
ປັນຍາປະດິດສ້າງ (AI) ໄດ້ກາຍເປັນໜຶ່ງໃນເທັກໂນໂລຊີທີ່ປ່ຽນແປງໂລກຫຼາຍທີ່ສຸດໃນຍຸກປັດຈຸບັນ ໂດຍໄດ້ປະຕິວັດອຸດສາຫະກຳຕ່າງໆ ແລະ ປ່ຽນແປງວິຖີຊີວິດ, ການເຮັດວຽກ ແລະ ການປະຕິສຳພັນຂອງຄົນເຮົາໄປດ້ວຍປະລິຍາຍ. ເຖິງແມ່ນວ່າ AI ຈະນຳມາເຊິ່ງກາລະໂອກາດ ແຕ່ມັນກໍເປັນສິ່ງທ້າຍທາຍສຳລັບການປັບຕົວຂອງຄົນຢ່າງຫຼີກລ່ຽງບໍ່ໄດ້. ບົດຄວາມນີ້ຈະສຳຫຼວດຂໍ້ດີ ແລະ ຂໍ້ເສຍຂອງ AI ແລະ ວິທີທີ່ມະນຸດເຮົາຈະປັບຕົວແນວໃດເພື່ອໃຊ້ປະໂຫຍດສູງສຸດຈາກເທັກໂນໂລຊີນີ້.
ຂໍ້ດີຂອງ AI
1 ເພີ່ມປະສິດທິພາບ ແລະ ຜົນຜະລິດ: AI ຊ່ຽວຊານໃນການເຮັດວຽກຊ້ຳໆ ໂດຍອັດຕະໂນມັດ ຊ່ວຍໃຫ້ມະນຸດມີເວລາສຸມໃສ່ວຽກງານທີ່ຊັບຊ້ອນ ແລະ ສ້າງສັນຫຼາຍຂື້ນ ຕັ້ງແຕ່ການວິເຄາະຂໍ້ມູນໄປຈົນຮອດການຜະລິດ.
2. ເພີ່ມປະສິດທິພາບ ແລະ ຫຼຸດຜ່ອນຄວາມຜິດພາດ: ການປັບແຕ່ງທີ່ເໝາະສົມກັບຜູ້ໃຊ້ ອັລກໍຣິທຶມ AI ສາມາດວິເຄາະຂໍ້ມູນຈຳນວນຫຼາຍ (Big Data) ເພື່ອນຳເຂົ້າມູນມາໃຊ້ເຊັ່ນ: ການແນະນຳສິນຄ້າສ່ວນຕົວໄປຮອດແຜນສຸຂະພາບຂອງບຸກຄົນ.
3. ຂັບເຄື່ອນນະວັດຕະກຳ: ປັດຈຸບັນນີ້ການນຳໃຊ້ AI ຂັບເຄື່ອນນະວັດຕະກຳເຊັ່ນ ຍານພາຫະນະອັດຕະໂນມັດ, ການດູແລສຸຂະພາບແບບຄາດຄະເນ, ເມືອງອັດສະລິຍະ ຫຼືແມ່ນກະທັ້ງມີຄວາມຄິດຢາກໃຫ້ AI ຊ່ວຍແກ້ໄຂການປ່ຽນແປງຂອງພູມອາກາດ (climate change).
4. ພ້ອມໃຊ້ງານ 24 ຊົ່ວໂມງ: AI ບໍ່ຈຳເປັນຕ້ອງພັກຜ່ອນຄືກັບຄົນ. ດັ່ງນັ້ນ, ຈິ່ງເຫມາະສຳລັບການດຳເນີນງານທີ່ຕ້ອງການຄວາມຕໍ່ເນື່ອງເຊັ່ນ: ການບໍລິການລູກຄ້າ ເຊິ່ງລະບົບຖາມ-ຕອບ (chatbot) ສາມາດໃຫ້ຄວາມຊ່ວຍເຫຼືອທັນທີໄດ້ທຸກເວລາ.
5. ຊ່ວຍໃນການຕັດສິນໃຈ: AI ສາມາດວິເຄາະແບບຂໍ້ມູນ ແລະ ສະໜອງເລິກທີ່ຊ່ວຍເພີ່ມການຕັດສິນໃຈໃນສາຂາຕ່າງໆເຊັ່ນ: ການເງິນ, ການຂົ່ນສົ່ງ (ໂລຈິດສະຕິກ) ແລະ ການບໍລິຫານຈັດການສິ່ງແວດລ້ອມ.
