Author name: LaoGuru Team

four noble truth
ທັມມະ

ອະຣິຍະສັດ 4

ອະຣິຍະສັດ ຫຼື ອະຣິຍະສັຈ ໝາຍເຖິງຂອງຈິງອັນປະເສີດ ຫຼື ຂອງຈິງທີ່ຫ່າງໄກຈາກຂ້າເສິກມີ 4 ປະການຄື: ທຸກ (ທຸກຂ໌), ສະມຸໄທ (ສະມຸທັຍ), ນິໂຣດ (ນິໂຣທ) ແລະ ມັກມີອົງ 8 (ມັຄ) ເຊິ່ງເຈົ້າຊາຍສີທັດທະໄດ້ຊົງຄົ້ນພົບ ແລະ ຕັດສະຮູ້ເປັນພຣະພຸດທະເຈົ້າໃນວັນເພັງເດືອນ 6 ຢູ່ກ້ອງຕົ້ນສີມະຫາໂພ (ພຸດທະຄາຍາໃນປະຈຸບັນ), ປະເທດອິນເດຍ. ອະຣິຍະສັດ 4 ຖືວ່າເປັນຫຼັກສຳຄັນຂອງພຸດທະສາສະໜາ ທີ່ຊາວພຸດທັງຫລາຍຈະຕ້ອງເຂົ້າໃຈຢ່າງເລິກເຊິ່ງ ເພື່ອນຳໄປປະພຶດປະຕິບັດໃຫ້ເກີດມັກ, ຜົນ ແລະນິບພານ ອັນເປັນຄວາມສຸກນິຣັນດອນ ເຊິ່ງເປັນຈຸດໝາຍສູງສຸດຂອງພຸດທະສາສະໜາ.

parts of speech
Learn English

Parts of speech

ຄຳສັບໃນພາສາອັງກິດຈັດແບ່ງອອກເປັນ 8 ຊະນິດ ເອີ້ນວ່າ Parts of Speech ຫຼື ພາສາລາວແປວ່າ “ສ່ວນຕ່າງໆຂອງຄຳເວົ້າ”. 5 ຊະນິດ ສາມາດຜັນແປງຄຳເປັນ ໜຶ່ງ ຫຼື ຫຼາຍທິດທາງຄື: ສ່ວນ 3 ຊະນິດທີ່ເຫຼືອແມ່ນບໍ່ຜັນຄຳ ໄດ້ແກ່ ຕົວຢ່າງ: the preposition “in” ກໍແມ່ນ “in” ຕະຫຼອດໄປ; the conjunction “but” ກໍແມ່ນ “but” ຕະຫຼອດໄປ ໂດຍບໍ່ມີການຜັນຄຳແຕ່ຢ່າງໃດ.       ຄຳວ່າ ຜັນປ່ຽນຄຳ (inflection) ໝາຍເຖິງການປ່ຽນຮູບຂອງຄຳພາຍໃນ parts of speech ເທົ່ານັ້ນເຊ່ັນ: ແຕ່ວ່າຫຼາຍຄຳສາມາດຜັນແປງ ເພື່ອໃຫ້ມັນເຮັດໜ້າທີ່ເປັນຊະນິດໃດໜຶ່ງຂອງ parts of speech ທີ່ແຕກຕ່າງກັນເຊັ່ນ:      ເຖິງຢ່າງໃດກໍຕາມ, ມີຫຼາຍຄຳທີ່ບໍ່ປ່ຽນແປງຮູບ ແຕ່ວ່າສາມາດເປັນໄດ້ຫຼາຍກວ່າໜຶ່ງຊະນິດຂອງ parts of

have
Learn English

Verb to have ໃຊ້ແນວໃດ?

To have (have, has, had, had) ເປັນກຳມະພື້ນຖານຂອງພາສາອັງກິດ ແລະ ໃຊ້ຫຼາຍທີ່ສຸດເຊັ່ນດຽວກັນກັບ to be, to do ເພາະມັນເປັນທັງກຳມະທົ່ວໄປ (general verb) ແລະ ກຳມະຊ່ອຍ (helping verb / auxiliary verb). ນັກຮຽນຈະຕ້ອງຈື່ ແລະ ເຂົ້າໃຈວິທີການນຳໃຊ້ຢ່າງບໍ່ຕ້ອງສົງໄສ. ເພາະຖ້າຍັງສົງໄສ, ກໍເຮັດໃຫ້ເສຍເວລາກັບມາຮຽນຕື່ມອີກ. ພວກເຮົາໃຊ້ to have ເຮັດຫຍັງ ແລະ ໃຊ້ແນວໃດ? To have ເວລາແປເປັນພາສາລາວ ຄົນສ່ວນຫຼາຍມັກແປວ່າ “ມີ”. ແຕ່ເມື່ອຮຽນເລິກເຂົ້າໄປ ຈະພົບວ່າບໍ່ເຫັນຄຳແປເຫຼົ່ານີ້ຢູ່ໃນປະໂຫຍກເລີຍ. ດັ່ງນັ້ນ ບໍ່ຄວນຢຶດຕິດຄຳແປເຫຼົ່ານີ້ຢ່າງຕາຍຕົວ ຄວນເບິ່ງຮູບຂອງປະໂຫຍກ ແລະ ຄວາມໝາຍທີ່ເໝາະສົມເປັນຫຼັກ. ການແຈກ To have Subject Present Past Past participle I have    

to do
Learn English

To do ໃຊ້ແນວໃດ?

