1. Pattern Discovery (ຮຽນຮູ້ຮູບແບບປະໂຫຍກ)
ຮູບແບບປະໂຫຍກທີ່ມີພະລັງ (Pattern 1)
I am + something. (ຂ້ອຍ + ແມ່ນ/ເປັນ/ຮູ້ສຶກ…)
ຮູບແບບປະໂຫຍກນີ້ແມ່ນໜຶ່ງໃນບັນດາຮູບປະໂຫຍກທີ່ໃຊ້ຫຼາຍທີ່ສຸດໃນພາສາອັງກິດ. ຄົນເຮົາໃຊ້ມັນທຸກໆວັນ ເພື່ອອະທິບາຍ:
-
ພວກເຂົາແມ່ນໃຜ (Who they are)
-
ພວກເຂົາຮູ້ສຶກແນວໃດ (How they feel)
-
ສະພາບຂອງພວກເຂົາ (Their condition)
-
ສະຖານະການຂອງພວກເຂົາ (Their situation)
Examples (ຕົວຢ່າງ):
-
I am Lao. (ຂ້ອຍແມ່ນຄົນລາວ)
-
I am a teacher. (ຂ້ອຍເປັນຄູ)
-
I am tired. (ຂ້ອຍເມື່ອຍ)
-
I am busy. (ຂ້ອຍຄາວຽກ/ຫຍຸ້ງ)
-
I am ready. (ຂ້ອຍພ້ອມແລ້ວ)
-
I am hungry. (ຂ້ອຍຫິວເຂົ້າ)
-
I am happy. (ຂ້ອຍມີຄວາມສຸກ)
(ຢ່າຟ້າວທ່ອງຈຳປະໂຫຍກເຫຼົ່ານີ້, ໃຫ້ເອົາໃຈໃສ່ຮູບແບບຂອງມັນ: I am + ຄຳອະທິບາຍ)
2. Pattern Fuel (ເຕີມຄຳສັບໃສ່ປະໂຫຍກ)
ໃຊ້ຄຳສັບເຫຼົ່ານີ້ປະກອບເຂົ້າກັບຮູບແບບປະໂຫຍກຂ້າງເທິງ.
1) Identity (ຕົວຕົນ/ອາຊີບ)
-
Lao (ລາວ) = ຄົນລາວ
-
Thai (ໄທ) = ຄົນໄທ
-
American (ອາເມ-ຣິ-ກັນ) = ຄົນອາເມລິກາ
-
student (ສະ-ຕິວ-ເດັນ) = ນັກຮຽນ
-
teacher (ທີດ-ເຊີ) = ຄູອາຈານ
-
doctor (ດອກ-ເຕີ) = ທ່ານໝໍ
-
engineer (ເອັນ-ຈິ-ເນຍ) = ວິສະວະກອນ
-
manager (ແມນ-ເນ-ເຈີ) = ຜູ້ຈັດການ
2) Feelings (ຄວາມຮູ້ສຶກ)
-
happy (ແຮັບ-ປິ) = ມີຄວາມສຸກ
-
sad (ແຊດ) = ເສົ້າ
-
excited (ເອັກ-ໄຊ-ທິດ) = ຕື່ນເຕັ້ນ
-
worried (ວໍ-ຣິດ) = ກັງວົນ
-
nervous (ເນີ-ເວີດສ) = ປະໝາດ/ຕື່ນເຕັ້ນຢ້ານໆ
-
confident (ຄອນ-ຟິ-ເດັນ) = ໝັ້ນໃຈ
-
relaxed (ຣີ-ແລັກສ) = ຜ່ອນຄາຍ
3) Conditions (ສະພາບຮ່າງກາຍ/ສະຖານະການ)
-
busy (ບີ-ຊິ) = ຫຍຸ້ງ/ຄາວຽກ
-
hungry (ຮັງ-ກຣີ) = ຫິວ
-
tired (ທາຍ-ເອີດ) = ເມື່ອຍ
-
ready (ເຣ-ດິ) = ພ້ອມ
-
late (ເລດ) = ຊ້າ/ສວາຍ
-
early (ເອີ-ລິ) = ໄວ/ແຕ່ເຊົ້າ
-
sick (ຊິກ) = ປ່ວຍ/ບໍ່ສະບາຍ
-
healthy (ເຮວ-ຕິ) = ສຸຂະພາບດີ
3. Pattern Build (ຝຶກສ້າງປະໂຫຍກ)
Complete the sentences. (ຕື່ມຄຳສັບໃສ່ຊ່ອງຫວ່າງໃຫ້ສົມບູນ ໂດຍເລືອກຈາກຂໍ້ 2)
-
I am __________.
