ອາຊີບບໍລິສຸດ

ປີນັ້ນອາກາດໜາວກວ່າທຸກປີ ຈົນມີຂ່າວວ່າ ງົວຄວາຍຂອງປະຊາຊົນຢູ່ພາກເໜືອຕາຍຈຳນວນຫລາຍຍ້ອນນ້ຳໝອກຂຸ້ນລົງ. ຢູ່ວຽງຈັນເຖິງບໍ່ໜາວຂະໜາດນັ້ນ ແຕ່ທຸກຄົນກະຕ້ອງສວມເສື້ອກັນໜາວໃນຕອນເຊົ້າ ເພາະວ່າມີໝອກປົກຄຸ້ມຢູ່ເປັນຍ່ານໆ ໂດຍສະເພາະບ່ອນທີ່ມີຕົ້ນໄມ້ຫລາຍ. ຂ້ອຍຕື່ນນອນຫລັງຈາກສຽງຕີກອງເດິກຂອງອ້າຍຈົວນ້ອຍທີ່ດັງມາແຕ່ວັດເໜືອ.

ຂ້ອຍຈັບຟອຍກ້ານຟ້າວມາກວດເດີ່ນບ້ານ ຫລັງຈາກຍໍໝໍ້ຕົ້ມນ້ຳຂື້ນເຕົາໄຟ. ບະ! ມື້ນີ້ທ້ອງຟ້າຄືມາມືດເມົາແທ້. ໜາວບໍ່ແລ້ວ ຍັງມີຝົນໝອກຕົກລົງມາອີກ. ເຮັດຈັ່ງໃດເຮົາຊິຕັດຫຍ້າໄດ້? ດິນກະກວ້າງບໍ່ກວ້າງ. ມັນຊິບໍ່ໜາວຈົນກະດ້າງພຸ້ນບໍ? ຂ້ອຍຈົ່ມໃນໃຈຂະນະທີ່ຍ່າງກວດຂີ້ເຫຍື້ອຢູ່ໜ້າຮ້ານ.

ພວກຂັບລົດຕຸກໆ ຈຳໂບ້ ທີ່ມັກມານັ່ງໃນຮ້ານ ເພື່ອລໍຖ້າແຂກເປັນປະຈຳ ໃຜໆກໍຄິດຊະອອນຂ້ອຍທີ່ມີດິນກວ້າງ ແຖມຍັງຕິດທາງໃຫຍ່ ມີໂຮງແຮມ ແລະ ສຳນັກງານຂອງບໍລິສັດຕ່າງຊາດອ້ອມຂ້າງອີກ. ຜູ້ລາງຄົນຍັງເອີ້ນພາໂລຂ້ອຍວ່າ “ເຖົ້າແກ່”. ຈັກວ່າເຂົາຊິເວົ້າແທ້ ຫລືວ່າຍ້ອງພໍໄດ້ກິນນ້ໍາຊາຂອງຂ້ອຍກະບໍ່ຮູ້ ໂດຍສະເພາະແມ່ນ ບັກສາມເຕັ້ຍ. ມັນຂັບລົດຈຳໂບ້ມາຈອດຢູ່ນີ້ເກືອບທຸກມື້ ແລ້ວກະຫລີ້ນໝາກດ້າມ ຫລືບໍ່ກະຝອຍຊຳຊາໄດ້ແຂກ. ມີເທື່ອໜຶ່ງມັນຖາມຂ້ອຍວ່າ “ເປັນຫຍັງເຈົ້າບໍ່ໄປຊອກເຮັດວຽກເຮັດການນຳລັດພຸ້ນ ພາສາອັງກິດກໍເວົ້າໄດ້ດີປານນີ້ ດິນຕອນນີ້ກໍໃຫ້ເຂົາເຊົ່າ? ຄັນແມ່ນຂ້ອຍມີດິນກວ້າງຄືເຈົ້າ ຈ້າງຂ້ອຍກະບໍ່ມາຂັບຈຳໂບ້ໃຫ້ເຈັບກົ້ນ. ຂ້ອຍບໍ່ໄດ້ຕອບມັນດອກ ນອກຈາກຫົວ ຮຶ ຮື.

