ນັກການທູດ ເປັນອາຊີບທີ່ນັກຮຽນຫລາຍໆຄົນໃຝ່ຝັນ ເພາະເບິ່ງແຕ່ພາບລັກພາຍນອກແລ້ວຈະເຫັນວ່ານັກການທູດມີຊີວິດທີ່ຫລູຫລາ ມີບຸກຄະລິກະພາບ ແລະ ວາດຊົງສະຫງ່າງາມ. ນຸ່ງຊູດ ຂີ່ລົດຄັນງາມ ມີອະພິສິດໃນການເດີນທາງເຂົ້າ-ອອກປະເທດ ພົບປະຜູ້ຄົນຫລາກຫລາຍ ກິນອາຫານຕ່າງແດນ ເວົ້າພາສາຄ່ອງແຄ້ວ ມະນຸດສຳພັນສະຫງ່າ ມາລະຍາດສຸຂຸມ. ບາງຄົນກໍປະຈຳການຢູ່ຕ່າງປະເທດເປັນເວລາຫລາຍປີ ຈົບປະເທດນີ້ກໍໄປປະເທດນັ້ນ. ເບິ່ງຄືວ່າຊີວິດນີ້ມີແຕ່ຄວາມສຸກ ແລະ ຕື່ນເຕັ້ນຕະຫລອດເວລາ. ຖ້າເຮົາເບິ່ງໃຫ້ເລິກເຊິ່ງແລ້ວ ການເປັນນັກການທູດມັນບໍ່ໄດ້ງ່າຍຄືກັບຫລາຍຄົນຄິດ ແຕ່ກໍບໍ່ໄດ້ໝາຍຄວາມວ່າຈະເປັນໄປບໍ່ໄດ້.
ນັກການທູດແມ່ນໃຜ?
ນັກການທູດ ແມ່ນຜູ້ທີ່ໄດ້ຮັບການແຕ່ງຕັ້ງໃຫ້ເປັນຜູ້ຕາງໜ້າຂອງຜູ້ນຳປະເທດ ເພື່ອດຳເນີນການພົວພັນຮ່ວມມືລະຫວ່າງລັດກັບລັດ ຫຼື ລັດກັບອົງການລະຫວ່າງປະເທດໃນດ້ານການເມືອງ ເສດຖະກິດ ແລະ ສັງຄົມ ແນໃສ່ປົກປ້ອງສິດຜົນປະໂຫຍດ ແລະ ບັນລຸຄວາມຕ້ອງການຂອງລັດຕົນ. ດັ່ງນັ້ນ, ນັກການທູດຈະຕ້ອງໂຄສະນາຊວນເຊື່ອນະໂຍບາຍຂອງລັດຕົນໃຫ້ແກ່ລັດທີ່ຕົນເອງໄປປະຈຳ ດ້ວຍວິທີການ ແລະ ຍຸດໂທບາຍທີ່ແນບນຽນ, ຮັບເອົາເນື້ອໃຈຈິດໃຈຂອງລັດທີ່ຕົນໄປປະຈຳການ ມານຳສະເໜີຕໍ່ຜູ້ນຳຂອງຕົ ນແລະ ດຳເນີນການເຈລະຈາບັນຫາສຳຄັນຕ່າງໆ ເພື່ອໃຫ້ເກີດຜົນປະໂຫຍດສູງສຸດແກ່ທັງສອງປະເທດ.
ດ້ວຍພາລະໜ້າທີ່ການເມືອງອັນໜັກໜ່ວງ, ນັກການທູດນອກຈາກຈະມີຄວາມຮູ້ຄວາມສາມາດ, ໄຫວພິບປະຕິພານ ແລະ ປະສົບການແລ້ວ ຍັງຕ້ອງມີທີມງານທີ່ເກັ່ງຄອຍໃຫ້ການຊ່ວຍເຫລືອ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ການທູດຂອງຕົນປະສົບຜົນສຳເລັດຕາມການມອບໝາຍຂອງລັດ. ໃນສະຖານເອກອັກຄະລັດຖະທູດ ຫຼື ເວົ້າງ່າຍໆວ່າສະຖານທູດໃດໜຶ່ງ ນອກຈາກເອກອັກຄະລັດຖະທູດ ຫຼື ທ່ານທູດແລ້ວ ກໍຈະມີທີ່ປຶກສາທູດ, ເລຂາ (ຂັ້ນຕີ, ໂທ, ເອກ), ຜູ້ຊ່ວຍເລຂາ, ຜູ້ຕາງໜ້າຈາກຂະແໜງການ ແລະນັກງານຮັບໃຊ້ອື່ນໆ ເຊິ່ງແລ້ວແຕ່ຂະໜາດແລະໜ້າວຽກຂອງສະຖານທູດນັ້ນໆ.
