ຄົນດີ

ຫີນແກະສະລັກຂອງທ່ານ ກາກມາກ ຕັ້ງຢູ່ໃຈກາງເມືອງມົດສະກູ, ຣັດເຊຍ

ຄົນດີ ສະຫລາດຮູ້………………..ກະທຳແຕ່ຄວາມດີ

ມີຜົນງານຫລາຍຈາລຶກ…………..ຈົດລົງໃນປື້ມ

ປະຫວັດຕົນໂດຍຫຍໍ້ ……………..ຍາມຕາຍເຂົາອ່ານ

ຄົນກ່າວຂານຍົກຍ້ອງ …………….ອາໄລເຈົ້າຈາກໄປ

ຄົນດີ ບໍ່ກ່ຽວຂ້ອງ ……………..ການສຶກສາຕ່ຳຫລືສູງ

ຖານະລວຍຫລືທຸກ ………………. ຍົດສູງຫລືຕ່ຳຕ້ອຍ

ບໍ່ວ່າພະນັກງານໃຫຍ່ຫລືນ້ອຍ …….ອາວຸໂສຫລືຍັງໜຸ່ມ

ມີໂອກາດທຽບເທົ້າ …………………ສະເໝີດ້າມດັ່ງດຽວ

ລາງຄົນຮຽນຈົບຊັ້ນ………………. ປະລິນຍາເອກສູງສຸດ

ເປັນມະນຸດປັນຍາຊົນ ……………..ລື່ນເລີຍຊາວບ້ານ

ມີງານເງິນເກງໂກ້ ……………………ເຮືອນໂຕຫລັງໃຫຍ່

ແຕ່ວ່າໃຈຕ່ຳຊ້າ ……………………..ກອບໂກຍສໍ້ຫລອກລວງ

ລາງຄົນຮຽນບໍ່ສູງເພາະທຸກໄຮ້……..ແຕ່ໃຈໃຫຍ່ສູງສັກ

ມັກສ້າງຄຸນຄວາມດີ ………………..ເພື່ອຕົນແລະລວມໃຊ້

ບໍ່ເປັນຜິດເປັນໄພໃຫ້ເມືອງບ້ານ……ລຳຄານຫລືປ້ອຍດ່າ

ຢູ່ຕາມປາສາຄົນບ້ານໆ ……………..ຫາລ້ຽງຊີບຕົນ

ຖ້າຫາກຄົນສອງປະເພດນີ້…………. ມາຢືນຢູ່ນຳກັນ

ເຈົ້າຊິເລືອກຄົນໃດ …………………..ເພື່ອມາພັດທະນາເມືອງບ້ານ

ນີ້ຄືງານ ຂອງເຈົ້າ …………………….ລູກຫລານເຫລັນຈະຊອມເບິ່ງ

ພິພາກສາໂທດເຈົ້າ ………………….. ຍາມສິ້ນຂາດໃຈ ເມື່ອນັ້ນ!

ແນະນຳອ່ານ

Please follow and like us:

Leave a Comment

Scroll to Top