
ເງິນ 4 ດ້ານ ແມ່ນຫຍັງ? ຖ້າເຈົ້າໄດ້ອ່ານໜັງສື ພໍ່ລວຍສອນລູກ 2 ຂອງ ໂຣເບີດ ຄີໂຢຊາກິ ມະຫາເສດຖີຊາວອາເມຣິກາ ເຈົ້າກໍຈະເຂົ້າໃຈທັນທີໂລດ ໂດຍທີ່ບໍ່ຕ້ອງມາອ່ານບົດຄວາມນີ້ໃຫ້ເສຍເວລາ. ແຕ່ຫາກເຈົ້າບໍ່ໄດ້ອ່ານ ຫຼື ອ່ານແລ້ວແຕ່ຍັງບໍ່ທັນເຂົ້າໃຈຄັກ ກໍລອງອ່ານບົດຄວາມຂອງຂ້ອຍນີ້ຕໍ່ໄປ ເພື່ອເຈົ້າຈະໄດ້ຂໍ້ຄິດໃໝ່ທີ່ແຕກຕ່າງໄປຈາກເດີມ.
ແຕ່ກ່ອນຈະເຂົ້າລາຍລະອຽດ ຂ້ອຍຢາກໃຫ້ເຈົ້າຮູ້ທີ່ໄປທີ່ມາຂອງໜັງສືພໍ່ລວຍສອນລູກ ເຊິ່ງໂຣເບີດໄດ້ຂຽນໄວ້ຫຼາຍຫົວຢູ່ໄດ໋. ໃນໜັງສື ໂຣເບີດໄດ້ນຳສະເໜີແນວຄິດຂອງຊາຍ 2 ຄົນ, ຄົນໜຶ່ງລາວເອີ້ນວ່າ ພໍ່ລວຍ (Rich Dad) ເຊິ່ງເປັນພໍ່ຂອງໝູ່, ສ່ວນຄົນໜຶ່ງລາວເອີ້ນວ່າ ພໍ່ຈົນ (Poor Dad) ເຊິ່ງເປັນພໍ່ແທ້ໆຂອງລາວ.
ພໍ່ສອງຄົນນີ້ມີແນວຄິດແຕກຕ່າງກັນປານຟ້າກັບດິນ ໂດຍສະເພາະດ້ານການເງິນ. ພໍ່ລວຍຈະສອນເລຶ່ອງການເງິນ ການລົງທຶນ ແລະ ແນວຄິດຂອງຄົນລວຍວ່າ ເຂົາຄິດແນວໃດ? ສ່ວນພໍ່ຈົນ ມັກຈະສອນໃຫ້ລູກຕັ້ງໃຈຮຽນໜັງສືໃຫ້ເກັ່ງໆ ແລ້ວໄປຊອກຫາເຮັດວຽກ ກໍຄືເປັນລູກຈ້າງຂອງຄົນອື່ນ. ບໍ່ແມ່ນເຈົ້າກໍມີແນວຄິດແບບພໍ່ຈົນເບາະ?
ເອົາລະເຂົ້າເລື່ອງເລີຍ! ໃນໜັງສື ພໍ່ລວຍສອນລູກ 2 ເງິນ 4 ດ້ານ, ໂຣເບີດໄດ້ອະທິບາຍແຫຼ່ງທີ່ມາຂອງເງິນ ຫຼື ເຮົາໄດ້ເງິນມາຈາກ 4 ດ້ານນີ້.
ດ້ານທີ 1 E (Employee)
Employee ໝາຍເຖິງ “ລູກຈ້າງ” ທີ່ເຮັດວຽກເປັນປະຈຳ, ມີລາຍໄດ້ສະໝ່ຳສະເໝີ ແລະ ແນ່ນອນເປັນຕົ້ນ: ພະນັກງານບໍລິສັດເອກະຊົນ ຫຼື ພະນັກງານລັດ ແລະອື່ນໆ. ເວົ້າລວມກໍແມ່ນມະນຸດເງິນເດືອນ ຫຼື ຄົນຮັບຈ້າງທີ່ຈະຕ້ອງເຮັດວຽກໃຫ້ຄົນອື່ນ ເພື່ອໃຫ້ຄົນອື່ນຈ່າຍເງິນໃຫ້. ໂຣເບີດບອກວ່າ ຄົນທີ່ຫາເງິນໃນດ້ານມັກຈະບໍ່ມີເວລາເປັນຂອງຕົນເອງ ແລະ ບໍ່ມີອິດສະຫຼະໃນທາງການງານ ແລະ ທາງການເງິນ.