ໜ້າທີ່ຕົນຕໍຂອງນັກການທູດ
ໃນສົນທິສັນຍາກຸງວຽນວ່າດ້ວຍການພົວພັນການທູດ 1961 ໄດ້ກຳນົດພາລະໜ້າທີ່ຫລັກຂອງນັກການທູດຄື: ເປັນຜູ້ຕາງໜ້າຂອງປະເທດສົ່ງໃນປະເທດຮັບ; ປົກປ້ອງສິດຜົນປະໂຫຍດຂອງລັດ ແລະ ຂອງປະຊາຊົນໃນປະເທດຮັບຕາມກົດໝາຍສາກົນ; ດຳເນີນການເຈລະຈາກັບລັດຖະບານຂອງປະເທດຮັບ; ຄົ້ນຄວ້າແລະເກັບກຳຂ່າວ ແລະ ສະພາບການພັດທະນາຕ່າງໆຖືກກົດໝາຍໃນປະເທດຮັບ ເພື່ອລາຍງານໃຫ້ແກ່ລັດສົ່ງ ແຕ່ໃນຄວາມເປັນຈິງ ການເກັບກຳຂ່າວສ່ວນຫຼາຍແມ່ນໃຊ້ວິທີຜິດກົດໝາຍທັງນັ້ນ (ສືບຂ່າວ) ແລະ ສົ່ງເສີມສາຍພົວພັນມິດຕະພາບລະຫວ່າງລັດສົ່ງ ແລະ ລັດຮັບ ກໍຄືເສີມຂະຫຍາຍການພົວພັນໃນດ້ານເສດຖະກິດ, ວັດທະນະທຳ ແລະ ວິທະຍາສາດ.
ຢາກເປັນນັກການທູດເຮົາຈະຕ້ອງກຽມຕົວແນວໃດ?
ນັກສຶກສາຄົນໃດຮຽນຈົບສາຍລັດຖະສາດ ຫຼື ພົວພັນສາກົນຈະໄດ້ປຽບ ເພາະຈະເປັນພື້ນຖານອັນດີໃຫ້ແກ່ການພັດທະນາຕໍ່ຍອດ. ແຕ່ເຖິງຢ່າງໃດກໍຕາມ, ກໍບໍ່ໄດ້ໝາຍວ່າທຸກຄົນຕ້ອງຈົບພຽງແຕ່ສອງສາຍນີ້ຈິ່ງຈະເປັນນັກການທູດໄດ້. ສິ່ງສຳຄັນເຮົາຕ້ອງພັດທະນາຄວາມຮູ້ສະເພາະດ້ານ, ມີທັກສະທີ່ເປັນມືອາຊີບ ແລະ ມີຄຸນສົມບັດ.
ຄວາມຮູ້ສະເພາະດ້ານ
ເຮົາຕ້ອງມີຄວາມຮູ້ ແລະ ເຂົ້າໃຈປະເທດຂອງຕົນເອງເປັນຢ່າງດີເປັນຕົ້ນ: ພູມສາດ, ປະຫວັດສາດ ແລະ ວັດທະ ນະທຳ; ໂຄງສ້າງແລະສະຖາບັນທາງດ້ານການເມືອງ, ສັງຄົມ, ເສດຖະກິດ ແລະປະຊາກອນ ແລະ ຊັບພະຍາກອນມະນຸດແລະເສດຖະກິດເຊັ່ນ: ກະສິກຳ, ອຸດສາຫະກຳ, ການເງິນ ແລະອື່ນໆ ນັບທັງແນວທາງການຕ່າງປະເທດຂອງປະເທດຕົນ. ພ້ອມນີ້, ກໍຄວນມີຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບລັດ ແລະ ອົງການພາກພື້ນອື່ນ, ບຸລິມະສິດ (ນະໂຍບາຍ) ຂອງປະເທດຂອງເຮົາຕໍ່ກັບປະເທດເພື່ອນບ້ານ, ອົງການ ຈັດຕັ້ງລະຫວ່າງຊາດທີ່ປະເທດຂອງເຮົາເປັນສະມາຊິກ ແລະ ບັນດາລັດມະຫາອຳນາດ.
