ຮຸ້ນ ແມ່ນຫຍັງ?

ຂ້ອຍຄິດວ່າເຈົ້າເຄີຍຍິນຄຳວ່າ ຕະຫຼາດຮຸ້ນ, ຕະຫຼາດຫຼັກຊັບ ຫຼື ການເກງກຳໄລຮຸ້ນທາງໂທລະພາບ ຫຼື ສື່ມວນຊົນມາແລ້ວ. ແຕ່ຫາກເຈົ້າຢາກຫຼີ້ນຮຸ້ນ ຫຼື ລົງທຶນໃນຮຸ້ນ ເພື່ອອະນາຄົດທີ່ສົດໃສ ມີກຳໄລຈາກການລົງທຶນໃນໄລຍະຍາວ ເຈົ້າຈະຕ້ອງເຂົ້າໃຈ “ຮຸ້ນ ແມ່ນຫຍັງ, ມີຈັກປະເພດ ແລະ ຄວາມຮູ້ອື່ນໆກ່ຽວກັບຮຸ້ນ” ເປັນຢ່າງດີໄດ໋.

ຮຸ້ນ (ພາສາອັງກິດ stock) ໝາຍເຖິງຫຼັກຊັບປະເພດທຶນ ທີ່ບໍລິສັດມະຫາຊົນນຳໃຊ້ເປັນເຄື່ອງມືເພື່ອລະດົມທຶນ ເຊິ່ງແບ່ງເປັນໜ່ວຍ ແຕ່ລະໜ່ວຍມີມູນຄ່າເທົ່າກັນ, ຜູ້ຖືຮຸ້ນມີສະຖານະເປັນເຈົ້າຂອງບໍລິສັດສ່ວນໃດສ່ວນໜຶ່ງ ແລະ ມີສິດໄດ້ຮັບຜົນປະໂຫຍດຕາມອັດຕາສ່ວນຮຸ້ນທີ່ຕົນຖືຄອງ (ມາດຕາ 3, ຂໍ້ 2 ຂອງກົດໝາຍວ່າດ້ວຍຫຼັກຊັບ 2019).

ຖ້າເວົ້າໃຫ້ເຂົ້າໃຈງ່າຍໆ ຮຸ້ນ ໝາຍເຖິງຊັບສິນທີ່ສະແດງຄວາມເປັນເຈົ້າຂອງທຸລະກິດ ຫຼື ເຈົ້າຂອງບໍລິສັດທີ່ເຮົາເຂົ້າໄປຊື້ ຫຼື ໄປລົງທຶນ. ສົມມຸດວ່າ ເຮົາເປີດຮ້ານຂາຍເຄື່ອງຜູ້ດຽວ ເຮົາກໍຈະເປັນຜູ້ຖືຮຸ້ນ 100%, ກຳໄລ ຫຼື ຂາດທຶນກໍແມ່ນເຮົາຮັບພຽງຄົນດຽວ. ຫາກເຮົາໄປຮ່ວມລົງທຶນກັບໝູ່ໜຶ່ງຄົນແລ້ວຖືຮຸ້ນເທົ່າກັນ ສະແດງວ່າເຮົາຖືຮຸ້ນ 50% ແລະ ໝູ່ກໍຈະຖືຮຸ້ນ 50%. ຫາກເຮົາຕ້ອງການມີອຳນາດຄວບຄຸມຮ້ານຂາຍເຄື່ອງ ເຮົາກໍຕ້ອງຖືຮຸ້ນຫຼາຍກວ່າ 50% ຂື້ນໄປຊັ້ນນ່າ. ໂດຍທົ່ວໄປແລ້ວ ຮຸ້ນແບ່ງອອກເປັນຫຼາຍປະເພດ: ຮຸ້ນສາມັນ (Common stock), ຮຸ້ນບຸລິມະສິດ (Preferred stock) ແລະ ອື່ນໆ.

ແຕ່ວ່າຮຸ້ນທີ່ຂ້ອຍຢາກຈະອະທິບາຍນີ້ແມ່ນຮຸ້ນສາມັນ ທີ່ມີແຕ່ບໍລິສັດມະຫາຊົນເທົ່ານັ້ນທີ່ມີສິດເຂົ້າໄປຈົດທະບຽນ ແລະ ຂາຍຮຸ້ນໃຫ້ແກ່ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ຄືເຈົ້າກັບຂ້ອຍນີ້.