To do (do, does, did, done) ເປັນກຳມະພື້ນຖານຂອງພາສາອັງກິດ ແລະ ໃຊ້ຫຼາຍທີ່ສຸດ ເພາະມັນເປັນທັງກຳມະທົ່ວໄປ (general verb) ແລະ ກຳມະຊ່ອຍ (helping verb / auxiliary verb). ນັກຮຽນຈະຕ້ອງຈື່ ແລະ ເຂົ້າໃຈວິທີການນຳໃຊ້ຢ່າງບໍ່ຕ້ອງສົງໄສ. ເພາະຖ້າຍັງສົງໄສ, ກໍເຮັດໃຫ້ເສຍເວລາກັບມາຮຽນຕື່ມອີກ. ພວກເຮົາໃຊ້ to do ເຮັດຫຍັງ ແລະ ໃຊ້ແນວໃດ? To do ເວລາແປເປັນພາສາລາວ ຄົນສ່ວນຫຼາຍມັກແປວ່າ “ເຮັດ ຫຼື ກະທຳ”. ແຕ່ເມື່ອຮຽນເລິກເຂົ້າໄປ ຈະພົບວ່າບໍ່ເຫັນຄຳແປເຫຼົ່ານີ້ຢູ່ໃນປະໂຫຍກເລີຍ. ດັ່ງນັ້ນ ບໍ່ຄວນຢຶດຕິດຄຳແປເຫຼົ່ານີ້ຢ່າງຕາຍຕົວ ຄວນເບິ່ງຮູບຂອງປະໂຫຍກ ແລະ ຄວາມໝາຍທີ່ເໝາະສົມເປັນຫຼັກ. ການແຈກກຳມະ To do Subject Present Past Past participle I do      

school
ບົດກະວີ

ໂຮງຮຽນບ້ານນອກ

ເຫັນຮູບກໍຫາກຮູ້                    ນີ້ຄື ບ່ອນຮຽນໜັງສື     ເປັນອາຄານຊັ້ນດຽວ               ເຮັດໂດຍຊາວບ້ານ     ກະດານ ໂຕະຕັ່ງມ້າ                 ມີພຽງອາໄສນັ່ງ      ຮຽນໜັງສືທຸກມື້                     ຫວັງຮູ້ອ່ານຂຽນ ນັກຮຽນທັງເດັກນ້ອຍ             ຮຽນຮ່ວມຮຽງກັນ      ຈັກຊິສຽງນາຍຄູ                     ຈັກຊິສຽງຄົນໄຫ້     ເດັກນ້ອຍໄປນຳເອື້ອຍ              ວົນແຊວໄຫ້ຈ່ອງ ທັງເອົານ້ອງ ທັງມືຂຽນຂີດແຕ້ມ  ສໍຈ້ຳໃສ່ກະດານ    ເຈົ້າອາດຈະນຶກໄດ້                  ວາດພາບຈິນຕະນາການ      ເຖິງສະພາບ ໂຮງຮຽນ              ຢູ່ໃນຮູບນີ້ 

animal
Learn English

animal

animal ແປວ່າ ສັດ ເຊິ່ງຈະມີຄຳສັບພາສາອັງກິດກ່ຽວກັບສັດ ທີ່ຄົນເຮົາຄຸ້ນເຄີຍກັນດີໃນຊີວິດປະຈຳວັນຈຳນວນ 25 ຊະນິດດັ່ງນີ້: 1 animal ເອນີມໍ ສັດ 2 ant ແອັນ ມົດ 3 bat ແບັດ ເຈຍ 4 bear ແບ ໝີ 5 bee ບີ ເຜີ້ງ 6 bird ເບີດ ນົກ 7 buffalo ບັບຟະໂລ ຄວາຍ 8 bug ບັກ ແມງໄມ້ 9 Butterfly ບັດເຕີຟລາຍ ແມງກະເບື້ອ 10 cat ແຄັດ ແມວ 11 chicken ຊິກເຄນ ໄກ່ 12 cow ຄາວ ງົວ

ຢາກມີສັນຍານ
ບົດກະວີ

ຢາກມີ “ສັນຍານ”

ຄືນນີ້ ເດິກດຶນຂ້ອນ………………….ນອນຢູ່ກາງດົງ ຫຼັງເປ້ຖົງເອິກມີປືນ…………………..ກອດຢືນອີງໄມ້ ແສງໄຟຄືເດືອນແລະດາວເທິງຟ້າ……ສ່ອງລົງມາພໍພູມພູ່ ຢູ່ຊາຍແດນແຫ່ງນີ້……………………ມາແລ້ວໜຶ່ງປີ ຊາຍແດນລາວເຂດນີ້…………………ຍັງຫ່າງຄວາມຈະເລີນ ມີເງິນ ກໍບໍ່ມີຄວາມໝາຍ………………ບໍ່ມີບ່ອນຊື້ ມືຖືມີເສຍລ້າ……………………………ຖືໄປມາພໍເປັນໝູ່ ຢູ່ປ່າເຫງົາຄິດຮອດນ້ອງ……………….ພໍໄດ້ເປີດແຍງ

Scroll to Top