ເຮົາກໍຕ້ອງມີຄວາມຮູ້ກ່ຽວກັບກົນໄກ ແລະ ຂັ້ນຕອນການພົວພັນລະຫວ່າງປະເທດ. ໝາຍຄວາມວ່າຕ້ອງມີຄວາມເຂົ້າໃຈດີກ່ຽວກັບສະຖານເອກອັກຄະລັດຖະທູດແລະກົງສຸນ, ພາລະໜ້າທີ່ຂອງມັນ, ການປະຕິບັດໜ້າທີ່ແລະໂຄງຮ່າງການຈັດຕັ້ງ; ເຄື່ອຄ່າຍສະຖາບັນການຄ້າແລະການເງິນຂອງໂລກ ແລະ ການເຮັດວຽກຂອງມັນ; ອົງການສະຫະປະຊາຊາດ ແລະ ອົງການຈັດຕັ້ງລະຫວ່າງຊາດແລະ ລະຫວ່າງພາກພື້ນອື່ນໆ ໃນດ້ານການຮ່ວມມືທາງການ ເມືອງ, ເສດຖະກິດ, ສັງຄົມ; ລະບຽບ, ສົນທິສັນຍາ ແລະ ກົດໝາຍສາກົນທີ່ກຳນົດພຶດຕິກຳລະຫວ່າງລັດ ແລະ ກົດໝາຍຂອງສະຖາບັນລະຫວ່າງປະເທດ. ບໍ່ສະເພາະເທົ່ານັ້ນ, ເຮົາຈະຕ້ອງກຳໄດ້ຜົນກະທົບທາງດ້ານການເມືອງ ແລະ ສັງຄົມທີ່ອາດຈະໄດ້ຮັບຈາກການປະຕິວັດສື່ມວນຊົນໃນປະຈຸບັນ.
ທັກສະທີ່ເປັນມືອາຊີບ
ພວກເຮົາຕ້ອງມີທັກສະຕ່າງໆ ເພື່ອຊ່ວຍສະໜັບສະໜູນວຽກງານການທູດເຊັ່ນ: ຫລັກການວິເຄາະວິໄຈ ແລະ ລາຍງານນະໂຍບາຍການຕ່າງປະເທດ, ທັກສະການເຈລະຈາ ແລະ ການທູດໃນແຕ່ລະວັນ, ທັກສະໃນການເປັນຜູ້ຕາງໜ້າ, ການຄຸ້ມຄອງແລະບໍລິຫານສະຖານທູດ, ທັກສະໃນການສື່ສານແລະການທູດສາທາລະນະ ແລະ ພາສາຕ່າງປະເທດຕ່າງໆ.
ຄຸນສົມບັດຂອງ ນັກການທູດ
ມີສະຕິຕື່ນຕົວທາງດ້ານການເມືອງສູງ, ມີຄວາມເປັນຜູ້ໃຈກວ້າງ ແລະ ເປັນທີ່ຍອມຮັບໄດ້, ມີຄວາມສະຫລາດໄຫວພິບປະຕິພານດີ ແລະ ພ້ອມຮຽນຮູ້ຢູ່ສະເໝີ, ມີພາວະຄວາມເປັນຜູ້ນຳ ແລະອື່ນໆ.
ໃນພຣະໄຕຣປິດົກເຫລັ້ມ 23, ພຣະພຸດທະເຈົ້າຊົງຕຣັດໄວ້ວ່າພິກຂຸຜູ້ທີ່ຈະເປັນທູດໄດ້ຕ້ອງມີ 8 ປະການດັ່ງນີ້: “…ເປັນຜູ້ຮັບຟັງໜຶ່ງ, ໃຫ້ຜູ້ອື່ນຟັງໜຶ່ງ, ຮຽນດີໜຶ່ງ, ມີຄວາມຈຳດີໜຶ່ງ, ຮູ້ເອງໜຶ່ງ, ໃຫ້ຜູ້ອື່ນຮູ້ໜຶ່ງ, ເປັນຜູ້ສະຫລາດຕໍ່ສິ່ງທີ່ມີປະໂຫຍດແລະບໍ່ມີປະໂຫຍດໜຶ່ງ ແລະ ບໍ່ກໍ່ຄວາມຜິດຖຽງໜຶ່ງ…” ນອກນີ້, ພຣະອົງຍັງຕຣັດຕື່ມວ່າ “… ພິກຂຸໃດສອນບໍລິສັດໃຫ້ຮຽນ ໃຫ້ອ່ານ ບໍ່ສະທົກສະທ້ານ ບໍ່ໃຫ້ເສຍຄຳເວົ້າ ບໍ່ໃຫ້ເສຍຄຳສອນ ຊີ້ແຈງໃຫ້ເຂົາໝົດຄວາມສົງໄສ ແລະ ເມື່ອຖືກຖາມກໍບໍ່ຢາກຮ້າຍ ພິກຂຸນັ້ນກໍຄວນໄປເປັນທູດໄດ້…” ເຊິ່ງໃນພຣະສູດນີ້ເຮົາຈະເຫັນວ່າ ຜູ້ຈະເປັນທູດໄດ້ນັ້ນຕ້ອງຮູ້ຈັກຮັບຟັງ, ສາມາດເຮັດໃຫ້ຜູ້ອື່ນຟັງໂຕ, ມີຄວາມຮູ້ວິຊາການໃນດ້ານຕ່າງໆສູງ, ມີໄຫວພິບປະຕິບພານ, ສາມາດໂຄສະນາຊວນເຊື່ອໄດ້ງ່າຍ, ເປັນຜູ້ຮູ້ໃນປະໂຫຍດແລະບໍ່ເປັນປະໂຫຍດ ແລະ ມີມາລະຍາດຮຽບຮ້ອຍແລະມີສິນລະທຳ.