ຂໍ້ເສຍຂອງ AI
1) ການສູນເສຍວຽກງານ: ຍ້ອນວ່າ AI ສາມາດເຮັດວຽກໂດຍອັດຕະໂນມັດ, ບາງວຽກອາດຈະບໍ່ຕ້ອງການໃຊ້ຄົນອີກຕໍ່ໄປ ເຊິ່ງຈະກໍ່ໃຫ້ເກີດຄວາມກັງວົນການວ່າງງານ ແລະ ຄວາມຈຳເປັນຕ້ອງພັດທະນາທັກສະໃໝ່ (ຕ້ອງພັດທະນາທັກສະໃໝ່ໃຫ້ເທົ່າທັນກັບຄວາມກ້າວໜ້າຂອງເຕັກໂນໂລຊີ)
2) ຄວາມລຳອຽງ ແລະ ຈາລິຍະທຳ: ລະບົບ AI ອາດຈະສືບທອດຄວາມລຳອຽງທີ່ຢູ່ໃນຂໍ້ມູນການຝຶກອົບຮົມ ເຊິ່ງຈະນຳໄປສູ່ຜົນທີ່ບໍ່ຍຸຕິທຳ ແລະ ບໍ່ຖືກຕ້ອງຕາມຄວາມເປັນຈິງເຊັ່ນ: Deepseek ອາດຈະບໍ່ຕອບຂໍ້ມູນຕາມຄຳຖາມ ເມື່ອຖາມບັນຫາພາຍໃນຈີນ ແລະ ChatGPT ກໍອາດຈະບໍ່ໃຫ້ລາຍລະອຽດກ່ຽວກັບຂໍ້ມູນຂອງຕາເວັນຕົກເຊັ່ນດຽວກັນ. ນອກນີ້, ຍັງມີບັນຫາດ້ານຈາລິຍະທຳ (ຄວາມເປັນສ່ວນຕົວ) ຍ້ອນການສອດແນມ ແລະ ການລວງຕັບຜູ້ໃຊ້ງານ.
3) ຄ່າໃຊ້ຈ່າຍສູງ: ການພັດທະນາ ແລະ ການດູແລ AI ມີຄ່າໃຊ້ຈ່າຍສູງ ເຊິ່ງອາດຈະເປັນອຸປະສັກສຳລັບທຸລະກິດຂະໜາດນ້ອຍ ແລະ ປະເທດກຳລັງພັດທະນາ.
4) ການພຶ່ງພາ AI ຫຼາຍເກີນໄປ: ອາດຈະເຮັດໃຫ້ທັກສະຂອງມະນຸດຫຼຸດລົງ ແລະ ສ້າງຊ່ອງວ່າງຫາກລະບົບຫຼົ້ມ ຫຼື ຖືກໂຈມຕີ.
5) ບັນຫາຄວາມເປັນສ່ວນຕົວ: AI ສາມາດປະມວນຜົນຂໍ້ມູນຈຳນວນຫຼາຍ ເຊິ່ງຈະເປັນສິ່ງບໍ່ດີສຳລັບຄວາມເປັນສ່ວນຕົວ ແລະ ຄວາມປອດໄພຂອງຂໍ້ມູນ.
ການປັບຕົວເພື່ອໃຊ້ປະໂຫຍດສູງສຸດຈາກ AI
ເມື່ອ AI ມີທັງຂໍ້ດີ ແລະ ຂໍ້ເສຍຄືແນວນີ້ ພວກເຮົາຈະປັບຕົວແນວໃດເພື່ອໃຫ້ໄດ້ປະໂຫຍດສູງສຸດຈາກເທັກໂນໂລຊີນີ້? ພວກເຮົາຂໍສັງລວມວິທີການດັ່ງຕໍ່ໄປນີ້:
1) ຮຽນຮູ້ຕະຫຼອດຊີວິດ
2) ພັດທະນາທັກສະໃໝ່
3) ສະໜັບສະໜູນ AI ທີ່ດີ
4) ສ້າງຄວາມສົມດູນລະຫວ່າງ AI ກັບມະນຸດ
5) ສົ່ງເສີມຄວາມຮູ້ດ້ານດີຈີຕອນ
6) ຮ່ວມມືກັບທຸກພາກສ່ວນ
ແນະນຳອ່ານ