beginner

beginner (ລະດັບເລີ່ມຕົ້ນ) – ເໝາະກັບກຸ່ມ Survival ທີ່ເນັ້ນປະໂຫຍກສັ້ນໆ ຈື່ແລ້ວນຳໄປໃຊ້ໄດ້ເລີຍ.

ກະເປົາເສຍ ຫຼື ເປ່ເພຢູ່ສະໜາມບິນ
> REAL

ກະເປົາຫາຍ ແລະ ກະເປົາເພຢູ່ສະໜາມບິນ | Missing & Damaged Luggage

🧠  Mindset ລອງຈິນຕະນາການວ່າ ທ່ານຫາກໍເດີນທາງໄປຮອດສະໜາມບິນປາຍທາງຢ່າງອິດເມື່ອຍ, ຢືນລໍຖ້າກະເປົາຢູ່ສາຍພານຈົນຄົນອື່ນຍ່າງໜີໄປໝົດ ແລ້ວພົບວ່າ “ກະເປົາຂອງເຮົາບໍ່ອອກມາ” ຫຼື ອອກມາໃນສະພາບ “ລໍ້ຫັກ, ກະເປົາແຕກເພ”. ໃນສະຖານະການທີ່ໜ້າຕົກໃຈ ແລະ ກົດດັນແບບນີ້ ສິ່ງທຳອິດທີ່ຕ້ອງເຮັດຄື ຕັ້ງສະຕິ ແລ້ວມຸ່ງໜ້າໄປທີ່ຫ້ອງ Baggage Claim Office ຫຼື Lost & Found (ຫ້ອງບໍລິການແຈ້ງກະເປົາເສຍຫາຍ) ທີ່ຢູ່ບໍລິເວນສາຍພານນັ້ນທັນທີ ໂດຍມີກົດເຫຼັກຄື “ຫ້າມຍ່າງອອກໄປນອກສະໜາມບິນ (ຮອບນອກ) ເດັດຂາດ” ເພາະຖ້າທ່ານຍ່າງອອກໄປແລ້ວ ຈະກັບເຂົ້າມາແຈ້ງຄວາມໄດ້ຍາກຫຼາຍ ແລະ ສາຍການບິນອາດຈະປະຕິເສດຄວາມຮັບຜິດຊອບໄດ້ເຈົ້າ. 🔄  The Pitfalls ❌ ຄົນມັກເວົ້າ: “My bag lost.” ⚠️ ຄວາມຈິງ: ປະໂຫຍກນີ້ຟັງຄືວ່າ “ທ່ານເປັນຄົນເຮັດຫຼຸດຫາຍເອງ” ຢູ່ບ່ອນໃດບ່ອນໜຶ່ງໃນສະໜາມບິນ. ✅ ເວົ້າໃຫ້ຖືກ: My luggage is missing. (ກະເປົາຂອງຂ້ອຍເສຍ/ບໍ່ເຫັນ) ຫຼື […]

ແຈ້ງປີ້ຍົນ check in counter
> REAL

ໄປຕ່າງປະເທດຄັ້ງທຳອິດ? ເວົ້າອັງກິດແນວໃດໃນໂຕະ Check-in Counter

ເວລາເດີນທາງໄປຕ່າງປະເທດ, ດ່ານທຳອິດທີ່ເຮັດໃຫ້ມືໃໝ່ຕື່ນເຕັ້ນ ແລະ ກັງວົນທີ່ສຸດ ກໍຄື “ໂຕະແຈ້ງປີ້” (Check-in Counter). ຫຼາຍຄົນຢ້ານຟັງພາສາອັງກິດບໍ່ຮູ້ເລື່ອງ ແລະ ບໍ່ຮູ້ວ່າຕ້ອງເລີ່ມເຮັດຫຍັງກ່ອນ. ຄວາມຈິງແລ້ວ, ຖ້າເຮົາເຂົ້າໃຈ “ຂັ້ນຕອນ” ແລະ ຮູ້ “ປະໂຫຍກກັນຕາຍ” ສັ້ນໆ, ເລື່ອງນີ້ຈະກາຍເປັນເລື່ອງງ່າຍທັນທີ. ມື້ນີ້ Lao Guru ຈະມາແບ່ງປັນທັງປະສົບການຈິງ ແລະ ພາສາອັງກິດທີ່ຈຳເປັນໃນລະດັບ Elementary ໃຫ້ເອົາໄປໃຊ້ໄດ້ເລີຍ! 🗺️ Step 1: ວິທີຊອກໂຕະແຈ້ງປີ້ສາຍການບິນ ເມື່ອຍ່າງເຂົ້າໄປໃນສະໜາມບິນ, ສິ່ງທຳອິດທີ່ຕ້ອງເຮັດຄື: ຢ່າຍ່າງຊອກຫາໂຕະແຈ້ງປີ້ແບບມົ້ວໆ. ໃຫ້ຍ່າງໄປເບິ່ງ ຈໍມໍນິເຕີຂະໜາດໃຫຍ່ (Flight Information Board) ທີ່ສະແດງທ່ຽວບິນ. ຊອກຫາ “ລະຫັດທ່ຽວບິນ” ຂອງທ່ານ (ເຊັ່ນ: QV 445 ຫຼື  TG 571) ຢູ່ໃນຈໍ. ເບິ່ງຊ່ອງ “Row” ຫຼື “Counter” ວ່າສາຍການບິນຂອງທ່ານເປີດໃຫ້ແຈ້ງປີ້ຢູ່ແຖວໃດ

