ຊ່ວຍແດ່! – Basic Emergency Language

ຊ່ວຍແດ່

1. Title (Situation-based)

HELP! Basic Emergency Language for Real-Life Situations

ຂໍຄວາມຊ່ວຍເຫຼືອ! ພາສາອັງກິດສຸກເສີນສຳລັບສະຖານະການຕົວຈິງ

2. Real Life

ສົມມຸດວ່າມີບາງສິ່ງບາງຢ່າງຜິດປົກກະຕິ.

ເຈົ້າຫຼົງທາງ, ສັບສົນ ຫຼື ຕົກຢູ່ໃນສະຖານະການລຳບາກໃນຕ່າງປະເທດ.

ເຈົ້າບໍ່ຕ້ອງຮູ້ໄວຍາກອນອັງກິດ. ແຕ່ສິ່ງທີ່ເຈົ້າຕ້ອງການທີ່ສຸດຄື:

ສຳນວນ ຫຼື ວາລີທີ່ຂໍຄວາມຊ່ວຍເຫຼືອໄດ້ໃນທັນທີ.

3. Key Expressions

🔹 Emergency Signals (ສັນຍານບົງບອກສຸກເສີນ)

  • Help!                    /ເຮວພ໌/                             ຊ່ວຍແດ່!
  • I need help!        /ໄອ ນີດ ເຮວພ໌/                  ຂ້ອຍຕ້ອງການຄວາມຊ່ວຍເຫຼືອ.
  • Please help me!  /ພລີດສ໌ ເຮວພ໌ ມີ/             ກະລຸນາຊ່ວຍຂ້ອຍແດ່!
  • Somebody help me!  /ສຳບາດີ ເຮວພ໌ ມີ/    ມີໃຜຊ່ວຍຂ້ອຍແດ່!

🔹 Urgent Situation Phrases (ວາລີສຳລັບສະຖານະການຮີບດ່ວນ)

  • I have a problem.  /ໄອ ແຮບ ເອິ ພຣັອບ ເບຼີມ/     ຂ້ອຍມີບັນຫາ.
  • I need assistance.  /ໄອ ນີດ ແອດສິດສະແຕນ/      ຂ້ອຍຕ້ອງການຄວາມຊ່ວຍເຫຼືອ.
  • It’s an emergency  /ອິດສ໌ ແອນ ເອມເມີເຈນຊີ/     ມັນເປັນຄວາມສຸກເສີນ.
  • Call the police        /ຄໍ ເດິ ໂຟລິດສ໌/                       ໂທຫາຕຳຫຼວດ.

🔹 Simple Explanation ການອະທິບາຍງ່າຍໆ

  • I am lost.                    /ໄອ ແອມ ລອດສ໌/               ຂ້ອຍຫຼົງທາງ.
  • I don’t understand    /ໄອ ໂດນ ອັນເດິສະແຕນ/   ຂ້ອຍບໍ່ເຂົ້າໃຈ.
  • I can’t find my way   /ໄອ ຄານທ໌ ຟາຍ ມາຍ ເວ/   ຂ້ອຍຊອກຫາທາງບໍ່ເຫັນ.

4. Structure Breakdown 

ພາສາອັງກິດສຳລັບເອົາຕົວຫຼອດບໍ່ແມ່ນການສ້າງປະໂຫຍກ.

ແຕ່ມັນແມ່ນ

Signal → Need → Action

(ສັນຍານ → ຄວາມຕ້ອງການ → ການກະທຳ)

Example:

  • HELP! → I am lost → I need help

👉 Short. Direct. No extra words.

(ສັ້ນ. ກົງໆ. ບໍ່ຄຳອື່ນອີກ)

5. Real Dialogue 

Passer-by:  Are you okay?

ຄົນກາຍທາງ: ເຈົ້າບໍ່ມີບັນຫາຕີ?

You:  No… I need help.

ເຈົ້າ: ບໍ່….. ຂ້ອຍຕ້ອງການຄວາມຊ່ວຍເຫຼືອ.

Passer-by:  What happened?

ເກີດຫຍັງຂຶ້ນ?

You:  I am lost. I can’t find my hotel.

ຂ້ອຍຫຼົງທາງ. ຂ້ອຍບໍ່ສາມາດຊອກຫາໂຮງແຮມຂອງຂ້ອຍ.

Passer-by:  Okay, I will help you.

ໂອເຄ, ຂ້ອຍຈະຊ່ວຍເຈົ້າ.

6. PRACTICE SECTION 

ຝຶກຫັດເວົ້າສຳນວນຕໍ່ໄປນີ້:

  • Help!
  • I need help
  • I am lost
  • It’s an emergency

👉 ຈາກນັ້ນ ກໍເວົ້າປະສົມກັນ:

  • I am lost. I need help.
  • I have a problem. Please help me.

7. Common Mistakes  

ໃຫ້ລະວັງ ຫຼາຍຄົນເວົ້າອັງກິດບໍ່ຖືກ ຍ້ອນຄິດທຽບໃສ່ຄວາມລາວ!

❌ I am not understand
✔ I don’t understand

❌ Help me please I very need
✔ Please help me / I need help

❌ I problem have
✔ I have a problem

8. Real-life Usage Tip

ໃຊ້ສຳນວນເຫຼົ່ານີ້ ເມື່ອ:

  • ເຈົ້າຫຼົງທາງ,
  • ເຈົາຕົກຢູ່ໃນອັນຕະລາຍ,
  • ເຈົ້າບໍ່ເຂົ້າໃຈຫຍັງໝົດ, ແລະ
  • ເຈົ້າຕ້ອງການຄວາມຊ່ວຍເຫຼືອທັນທີ.​

👉 ຫຼັກການ:

Don’t try to speak perfect English — speak FAST and CLEAR.

(ຢ່າພະຍາຍາມເວົ້າອັງກິດໃຫ້ສົມບູນແບບ–ເວົ້າໄວ ແລະ ຈະແຈ້ງກໍພໍ)

9. Mini Summary

✔ Help!
✔ I need help
✔ I have a problem
✔ I am lost
✔ It’s an emergency

10. Next Lesson

👉 Next Lesson:
I Don’t Understand (Basic Communication Breakdown Survival)

👉 Related:

  • Asking for Help
  • Emergency Communication Basics

❤️  Share ຖ້າບົດຄວາມນີ້ມີປະໂຫຍດ, ຢ່າລືມ ກົດແຊຣ໌ (Share) ບົດຄວາມນີ້ອອກໄປ ເພື່ອແບ່ງປັນຄວາມຮູ້ດີໆ ໃຫ້ກັບໝູ່ເພື່ອນ ແລະ ເປັນກຳລັງໃຈໃຫ້ກັບທີມງານ Lao Guru ເດີ້!

Please follow and like us:

Leave a Comment

Your email address will not be published. Required fields are marked *

Scroll to Top