
ຕະຫຼາດຫຼັກຊັບລາວ ຫຼື ຕະຫຼາດຮຸ້ນລາວ (Lao Securities Exchange) ສ້າງຕັ້ງຂື້ນໃນປີ 2010 ເຊິ່ງເປັນການຮ່ວມມືກັນລະຫວ່າງທະນາຄານແຫ່ງ ສປປ ລາວ (BOL) ຖືຮຸ້ນ 51% ແລະ ບໍລິສັດຕະຫຼາດຮຸ້ນຂອງສາທາລະນະລັດເກົາຫຼີ (Korea Exchange-KRX) ຖືຮຸ້ນ 49%. ຕະຫຼາດຫຼັກຊັບລາວເປັນຕະຫຼາດຫຼັກຊັບແຫ່ງທຳອິດ ແລະ ແຫ່ງດຽວຂອງ ສປປ ລາວ ທີ່ເປີດໂອກາດໃຫ້ແກ່ບັນດາບໍລິສັດເຂົ້າໄປຈົດທະບຽນ ເພື່ອລະດົມທຶນຈາກປະຊາຊົນ ດ້ວຍການຂາຍຮຸ້ນ. ຕະຫຼາດຫຼັກຊັບລາວຕັ້ງຢູ່ອາຄານຕະຫຼາດຫຼັກຊັບລາວ (ຊັ້ນ 4) ຖະໜົນກຳແພງເມືອງ (T4) ບ້ານໂພນທັນເໜືອ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ.
ຫຼັກຊັບແມ່ນຫຍັງ?
ຫຼັກຊັບແມ່ນເຄື່ອງມີທາງການເງິນປະກອບມີ ຮຸ້ນ, ຮຸ້ນກູ້, ພັນທະບັດລັດຖະບານ, ໜ່ວຍລົງທຶນ, ອຸພັນ ແລະ ຫຼັກຊັບປະເພດອື່ນ ຕາມການກຳນົດຂອງຄະນະກຳມະການຄຸ້ມຄອງຫຼັກຊັບ ເຊິ່ງຜູ້ຖືຄອງມີສິດ ແລະ ຮັບຜົນປະໂຫຍດຕາມຄຸນລັກສະນະຂອງຫຼັກຊັບແຕ່ລະປະເພດ.
ບໍລິສັດຫຼັກຊັບແມ່ນຫຍັງ?
ບໍລິສັດຫຼັກຊັບ ແມ່ນສະຖານບັນການເງິນທີ່ດຳເນີນທຸລະກິດຫຼັກຊັບ. ບຸກຄົນ ຫຼື ນິຕິບຸກຄົນທີ່ຕ້ອງການສ້າງຕັ້ງບໍລິສັດຫຼັກຊັບຕ້ອງຂື້ນທະບຽນວິສາຫະກິດ (ສ້າງຕັ້ງບໍລິສັດ) ແລ້ວຈິ່ງໄປຂໍອະນຸຍາດນຳຄະນະກຳມະການຄຸ້ມຄອງຫຼັກຊັບ.
ປັດຈຸບັນ ສປປ ລາວມີບໍລິສັດຫຼັກຊັບທັງໝົດ 4 ບໍລິສັດຄື: ບໍລິສັດຫຼັກຊັບທະນາຄານການຄ້າຕ່າງປະເທດລາວມະຫາຊົນ-ບໍລິສັດຫຼັກຊັບກຸງໄທ ເອັກສະປິງຈຳກັດ ຂອງປະເທດໄທ ຫຼືເອີ້ນຫຍໍ້ວ່າ ບໍລິສັດຫຼັກຊັບ ທຄຕລ-ກທ ຈໍາກັດ (BCEL-TK), ບໍລິສັດຫຼັກຊັບລາວ-ຈີນ ຈຳກັດ, ບໍລິສັດຫຼັກຊັບ ແອວດີບີ ຈຳກັດຜູ້ດຽວ ແລະ ບໍລິສັດຫຼັກຊັບ ເອພີເອັມ ຈຳກັດ.