ການທູດໃນສະໄໝໃໝ່ເປັນການທູດທີ່ແຂ່ງກັນຢູ່ທີ່ຄວາມຮູ້ຄວາມສາມາດຂອງຄົນ ເຊິ່ງຕ່າງຈາກການທູດໃນສະໄໝກ່ອນທີ່ເອົາການທະຫານຮັບໃຊ້ການທູດ ເອົາການທູດຮັບໃຊ້ການທະຫານ. ສະນັ້ນ, ຄວາມຮູ້ຄວາມສາມາດ ແລະ ປະສົບການຂອງນັກການທູດມີຄວາມສຳຄັນທີ່ສຸດ ເຊິ່ງບາງປະເທດເພິ່ນມີໂຮງຮຽນຝຶກນັກການທູດສະເພາະ.
ພໍອ່ານມາຮອດນີ້ ລາງຄົນອາດຈະຫລົ້ມເລີກຄວາມໃຝ່ຝັນຢາກເປັນນັກການທູດກໍໄດ້ ຫຼື ອາດຈະຄ້ານວ່າບາງຄົນບໍ່ມີມາດຖານຄົບປານນັ້ນກໍຍັງເປັນໄດ້. ອັນນີ້ກະບໍ່ຖຽງດອກ. ແຕ່ຢາກຖາມຄືນວ່າ ບັນດານັັກການທູດເຫລົ່ານັ້ນມີຜົນງານບໍ່ເທົ່າກັນແມ່່ນຫລືບໍ? ບາງທ່ານກໍເຮັດໄດ້ດີ ສາມາດນຳເອົາຜົນປະໂຫຍດອັນໃຫຍ່ຫລວງມາສູ່ປະເທດຊາດ ແລະ ບາງທ່ານກໍພໍແຕ່ໄດ້ໄປກໍມີ. ອັນນີ້ບໍ່ແມ່ນຍ້ອນຄວາມອາດສາມາດ ແລະ ຄວາມເກັ່ງກ້າຂອງທ່ານທູດແຕ່ລະຄົນບໍ? ໃນຄວາມເປັນຈິງຖ້າຫາກເຮົາມີຄວາມມຸ່ງໝັ້ນ ແລະ ຕັດສິນໃຈແທ້ ເຮົາກໍຕ້ອງກຽມພ້ອມ ແລະ ຝຶກຝົນໃຫ້ໄດ້ດີເທົ່າທີ່ເຮັດໄດ້. ການເດີນທາງຕ້ອງເລີ່ມດ້ວຍບາດກ້າວທີໜຶ່ງສະເໝີ. ບໍ່ມີຫຍັງທີ່ຈະເປັນໄປບໍ່ໄດ້ສຳລັບມະນຸດທີ່ບໍ່ຍອມຈຳນົນ. ແຕ່ສິ່ງສຳຄັນລອງຖາມຕົວເອງວ່າ ເຮົາຢາກມີຊີວິດແບບເທ່ໆ ຄືສິ່ງທີ່ເຮົາໃຝ່ຝັນໄວ້ກ່ອນໜ້ານັ້ນຫຼືບໍ? ຖ້າຢາກ ກໍລອງເລີ່ມຕົ້ນແຕ່ມື້ນີ້ເລີຍ.