ດ້ານທີ 2 S (Self-Employed)
Self-Employed ໝາຍເຖິງ ຄົນເຮັດທຸລະກິດສ່ວນຕົວ ທີ່ຕ້ອງການເປັນນາຍຂອງຕົນເອງ ບໍ່ມັກເປັນລູກຈ້າງຄົນອື່ນ (ມັກຄວາມເປັນອິດສະຫຼະ) ແລະ ມີລາຍໄດ້ມາຈາກການເຮັດທຸລະກິດສ່ວນຕົວ ຫຼື ຄອບຄົວຂອງຕົນເອງ. ຍິ່ງເຮັດຫຼາຍກໍມີໂອກາດໄດ້ຫຼາຍ ເຊິ່ງຂື້ນກັບປະສົບການ ແລະ ການບໍລິຫານຂອງຕົນເອງ.
ສ່ວນຕົວເຫັນວ່າ ຄົນທີ່ເປັນນາຍຂອງຕົນເອງ ແລະ ບໍລິຫານທຸລະກິດເອງ ເຖິງວ່າສາມາດຫາເງິນໄດ້ຫຼາຍກວ່າດ້ານທີ 1 ແຕ່ກໍຍັງຂາດອິດສະຫຼະພາບທາງເວລາ ເພາະຈະປະວຽກນັ້ນບໍ່ໄດ້ ຍ້ອນເຈົ້າຈ້າງເຈົ້າເອງ. ຍິ່ງທຸລະກິດຂະຫຍາຍຕົວຂື້ນເທົ່າໃດ ກໍຍິ່ງບໍ່ມີເວລາຫຼາຍເທົ່ານັ້ນ.
ດ້ານທີ 3 B (Business Owner)
Business Owner ໝາຍເຖິງ ເປັນເຈົ້າຂອງທຸລະກິດ ຫຼື ກິດຈະການຂະໜາດໃຫຍ່ ເຊິ່ງຄົນກຸ່ມນີ້ອາດຈະຕໍ່ຍອດມາຈາກດ້ານທີ 2. ພາຍຫຼັງເຮັດທຸລະກິດມາໄດ້ໄລຍະໜຶ່ງ ທຸລະກິດເຕີບໃຫຍ່ ແລະ ມີເງິນແລ້ວກໍສ້າງລະບົບ ຫຼື ຈ້າງຄົນເກັ່ງມາບໍລິຫານໃຫ້ ໂດຍທີ່ຕົນຈະບໍ່ເຂົ້າໄປຫຍຸ້ງນຳຄືດ້ານທີ 2. ການທີ່ເຈົ້າຂອງກິດຈະການບໍ່ເອົາຕົນເອງໄປຢູ່ໃນລະບົບທຸລະກິດ ຈະເຮັດໃຫ້ຕົນເອງມີເວລາຫຼາຍຂື້ນ ແລະ ມີອິດສະຫຼະ. ໝາຍຄວາມວ່າ ຫຼັງຈາກສ້າງທຸລະກິດຂື້ນມາດີແລ້ວ ກໍຈ້າງຄົນອື່ນຈາກດ້ານທີ 1 ແລະ 2 ມາເຮັດວຽກໃຫ້. ແຕ່ວ່າຄົນເຮົາສ່ວນຫຼາຍຍັງກັງວົນວ່າ ຖ້າໂຕເອງບໍ່ເຮັດບໍ່ຄຸມເອງ ກໍຢ້ານທຸລະກິດຈະໄປບໍ່ລອດ ຫຼື ຍ້ອນບໍ່ໄວ້ໃຈລູກຈ້າງກໍບໍ່ຮູ້.
