດ ເຊິ່ງສ່ວນຫຼາຍຈະເປັນວຽກຂອງຫົວໜ້າ ຫຼື ຜູ້ມີອຳນາດຕັດສິນໃຈ.
  5. ລົງມືປະຕິບັດ (Converting the decision into an effective action): ເປັນການນຳເອົາຜົນຂອງການຕັດສິນໃນມາຈັດຕັ້ງປະຕິບັດ. ຖ້າຫາກບໍ່ຈັດຕັ້ງປະຕິບັດ ການຕັດສິນໃຈນັ້ນກໍເປັນແຕ່ແຜນເທົ່ານັ້ນ.

ນັກຄົ້ນຄວ້າຫລາຍທ່ານຍັງສະເໜີໃຫ້ມີການຕິດຕາມ ແລະ ກວດກາ ຕື່ມອີກເປັນຂັ້ນຕອນທີ 6. ຖ້າຫາກການຕັດສິນໃຈນັ້ນຜິດພາດ ກໍຈະກັບມາຊອກຫາທາງເລືອກຕົວອື່ນ.

ການຕັດສິນໃຈໃນສະຖານະການຕ່າງໆ

ການຕັດສິນໃຈຈະສົ່ງຜົນກະທົບຕໍ່ເຫດການໃນອະນາຄົດ ໃນຂະນະດຽວກັນ ການຕັດສິນໃຈປ່ຽນເປົ້າໝາຍໃນອະນາຄົດຈະສົ່ງຜົນກະທົບຕໍ່ພຶດຕິກຳໃນປັດຈຸບັນເຊັ່ນດຽວກັນ. ດ້ວຍເຫດນີ້, ການມີຂໍ້ມູນທີ່ຄົບຖ້ວນ ແລະ ມີການຄາດກະສະພາບໃກ້ຄຽງສູງເທົ່າໃດ ກໍຈະຊ່ວຍໃຫ້ການຕັດສິນໃຈຖືກຕ້ອງ.

1. ການຕັດສິນໃຈໃນສະຖານະການແນ່ນອນ

ໃນກໍລະນີນີ້ ຜູ້ຕັດສິນໃຈມີຂໍ້ມູນຄົບຖ້ວນ ນັບທັງຜົນຈະເກີດຂື້ນໃນອະນາຄົດ. ຜູ້ຕັດສິນໃຈຮູ້ເຖິງຜົນຈະເກີດຂື້ນໃນອະນາຄົດ (ໃນທາງປະຕິບັດຫາຍາກ). ຜູ້ຕັດສິນໃຈຈະພິຈາລະນາວ່າ ໂຕໃດຈະໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດ ຫລື ມີຜົນເສຍໜ້ອຍທີ່ສຸດ ເພື່ອເລືອກເອົາເປັນທາງເລືອກສຸດທ້າຍ.

2. ການຕັດສິນໃຈໃນສະຖານະການບໍ່ແນ່ນອນ

ຜູ້ຕັດສິນໃຈມີຂໍ້ມູນບໍ່ສົມບູນ ຮູ້ທາງເລືອກ ແຕ່ບໍ່ຮູ້ເລິກວ່າຜົນຈາກທາງເລືອກແຕ່ລະອັນຈະເກີດຂື້ນເປັນແນວໃດຢ່າງແນ່ນອນ. ສະນັ້ນ, ມັນຈະຂື້ນກັບອຸປະນິດໄສຂອງຜູ້ຕັດສິນໃຈ. ເຮົາສາມາດພິຈາລະນາຕົວບຸກຄົນໃນ 5 ປະເພດດັ່ງນີ້:

  • ບຸກຄົນທີ່ຍຶດຫຼັກການໄດ້ໜ້ອຍ ດີກວ່າບໍ່ໄດ້ (ກຳຂີ້ດີກວ່າກຳຕົດ): ເປັນຄົນມັກໂລກໃນແງ່ຮ້າຍ ລັງເລສົງໄສ ແລະ ມີປະສົບການດ້ານຮ້າຍມາກ່ອນ. ຄົນປະເພດນີ້ມັກຕັດສິນໃຈເລືອກວິທີການປະຕິບັດທີ່ແນ່ໃນວ່າຈະປະສົບຜົນສຳເລັດຕ່ຳສຸດ.
  • ບຸກຄົນທີ່ຍຶດໂຊກຊ່ວຍ: ເປັນຄົນມັກເບິ່ງໂລກໃນແງ່ດີ ບໍ່ຄ່ອຍຄຳນຶກເຖິງຄວາມບໍ່ແນ່ນອນ ເພາະເຊື່ອໝັັ້ນຕົນເອງສູງ.
  • ບຸກຄົນຍຶດຫຼັກປະນິປະນອມ: ເປັນບຸກຄົນຢູ່ເຄິ່ງກາງລະຫວ່າງເບິ່ງໂລກໃນແງ່ຮ້າຍ ກັບເບິ່ງໂລກໃນແງ່ດີ.
  • ບຸກຄົນນິຍົມຄວາມສະເໝີພາບ: ໃນກໍລະນີນີ້ຈະຕ່າງຈາກຫຼັກການປະນິປະນອມ ເພາະວ່າຈຳນຳເອົາທາງເລືອກທັງໝົດມາຊັ່ງນ້ຳໜັກໃຫ້ເທົ່າກັນ ແລະ ຄືກັນໝົດ ແລ້ວຈິ່ງພິຈາລະນາຄ່າສູງຂອງປະລິມານທີ່ຄາດຫວັງ.
  • ບຸກຄົນທີ່ຍຶດຄະຕິຝັນສູງ: ພະຍາຍາມຮັກສາໂອກາດທີ່ຈະໃຫ້ໄດ້ຮັບຜົນຕອບແທນສູງສຸດ ຫຼຶ ເລືອກທາງທີ່ມີໂອກາດເສຍໜ້ອຍສຸດ.

3. ການຕັດສິນໃຈໃນສະຖານະການທີ່ມີຄວາມສ່ຽງ

ຄືສະຖານະການຢູ່ເຄິ່ງກາງລະຫວ່າງສະຖານນະການແນ່ນອນ ແລະ ສະຖານະການບໍ່ແນ່ນອນ. ຜູ້ຕັດສິນໃຈອາດຈະມີຂໍ້ມູນພຽງພໍຈະຄາດກະຜົນທີ່ຈະໄດ້ຮັບຈາກແຕ່ລະທາງເລືອກ ແລະ ຖັດຈາກນັ້ນ ເອົາຄ່າຄວາມໜ້າຈະເປັນມາຫາຄ່າຄວາມຄາດຫວັງ ເພື່ອເລືອກເອົາໂຕທີ່ໃຫ້ຄ່າຄວາມຫວັງສູງສຸດ.

ອ່ານຕື່ມ

Leave a Comment

Scroll to Top