ຮຸ້ນສາມັນແມ່ນຫຍັງ?

ຮຸ້ນສາມັນ ແມ່ນເຄື່ອງມືທາງດ້ານການເງິນປະເພດໜຶ່ງ ທີ່ອອກຈຳໜ່າຍໂດຍບໍລິສັດມະຫາຊົນເພື່ອລະດົມທຶນຈາກມວນຊົນມານຳໃຊ້ເຂົ້າໃນການດຳເນີນ ແລະ ຂະຫຍາຍທຸລະກິດ. ຜູ້ຖືຮຸ້ນສາມັນ ມີຖານະເປັນເຈົ້າຂອງບໍລິສັດທີ່ຕົນຊື້ຮຸ້ນຕາມສັດສ່ວນການຖືຄອງຂອງຕົນ ພ້ອມທັງໄດ້ຮັບສິດໃນການລົງຄະແນນສຽງແຕ່ລະວາລະໃນກອງປະຊຸມຜູ້ຖືຮຸ້ນຂອງບໍລິສັດ ແລະ ສາມາດປະກອບຄຳເຫັນຕໍ່ການດຳເນີນທຸລະກິດຂອງບໍລິສັດດັ່ງກ່າວ.

ຜົນໄດ້ຮັບຈາກຮຸ້ນສາມັນ

1) ໄດ້ຮັບເງິນປັນຜົນ: ເມື່ອມີກຳໄລ ບໍລິສັດອາດຈະແບ່ງຜົນກຳໄລໃຫ້ແກ່ຜູ້ຖືຮຸ້ນຕາມອັດຕາສ່ວນຂອງການຖືຄອງ (Dividend). ປົກກະຕິ ບໍລິສັດຈະແບ່ງເງິນປັນຜົນໃຫ້ແກ່ຜູ້ຖືຮຸ້ນປີລະ 2 ເທື່ອຄື: 6 ເດືອນຕົ້ນປີ ແລະ 6 ເດືອນທ້າຍປີ. ສ່ວນຈະແບ່ງໜ້ອຍ ຫຼື ຫຼາຍປານໃດນັ້ນແມ່ນຂື້ນກັບການຕັດສິນໃຈຂອງບໍລິສັດ ຫຼື ບາງຄັ້ງບໍລິສັດອາດຈະບໍ່ແບ່ງປັນເລີຍກໍມີ.

2) ໄດ້ກຳໄລຈາກການຊື້-ຂາຍ: ປົກກະຕິລາຄາຮຸ້ນຈະເໜັງຕິງຕະຫຼອດເວລາຕາມກົນໄກຂອງຕະຫຼາດ ຫຼື ຄວາມຕ້ອງການຊື້ ແລະ ຕ້ອງການຂາຍຮຸ້ນ. ໃນກໍລະນີນີ້, ເວລາຮຸ້ນຂື້ນ ເຮົາອາດຈະຂາຍຮຸ້ນເພື່ອຫາຜົນກຳໄລ ຫຼື ອາດຈະຊື້ຮຸ້ນໃນກໍລະນີລາຄາຮຸ້ນຂອງບໍລິສັດໜຶ່ງຕົກ ເພື່ອໄວ້ຂາຍກິນກຳໄລ (Capital Gain). ແຕ່ຫາກລາຄາເວລາຊື້ສູງກວ່າເວລາຂາຍ (ຮຸ້ນຕົກ) ເຈົ້າກໍຈະເສຍເງິນ (Capital Loss).

ນອກຈາກນີ້, ເຮົາຍັງຈະໄດ້ເປັນຮຸ້ນສ່ວນກັບບໍລິສັດດັງໆ ລະດັບປະເທດ ຫຼື ລະດັບໂລກເຊັ່ນ: ທະນາຄານການຄ້າຕ່າງປະເທດມະຫາຊົນ, Apple, Alibaba, Nvidia ແລະ ອື່ນໆ ແລະ ຫາກບໍລິສັດຈະມີການສະເໜີຂາຍຮຸ້ນເພີ່ມເຕີມ ເຮົາກໍຈະມີສິດຊື້ກ່ອນ.

ເຈົ້າຄິດວ່າໜ້າສົນໃຈບໍ? ຖ້າເຈົ້າສົນໃຈ ມື້ໜ້າຂ້ອຍຈະມາເວົ້າໃຫ້ຟັງອີກ!

ແນະນຳອ່ານ:

Please follow and like us:

Leave a Comment

Scroll to Top