-
I am __________.
-
I am __________.
-
I am __________.
-
I am __________.
Now write five true sentences about yourself. (ບາດນີ້, ລອງຂຽນ 5 ປະໂຫຍກທີ່ເປັນຄວາມຈິງກ່ຽວກັບຕົວເຈົ້າເອງ).
- ……………………………………………………
- …………………………………………………..
- …………………………………………………..
- …………………………………………………..
- ………………………………………………….
4. Pattern Expansion (ການຂະຫຍາຍແນວຄິດ)
A short sentence becomes a bigger idea. (ປະໂຫຍກສັ້ນໆ ກາຍເປັນໄອເດຍທີ່ໃຫຍ່ຂຶ້ນ).
Example:
I am tired. (ຂ້ອຍເມື່ອຍ)
↓ I am tired because I worked all day. (ຂ້ອຍເມື່ອຍ ຍ້ອນຂ້ອຍເຮັດວຽກໝົດມື້)
↓ I am tired because I worked all day and slept late. (…ແລະ ນອນເດິກ)
↓ I am tired because I worked all day and slept late last night. (…ເມື່ອຄືນນີ້)
Notice what happened. (ສັງເກດເບິ່ງສິ່ງທີ່ເກີດຂຶ້ນ: ຮູບແບບປະໂຫຍກຍັງຄືເກົ່າ ມີແຕ່ໄອເດຍທີ່ຂະຫຍາຍອອກໄປ).
Now, you try! (ຕາເຈົ້າລອງແລ້ວ): I am happy. ↓ I am happy because _________________________________.
5. Pattern Evolution (ຮູບແບບທີ່ປ່ຽນໄປຕາມເວລາ)
English patterns can move through time. (ປະໂຫຍກພາສາອັງກິດສາມາດປ່ຽນໄປຕາມເວລາ).
-
Today (ມື້ນີ້): I am busy. (ຂ້ອຍຄາວຽກ)
-
Yesterday (ມື້ວານ): I was busy. (ຂ້ອຍຄາວຽກ)
-
Tomorrow (ມື້ອື່ນ): I will be busy. (ຂ້ອຍຈະຄາວຽກ)
(ຢ່າຟ້າວກັງວົນກັບກົດໄວຍາກອນ ຫຼື ການປ່ຽນເວລາ, ເຮົາຈະໄດ້ຮຽນແບບເຈາະເລິກໃນ STAGE 3. ຕອນນີ້ແຄ່ສັງເກດເບິ່ງກໍພໍ).
6. Pattern Family (ຄອບຄົວຂອງຮູບແບບປະໂຫຍກ)
I am tired. (ຂ້ອຍເມື່ອຍ)
Related patterns (ປະໂຫຍກທີ່ກ່ຽວຂ້ອງ ແລະ ໃຊ້ແທນກັນໄດ້):
-
I feel tired. (ຂ້ອຍຮູ້ສຶກເມື່ອຍ)
-
I look tired. (ຂ້ອຍເບິ່ງຊົງເມື່ອຍໆ)
-
I seem tired. (ຂ້ອຍເບິ່ງຄືວ່າຈະເມື່ອຍ)
-
I am exhausted. (ຂ້ອຍເມື່ອຍລ້າສຸດໆ)
Native speakers often switch between these patterns. (ເຈົ້າຂອງພາສາມັກຈະໃຊ້ປະໂຫຍກເຫຼົ່ານີ້ສະຫຼັບກັນໄປມາ).
7. Natural English (ພາສາອັງກິດແບບທຳມະຊາດ)
In real speech (ໃນການເວົ້າຕົວຈິງ):
I am ຈະຖືກຫຍໍ້ເຂົ້າກັນເປັນ I’m (ຄຳແນະນຳ: ໃຫ້ອອກສຽງວ່າ “ໄອມ” ຫຼື “ອາມ” ເພື່ອຄວາມເປັນທຳມະຊາດ, ບໍ່ຕ້ອງອ່ານວ່າ ໄອ-ແອມ).
Examples:
-
I’m tired. (ອາມ ທາຍ-ເອີດ)
-
I’m hungry. (ອາມ ຮັງ-ກຣີ)
-
I’m ready. (ອາມ ເຣ-ດີ)
-
I’m busy. (ອາມ ບີ-ຊີ)
Practice saying them aloud. (ຝຶກອອກສຽງປະໂຫຍກເຫຼົ່ານີ້ດັງໆ).