ດ້ານທີ 4 I (Investor)
Investor ໝາຍເຖິງ ນັກລົງທຶນ ທີ່ມີລາຍໄດ້ມາຈາກການລົງທຶນ ຍ້ອນໃຊ້ເງິນເຮັດວຽກ ຫຼື ໃຊ້ເງິນຫາເງິນໃຫ້ ໂດຍທີ່ເຈົ້າຂອງເງິນບໍ່ໄດ້ເຮັດເອງຄືດ້ານທີ 1, 2 ຫຼືແມ່ນແຕ່ດ້ານທີ 3 ນອກຈາກການສະແຫວງຫາຄວາມຮູ້ ແລະ ປະສົບການກ່ຽວກັບການລົງທຶນ. ປັດຈຸບັນ ການລົງມີຫຼາຍປະເພດ ເຊິ່ງແລ້ວແຕ່ຄວາມມັກ ຫຼື ຄວາມຖະນັດຂອງເຮົາວ່າຈະລົງທຶນອັນໃດເຊັ່ນ: ສັງຫາລິມະຊັບ ຫຼື ຊັບເຄື່ອນຍ້າຍໄດ້ (ລົດ, ຄຳ ແລະ ຊັບມີຄ່າອື່ນໆ), ອະສັງຫາລິມະຊັບ ຫຼື ຊັບຄົງທີ່ (ທີ່ດິນ, ເຮືອນ, ອັບພາດເມັນ) ແລະ ການລົງທຶນຕະຫຼາດຫຼັກຊັບ (ຮຸ້ນ). ຖ້າເຈົ້າສົນໃຈໃນການລົງທຶນ, ຂ້ອຍແນະນຳໃຫ້ເຈົ້າໄປອ່ານໜັງສື ພໍ່ລວຍສອນການລົງທຶນ ເພາະໜັງສືເຫຼັ້ມນີ້ໄດ້ເວົ້າລະອຽດກ່ຽວກັບການລົງທຶນ ລວມທັງປະສົບການໃນການລົງທຶນທີ່ໜ້າສົນໃຈ. ນີ້ກໍແມ່ນການເລີ່ມຕົ້ນລົງທຶນລະໄດ໋.
ລາຍໄດ້ຈາກສອງດ້ານຂ້າງເທິງນີ້ ໂຣເບີດຖືວ່າເປັນລາຍໄດ້ປະເພດ Active Income ເຊິ່ງຕ້ອງເຮັດວຽກແບບຕໍ່ເນື່ອງຕາມໂມງເວລາ, ບໍ່ມີພັກຜ່ອນແລະ ບໍ່ເຮັດກໍບໍ່ໄດ້ເງິນ ເຊິ່ງມັນຈະແຕກຕ່າງຈາກລາຍໄດ້ປະເພດ Passive Income ທີ່ບໍ່ເຮັດວຽກກໍຍັງໄດ້ເງິນຄືເກົ່າ ຄືດ້ານທີ 3 ແລະ 4.
ເຈົ້າເດ ປັດຈຸບັນນີ້ຢູ່ດ້ານໃດ? ຂ້ອຍຄິດວ່າມັນບໍ່ສຳຄັນດອກວ່າເຈົ້າຫາລາຍໄດ້ມາຈາກດ້ານໃດ ແຕ່ສິ່ງສຳຄັນຄືຄວາມຄິດຕ່າງຫາກ. ຖ້າເຈົ້າບໍ່ສາມາດປ່ຽນຄວາມຄິດໄດ້ ການກະທຳຂອງເຈົ້າກໍຈະຄືເກົ່າ, ການກະທຳຂອງເຈົ້າຄືເກົ່າ ຜົນໄດ້ຮັບຂອງເຈົ້າກໍຄືເກົ່າ ວົນວຽນຢູ່ແບບນີ້ຕະຫຼອດໄປ. ຖ້າເຈົ້າຢູ່ດ້ານທີ 1 ເຊັ່ນ: ເປັນພະນັກງານລັດ ບໍ່ໄດ້ໝາຍຄວາມວ່າເຈົ້າຈະຫາເງິນຈາກປະເພດ 2, 3 ແລະ 4 ບໍ່ໄດ້. ການສ້າງເສດຖະກິດຄອບຄົວແບບຖືກຕ້ອງຕາມກົດໝາຍເປັນສິ່ງທີ່ຄວນເຮັດ ເວັ້ນເສຍແຕ່ ໃຈບໍ່ກ້າພໍ.
ແນະນຳອ່ານ: