ການເດີນທາງໄກຕ້ອງໃຊ້ເວລາດົນ ແລະ ຄວາມອົດທົນຢ່າງຕໍ່ເນື່ອງ ຈິ່ງຈະເຖິງຈຸດໝາຍປາຍທາງໄດ້ ແຕ່ຖ້າເຮົາຮູ້ທາງລັດ ຫຼື ວິທີເພີ່ມຄວາມໄວຂອງການເດີນທາງ ກໍຈະເຮັດໃຫ້ເຮົາໄປເຖິງປາຍທາງໄດ້ໄວກວ່າເກົ່າ. ການຮຽນພາສາອັງກິດ ກໍເຊັ່ນດຽວກັນ ຖ້າເຮົາຮູ້ວິທີ ແລະ ມີຄູດີຄູເກັ່ງມາສິດສອນ ບວກກັບຄວາມບຸກບືນຫ້າວຫັນຂອງຕົນເອງ ກໍຈະເຮັດໃຫ້ເຮົາຮຽນພາສາອັງກິດໄດ້ໄວຂື້ນ.
ດ້ວຍເຫດນີ້ ຈິ່ງມີອາຈານຫຼາຍທ່ານຄົ້ນຄວ້າວິທີທີ່ຈະຊ່ວຍໃຫ້ນັກຮຽນ ຮຽນພາສາອັງກິດໄດ້ໄວ ແລະ ມີປະສິດທິພາບ. ໃນນີ້, ຂໍຍົກເອົາ ວິທີການຮຽນພາສາ ຂອງອາຈານ A. J. Hoge ເຊິ່ງເພິ່ນໄດ້ແນະນຳໄວ້ມີ 7 ວິທີຄື:
1. ຮຽນວະລີພາສາອັງກິດ
ການຮຽນສຳນວນພາສາ (phrases) ຈະຊ່ວຍໃຫ້ຜູ້ຮຽນສາມາດເວົ້າ ແລະ ຂຽນໄດ້ຢ່າງມີປະສິດທິພາບຫຼາຍກວ່າການຮຽນເປັນລາຍຄຳສັບ. ຂ້ອຍຂ້ອນຂ້າງເຫັນດີກັບວິທີນີ້ ເພາະວ່າການຮຽນ ຫຼື ທ່ອງຄຳສັບຈະເຮັດໃຫ້ເຮົາຮູ້ແຕ່ວິທີການອອກສຽງ ແລະ ຄວາມໝາຍຂອງຄຳສັບ. ແຕ່ຖ້າເຮົາຈະນຳໄປເວົ້າ ຫຼື ຂຽນ ມັນຕ້ອງອາໄສການປະກອບກັນຂອງຄຳສັບຫລາຍໆຄຳ ເພື່ອໃຫ້ເປັນວະລີ ຫຼື ປະໂຫຍກ. ສະນັ້ນ ຫາກເຮົາຮຽນວະລີມັນຈະງ່າຍກວ່າ ແລະ ຮູ້ວິທີໃຊ້ຂອງຄຳສັບໄປໃນຕົວ ແລະ ເມື່ອເຮົາຮູ້ວະລີຫຼາຍຂື້ນ ເຮົາກໍຈະສາມາດເວົ້າ ແລະ ຂຽນຖືກຕ້ອງຫຼາຍຂື້ນເຊັ່ນ: ຖ້າຮຽນເປັນຄຳສັບ ຈະຕ້ອງທ່ອງ 4 ຄຳ (father ພໍ່, my ຂອງຂ້ອຍ, drink ດື່ມ, coffee ກາເຟ) ແຕ່ຖ້າຮຽນເປັນກຸ່ມຄຳ ຫຼື ວະລີ ເຮົາທ່ອງພຽງ 2 ວະລີເທົ່ານັ້ນ (my father ພໍ່ຂອງຂ້ອຍ, drink coffee ດື່ມກາເຟ). ແຕ່ກ່ອນຂ້ອຍກໍເຄີຍຂຽນຄຳສັບ ແລະ ທ່ອງເອົາເປັນເອົາຕາຍ ແຕ່ເວລາຈະເວົ້າ ຫຼື ຂຽນກໍຍັງພົບຂໍ້ຫຍຸ້ງຍາກ ຈົນຄິດຈົ່ມໃນໃຈວ່າເວລາເວົ້າພາສາອັງກິດບໍ່ຮູ້ວ່າຈະເອົາຄຳສັບຕໍ່ກັນແນວໃດ ຈິ່ງຈະເວົ້າເປັນເລື່ອງເປັນລາວໄດ້.
2. ບໍ່ຮຽນຫຼັກໄວຍາກອນ
ຫຼາຍຄົນອາດຈະບໍ່ເຫັນດີກັບວິທີນີ້ເຊັ່ນດຽວກັນກັບຂ້ອຍ ເພາະໃນການຮຽນພາສາໃດໆກໍຕາມກໍຕ້ອງຮຽນຫຼັກໄວຍາກອນໄປພ້ອມ ເພື່ອໃຫ້ຜູ້ຮຽນເຂົ້າໃຈຫລັກຂອງພາສາຢ່າງທ່ອງແທ້. ສະໄໝຮຽນຢູ່ມັດທະຍົມຕອນຕົ້ນຂ້າພະເຈົ້າກໍເຄີຍຍິນອາຈານເພິ່ນວ່າ ຖ້າເຮົາເກັ່ງໄວຍາກອນລາວ ໄປຮຽນພາສາອື່ນກໍເຂົ້າໃຈໄດ້ດີ. ປະຈຸບັນນີ້ຂ້ອຍກໍຍັງເຫັນດີນຳທັດສະນະດັ່ງກ່າວ. ການຮຽນພາສາໃດໜຶ່ງ ຄຽງຄູ່ກັບການຮຽນຫຼັກໄວຍາກອນຂອງພາສານັ້ນເປັນວິທີການຮຽນແບບເກົ່າ ເຊິ່ງພວກເຮົາກໍໄດ້ປະຕິບັດກັນມາຢູ່ແລ້ວ. ເຖິງຢ່າງໃດກໍຕາມ ຂ້ອຍເຫັນວ່າມັນກໍບໍ່ເສຍຫາຍຫຍັງ ຖ້າເຮົາຈະລອງວິທີໃໝ່ຄືບໍ່ຮຽນຫຼັກໄວຍະກອນ ໂດຍສະເພາະຜູ້ທີ່ຕ້ອງການເນັ້ນການ ເວົ້າຫຼາຍກວ່າການຂຽນ.
3. ຟັງຫຼາຍເທົ່າໃດຍິ່ງດີ
ຂ້ອຍເຫັນດີທີ່ສຸດສຳລັບວິທີນີ້ ເພາະວ່າການຟັງນອກຈາກກເຮົາຈະໄດ້ສຳນຽງຕ່າງໆແລ້ວ ເຮົາຍັງສາມາດຈື່ເອົາສຳນວນຫຼາກຫຼາຍທີ່ເຂົາເວົ້າ ແລະ ສາມາດຝຶກທັກສະການຟັງຂອງເຮົາໄດ້ຢ່າງຍອດຢ້ຽມ. ການຟັງບໍ່ວ່າຈະເປັນການຟັງຂ່າວຈາກວິທະຍຸ, ການຟັງການບັນລະຍາຍ, ການເລົ່າເລື່ອງ ແລະ ອື່ນໆ ລ້ວນແຕ່ເປັນປະໂຫຍດຕໍ່ການຮຽນພາສາອັງກິດ. ພວກເຮົາຮຽນພາສາອັງກິດ ແຕ່ມີໂອກາດໜ້ອຍທີ່ຈະໄດ້ລົມກັບຄົນຕ່າງປະເທດ. ສະນັ້ນ ການຟັງພາສາອັງກິດເລື້ອຍໆຈາກວິທະຍຸ, ທໍລະທັດ ຫຼື ຈາກຢູທຸບ ມີປະໂຫຍດຫຼາຍກວ່າທີ່ຄິດ.
4. ຮຽນລົງເລິກເຖິງຖອງ ໂດຍການຮຽນຊ້ຳໄປຊ້ຳມາ
ວິທີນີ້ຂ້ອຍກໍເຫັນດີນຳ. ຈາກປະສົບການຮຽນ-ການສອນ, ຂ້ອຍເຫັນວ່າຫຼາຍຄົນຮຽນພາສາອັງກິດຫຼາຍປີ ແຕ່ເວົ້າຫຼືຂຽນບໍ່ໄດ້ ຍ້ອນບໍ່ເຂົ້າໃຈເລິກເຖິງຖອງ. ນັກຮຽນສ່ວນຫຼາຍເຂົ້າໃຈອ່ານ ແລະ ເຂົ້າໃຈຄວາມໝາຍຂອງປະໂຫຍກຕ່າງໆໃນປື້ມ ແຕ່ໃຫ້ເວົ້າບໍ່ເປັນ. ຫຼາຍໂຮງຮຽນຫຼື ສູນພາສາອັງກິດເລັ່ງຮຽນຕາລາຮຽນໃຫ້ຈົບຕາມແຜນການຮຽນ-ການສອນ ໃນຂະນະທີ່ນັກຮຽນຈຳນວນໜຶ່ງບໍ່ໄດ້ຫຍັງ ເຊິ່ງບາງທີອາດຈະເປັນຍ້ອນຕົວນັກຮຽນເອງ ຫຼື ສູນກໍບໍ່ຮູ້. ແຕ່ຖ້າເຮົາຮຽນລະອຽດ ແລະ ຝຶກເວົ້າຝຶກຂຽນໄປພ້ອມກັນ ໂດຍບໍ່ຄຳນຶງເລື່ອງເວລາໜ້າຈະຊ່ວຍໃຫ້ຜູ້ຮຽນສາມາດເວົ້າພາສາອັງກິດໄດ້ດີ.
