The US Dollar: ເປັນຫຍັງໂລກຈິ່ງຖືຄອງໂດລາ

the us dollar

ເວລາປະເທດຕ່າງໆຊື້ນ້ຳມັນ, ຄ້າຂາຍລະຫວ່າງປະເທດ ຫຼື ເກັບທຶນສຳຮອງ — ສິ່ງທີ່ເຮົາມັກເຫັນຄື “US Dollar”.

ແມ່ນແຕ່ປະເທດທີ່ບໍ່ມັກສະຫະລັດ ກໍຍັງໃຊ້ເງິນໂດລາໃນການຄ້າ.  ເປັນຫຍັງໂລກຈຶ່ງຍັງພຶ່ງພາ USD? ແລະ ເປັນຫຍັງເລື່ອງນີ້ຈຶ່ງບໍ່ແມ່ນພຽງເສດຖະກິດ (economics) ແຕ່ກ່ຽວກັບ ພູມສາດການເມືອງ (geopolitics), ອຳນາດ (power) ແລະ ອິດທິພົນໂລກ (global influence)?

📘 English Layer

depend on (v) = ເພິ່ງພາ

✅ Example:

Many countries still depend on the US dollar for global trade.

🧠 ກ່ອນໜ້ານີ້ ໂລກບໍ່ໄດ້ໃຊ້ US Dollar

ໃນອະດີດ, British Empire ເຄີຍເປັນມະຫາອຳນາດຂອງໂລກ.
ໃນຊ່ວງນັ້ນ British Pound ເປັນເງິນທີ່ສຳຄັນທີ່ສຸດໃນການຄ້າໂລກ.

ແຕ່ຫຼັງ World War II, ອັງກິດອ່ອນແອລົງ ໃນຂະນະທີ່ສະຫະລັດກາຍເປັນເສດຖະກິດທີ່ໃຫຍ່ທີ່ສຸດຂອງໂລກ.

ໃນປີ 1944, ປະເທດຕ່າງໆ ນຳໂດຍສະຫະລັດໄດ້ປະຊຸມກັນຢູ່ Bretton Woods, New Hampshire ແລະ ໄດ້ສ້າງ ລະບົບ Bretton Woods ເຊິ່ງເປັນຂອບນະໂຍບາຍການເງິນສາກົນ. ລະບົບນີ້ໄດ້ຜູກມັດສະກຸນເງິນຂອງທົ່ວໂລກໄວ້ກັບ ໂດລາສະຫະລັດ ແລະ ໂດລາສະຫະລັດກໍຖືກຮອງຮັບໂດຍ ຄຳ ໃນລາຄາ 35 ໂດລາຕໍ່ 1 ອອນສ໌.

ນອກຈາກນັ້ນ, ລະບົບນີ້ຍັງໄດ້ກໍ່ຕັ້ງ ກອງທຶນສາກົນ (IMF) ແລະ ກຸ່ມທະນາຄານໂລກ ຂຶ້ນ ເພື່ອຊ່ວຍຮັກສາສະຖຽນລະພາບທາງດ້ານເສດຖະກິດ ແລະ ຟື້ນຟູປະເທດຕ່າງໆທີ່ໄດ້ຮັບຜົນກະທົບຈາກສົງຄາມ.

ນັບຈາກນັ້ນມາ:

ການຄ້າໂລກ (global trade),

ການຊື້-ຂາຍນ້ຳມັນ (oil transactions),

ການທະນາຄານສາກົນ (international banking) ແລະ

ທຶນສຳຮອງຕ່າງປະເທດ (foreign reserves)

ກໍເລີ່ມໃຊ້ USD ເປັນຫຼັກ.

📘 English Layer

reserve currency = ເງິນສຳຮອງຂອງໂລກ

✅ Example:

The US dollar became the world’s main reserve currency after World War II.

🌍 ເປັນຫຍັງ USD ຈຶ່ງຍັງແຂງແຮງ?

ຫຼາຍຄົນຄິດວ່າ: “ສະຫະລັດພິມເງິນ (ເງິນກະດາດ) ຫຼາຍ ເປັນຫຍັງໂລກຍັງເຊື່ອ ທັ້ງໆທີ່ປະທານາທິບໍດີສະຫະລັດ Richard Nixon ໄດ້ປະກາດຍົກເລີກການຜູກເງິນໂດລາກັບຄຳແລ້ວໃນປີ 1973 ?”

ຄຳຕອບຄື: ລະບົບການເງິນຂອງສະຫະລັດ ຍັງໃຫຍ່, ລຶກ ແລະ ມີຄວາມໜ້າເຊື່ອຖືສູງ.