ຄວາມຈິງໃຜບໍ່ຮູ້ນຳໃຜດອກ. ຫລັງຈາກຮຽນຈົບປະລິນຍາຕີ ສາຍພາສາອັງກິດຈາກດົງໂດກ ຂ້ອຍກະເລາະສະໝັກວຽກຫລາຍບ່ອນ ແລະ ກະຄອງຖ້າມາຫລາຍປີ ກະບໍ່ໄດ້. ສ່ວນໜຶ່ງ ກະຍ້ອນບໍ່ມີເສັ້ນມີສາຍ ແລະ ອັນສຳຄັນກະແມ່ນຍ້ອນໂຕເອງບໍ່ເກັ່ງ ຍ້ອນວ່າເວລາຮຽນກໍຮຽນໄປຕາມຂະບວນຊື່ໆ. ດີແຕ່ວ່າ ຜີຟ້າຂີ້ໃສ່ສົບ ໄດ້ມາຕັ້ງຮ້ານຢູ່ດິນຕອນນີ້ ຈິ່ງມືນຕາອ້າປາກໄດ້. ແຕ່ວ່າກ່ອນຊິໄດ້ມາຢູ່ກະບໍ່ແມ່ນຂອງງ່າຍ. ທຽວໄປຫາຍາແມ່ເຈົ້າຂອງດິນກະຕັ້ງສອງສາມເທື່ອຈິ່ງໄດ້ພົບ. ເລົ່າເລື່ອງຄວາມຈຳເປັນໃຫ້ເພິ່ນຟັງ. ເພິ່ນກະຄືຊິອີ່ຕົນສົງສານ ຍ້ອນເຫັນເຮົາເປັນຄົນເຄີຍຢູ່ວັດຢູ່ວາແດ່ ກະເລີຍອະນຸຍາດໃຫ້ມາຢູ່.

ກວາດໄປກວາດມາ, ໝາອີ່ແດງຜຸດອອກມາແຕ່ປະຕູຮົ້ວ ຫລັງຈາກມັນຍິນສຽງໝູ່ເຫົ່າ. ອ່າວ! ເຫົ່າຕາຍຫຍັງຫວະ ຂ້ອຍຄຶດດ່າໃນໃຈ. ລຳຄານຫລາຍ, ຂ້ອຍຫລຽວໄປທາງມັນເຫົ່າ ເຫັນເງົາດຳຄືຄົນຢືນຢູ່ແຄມທາງໃກ້ກັບໂຮງແຮມ ເຊິ່ງບ່ອນຫັ້ນເຄີຍມີຕົ້ນໄຮໃຫຍ່ ແລະ ສານພະພູມ ກ່ອນທີ່ຈະສ້າງເປັນລານຈອດລົດ. ຂົນໜາວລຸກວາບຂື້ນໂດຍສັນຊາດຕະຍານ. ບໍ່ວ່າຊິແມ່ນຕູ້ຈ່ອຍ? ປົກກະຕິລາວຕື່ນນອນ ລາວກະເປີດໄຟ ອັນນີ້ປ້ອມຍາມກະຍັງມືດຢູ່. ຂ້ອຍຄິດສົງໄສ. ບຶດໜຶ່ງໝາອີ່ແດງແຮ່ງເຫົ່າຜຸດເຂົ້າຜຸດອອກຄືມັນຢ້ານອັນໃດອັນໜຶ່ງ. ຂ້ອຍງວາກໜ້າໄປລານຈອດລົດບ່ອນເກົ່າ. ຮື! ເງົາດຳຍ່າງເຂົ້າມາຫາຂ້ອຍທ່າມກາງໝອກກຳລັງຕົກລົງມາ. ຂົນຫົວຟອງຂື້ນ ຕົນໂຕຂ້ອຍຮ້ອນເປັນບາດ ໆ. ຂ້ອຍຕັ້ງສະຕິໃໝ່ ຄິດວ່າຕັ້ງແຕ່ມາຢູ່ນີ້ໄດ້ຫ້າຫົກປີແລ້ວ ແລະ ຕອນເຂົາປ້ຳຕົ້ນໄຮ ເຮົາກະຍັງບໍ່ມີປະກົດການແບບນີ້.

