ເວລາຮູ້ສຶກດີ ຄົນອັງກິດເຂົາເວົ້າແນວໃດ?

ຖ້າໃຜຄົນໜຶ່ງຖາມວ່າ “How are you?” ເຈົ້າຄົງຕອບ “I’m fine, thank you” ທຸກຄັ້ງແມ່ນບ? ນັ້ນຄືສິ່ງທີ່ຢູ່ໃນປື້ມຮຽນ ແຕ່ໃນຊີວິດຈິງ ເຈົ້າຂອງພາສາເຂົາບໍ່ໄດ້ເວົ້າແບບນັ້ນ. ເຂົາໃຊ້ສຳນວນທີ່ມີຊີວິດຊີວາກວ່ານັ້ນຫຼາຍ.

1. On cloud nine (ອອນ ຄລາວດ໌ ນາຍ)

= ມີຄວາມສຸກທີ່ສຸດ, ຕື່ນເຕັ້ນຫຼາຍ

✅ Example:

“I just got the job offer — I’m on cloud nine!”

ຂ້ອຍຫາກໍໄດ້ຮັບການສະເໜີວຽກ — ຂ້ອຍດີໃຈຫຼາຍທີ່ສຸດ!

2. Under the weather (ອັນເດີ ເດີ ເວເດີ)

= ຮູ້ສຶກບໍ່ສະບາຍ, ອ່ອນເພຍ

✅ Example:

“I can’t come today, I’m feeling under the weather.”

ຂ້ອຍມາບໍ່ໄດ້ມື້ນີ້. ຮູ້ສຶກບໍ່ສະບາຍ.

3. Feeling blue (ຟີລິ້ງ ບລູ)

= ຮູ້ສຶກໂສກເສົ້າ, ຊຶມເສົ້າ

✅ Example:

“She’s been feeling blue ever since he left.”

ລາວຮູ້ສຶກຊຶມເສົ້ານັບຕັ້ງແຕ່ເຂົາຈາກໄປ.

4. Seeing red (ຊີອິ້ງ ເຣດ)

= ໃຈຮ້າຍຫຼາຍ, ຢາກຮ້າຍຫຼາຍ

✅ Example:

“When he heard the news, he was absolutely seeing red.”

ພໍໄດ້ຍິນຂ່າວ ເຂົາຮ້າຍເອົາແທ້ເອົາວ່າ.

5. Butterflies in my stomach (ບັດເຕີໄຟສ໌ ອິນ ມາຍ ສະໂຕມັກ)

= ຕື່ນເຕັ້ນ, ໃຈສັ່ນ, ຕື່ນຕັ້ນໃຈ (ທາງດີ)

✅ Example:

“Every time I see her, I get butterflies in my stomach.”

ທຸກຄັ້ງທີ່ເຫັນລາວ ໃຈຂ້ອຍສັ່ນໄປໝົດ.

6. Over the moon (ໂອເວີ ເດີ ມູນ)

= ດີໃຈຫຼາຍ, ຍິນດີທີ່ສຸດ

✅ Example:

“She was over the moon when she heard she passed the exam.”

ລາວດີໃຈຫຼາຍທີ່ສຸດເມື່ອຮູ້ວ່າສອບເສັງຜ່ານ.

7. Down in the dumps (ດາວ ອິນ ເດີ ດຳສ)

= ໝົດໃຈ, ໝົດກຳລັງໃຈ, ອາລົມຕົກຕໍ່າ,

✅ Example:

“He’s been down in the dumps since he lost his job.”

ເຂົາໝົດກຳລັງໃຈນັບຕັ້ງແຕ່ລາວເສຍວຽກ.

8. On edge (ອອນ ເອດຈ)

= ເຄັ່ງຕຶງ, ກັງວົນ, ບໍ່ສະຫງົບ

✅ Example:

“I’ve been on edge all day waiting for the results.”

ຂ້ອຍກັງວົນໝົດຫຼອດມື້ ລໍຖ້າຜົນ.

9. Fed up (ເຟດ ອັບ)

= ເບື່ອຫຼາຍ, ທົນບໍ່ໄຫວແລ້ວ

✅ Example:

“I’m totally fed up with waiting — let’s just go.”

ຂ້ອຍເບື່ອລໍຖ້າຫຼາຍແລ້ວ — ໄປເລີຍດີກວ່າ.

10. Pumped up (ພຳ ອັບ/ພຳດັບ)

= ຕື່ນເຕັ້ນ, ມີພະລັງ, ພ້ອມແລ້ວ

✅ Example:

“The whole team is pumped up for the big game tonight.”

ທີມງານທັງໝົດຕື່ນເຕັ້ນເຕັ້ນສຳລັບເກມໃຫ່ຍຄືນນີ້.


💡 ຄວາມແຕກຕ່າງຈາກປື້ມຮຽນ

ໃນປື້ມຮຽນສອນວ່າ “I’m happy / I’m sad / I’m angry” — ແຕ່ເຈົ້າຂອງພາສາຈະໃຊ້ສຳນວນເຫຼົ່ານີ້ແທນ. ຟັງດູເປັນທຳມະຊາດຫຼາຍກວ່າ ແລະ ສະແດງຄວາມຮູ້ສຶກໄດ້ເລິກຊຶ້ງກວ່າ ເຊິ່ງເຫັນໄດ້ຈາກໃນໜັງ ຮໍດີວູດຕ່າງໆ.

Please follow and like us:

Leave a Comment

Scroll to Top