ໂອກາດ ແລະ ຄວາມທ້າທາຍ ໃນການລົງທຶນໃນຮຸ້ນ

ການລົງທຶນໃນຮຸ້ນ ມີຜົນຕອບແທນທີ່ດີ ແຕ່ກໍມີຄວາມສ່ຽງເຊັ່ນດຽວກັນ. ເຖິງແມ່ນວ່າຜົນຕອບແທນຂອງມັນຈະດຶງດູດນັກລົງທຶນໃຫ້ມີຄວາມກະຕືລືລົ້ນ ແຕ່ສິ່ງສຳຄັນ ຕ້ອງເຂົ້າໃຈໂອກາດ ແລະ ຄວາມທ້າທາຍ ທີ່ມາພ້ອມກັບການລົງທຶນ ໂດຍສະເພາະເວລາທີ່ເຮົາກຳລັງວິເຄາະບໍລິສັດໃດໜຶ່ງກ່ອນຕັດສິນໃຈສົ່ງຄຳສັ່ງຊື້. ໃນບົດຄວາມນີ້, ຂ້ອຍໄດ້ສະຫຼຸບໂອກາດ ແລະ ຄວາມສ່ຽງຕ່າງໆ ເພື່ອໃຫ້ເຈົ້າສຶກສາ ແລະ ພິຈາລະນາໂດຍຫຍໍ້ດັ່ງຕໍ່ໄປນີ້:

ໂອກາດ

1. ເພີ່ມມູນຄ່າຂອງເງິນລົງທຶນ

ຜົນປະໂຫຍດທີ່ເຫັນໄດ້ຢ່າງປະຈັກຕາກໍຄື ໂອກາດທີ່ມູນຄ່າຂອງຮຸ້ນຈະເພີ່ມຂື້ນ ຫາກເຈົ້າເລືອກຮຸ້ນໄດ້ຖືກເວລາ ແລະ ຖືກບໍລິສັດ. ຕົວຢ່າງ ເຈົ້າຊື້ຮຸ້ນບໍລິສັດ ກໍ ໃນລາຄາຮຸ້ນລະ 100 ກີບ ແຕ່ພໍເວລາຜ່ານໄປໃນໄລຍະໜຶ່ງ ຮຸ້ນຂອງບໍລິສັດດັ່ງກ່າວເພີ່ມຂື້ນເປັນ 150 ກີບຕໍ່ຮຸ້ນ. ຫາກເຈົ້າຂາຍຮຸ້ນດັ່ງກ່າວ ກໍຈະໄດ້ກຳໄລ 50 ກີບ ໂດຍປະມານ (Capital gain).

2. ເງິນປັນຜົນ

ຮຸ້ນບາງຕົວມີການຈ່າຍເງິນປັນຜົນໃນແຕ່ລະປີ (ບາງບໍລິສັດກໍແບ່ງເງິນປັນຜົນປີລະ 1 ຫຼື 2 ເທື່ອ) ເຊິ່ງເປັນລາຍໄດ້ ແບບບໍ່ໄດ້ອອກແຮງງານ ຫຼື ເສືອນອນກິນ ຈາກກຳໄລຈາກລາຄາຮຸ້ນ (Dividends) ຖ້າຈະທຽບໃສ່ເງິນຝາກທະນາຄານກໍຄື ດອກເບັ້ຍເງິນຝາກ. ຕົວຢ່າງ ທະນາຄານການຄ້າຕ່າງປະເທດມະຫາຊົນຈ່າຍເງິນປັນຜົນໝົດປີ 2023 ຈຳນວນ 300 ກີບຕໍ່ຮຸ້ນ. ຖ້າເຮົາຫາກເອົາເງິນປັນຜົນດັ່ງກ່າວກັບໄປລົງທຶນຊື້ຮຸ້ນຕໍ່ ກໍຈະເປັນການເພີ່ມພູມເງິນລົງທຶນໃນຮຸ້ນຂື້ນຕື່ມອີກ.

3. ໄດ້ເປັນເຈົ້າຂອງທຸລະກິດບາງສ່ວນ

ການຊື້ຮຸ້ນ ຄືການເປັນເຈົ້າຂອງບໍລິສັດຕາມສັດສ່ວນຖືຮຸ້ນ ເຊິ່ງເປີດໂອກາດໃຫ້ເຈົ້າມີສ່ວນຮ່ວມໃນການເຕີບໂຕຂອງທຸລະກິດທີ່ເຈົ້າເລືອກ. ໝາຍວ່າ ຖ້າເຈົ້າຊື້ຮຸ້ນຂອງບໍລິສັດໃດໜຶ່ງ ເຈົ້າກໍຈະກາຍເປັນເຈົ້າຂອງຮ່ວມກັບບໍລິສັດນັ້ນ ເບິ່ງຄື ຂີ້ໂມ້ ແຕ່ມັນກໍແມ່ນຄວາມຈິງ.