ປັດໄຈສຳຄັນມີເຊັ່ນ:

ເສດຖະກິດສະຫະລັດ (US economy) ໃຫຍ່ທີ່ສຸດ

ຕະຫຼາດຊັບສິນສະຫະລັດ (US Treasury market) ແຂງແຮງ

ນັກລົງທຶນໂລກ (global investors) ເຊື່ອຖື USD

ການຄ້ານໍ້ນມັນ (oil trade) ສ່ວນຫຼາຍໃຊ້ dollar ຍ້ອນວ່າ ສະຫະລັດໄດ້ເຮັດຂໍ້ຕົກລົງກັບອາຣາບີ ຊາອຸດດິດ ທີ່ໃຫ້ການຊື້ຂາຍນ້ຳມັນເປັນເງິນໂດລາ (Pretodollar) ຈົນເຖິງປັດຈຸບັນນີ້.

📘 English Layer

safe haven (v) = ສິນຊັບທີ່ຄົນເຊື່ອວ່າປອດໄພໃນຊ່ວງວິກິດ

✅ Example:

Many investors view the US dollar as a safe haven asset.

🔍 ຄົນທົ່ວໄປເບິ່ງ — ນັກວິເຄາະຄິດ

ຄົນທົ່ວໄປອາດເວົ້າ:  “USD ແຂງ ເພາະສະຫະລັດຮັ່ງມີ”

ແຕ່ນັກວິເຄາະຈະຖາມ:

ເປັນຫຍັງທຸກປະເທດຈຶ່ງຕ້ອງຖື dollar?

ເປັນຫຍັງນ້ຳມັນຈຶ່ງຊື້ຂາຍເປັນ USD?

ເປັນຫຍັງການຂວໍ້າບາດ (sanctions) ຂອງສະຫະລັດຈຶ່ງມີພະລັງ?

ນີ້ແຫຼະຄື “Analytical thinking”

1️⃣ Dollar Dominance — ການຄອບງຳຂອງ USD

ປັດຈຸບັນ ເງິນໂດລາຍັງເປັນສູນກາງຂອງ:

ການຄ້າໂລກ (international trade),

ທະນາຄານໂລກ (global banking),

ທຶນສຳຮອງຕ່າງປະເທດ (foreign reserves), ແລະ

ລາຄາສິນຄ້າ (commodity pricing).

ຫຼາຍປະເທດອາດບໍ່ຢາກພຶ່ງ USD ຫຼາຍເກີນໄປ ແຕ່ລະບົບໂລກປະຈຸບັນຍັງເຊື່ອມກັບ dollar ຢ່າງເລິກຊຶ້ງ.

📘 English Layer

dominance (v) = ການຄອບງຳ

✅ Example:

The US dollar maintains dominance in the global financial system.

🧠 Analytical Upgrade

❌ The dollar is powerful.

✅ The dollar remains dominant because global trade and financial systems are deeply connected to the United States.

2️⃣ Sanctions — ອາວຸດທາງການເງິນ

ຫຼາຍຄົນຄິດວ່າ sanctions ແມ່ນພຽງການເມືອງ.

ແຕ່ໃນຄວາມເປັນຈິງ, ພະລັງຂອງ USD ເຮັດໃຫ້ສະຫະລັດສາມາດກົດດັນປະເທດອື່ນຜ່ານລະບົບການເງິນໄດ້.

ຖ້າປະເທດໃດຖືກຕັດອອກຈາກ dollar system, ການຄ້າ ແລະ ການທະນາຄານ ອາດປະສົບບັນຫາໜັກ.

📘 English Layer

 Economic anctions (n) = ມາດຕະການລົງໂທດທາງເສດຖະກິດ

✅ Example:

The United States uses sanctions as a geopolitical tool.

🌏 Dedollarization — ໂລກກຳລັງຫຼຸດການອາໄສ USD ບໍ?

ປະເທດບາງແຫ່ງເຊັ່ນ: China, Russia ແລະ BRICS countries

ກຳລັງພະຍາຍາມຫຼຸດການໃຊ້ USD ໃນການຄ້າ.   ນີ້ເອີ້ນວ່າ “dedollarization”

ແຕ່ບັນຫາຄື:

ຍັງບໍ່ມີເງິນສະກຸນໃດ ທີ່ສາມາດແທນ USD ໄດ້ຢ່າງສົມບູນ.

📘 English Layer

dedollarization (n) = ການຫຼຸດການພຶ່ງພາເງິນໂດລາ

✅ Example:

Some countries are exploring dedollarization strategies.

