ສຽງປືນ

ບ້ານຜາຮົ່ມຕັ້ງຢູ່ລະຫວ່າງສອງໜ່ວຍພູ ເຊິ່ງໄກອອກໄປທາງເທິດເໜືອຂອງຕົວເມືອງປະມານ 20 ກິໂລແມັດ. ​ ເບື້ອງທິດຕາເວັນອອກຂອງບ້ານມີພູສູງໜ່ວຍໜຶ່ງເອີ້ນວ່າ ພູຮົ່ມ. ຊຸມຜູ້ເຖົ້າໃນບ້ານເລົ່າວ່າແຕ່ກ່ອນມີຄົນຊົນເຜົ່າກຶມມຸສີ່ຫ້າຄອບຄົວລົບໜີຈາກເສິກ ໜີໄປທາງໃດກໍບໍ່ລອດ ແລະ ພໍດີມາຮອດພູຄັນຮົ່ມໜ່ວຍນີ້ ກໍພາກັນອະທິຖານຂໍໃຫ້ເຈົ້າທີ່ເຈົ້າຖານຊ່ວຍປິດບັງເອົາ. ໃນໄລຍະໃໝ່ໆ, ໄທບ້ານຜາຮົ່ມຍັງເຫັນພວກເຂົາມາເກັບໄຄ ແລະ ຍາດເກັບຝ້າຍຂອງໄທບ້ານຢູ່ຕາມພູ ແຕ່ເມື່ອຍ່າງເຂົ້າໄປໃກ້ຜັດບໍ່ເຫັນ. ຊາວບ້ານໃຜໆກະຮູ້ວ່າເປັນ “ຜີບັງບົດ”.

ປະເທດຊາດຫາກໍໄດ້ຮັບການປົດປ່ອຍມາບໍ່ພໍເທົ່າໃດປີ, ສະພາບການບ້ານເມືອງຍັງຢູ່ໃນໄລຍະຫົວລ້ຽວຫົວຕໍ່. ຂ່າວການເຄື່ອນໄຫວຂອງສັດຕູປະກົດຕົວຢູ່ບ່ອນຫັ້ນບ່ອນນີ້ໄດ້ຍິນຢູ່ເລື້ອຍໆ ໂດຍສະເພາະແຖວບ້ານຫ່າງໄກສອກຫລີກ ຈົນທາງການຕ້ອງສົ່ງພະນັກງານຂົນຂວາຍໄປປະຈຳຢູ່ຕາມແຕ່ລະບ້ານ, ມີການຈັດເວນຍາມທຸກໆຄືນຢ່າງເຂັ້ມງວດ ແລະ ຫ້າມປະຊາຊົນອອກຈາກເຮືອນໃນຍາມກາງຄືນນັບແຕ່ 7 ໂມງແລງ. ບ້ານຜາຮົ່ມເປັນບ້ານສຸດ ແລະ ປ່ຽວ ຈິ່ງເຮັດໃຫ້ການປ້ອງກັນເວນຍາມເຄັ່ງຄັດກວ່າໝູ່.

“ອ້າຍ! ຍິງບໍອ້າຍ?” ແພງເປົ໋າຖາມ ຫລັງຈາກເຫັນແສງໄຟຄ້າຍຄືຄົນຖືໄຟສາຍຍ່າງມາແຕ່ຫາງບ້ານ ໃກ້ກັບຜີປ່າຊ້າ.

“ຢ່າຟ້າວຍິງ! ຖ້າເບິ່ງກ່ອນ” ສົມໃຈ ຫົວໜ້າກອງຫລອນບ້ານຫ້າມ.

“ໃຫ້ຟັງສັນຍາຈາກອ້າຍເດີ. ອ້າຍຊິກຽມຢຽບຕີນນ້ອງໄວ້. ຖ້າອ້າຍຢຽບຕີນນ້ອງເມື່ອໃດ ລະຍິງໂລດ!” ສົມໃຈບອກແພງເປົ໋າ ເຊິ່ງກຳລັງຈັບປືນ CKC ນັ່ງບັງຝາປ້ອມຍາມ. ຄວາມຈິງສັ່ງຍິງເລີຍກໍໄດ້ ເພາະກອງປະຊຸມບ້ານໄດ້ມອບສິດອຳນາດເດັດຂາດແລ້ວ ແຕ່ສົມໃຈຍັງໃຈເຢັນ. ຄັນແມ່ນຈຸອື່ນແມ່ນຍິງສະນັ່ນຫວັ່ນໄຫວແລ້ວ.