4. ໂອກາດສ້າງຜົນຕອບແທນເໜືອດັດຊະນີຕະຫຼາດ

ຫາກເຈົ້າສຶກສາຮຸ້ນຢ່າງເລິກເຊິ່ງ ເຈົ້າອາດຈະສາມາດຄາດການວ່າ “ຮຸ້ນໂຕໃດຈະຂຶ້ນ ຫຼື ຮຸ້ນໂຕໃດຈະລົງ” ກ່ອນທີ່ຕະຫຼາດ (ຄົນທົ່ວໄປ) ຈະຮັບຮູ້. ໃນກໍລະນີນີ້, ເຈົ້າກໍຊື້ຮຸ້ນ (ຂາລົງ) ໄວ້ຂາຍ (ຂາຂື້ນ) ເພື່ອກິນກຳໄລ ເຊິ່ງເຈົ້າກໍຈະການເປັນ ຜູ້ຄ້າຂາຍຮຸ້ນ (Trader) ຢ່າງມີຫົວທັນທີ.

5. ໃຊ້ຂໍ້ມູນຢ່າງມີປະສິດທິພາບ

ນັກລົງທຶນທີ່ມີວິໄນ ແລະ ວິເຄາະຂໍ້ມູນຢ່າງຮອບຄອບ ຈະສາມາດໃຊ້ຂໍ້ມູນເຊັ່ນ: ບົດລາຍງານການເງິນ, ທ່າອ່ຽງຂອງອຸດສະຫະກຳ ແລະ ຂໍ້ໄດ້ປຽບທາງການແຂ່ງຂັນ ເພື່ອການຕັດສິນໃຈລົງທຶນທີ່ດີກວ່າ. ແນ່ນອນລະ ຍິ່ງຮຽນກໍຍິ່ງຮູ້ ຍິ່ງຝຶກຝົນ ກໍຍິ່ງມີປະສົບການບໍ່ຫຼາຍກໍໜ້ອຍ.

ແຕ່ກໍຢ່າຟ້າວດີໃຈເກີນໄປ, ຫຼຽນຍ່ອມມີ 2 ດ້ານສະເໝີ:

ຄວາມທ້າທາຍ

1. ຄວາມປັ່ນປວນ ແລະ ຄວາມສ່ຽງ

ລາຄາຮຸ້ນສາມາດປັ່ນປ່ວນໄດ້ຕະຫຼອດເວລາ ໂດຍໄດ້ຮັບຜົນກະທົບຈາກຂໍ້ມູນຂ່າວສານ, ອັດຕາດອກເບັ້ຍ ຫຼື ເຫດການລະດັບໂລກ ແມ່ນແຕ່ບໍລິສັດທີ່ມີປັດໄຈພື້ນຖານແຂງແຮງກໍອາດຈະປະສົບກັບການປັບໂຕຂອງລາຄາຮຸ້ນໄດ້ເຊັ່ນ: ການເປີດໂຕ Deepseek ຂອງຈີນໃນຕົ້ນປີ 2025 ເຮັດໃຫ້ລາຄາຮຸ້ນຂອງບໍລິສັດປັນຍາປະດິດຂອງສະຫະລັດຕົກ.

2. ຄວາມສ່ຽງສະເພາະຂອງແຕ່ລະບໍລິສັດ

ແຕ່ລະບໍລິສັດມີຄວາມສ່ຽງຂອງໃຜມັນເຊັ່ນ: ການບໍລິຫານທີ່ຜິດພາດ, ຜົນການດຳເນີນທຸລະກິດບໍ່ດີ, ບັນຫາທາງກົດໝາຍ ຫຼື ອຸປະທານ (ຄວາມຕ້ອງການຂອງຕະຫຼາດ) ຫຼຸດລົງ ອາດຈະເຮັດໃຫ້ແຜນການລົງທຶນຕ້ອງປ່ຽນໄປ ຫຼື ຂາດທຶນ. ບໍລິສັດອາດຈະບໍ່ສາມາດຈ່າຍເງິນປັນຜົນກໍມີ.