⚖️ Bullish vs Bearish on the Dollar

ບາງຄົນເຊື່ອວ່າ USD ຈະຍັງເປັນເງິນຂອງໂລກອີກດົນ ເພາະ:

ລະບົບການເງິນສະຫະລັດ (US financial system) ແຂງແຮງ,

ຄວາມເຊື່ອໝັ້ນຂອງໂລກ (global trust) ຍັງສູງ ແລະ

ຍັງບໍ່ມີຄູ່ແຂ່ງທີ່ຊັດເຈນ

ນີ້ແມ່ນ “bullish view”

ແຕ່ອີກຝ່າຍຄິດວ່າ:

ໜີ້ສະຫະລັດ (US debt) ເພີ່ມຂຶ້ນ,

ຄວາມເຄັ່ງຕຶງທາງພູມສາດການເມືອງ (geopolitical tensions) ສູງຂຶ້ນ.

ຫຼາຍປະເທດຢາກສ້າງລະບົບໃໝ່

ນີ້ແມ່ນ “bearish view”

📘 English Layer

global influence = ອິດທິພົນລະດັບໂລກ

✅ Example:

The US dollar gives the United States enormous global influence.

💡 Insight ສຳຄັນ

ຫຼາຍຄົນຄິດວ່າ:

USD ແມ່ນພຽງ “ເງິນ”

ແຕ່ໃນຄວາມເປັນຈິງ USD ແມ່ນ:

ອຳນາດເສດຖະກິດ (economic power),

ໂຄງລ່າງພື້ນຖານການເງິນ (financial infrastructure),

ອິດທິພົນພູມສາດການເມືອງ (geopolitical influence),

ແລະ ລະບົບຄວາມເຊື່ອໝັ້ນຂອງໂລກ (global trust system)

ນີ້ຄືສາເຫດທີ່ໂລກຍັງເພິ່ງພາມັນ.

📘 English Layer

financial system (v) = ລະບົບການເງິນ

✅ Example:

The US dollar plays a central role in the global financial system.

🎯 ສະຫຼຸບ

US Dollar ບໍ່ແມ່ນພຽງ currency ແຕ່ເປັນ “ຮາກຖານ” ຂອງລະບົບການເງິນໂລກ.

ແລະ ການເຂົ້າໃຈເລື່ອງນີ້ ບໍ່ແມ່ນພຽງການຮຽນ economics ແຕ່ແມ່ນການເຂົ້າໃຈ: ອຳນາດ (power), ການຄ້າ (trade), ພູມສາດການເມືອງ (geopolitics) ແລະ ລະບົບໂລກ (global systems).

ຄຳຖາມບໍ່ແມ່ນວ່າ:

“USD ຈະຫາຍໄປບໍ?”

ແຕ່ຄຳຖາມຄື:

“ຖ້າໂລກບໍ່ເພິ່ງ USD ແລ້ວ ລະບົບໃໝ່ຈະເປັນແນວໃດ?”

📌 ສິ່ງທີ່ຈະຈື່ຈາກບົດນີ້

✅ reserve currency = ເງິນສຳຮອງຂອງໂລກ
✅ dominance = ການຄອບງຳ
✅ sanctions = ມາດຕະການລົງໂທດ
✅ dedollarization = ການຫຼຸດການພຶ່ງ USD
✅ global influence = ອິດທິພົນລະດັບໂລກ

ແນະນຳອ່ານ:

ໝາຍເຫດ: ບົດຄວາມນີ້ເປັນການສອນພາສາອັງກິດ ແລະ ການວິເຄາະຂ່າວລະດັບໂລກ, ບໍ່ແມ່ນຄຳແນະນຳການລົງທຶນ ຫຼື ການເງິນ (Not Financial Advice).


📢 Lao Guru Share ຖ້າບົດຄວາມນີ້ຊ່ວຍໃຫ້ເຈົ້າກ້າແນະນຳຕົວເປັນພາສາອັງກິດແບບມີ Style ຫຼາຍຂຶ້ນ, ຢ່າລືມ ກົດແຊຣ໌ (Share) ບົດຄວາມນີ້ອອກໄປ ເພື່ອແບ່ງປັນຄວາມຮູ້ດີໆ ໃຫ້ກັບໝູ່ເພື່ອນ ແລະ ເປັນກຳລັງໃຈໃຫ້ກັບທີມງານ Lao Guru ເດີ້!

Please follow and like us:

Leave a Comment

Your email address will not be published. Required fields are marked *

Scroll to Top