ending conversation
> REAL

ວິທີຂໍຕົວລາໄປແບບສຸພາບ ແລະ ເປັນທຳມະຊາດ: How to End a Conversation Gracefully

ເຈົ້າເຄີຍເປັນບໍ? ຫຼັງຈາກທີ່ໃຊ້ປະໂຫຍກ Survival ເອົາຕົວລອດທັກທາຍ ແລະ ລົມກັບຄົນຕ່າງຊາດມາໄດ້ຕັ້ງດົນ… ແຕ່ພໍເຖິງເວລາທີ່ເຮົາຕ້ອງຍ່າງອອກໄປ ຫຼື ຟ້າວໄປເຮັດວຽກຕໍ່ ເຮົາພັດບໍ່ຮູ້ຈະເວົ້າຄຳໃດ ໃຫ້ນຸ້ມນວນ? ຫຼາຍຄົນຄິດບໍ່ອອກ ກໍຫຼົງເວົ້າຕັດບົດດື້ໆ ວ່າ “Bye!” (ໄປລະເດີ້!) ແລ້ວກໍຍ່າງອອກໄປເລີຍ ເຊິ່ງໃນວັດທະນະທຳຕາເວັນຕົກ ມັນອາດຈະຟັງເບິ່ງຄືເຮົາກຳລັງລຳຄານ ຫຼື ບໍ່ຢາກລົມນຳເຂົາເຈົ້າແລ້ວ. ມື້ນີ້ Lao Guru ຈະມາສອນວິທີ “ປິດບົດສົນທະນາ” ແລະ ຂໍຕົວລາໄປ ແບບມີ Style ສຸພາບ, ເປັນທຳມະຊາດ ແລະ ບໍ່ເຮັດໃຫ້ບັນຍາກາດອຶດອັດ! ❌ 2 ສິ່ງທີ່ “ຄວນຫຼີກເວັ້ນ” ຖ້າບໍ່ຈຳເປັນ (What to Avoid) ເມື່ອເຖິງເວລາຕ້ອງແຍກຍ້າຍ ພະຍາຍາມຢ່າເຮັດສິ່ງເຫຼົ່ານີ້ດຶ້ໆ: Bye! (ໄປລະເດີ້!) — ວາງສາຍ ຫຼື ຍ່າງໜີທັນທີໂດຍບໍ່ມີປະໂຫຍກເກີດນຳ (Transition) ຈະຟັງເບິ່ງຄືການຕັດຮູບ ແລະ ກະດ້າງເກີນໄປ. ສ້າງຂໍ້ອ້າງທີ່ເກີນຈິງ

ຟັງພາສາອັງກິດບໍ່ທັນ ວິທີບອກໃຫ້ເວົ້າອີກຄັ້ງແບບສຸພາບ Lao Guru
> REAL

ວິທີບອກໃຫ້ຄົນຕ່າງຊາດເວົ້າອີກຄັ້ງແບບສຸພາບ (ຢ່າເວົ້າ What?)

ເຈົ້າເຄີຍເປັນບໍ? ເວລາລົມກັບຄົນຕ່າງຊາດ ແລ້ວເຂົາເຈົ້າເວົ້າໄວເກີນໄປ ຫຼື ໃຊ້ຄຳສັບທີ່ເຮົາບໍ່ຮູ້ຈັກ… ແລ້ວສິ່ງທີ່ເຮົາເຮັດຄື “ຍິ້ມແຫ້ງໆ ແລ້ວກໍງຶກຫົວຮັບເອງເສີຍ” ທັງໆ ທີ່ໃນໃຈບໍ່ເຂົ້າໃຈເລີຍຈັກດີ້! ຫຼື ບາງຄັ້ງ ພໍຟັງບໍ່ທັນ ລະບົບປ້ອງກັນຕົວຂອງສະໝອງກໍຫຼົງອຸທານອອກໄປວ່າ “What?” (ຫຍັງເກາະ?) ເຊິ່ງໃນພາສາອັງກິດ ຖ້າໃຊ້ຜິດນ້ຳສຽງ ມັນອາດຈະຟັງເບິ່ງຄືເຮົາກຳລັງຮ້າຍ ຫຼື ບໍ່ສຸພາບໄດ້. ມື້ນີ້ Lao Guru ຈະມາສອນວິທີ “ເອົາຕົວລອດ” ເມື່ອຟັງບໍ່ທັນ ດ້ວຍປະໂຫຍກສຸພາບ ທີ່ຊ່ວຍໃຫ້ເຈົ້າເບິ່ງເປັນມືອາຊີບ ແລະ ໝັ້ນໃຈຂຶ້ນຮ້ອຍເທົ່າ! ❌ 3 ຄຳທີ່ “ຄວນຫຼີກເວັ້ນ” ຖ້າບໍ່ຈຳເປັນ ເມື່ອຟັງບໍ່ອອກ ພະຍາຍາມຢ່າໃຊ້ແຕ່ຄຳເຫຼົ່ານີ້ດຶ້ໆ: What? (ຫຍັງ? / ຫຍັງເກາະ?) — ຟັງເບິ່ງຄືບໍ່ມີລະດັບ ແລະ ກະດ້າງເກີນໄປ. Huh? (ຮຶ?) — ເບິ່ງເປັນກັນເອງເກີນໄປ ບໍ່ເໝາະກັບການລົມກັບຄົນບໍ່ສະໜິດ ຫຼື ໃນບ່ອນເຮັດວຽກ. Repeat please!

Scroll to Top