ເຈົ້າຮູ້ບໍວ່າໃນໂທລະສັບ (Smart phone) ທີ່ເຈົ້າກຳລັງຖື, ລົດ EV ທີ່ເຈົ້າກຳລັງຂີ່ ຫຼື ແມ່ນແຕ່ລະບົບລູກສອນໄຟນຳວິຖີຂັ້ນສູງລ້ວນແຕ່ມີ “ສ່ວນປະກອບລັບ” ທີ່ໂລກຂາດບໍ່ໄດ້?
ສິ່ງນັ້ນບໍ່ແມ່ນຄຳ ຫຼື ເພັດ ແຕ່ມັນຄື Rare Earth Elements
ຄົນທົ່ວໄປອາດຈະຄິດວ່າ ມັນກໍເປັນພຽງແຕ່ກ້ອນຫີນ ຫຼື ແຮ່ທາດທຳມະດາ ແຕ່ນັກວິເຄາະເບິ່ງວ່າ ນີ້ຄື ນ້ຳມັນດິບແຫ່ງຍຸກດິຈິຕອນ (The New Oil) ທີ່ກຳລັງເຮັດໃຫ້ມະຫາອຳນາດຢ່າງ ສະຫະລັດອາເມລິກາ ແລະ ຈີນ ຕ້ອງເປີດໜ້າແຍ່ງຊິງກັນ.
📖 English Layer
Rare earth minerals = ແຮ່ທາດຫາຍາກ
✅ Example: China controls the majority of the world’s rare earth minerals.
(ປະເທດຈີນຄວບຄຸມແຮ່ທາດຫາຍາກສ່ວນໃຫຍ່ຂອງໂລກ)
🧠 ແຮ່ຫາຍາກແມ່ນຫຍັງ? ແລ້ວມັນ “ຫາຍາກ” ແທ້ບໍ?

ຄວາມຈິງແລ້ວ, ແຮ່ຫາຍາກບໍ່ໄດ້ຫາຍາກຄືຊື່ຂອງມັນ ເພາະມັນມີຢູ່ທົ່ວໄປໃນຊັ້ນເປືອກໂລກ ແຕ່ຄວາມຍາກທີ່ແທ້ຈິງຄື ການສະກັດ (Extraction).
ເນື່ອງຈາກແຮ່ທາດເຫຼົ່ານີ້ມັນຈະປົນຢູ່ກັບດິນ ແລະ ແຮ່ທາດອື່ນໆ ໃນປະລິມານທີ່ນ້ອຍຫຼາຍ. ການຈະສະກັດເອົາມັນອອກມາໃຫ້ບໍລິສຸດ ຕ້ອງໃຊ້ເຕັກໂນໂລຊີຂັ້ນສູງ, ເງິນທຶນມະຫາສານ, ແລະ ທີ່ສຳຄັນຄື ມັນສ້າງ ມົນລະພິດ (Pollution) ຕໍ່ສິ່ງແວດລ້ອມຢ່າງຮຸນແຮງ.
📖 English Layer
Monopoly = ການຜູກຂາດ (ຕະຫຼາດ)
✅ Example:
China has a near monopoly on rare earth processing.
(ປະເທດຈີນເກືອບຈະຜູກຂາດໃນການປັບປຸງສະກັດແຮ່ທາດຫາຍາກ).
📊 ຄົນທົ່ວໄປເບິ່ງ — ນັກວິເຄາະຄິດ
-
ຄົນທົ່ວໄປອາດຄິດວ່າ: “ຈີນໂຊກດີທີ່ມີແຮ່ທາດນີ້ຢູ່ໃນປະເທດຫຼາຍ”.
-
ແຕ່ນັກວິເຄາະຈະຄິດວ່າ: “ຈີນບໍ່ພຽງມີແຮ່ທາດຫຼາຍ ແຕ່ຈີນຍອມແບກຮັບຕົ້ນທຶນດ້ານສິ່ງແວດລ້ອມ ແລະ ພັດທະນາລະບົບສະກັດມາເປັນເວລາ 30 ປີ ຈົນກາຍເປັນຜູ້ຜູກຂາດ (Monopoly) ຂອງໂລກ”.
ປັດຈຸບັນ ຈີນຄວບຄຸມການສະກັດແຮ່ຫາຍາກສູງເຖິງ 70%–80% ຂອງທົ່ວໂລກ. ນັ້ນໝາຍຄວາມວ່າ ຖ້າຈີນສັ່ງ “ຫ້າມສົ່ງອອກ” ໂຮງງານຜະລິດ High-tech ທົ່ວໂລກອາດຈະຕ້ອງຢຸດສະງັກທັນທີ.
⚔️ ເມື່ອແຮ່ຫາຍາກກາຍເປັນ “ອາວຸດພູມີສາດການເມືອງ” (Geopolitical Weapon)
ໃນໂລກປັດຈຸບັນ, ໃຜຄຸມແຮ່ຫາຍາກ ໃຜຄຸມຕ່ອງໂສອຸປະທານ?