ແສງໄຟຍັບໃກ້ເຂົ້າມາປ້ອມຍາມຕິກໆ. ແພງເປົ໋າກຳປືນແໜ້ນກັກ ເລ່ງປາຍປືນໄປໃສ່ເປົ້າໝາຍຢ່າງຄຶກຄະນອງ ກຽມແຕ່ຈະເກາະໄກປືນເມື່ອຍິນຄຳສັ່ງ. ສົມໃຈທີ່ນັ່ງຢູ່ໃກ້ ຕິດຕາມການເຄື່ອນໄຫວຂອງແສງ ແລະ ວິເຄາະສະຖານະການຢ່າງລະມັດລະວັງ. ພໍດີແສງມາຢຸດຢູ່ຄອກໝູຂອງລູງຈານດີ ເຊິ່ງໄກຈາກປ້ອມຍາມປະມານສາມປາຍແມັດ. ເບິ່ງແສງໄຟຄືວ່າ ຄົນກຳລັງເຍືອງໄຟສ່ອງເບິ່ງຄອກໝູແບບກົ້ມໆ ເງີຍໆ. ຄາວເຫີງໜຶ່ງ ແສງນັ້ນກໍດັບຫາຍໄປໜ້າຢ່າງອັດສະຈັນ.

ສົມໃຈກັບແພງເປົ໋າຍ່າງມາກັບມານອນ ຫລັງຈາກມີຈຸໃໝ່ໄປປ່ຽນຍາມທ່ຽງຄືນ. ສົມໃຈຍັງຄາໃຈຢູ່ວ່າແສງທີ່ເຫັນນັ້ນແມ່ນແສງຫຍັງແທ້? ຄັນຊິວ່າໂຕເອງຕາຟາດ ກະສອງຄົນເຫັນນຳກັນຢ່າງດີ. ເປັນໄປບໍ່ໄດ້ທີ່ລຸງຈານດີຈະລຸກມາເບິ່ງໝູໃນຍາມໜ້າສິ່ວໜ້າຂວານແບບນີ້ ເພາະເພິ່ນກະເປັນເຖິງແນວໂຮມບ້ານ. ສົມໃຈນອນຄິດສົງໄສຢູ່ຜູ້ດຽວ.

“ປັງ! ປັງ! ປັງ!” ສຽງປືນ ດັງຂື້ນ.

ສົມໃຈ ພະລາດລຸກຂື້ນ ຟ້າວນຸ່ງເຄື່ອງ ແລະ ຮີບແລ່ນລົງມາກາງບ້ານ. ທັງນາຍບ້ານ ທັງກອງຫລອນ ແລະ ພະນັກງານຂົນຂວາຍກໍພາກັນແລ່ນຕາຕີຕາລານມາປະຊຸມຢູ່ຕູບຍາມ ທ່າມກາງສຽງໝາເຫົ່າດັງສະນັ່ນເປັນສາຍໄປທາງຫົວບ້ານ.

“ສຽງປືນດັງມາແຕ່ໃສ?” ສົມໃຈຖາມ.

“ທາງ.. ທາງ..ຫົວບ້ານອ້າຍ!” ໄມຄຳຕອບຢ່າງກະຕຸກກະຕັກ

“ແມ່ນຈຸໃດຍາມ?”

“ຊຽງປາກພ່ຳ ກັບບັກໂງນ”

“ເຮັດຈັ່ງໃດລະ? ພວກເຮົາຊິເຮັດແນວໃດອາວສາຍ?” ນາຍບ້ານຖາມພະນັກງານຂົນຂວາຍທີ່ນັ່ງຢືນຢູ່ຂ້າງສົມໃຈ.

“ຕ້ອງແຕ່ງໃຫ້ຄົນໄປກວດກາສະຖານທີ່ ເພື່ອເກັບກຳຂໍ້ມູນແລ້ວລາຍງານຂັ້ນເທິງມື້ອື່ນ” ສາຍທອງໃຫ້ຄຳເຫັນຕາມຫລັກການວິຊາສະເພາະ. “ແມ່ນບໍສົມໃຈ?” ງວາກໜ້າມາຖາມສົມໃຈ ເພື່ອຂໍຄຳເຫັນສະໜັບສະໜູນ.

ສົມໃຈບໍ່ປາກ ນອກຈາກພະຍັກໜ້າຄ່ອຍໆ

“ອາວສາຍທອງ, ອາວສົມໃຈ ພາອ້າຍນ້ອງໄປກວດເບິ່ງດຸ!” ນາຍບ້ານສັ່ງ “ສ່ວນທີ່ເຫລືອໃຫ້ກຽມພ້ອມເປັນກຳລັງໜູນຢູ່ນີ້ກ່ອນ”.