8. Real Conversation (ບົດສົນທະນາໃນສະຖານະການຈິງ)
-
A: How are you? (ເຈົ້າເປັນຈັ່ງໃດ?)
-
B: I’m tired. (ຂ້ອຍເມື່ອຍ)
-
A: Why? (ເປັນຫຍັງ?)
-
B: Because I worked all day. (ຍ້ອນຂ້ອຍເຮັດວຽກໝົດມື້)
-
A: Are you going home now? (ເຈົ້າກຳລັງຈະເມືອເຮືອນແລ້ວບໍ ຕອນນີ້?)
-
B: Yes, I am. (ແມ່ນແລ້ວ)
Read the conversation aloud three times. (ອ່ານບົດສົນທະນານີ້ອອກສຽງດັງໆ 3 ຮອບ).
9. 30-Second Speaking Challenge (ທ້າທາຍການເວົ້າໃນ 30 ວິນາທີ)
Speak for 30 seconds. (ເວົ້າໃຫ້ໄດ້ 30 ວິນາທີ).
Start with: I am…
Talk about (ລົມກ່ຽວກັບ):
-
who you are (ເຈົ້າແມ່ນໃຜ)
-
how you feel (ເຈົ້າຮູ້ສຶກແນວໃດ)
-
what you are doing today (ມື້ນີ້ເຈົ້າກຳລັງເຮັດຫຍັງ)
Do not write. Do not translate. Just speak. (ຫ້າມຂຽນ. ຫ້າມແປກົງຕົວ. ພຽງແຕ່ເວົ້າອອກມາເລີຍ).
10. Pattern Reflection (ທົບທວນສິ່ງທີ່ໄດ້ຮຽນ)
Before moving to Lesson 2, ask yourself: (ກ່ອນຈະກ້າວໄປບົດທີ 2, ລອງຖາມຕົວເອງເບິ່ງວ່າ:)
-
[ ] Can I use “I am” naturally? (ຂ້ອຍໃຊ້ I am ໄດ້ຢ່າງເປັນທຳມະຊາດແລ້ວບໍ່?)
-
[ ] Can I describe myself? (ຂ້ອຍອະທິບາຍກ່ຽວກັບຕົວເອງໄດ້ບໍ່?)
-
[ ] Can I describe my feelings? (ຂ້ອຍບອກຄວາມຮູ້ສຶກຕົວເອງໄດ້ບໍ່?)
-
[ ] Can I expand a simple sentence? (ຂ້ອຍສາມາດຂະຫຍາຍປະໂຫຍກສັ້ນໆໃຫ້ຍາວຂຶ້ນໄດ້ບໍ່?)
-
[ ] Can I say “I’m” comfortably? (ຂ້ອຍອອກສຽງ I’m ໄດ້ລ່ຽນໄຫຼແລ້ວບໍ່?)
If your answer is “yes”, continue. If not, practice again. (ຖ້າຄຳຕອບຄື “ໄດ້”, ໄປບົດຕໍ່ໄປເລີຍ. ຖ້າຍັງບໍ່ໄດ້, ໃຫ້ກັບໄປຝຶກໃໝ່ອີກຮອບ).
💡 Key Lesson Insight (ຂໍ້ຄິດສຳຄັນປະຈຳບົດ)
One pattern can create hundreds of sentences. Today you did not learn seven sentences. You learned one pattern. And one pattern is far more powerful than seven sentences.
(ໜຶ່ງຮູບແບບປະໂຫຍກສາມາດສ້າງປະໂຫຍກໃໝ່ໄດ້ເປັນຮ້ອຍໆ. ມື້ນີ້ເຈົ້າບໍ່ໄດ້ຮຽນແຄ່ 7 ປະໂຫຍກ, ແຕ່ເຈົ້າໄດ້ຮຽນ 1 ຮູບແບບປະໂຫຍກ. ແລະ 1 ຮູບແບບປະໂຫຍກນີ້ແຫຼະ ທີ່ມີພະລັງຫຼາຍກວ່າການນັ່ງທ່ອງ 7 ປະໂຫຍກຢ່າງມະຫາສານ).
Share ຖ້າບົດຄວາມນີ້ມີປະໂຫຍດ, ຢ່າລືມ ກົດແຊຣ໌ (Share) ບົດຄວາມນີ້ອອກໄປ ເພື່ອແບ່ງປັນຄວາມຮູ້ດີໆ ໃຫ້ກັບໝູ່ເພື່ອນ ແລະ ເປັນກຳລັງໃຈໃຫ້ກັບທີມງານ Lao Guru ເດີ້!