ຂ້ອຍປະຟອຍກວາດແລ້ວຍ່າງເຂົ້າໄປໃນຫ້ອງ. ພໍຍ່າງອອກມາເຫັນສາວຄົນໜຶ່ງ ນຸ່ງຊຸດສະເກິດສີດຳ, ເສື້ອສີບົວ ແລະ ຈັບກະເປົານ້ອຍສີແດງ ຢືນສັ່ນຢູ່ກ້ອງຕູບຂາຍກາເຟຂອງຂ້ອຍ ທ່າມກາງສຽງໝາເຫົ່າອຶກກະທຶກ. ເບິ່ງຜົມຂອງລາວປຽກປານຫາກໍອາບນ້ຳມາໃໝ່ໆ. ລາວແນມເບິ່ງຂ້ອຍແລ້ວກະຍີ້ມ. ເບິ່ງຮູບຮ່າງໜ້າຕາລາວ ເປັນຄົນນ້ອຍບາງ ຂາວ ແລະ ໜ້າຖັ່ງດັງຄົມອະຫລີ່. ຂ້ອຍຄິດໃນໃຈວ່າ ເງົາທີ່ເຫັນນັ້ນແມ່ນສາວຄົນນີ້ບໍ?. ຂ້ອຍຄິດອີ່ຕົນລາວ ເພາະຄິດວ່າທຸກຄົນມີຄວາມຈຳເປັນຕ່າງກັນ ແຕ່ທຸກຄົນກະຕ້ອງດີ້ນຮົນເຮັດທຸກຢ່າງເພື່ອລ້ຽງຊີບຂອງຕົນເອງ ກະຄືກັບໂຕເອງນີ້ແຫລະຈົບປະລິນຍາຕີມາກະໄດ້ມາຂາຍກາເຟຢູ່ນີ້ ທັ້ງໆທີ່ບໍ່ເຄີຍຄາດຄິດມາກ່ອນ.

“ອ້າຍ! ລົດຕຸກໆ ຈຳໂບ້ນີ້ຕອນເຊົ້ານີ້ບໍ່ມີນະ?” ລາວຖາມ ສຳນຽງຖາມຄ້າຍໆຄືໄທຫລວງພຣະບາງ.

“ໂອ໋, ບໍ່ມີ. ຍາມນີ້ນານແຈ້ງແດ່ ປະມານ 6-7 ໂມງພຸ້ນລະຈິ່ງມີ”

ລາວຫລຽວເບິ່ງໂມງຢູ່ແຂນ ແລ້ວກະຖອນຫາຍໃຈຈົນຂ້ອຍສາມາດສັງເກດໄດ້. ເບິ່ງຄືວ່າລາວຍັງມີວຽກອັນໃດອັນໜຶ່ງກຳລັງລໍຢູ່.

“ນ້ອງຊິໄປໃສ ໃຫ້ອ້າຍໄປສົ່ງບໍ?” ຂ້ອຍຖາມແບບຫຼີ້ນໆ ຕາມສັນຊາດຕະຍານຂອງຄົນເຫັນສາວງາມ.

ລາວແນມເບິ່ງໜ້າຂ້ອຍ. ກະຄືຊິແມ່ນສັງເກດເບິ່ງວ່າຂ້ອຍພໍຊິໄວ້ໃຈໄດ້ບໍ່ ຊັ້ນຕີເບາະ?

“ໄປດົງໂດກ”.

ປະໂທ່! ແຕ່ດົງໂດກມານີ້ໄກເກືອບ 10 ປາຍກິໂລແມັດ. ຂ້ອຍຄິດໃນໃຈ. ແຕ່ຂ້ອຍກະເຂົ້າໃຈວ່າ ລາວຕ້ອງການກັບບ້ານກ່ອນຟ້າແຈ້ງດ້ວຍເຫດຜົນອັນໃດອັນໜຶ່ງ.

“ອ້າຍບໍ່ມີລົດໃຫຍ່ໄດ໋, ມີແຕ່ລົດຈັກເວບຈີນນີ້ແຫລະ. ນ້ອງຊິໄປນຳບໍ?” ຂ້ອຍຖາມຊໍ້າເພາະຢ້ານວ່າລາວບໍ່ຂີ່

“ໄປ” ລາວຕອບ ພ້ອມທັງສົ່ງຮອຍຍີ້ມ.

ຂ້ອຍຍ່າງເຂົ້າໄປໃນຫ້ອງ ແລ້ວກະຊຸກລົດຈັກເວບຈີນຄູ່ໃຈ ເຊິ່ງຂີ່ມາແຕ່ສະໄໝຮຽນຢູ່ດົງໂດກປີ 1. ຂ້ອຍເອົາຍື່ນໝວກກັນກະທົບໃຫ້ລາວ ພ້ອມທັງເສື້ອແຂນຍາວ.