ຫລັງຈາກຮັບຄຳສັ່ງສົມໃຈ ພ້ອມທັງພະນັກງານຂົນຂວາຍ ແລະ ອ້າຍນ້ອງກອງຫລອນ 2-3 ຄົນມຸ້ງໄປຫາຈຸດເກີດເຫດທັນທີ. ເພາະວ່າຖ້າຈະອາໄສພະນັກງານຂົນຂວາຍ ລາວຜັດຫາກໍມາປະຈຳການຢູ່ບ້ານ ຍັງບໍ່ກຳພື້ນທີ່ໄດ້ຄັກ.

“ພວກເຈົ້າຍິງຫຍັງ?” ສົມໃຈຖາມ

“ຍິງຄົນ! ຍິງຄົນ ກຳລັງຈອບໆ ເຂົ້າໆ ມາໆ ຫາໆ ພວກເຮົາ” ຊຽງປາກພໍ່າຟ້າວຕອບກ່ອນໝູ່. ຈັກວ່າກະຕຸກກະຕັກຍ້ອນຢ້ານສັດຕູ ຈັກວ່າເປັນຍ້ອນຄວາມປາກພ່ຳຂອງລາວກະບໍ່ຈັກ.

“ມີຄົນຈອບເຂົ້າມາສ່ອງເບິ່ງປ້ອມຍາມເຮົາ ອ້າຍ” ໂງນອະທິບາຍເພີ່ມເຕີມ.

ໂງນພາຄະນະໄປເບິ່ງຈຸດເກີດເຫດ ບໍ່ເຫັນຫຍັງຍ້ອນວ່າມືດແດ່ ນອກຈາກເຫັນພຸ່ມໄມ້ ພຸ່ມໜຶ່ງເໜັງໄປເໜັງມາເມື່ອມີລົມພັດ. ສົມໃຈຄິດໃນໃຈວ່າ ອາດຈະແມ່ນຍິງພຸ່ມໄມ້ນີ້ ເພາະມື້ວານນີ້ຕົນເອງກໍເກືອບລັ່ນໄກປືນແລ້ວ ແຕ່ກໍເປັນພຽງຂໍ້ສົມມຸດຕິຖານ.

ຫລັງຈາກກັບມາລາຍງານເຫດການໃຫ້ນາຍບ້ານແລະຜູ້ອື່ນໆທີ່ລໍຟັງຢ່າງໃຈຈົດໃຈຈໍ່ຊາບແລ້ວ ທຸກຄົນກໍເຫັນດີຕາມຄຳສັງເກດການຂອງສົມໃຈ ແລະ ແຍກຍ້າຍກັນໄປນອນ. ສ່ວນສົມໃຈກໍກັບໄປເຮື່ອນ ເພື່ອນອນເອົາແຮງເພາະວ່າຍາມມາຕັ້ງແຕ່ຫົວຄ່ຳ. ພໍແກ້ເຄື່ອງນຸ່ງແລະເອນໂຕນອນ ຫົວຍັງບໍ່ທັນເຖິງໝອນ.

“ປະແລັດ ໆ ປະແລັດ ໆ” ສຽງປືນ ອາກາຂີ້ແບ້ດັງມາແຕ່ທາງຕີນບ້ານ.

ສົມໃຈພະລາດລຸກ ຟ້າວນຸ່ງເຄື່ອງ ແລະ ແລ່ນລົງຂັ້ນໄດມາກາງບ້ານ ເພື່ອສົມທົບກັບຈຸປະຈຳການ. ຄວາມຟ້າວແຮງ ຈັບກະດຸມເສື້ອກະຈົນສະຫລັບກັນ. ໃນໃຈຄິດວ່າເທື່ອນີ້ຕ້ອງສັດຕູຄັກໆ ເພາະຍິງຫຼາຍນັດຄືຈັ່ງຊີ້. ພໍມາຮອດຕູບຍາມ, ເບິ່ງໃຜໆກະອົກສັ່ນຂວັນຫາຍ ບໍ່ຫານອາສາໄປກວດສະຖານທີ່ເກີດເຫດ ນອກຈາກໂສເລ້ໄປຕ່າງໆນາໆ.​ ສຸດທ້າຍ, ສົມໃຈສະເໜີໃຫ້ທຸກຄົນໄປກວດນຳກັນໝົດ ເພື່ອຄວາມອຸ່ນໃຈ.

