Real English 2: The Pattern That Shows What You Have

1. Pattern Discovery 

ຮູບແບບປະໂຫຍກຫຼັກຂອງບົດນີ້ຄື:

to have

💡 What this pattern really means (ຮູບແບບປະໂຫຍກນີ້ໝາຍເຖິງຫຍັງແທ້?)

ໃນພາສາອັງກິດ, “I have” ບໍ່ໄດ້ແປວ່າ “ຂ້ອຍມີ” (ຄອບຄອງສິ່ງຂອງ) ພຽງຢ່າງດຽວ ແຕ່ມັນຍັງໃຊ້ບອກເຖິງ 3 ສະຖານະການຄື:

  • What you own (ສິ່ງທີ່ເຈົ້າມີ ຫຼື ຄອບຄອງ)

  • What you experience (ປະສົບການ ຫຼື ສິ່ງທີ່ເຈົ້າກຳລັງປະເຊີນ)

  • What is part of your life (ສະຖານະການໃນຊີວິດຂອງເຈົ້າຕອນນີ້)

Examples:

  • I have a car. (ຂ້ອຍມີລົດ) — ສິ່ງຂອງ

  • I have a phone. (ຂ້ອຍມີໂທລະສັບ) — ສິ່ງຂອງ

  • I have a problem. (ຂ້ອຍມີບັນຫາ) — ສິ່ງທີ່ກຳລັງປະເຊີນ

  • I have time. (ຂ້ອຍມີເວລາ) — ສະຖານະການ

  • I have no money. (ຂ້ອຍບໍ່ມີເງິນ) — ສະຖານະການ

📌 Notice (ຂໍ້ສັງເກດ)

Same pattern — different reality. (ຮູບແບບປະໂຫຍກດຽວກັນ ແຕ່ສາມາດອະທິບາຍຄວາມເປັນຈິງໃນຊີວິດໄດ້ຫຼາຍຮູບແບບ).

2. Pattern Fuel 

ໃຊ້ຄຳສັບເຫຼົ່ານີ້ປະກອບເຂົ້າກັບ “I have”.

1) Objects (ສິ່ງຂອງ)

  • phone (ໂຟນ) = ໂທລະສັບ

  • car (ຄາ) = ລົດ

  • house (ເຮົາສ໌) = ເຮືອນ

  • bag (ແບັກ) = ກະເປົາ

  • job (ຈັອບ) = ວຽກເຮັດງານທຳ

2) Abstract things (ສິ່ງທີ່ຈັບບາຍບໍ່ໄດ້)

  • time (ທາມ) = ເວລາ

  • money (ມັນ-ນິ) = ເງິນ

  • idea (ໄອ-ເດຍ) = ຄວາມຄິດ/ໄອເດຍ

  • problem (ພຣອບ-ເບລີມ) = ບັນຫາ

  • plan (ແພລນ) = ແຜນການ

3) Life situations (ສະຖານະການໃນຊີວິດ)

  • meeting (ມີດ-ຕິງ) = ປະຊຸມ

  • interview (ອິນ-ເຕີ-ວິວ) = ການສຳພາດ

  • class (ຄລາສ) = ຊົ່ວໂມງຮຽນ

  • responsibility (ເຣສ-ປອນ-ຊິ-ບິ-ລິ-ຕີ) = ຄວາມຮັບຜິດຊອບ

  • opportunity (ອັອບ-ພໍ-ທິວ-ນິ-ຕີ) = ໂອກາດ

3. Pattern Build 

✍️ Complete the pattern. (ຕື່ມຄຳສັບໃສ່ຊ່ອງຫວ່າງ ໂດຍເລືອກຈາກຂໍ້ 2 ໃຫ້ກົງກັບຊີວິດຈິງຂອງເຈົ້າ).

  • I have ________.

  • I have ________.

  • I have ________.

Examples:

  • I have a phone. (ຂ້ອຍມີໂທລະສັບ)

  • I have a problem. (ຂ້ອຍມີບັນຫາ)

  • I have time. (ຂ້ອຍມີເວລາ)

  • I have a meeting. (ຂ້ອຍມີປະຊຸມ)

⚠️ RULE (ກົດເຫຼັກທີ່ສຳຄັນ)

Don’t translate word by word. (ຫ້າມແປກົງຕົວທຸກຄຳ). Think: “What do I have in my real life?” (ໃຫ້ຄິດວ່າ: “ຕອນນີ້ໃນຊີວິດຈິງຂ້ອຍກຳລັງມີຫຍັງຢູ່?”)