ໜ້າທີ່ຂອງບໍລິສັດຫຼັກຊັບ
ບໍລິສັດຫຼັກຊັບ ມີໜ້າທີ່ບໍລິການ 3 ປະເພດດັ່ງຕໍ່ໄປນີ້:
1) ເປັນທີ່ປຶກສາທາງການເງິນ: ໃຫ້ຄຳປຶກສາກ່ຽວກັບການປັບປຸງໂຄງສ້າງການຈັດຕັ້ງ, ການຄຸ້ມຄອງບໍລິຫານ, ດ້ານການເງິນ, ການເຄື່ອນໄຫວທຸລະກິດ ແລະ ອື່ນໆ ເພື່ອກະກຽມອອກຈຳໜ່າຍຫຼັກຊັບໃຫ້ແກ່ປະຊາຊົນ ຫຼື ຈົດທະບຽນໃນຕະຫຼາດຫຼັກຊັບ.
2) ເປັນນາຍໜ້າຊື້-ຂາຍຫຼັກຊັບ: ເປັນສື່ກາງ ຫຼື ເປັນຕົວແທນ (Broker) ເພື່ອດຳເນີນທຸລະກິດຊື້-ຂາຍຫຼັກຊັບຕາມຄຳສັ່ງຊື້ ຫຼື ສັ່ງຂາຍຂອງລູກຄ້າ
3) ເປັນຜູ້ຄ້ຳປະກັນຜູ້ອອກຈຳໜ່າຍຫຼັກຊັບ: ເປັນຜູ້ກຳນົດລາຄາ ແລະ ຈຳນວນຫຼັກຊັບທີີ່ຈະອອກຈຳໜ່າຍ, ໃຫ້ການຄ້ຳປະກັນການອອກຈຳໜ່າຍຫຼັກຊັບ ດ້ວຍການຊ່ວຍຈຳໜ່າຍ ຫຼື ຮັບຊື້ຫຼັກຊັບບາງສ່ວນ ຫຼື ທັງໝົດຈາກບໍລິສັດຫຼັກຊັບໃນສ່ວນທີ່ຈຳໜ່າຍບໍ່ໝົດ ເພື່ອຮັບປະກັນຄວາມສຳເລັດຂອງການຈຳໜ່າຍຫຼັກຊັບ.
ໃນບັນດາ 4 ບໍລິສັດຫຼັກຊັບຂ້າງເທິງນີ້ ມີພຽງບໍລິສັດຫຼັກຊັບ ເອພີເອັມ ຈຳກັດ ທີ່ເຮັດໜ້າທີ່ພຽງແຕ່ດ້ານດຽວຄື ເປັນຜູ້ຄ້ຳປະກັນຜູ້ອອກຈຳໜ່າຍຫຼັກຊັບ.
10 ບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບລາວ
1) ທະນາຄານການຄ້າງຕ່າງປະເທດລາວມະຫາຊົນ (BCEL)
2) ບໍລິສັດຜະລິດໄຟຟ້າມະຫາຊົນ (EDL-GEN)
3) ບໍລິສັດນ້ຳມັນພລັສ (PRETOTRADE)
4) ບໍລິສັດສຸວັນນີ (SOUVANNY)
5) ບໍລິສັດພູສີກໍ່ສ້າງ ແລະ ພັດທະນາ (PCD)
6) ບໍລິສັດສີມັງລາວ (LAO CEMENT)
7) ບໍລິສັດມະຫາທຶນ (MAHATHEUN)
8) ບໍລິສັດລາວອາໂກເທັກ (LAO ARGOTECH)
9) ບໍລິສັດວຽງຈັນເຊັນເຕີ (VIENTIANE CENTER)
10) ບໍລິສັດລາວ-ອາຊຽນລິດຊິ້ງ (LALCO)
ຖ້າຢາກຊື້ຮຸ້ນຂອງ 10 ບໍລິສັດທີ່ກ່າວມານີ້ ເຈົ້າຈະຕ້ອງມີບັນຊີທະນາຄານການຄ້າຕ່າງປະເທດລາວ ຫຼື ທະນາຄານພັດທະນາລາວ ແລ້ວເປີດບັນຊີ ແລະ ຊື້-ຂາຍຫຼັກຊັບຜ່ານ 3 ບໍລິສັດຫຼັກຊັບຂ້າງເທິງຫັ້ນ
—