ເມື່ອສະຫະລັດອາເມລິກາ ພະຍາຍາມຫ້າມບໍ່ໃຫ້ຈີນເຂົ້າເຖິງ ຊິບຂັ້ນສູງ (Advanced Chips), ຈີນກໍຕອບໂຕ້ຄືນດ້ວຍການອອກມາດຕະການຄວບຄຸມການສົ່ງອອກແຮ່ທາດຫາຍາກ ເຊັ່ນ: Gallium ແລະ Germanium ເຊິ່ງເປັນສ່ວນປະກອບສຳຄັນໃນການຜະລິດຊິບ ແລະ ແຜງໂຊລາ (ແຝງແສງຕາເວັນ).
ນີ້ຄືເກມຕັດແຂ້ງຕັດຂາທາງເສດຖະກິດ (Geoeconomics) ທີ່ຕ່າງຝ່າຍຕ່າງໃຊ້ຈຸດແຂງຂອງຕົນເອງມາເປັນຕົວປະກັນ.
🚀 Analytical Upgrade
-
Normal Style: China has a lot of rare earth minerals and the US needs them. (ຈີນມີແຮ່ທາດຫາຍາກຫຼາຍ ແລະ ສະຫະລັດຕ້ອງການພວກມັນ)
-
Analytical Style: China’s monopoly over the rare earth supply chain grants it significant geopolitical leverage over the US technology sector. (ການຜູກຂາດຂອງຈີນເໜືອຕ່ອງໂສ້ອຸປະທານແຮ່ທາດຫາຍາກ ເຮັດໃຫ້ຈີນມີອຳນາດຕໍ່ຮອງທາງພູມີສາດການເມືອງທີ່ສຳຄັນເໜືອພາກສ່ວນເຕັກໂນໂລຊີຂອງສະຫະລັດ)
🔍 ເຈາະເລິກໂຄງສ້າງ:
-
Monopoly over… = ການຜູກຂາດເໜືອ (ບາງສິ່ງ). ໃຊ້ແທນຄຳວ່າ “has a lot of” ເພື່ອສະແດງເຖິງອຳນາດໃນການຄວບຄຸມຕະຫຼາດແຕ່ພຽງຜູ້ດຽວ.
-
Supply chain = ຕ່ອງໂສ້ອຸປະທານ ເຊິ່ງປ່ຽນຈາກການເບິ່ງພຽງແຕ່ “ຕົວແຮ່ທາດ” ໃຫ້ກາຍເປັນ “ຂະບວນການທັງໝົດ” ຕັ້ງແຕ່ຂຸດຄົ້ນ, ສະກັດ ໄປຈົນເຖິງສົ່ງອອກ.
-
Geopolitical leverage = ອຳນາດຕໍ່ລອງທາງພູມີສາດການເມືອງ. ຄຳວ່າ Leverage (ຄານງັດ / ອຳນາດຕໍ່ຮອງ) ເປັນຄຳສັບລະດັບສູງ ທີ່ນັກວິເຄາະມັກໃຊ້ແທນຄຳວ່າ “power” ຫຼື “advantage”.
LA ເລື່ອງນີ້ສຳຄັນກັບຄົນລາວແນວໃດ?
ຫຼາຍຄົນອາດຈະຍັງບໍ່ຮູ້ວ່າ ປະເທດລາວ ກໍເປັນໜຶ່ງໃນປະເທດທີ່ມີການຄົ້ນພົບແຮ່ທາດຫາຍາກ (Rare Earth) ເຊັ່ນກັນ ໂດຍສະເພາະໃນເຂດພາກເໜືອ.
ການທີ່ເຮົາມີຊັບພະຍາກອນທີ່ໂລກກຳລັງຕ້ອງການ ມັນເປັນທັງ “ໂອກາດມະຫາສານ” ທີ່ຈະດຶງດູດເງິນລົງທຶນ ແລະ ເປັນທັງ “ຄວາມທ้าທາຍ” ໃນການຄຸ້ມຄອງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ການຮັກສາດຸນດ່ຽງຄວາມສຳພັນລະຫວ່າງມະຫາອຳນາດ. ຄົນລາວທີ່ເຂົ້າໃຈເລື່ອງແຮ່ຫາຍາກ ຈະເຫັນພາບທັນທີວ່າ ມູນຄ່າທີ່ແທ້ຈິງຂອງຊັບພະຍາກອນບ້ານເຮົາໃນເວທີໂລກຢູ່ຈຸດໃດ.
📝 ຄຳສັບຄວນຈື່ (Key Takeaways)
-
💎 Rare earth minerals = ແຮ່ທາດຫາຍາກ
-
🏪 Monopoly = ການຜູກຂາດ (ຕະຫຼາດ)
-
⛓️ Supply chain = ຕ່ອງໂສ້ອຸປະທານ
-
⚖️ Leverage = ອຳນາດຕໍ່ຮອງ, ຂໍ້ໄດ້ປຽບ
————————————-
ໝາຍເຫດ: ບົດຄວາມນີ້ເປັນການສອນພາສາອັງກິດ ແລະ ສະຫຼຸບຂ່າວ, ບໍ່ແມ່ນການແນະນຳການລົງທຶນ (Not Financial Advice).