3. ອະຄະຕິທາງຄວາມຄິດ

ນັກລົງທຶນຫຼາຍຄົນມັກຍຶດຕິດກັບຮຸ້ນທີ່ຕົນເອງເລືອກ ຈົນເບິ່ງຂ້າມຂໍ້ມູນໃໝ່ທີ່ຂັດແຍ່ງກັບຄວາມເຊື່ອເກົ່າໆ ແລະ ເຮັດໃຫ້ບໍ່ສາມາດປະເມີນສະຖານະການໄດ້ຢ່າງເປັນກາງ (ເຊື່ອໝັ້ນໂຕເອງຫຼາຍໂພດ). ບໍ່ຍອມຂາຍຮຸ້ນ ທັງໆທີ່ບໍລິສັດມີໂອກາດອາດຈະ ເຈ້ງ.

4. ຂໍ້ຈຳກັດດ້ານຂໍ້ມູນ

ນັກລົງທຶນລາຍໃໝ່ ຫຼື ລາຍຍ່ອຍມັກມີຊັບພະຍາກອນ ແລະ ຂໍ້ມູນໜ້ອຍກວ່າສະຖາບັນການເງິນຂະໜາດໃຫຍ່ ເຊິ່ງອາດຈະເຮັດໃຫ້ເກີດຄວາມເສຍປຽບໃນການຕັດສິນໃຈ ຫາກບໍ່ມີການສຶກສາຂໍ້ມູນຢ່າງຈິງຈັງ ບວກກັບບາງບໍລິສັດບໍ່ມັກເປີດເຜີຍຂໍ້ມູນຂອງບໍລິສັດຕາມຄວາມເປັນຈິງ.

5. ໃຊ້ວລາ ແລະ ຕ້ອງການວິເຄາະຢ່າງລະອຽດ

ການເລືອກຮຸ້ນທີ່ດີບໍ່ແມ່ນຂອງງ່າຍ ຕ້ອງໃຊ້ເວລາສຶກສາຢ່າງລະອຽດ ທັງງົບການເງິນ, ບໍລິສັດ, ສະຖານະການຕະຫຼາດ ແລະ ຄຸນນະພາບຂອງຜູ້ບໍລິຫານ (ສຳຄັນຫຼາຍ) ເຊິ່ງບໍ່ແມ່ນເລື່ອງທີ່ຕັດສິນໃຈຢ່າງງ່າຍດາຍ. ຢູ່ບ້ານເຮົາເຖິງວ່າ ປັດຈຸບັນນີ້ມີພຽງແຕ່ 11​ ບໍລິສັດ ແຕ່ປານນັ້ນ ເຮົາກໍຕ້ອງພິຈາລະນາຢ່າງອຽດກ່ອນຕັດສິນໃຈ ໂດຍສະເພາະການລົງທຶນໃນໄລຍະຍາວ.

ສະຫຼຸບ

ທຸກການລົງທຶນລ້ວນແຕ່ມີທັງ ໂອກາດ ແລະ ຄວາມສ່ຽງ. ສະນັ້ນ ການລົງທຶນໃນຮຸ້ນ ບໍ່ແມ່ນພຽງແຕ່ການເບິ່ງເສັ້ນກຣາບຂື້ນ ຫຼື ລົງໃນໄລຍະເວລາໃດໜຶ່ງເທົ່ານັ້ນ ແຕ່ຕ້ອງເຂົ້າໃຈທຸລະກິດ, ບົດບາດຂອງບໍລິສັດໃນຕະຫຼາດ ແລະ ການເບິ່ງເຫັນປັດໄຈພາຍນອກ ທີ່ອາດຈະສົ່ງຜົນກະທົບຕໍ່ມູນຄ່າຂອງບໍລິສັດ. ເຖິງແມ່ນຈະມີໂອກາດທີ່ໜ້າດຶງດູດໃຈກໍຕາມ ແຕ່ການປະເຊີນກັບຄວາມທ້າທາຍ ເຮົາຕ້ອງມີວິໄນ, ຄວາມອົດທົນ ແລະ ການວິເຄາະຢ່າງຕໍ່ເນື່ອງ. ແຕ່ຖ້າບໍ່ເຮັດຫຍັງເລີຍ ກໍຈະບໍ່ມີທາງທີ່ຈະພົບ ໂອກາດອັນໃໝ່ໆ ທີ່ແຕກຕ່າງໄປຈາກເດີມ!

ແນະນຳອ່ານ:

—–

Please follow and like us:

Leave a Comment

Scroll to Top