5. ຮຽນໄວຍາກອນຈາກຕົວຈິງ
ໃນວິທີທີ່ 2 ບໍ່ໃຫ້ຮຽນຫຼັກໄວຍາກອນຕາມປື້ມໄວຍາກອນ ແຕ່ວ່າໃນຂໍ້ນີ້ເພິ່ນຜັດບອກໃຫ້ຮຽນໄວຍະກອນ. ການຮຽນໄວຍາກອນໃນຂໍ້ນີ້ໝາຍເຖິງການຮຽນໄວຍາກອນຈາກເລື່ອງລາວຕົວຈິງ (points of view stories). ໝາຍວ່າເຮົາຄວນຮຽນໄວຍາກອນພາສາອັງກິດຈາກການອ່ານ ຫຼື ການຟັງເລື່ອງລາວຕົວຈິງໃນພາສາອັງກິດ. ຕົວຢ່າງການອ່ານນິທານເຮົາຈະເຫັນການນຳໃຊ້ພາສາອັງກິດ ເພື່ອເລົ່າເຫດການໃນປະຈຸບັນ, ອະດີດ ຫຼື ອະນາຄົດ ເຊິ່ງເຮົາສາມາດສັງເກດໄດ້ໃນເວລາອ່ານ. ເມື່ອເຮົາອ່ານເລື່ອງລາວໃນຫຼາກຫຼາຍຂົງເຂດຫຼາຍເທົ່າໃດ ຄວາມເຂົ້າໃຈຫຼັກໄວຍາກອນຂອງເຮົາກໍຈະອຸດົມສົມບູນ ແລະ ຈື່ໄດ້ຢ່າງແມ໋ນຢຳ.
6. ຮຽນພາສາອັງກິດຕົວຈິງ
ໝາຍເຖິງການຮຽນພາສາອັງກິດຈາກເຈົ້າຂອງພາສາອັງກິດຫຼາຍກວ່າການຮຽນຈາກປື້ມຕຳລາຮຽນພາສາອັງກິດທົ່ວໄປເປັນຕົ້ນ: ປຶ້ມ, ຕຳລາຮຽນ, ວິດີໂອ, ປື້ມນິທານ ແລະ ອື່ນໆສຳຄົນເຈົ້າຂອງພາສາ. ເພາະການຮຽນຈາກປື້ມ ຫຼື ຕຳລາແບບນີ້ເຮົາຈະໄດ້ຮຽນຮູ້ສຳນວນພາສາທີ່ເປັນຂອງເຈົ້າພາສາທີ່ເຂົາໃຊ້. ພວກເຮົາບໍ່ຈຳເປັນຕ້ອງອ່ານ ຫຼື ຟັງເລື່ອງທີ່ຍາກໆ ແຕ່ວ່າອາດຈະເລືອກອ່ານ ຫຼື ຟັງນິທານສຳລັບເດັກນ້ອຍກ່ອນ ເພາະມັນເຂົ້າໃຈງ່າຍ ແລະ ສຳນວນກໍບໍ່ສັບສົນ ແລ້ວຈິ່ງເລືອກອ່ານເລື່ອງທີ່ຍາກຂື້ນຍາກຂື້ນ. ການຮຽນພາສາອັງກິດໃນປື້ມຕຳລາ ບາງທີມັນອາດຈະບໍ່ຄືກັບພາສາອັງກິດໃນຕົວຈິງ ໂດຍສະເພາະສຳນວນພາສາເວົ້າ. ຍິ່ງອ່ານ ແລະ ຟັງຫຼາຍ ກໍຍິ່ງຈື່ຈຳສຳນວນຫຼາຍຂື້ນເທົ່ານັ້ນ.
7. ສົນທະນາພາສາອັງກິດຈາກເນື້ອເລື່ອງ
ນີ້ຄື 7 ວິທີຮຽນພາສາ ຫຼື ເຄັດລັບສຳລັບການຮຽນພາສາອັງກິດຂອງອາຈານໂຮກ ເຊິ່ງນັກຮຽນສາມາດເກັບເອົາໄປພິຈາລະນາໄດ້ ເພ່ືອຊ່ວຍພັດທະນາການຮຽນພາສາອັງກິດຂອງຕົນເອງໃຫ້ດີຂື້ນ. ບໍ່ວ່າວິທີການຮຽນຈະດີພຽງໃດ ບໍ່ວ່າຄູຈະສອນດີສອນເກັ່ງພຽງໃດ ແຕ່ສຸດທ້າຍມັນກໍຂື້ນຕົວຜູ້ຮຽນເປັນກຳນົດ. ບໍ່ມີໃຜກິນຢາຕາງຄົນເຈັບ. ເສັ້ນທາງຍາວໄກ ເລີ່ມຕົ້ນດ້ວຍກ້າວທຳອິດສະເໝີ.