“ບໍ່ໃສ່ກະໄດ້ອ້າຍ”

“ໃສ່ໂລດ, ບໍ່ຕ້ອງເກງໃຈ. ຈັກໜ້ອຍນ້ອງຊິໜາວກວ່ານີ້”

ຫລັງຈາກລາວນຸ່ງເສື້ອ ແລະ ໃສ່ໝວກແລ້ວ ຂ້ອຍກະພາລາວຂີ່ລົດໄປສົ່ງອອກໄປ. ພໍໄປຮອດໜ້າມະຫາວິທະຍາໄລແຫ່ງຊາດ ຂ້ອຍຈອດລົດແລ້ວງວາກມາຫາລາວ.

“ໄປທາງໃດຕໍ່?”

“ອ້າຍເຂົ້າຮ່ອມທາງໜ້າ ແລ້ວຫລ້ຽວຂວາ”

ຂ້ອຍຂີ່ລົດເຂົ້າຮ່ອມໄປດົນເຕີບ ກ່ອນທີ່ຈະຮອດຫລ້ຽວຂວາເຂົ້າອີກຮ່ອມໜຶ່ງ.

“ຈອດນີ້! ຈອດນີ້”.

ຂ້ອຍຈອດລົດ ຫລຽວໄປເຫັນຫ້ອງແຖວສອງຊັ້ນເກົ່າຫລັງໜຶ່ງ ມີຮົ້ວເຫລັກ ແລະ ໜາມໝາກກະຈັບອ້ອມ. ມີເຄື່ອງນຸ່ງສີຂາວຕາກຢູ່ລະບຽງໜ້າຫ້ອງ. ຂ້ອຍຄິດວ່າຫ້ອງແຖວຫລັງນີ້ໜ້າຈະມີນັກຮຽນມາຢູ່ ເພາະວ່າມັນໃກ້ໂຮງຮຽນ.

“ເທົ່າໃດອ້າຍ?”

“10,000 ກີບ” ຂ້ອຍຕອບ ພ້ອມທັງຍີ້ມໜ້ອຍໜຶ່ງ ຫລັງຈາກປົດໝວກອອກຈາກຫົວ.

ລາວຍື່ນໝວກ ແລະ ເສື້ອໃຫ້ຂ້ອຍຄືນ ແລ້ວກະຈົກເອົາເງິນຢູ່ກະເປົານ້ອຍສີແດງຍື່ນໃຫ້ຂ້ອຍ 10,000 ກີບ. ລາວແນມເບິ່ງຂ້ອຍ ໃນຂະນະທີ່ຂ້ອຍກຳລັງກົ້ມໄຂເບາະລົດເພື່ອເອົາເສື້ອໄວ້.

“ເອົາອ້າຍ, ເອົາໄປຊື້ເຂົ້າກິນເດີ”

ຂ້ອຍຫລຽວຫລັງ ເຫັນລາວຍື່ນເງິນໃບ 20,000 ໃໝ່ໆໃບໜຶ່ງ. ຂ້ອຍເອົາເງິນອີກຕື່ມ 20,000 ເປັນ 30,000 ນຳລາວ ແລ້ວກໍຂີ່ລົດກັບ. ຂ້ອຍຄິດມາຕະຫລອດທາງວ່າ ທີ່ລາວເອົາເງິນໃຫ້ຕື່ມອີກ 20,000 ນັ້ນ ອາດຈະເປັນເພາະລາວເຫັນໂສ້ງເສື້ອທີ່ເຮົານຸ່ງກຽມຊິໄປຕັດຫຍ້າ. ແຕ່ຂ້ອຍກະເອົາດ້ວຍຄວາມເຕັມໃຈ.

ຂ້ອຍກະບໍ່ຢາກຮູ້ດອກວ່າລາວເປັນນັກຮຽນ ຫລື ເຮັດອາຊີບຫຍັງແທ້? ເພາະວ່າຄວາມນ້ຳໃຈຂອງລາວເຮັດໃຫ້ຂ້ອຍເຄົາລົບໃນອາຊີບຂອງລາວ ຫລາຍກວ່າຄົນດີທີ່ສໍ້ລາດບັງຫລວງແລະສ້າງຄວາມເດືອດຮ້ອນໃຫ້ແກ່ສັງຄົມສາອີກ.

ແນະນຳອ່ານ

Leave a Comment

Scroll to Top