ເວລາພົບຄົນຕ່າງຊາດຄັ້ງທຳອິດ ຈະເວົ້າຫຍັງດີ? | Meeting Someone for the First Time
🧠 Mindset ລອງຈິນຕະນາການວ່າ ທ່ານກຳລັງຢືນຢູ່ໃນງານລ້ຽງ, ຢູ່ຮ້ານກາເຟ, ຫຼື ຢູ່ໃນກອງປະຊຸມ ແລ້ວມີຄົນຕ່າງຊາດຍ່າງເຂົ້າມາຫາ ຫຼື ທ່ານຈຳເປັນຕ້ອງຍ່າງເຂົ້າໄປທັກທາຍເຂົາເຈົ້າກ່ອນ. ຄົນສ່ວນໃຫຍ່ຍາມນີ້ມັກຈະເກີດອາການ “ສະໝອງຕຶງ” (Freeze) ເພາະຢ້ານເວົ້າຜິດ, ຢ້ານສຳນຽງບໍ່ຄື, ຫຼື ບໍ່ຮູ້ຈະເລີ່ມປະໂຫຍກແນວໃດ. Mindset ທີ່ຖືກຕ້ອງຄື: ຝຣັ່ງ ຫຼື ຕ່າງຊາດ ເຂົາເຈົ້າບໍ່ໄດ້ຄາດຫວັງໃຫ້ເຮົາເວົ້າພາສາອັງກິດໄດ້ເປະ 100% ຄືເຈົ້າຂອງພາສາ (Native Speaker). ສິ່ງທີ່ເຂົາເຈົ້າຕ້ອງການຄື “ຄວາມເປັນມິດ (Friendliness) ແລະ ການເປີດໃຈ”. ການເລີ່ມຕົ້ນດ້ວຍຮອຍຍິ້ມ ແລະ ປະໂຫຍກທັກທາຍທີ່ຖືກກາລະເທສະ ຈະຊ່ວຍຫຼຸດຄວາມກົດດັນໄດ້ກາຍເຄິ່ງເລີຍເຈົ້າ. 😰 The Pitfalls ນີ້ຄືຄວາມຈິງທີ່ຄົນລາວມັກໃຊ້ຜິດ ຍ້ອນຄວາມເຄີຍຊິນຈາກຕຳລາຮຽນເກົ່າໆ: ❌ ຢ່າເວົ້າ: “Hello, How are you? – I’m fine, thank you, and you?” ⚠️ […]