“ພວກນ້ອງຍິງສັດຕູ” ທອງລ້ານຫົວໜ້າຈຸຟ້າວລາຍງານ ທັນທີທີ່ຄະນະໄປເຖິງປ້ອມຍາມຕີີນບ້ານ.

“ເວລາພວກນ້ອງຍິງ ພວກນ້ອງຢູ່ໃສ? ສັດຕູຢູ່ໃສ?” ສົມໃຈສໍ້ຖາມເຫດການ.

“ເວລາຍິງ ພວກນ້ອງຢູ່ປ້ອມຍາມ ແລະ ສັດຕູຢູ່ຂ້າງຈອມປວກແຄມທາງ. ເວລາຍິງແລ້ວ ຍິນສຽງຄົນຮ້ອງ ໂອຍ ບາດໜຶ່ງ ແລະ ເຫັນຄົນແລ່ນໄປທາງຜີປ່າຊ້າ” ແພງພັນຮອງຈຸລາຍງານເພີ່ມ.

“ເນ! ມັນຢືນຢູ່ນີ້ ຕອນຕູຍິງ ແລະ ຫລັງຈາກນັ້ນມັນແລ່ນໄປທາງຜີປ່າຊ້າ” ທອງລ້ານທັງອະທິບາຍ ທັງກົ້ມເອົາມືຊີ້ໃສ່ຈຸດເກີດເຫດ.

ເຍືອງໄຟສາຍເບິ່ງຈຸດເກີດເຫດເຫັນເລືອດເຮ່ຍໄປຕາມທາງ. ບາງບ່ອນມີເລືອດສີດຳກ່ຳຄ້າງຢູ່ໃບຫຍ້າຝຣັ່ງ ກ່ອນທີ່ຈະຮອດທາງເຂົ້າຜີປ່າຊ້າ. ຈຸໄປກວດແຮງພາຢ້ານສັ່ນຂື້ນກວ່າເກົ່າ ພ້ອມທັງສະແດງຄວາມຄິດເຫັນຕ່າງໆນາໆ.

“ແມ່ນແທ້ໄດ໋ ກູວ່ານະ! ເຫັນບໍເລືອດສັດຕູເຮ່ຍຢູ່ນີ້. ພວກມັນຄືຊິຖືກລູກປືນຈິ່ງມີເລືອດໄຫລອອກມາຄືຈັ່ງຊີ້” ນາຍບ້ານມີຄຳເຫັນຢ່າງໝັ້ນອົກໝັ້ນໃຈ.

“ແມ່ນໆ! ແມ່ນຄວາມລຸງນາຍບ້ານ” ຫລາຍຄົນສອຍສະໜັບສະໜູນ.

ຫລັງຈາກນາຍບ້ານມີຄຳເຫັນສະຫລຸບແລ້ວ ກະບໍ່ມີໃຜມີຄຳເຫັນໂຕ້ແຍ່ງ ແມ່ນແຕ່ສົມໃຈ ເຊິ່ງເປັນຄົນສະໄໝໃໝ່ ແລະ ມີຄວາມຄິດຄວາມອ່ານຄ້ອນຂ້າງມີເຫດມີຜົນຜູ້ໜຶ່ງໃນບ້ານ.

ທຳມະດາ ເວລາຄົນ ຫຼື ສັດຖືກລູກປືນ ເລືອດຈະບໍ່ເຮ່ຍລົງທັນທີໃນຈຸດທີ່ຖືກຍິງ. ຢ່າງໜ້ອຍຕ້ອງແມ່ນຍັບອອກຈາກຈຸດຖືກຍິງສອງຫາສາມກ້າວ ເລືອດຈິ່ງຈະຕົກລົງພື້ນ ແລະ ເບິ່ງຮ່ອງຮອຍຄືວ່າ ເລືອດຕົກປະມານຊົ່ວໂມງກວ່າແລ້ວ. ສົມໃຈໝັ້ນໃຈວ່າ ເລື່ອງນີ້ຕ້ອງມີແນວແອບແຝງ ແຕ່ເຂົາກໍບໍ່ກ້າອອກຄຳເຫັນຕ່າງ ເພາະວ່າຕົນເອງກໍເປັນຄົນຍົກຍ້າຍມາແຕ່ວຽງຈັນແດ່ ແລະ ອີກຢ່າງໜຶ່ງເຂົາກໍເກືອບຖືກເຊືອກມາເທື່ອໜຶ່ງແລ້ວ.

Please follow and like us:

Leave a Comment

Scroll to Top