4. Pattern Expansion 

🔥 Level 1: I have a problem. (ຂ້ອຍມີບັນຫາ)

🔥 Level 2: I have a problem and I need help. (…ແລະ ຂ້ອຍຕ້ອງການຄວາມຊ່ວຍເຫຼືອ)

🔥 Level 3: I have a problem and I need help because I don’t understand it. (…ຍ້ອນວ່າຂ້ອຍບໍ່ເຂົ້າໃຈມັນ)

📌 Insight (ຂໍ້ຄິດ)

Pattern stays the same — thinking grows. (ຮູບແບບປະໂຫຍກຫຼັກຍັງຄືເກົ່າ ມີແຕ່ຄວາມຄິດຂອງເຮົາທີ່ຂະຫຍາຍໃຫຍ່ຂຶ້ນ).

Now, you try! (ຕາເຈົ້າລອງແລ້ວ):

I have a meeting. (ຂ້ອຍມີປະຊຸມ)

↓ I have a meeting because _________________________________.

5. Pattern Evolution

  • Now (ຕອນນີ້):  I have a meeting. (ຂ້ອຍມີປະຊຸມ)

  • Past (ອະດີດ):  I had a meeting. (ຂ້ອຍມີປະຊຸມມາແລ້ວ)

  • Future (ອະນາຄົດ):  I will have a meeting. (ຂ້ອຍຈະມີປະຊຸມ)

📌 Do NOT memorize grammar rules. (ບໍ່ຕ້ອງທ່ອງຈຳກົດໄວຍາກອນ). Just observe: “have moves through time”. (ພຽງແຕ່ສັງເກດເບິ່ງວ່າ ຄຳວ່າ have ມັນປ່ຽນຮູບໄປຕາມເວລາແນວໃດກໍພໍ).

6. Pattern Family

Same meaning, different patterns: (ຄວາມໝາຍດຽວກັນ, ແຕ່ໃຊ້ຮູບແບບອື່ນໄດ້)

  • I have a problem. = ຂ້ອຍມີບັນຫາ (ໃຊ້ທົ່ວໄປ)

  • I got a problem. = ຂ້ອຍມີບັນຫາ (ໃຊ້ເວົ້າໃນຊີວິດປະຈຳວັນ)

  • I’m facing a problem. = ຂ້ອຍກຳລັງປະເຊີນໜ້າກັບບັນຫາ (ເບິ່ງເປັນທາງການ/ຈິງຈັງຂຶ້ນ)

  • There is a problem. = ມັນມີບັນຫາເກີດຂຶ້ນ (ບໍ່ໄດ້ເນັ້ນວ່າເປັນບັນຫາຂອງໃຜ)

📌 Insight (ຂໍ້ຄິດ)

 One idea = many expressions. (1 ແນວຄິດໜຶ່ງ ສາມາດເວົ້າອອກມາໄດ້ຫຼາຍຮູບແບບ).

7. Natural English 

Spoken version (ໃນເວລາເວົ້າຕົວຈິງ):

I have ຈະຖືກຫຍໍ້ເປັນ I’ve (ອອກສຽງວ່າ “ອາຍຝ໌” ຫຼື “ໄອຝ໌” ໂດຍເອົາແຂ້ວເທິງກັດສົບລຸ່ມແລ້ວປ່ອຍລົມອອກມາໜ້ອຍໜຶ່ງ).

I have got ຈະຖືກຫຍໍ້ເປັນ I’ve got (ອອກສຽງວ່າ “ອາຍຝ໌ ກັອດ”).

Examples:

  • I’ve got a problem. (ຂ້ອຍມີບັນຫາ)

  • I’ve got no time. (ຂ້ອຍບໍ່ມີເວລາ)

  • I’ve got a meeting. (ຂ້ອຍມີປະຊຸມ)

8. Real Conversation 

  • A: Do you have time? (ເຈົ້າມີເວລາບໍ່?)

  • B: Yes, I have. (ມີ, ຂ້ອຍມີເວລາ)

  • A: Can you help me? (ເຈົ້າຊ່ວຍຂ້ອຍແດ່ໄດ້ບໍ່?)

  • B: I have a meeting, sorry. (ຂ້ອຍມີປະຊຸມນ່າ, ຂໍໂທດຫຼາຍໆເດີ້).

📌 Flow idea:

ໃນບົດສົນທະນານີ້ “have” = real-life availability (have ຖືກໃຊ້ເພື່ອບອກວ່າເຮົາວ່າງ ຫຼື ບໍ່ວ່າງໃນຊີວິດຈິງ).  (ອ່ານບົດສົນທະນານີ້ອອກສຽງດັງໆ 3 ຮອບ).

9. 30-Second Speaking Challenge 

Speak without translating. (ເວົ້າອອກມາໂດຍບໍ່ຕ້ອງແປໃນຫົວ).  Start with: I have…

Talk about (ລົມກ່ຽວກັບ):

  • what you own (ສິ່ງທີ່ເຈົ້າມີ)

  • what you are dealing with (ສິ່ງທີ່ເຈົ້າກຳລັງປະເຊີນ/ຮັບມືຢູ່)

  • what is happening today (ສິ່ງທີ່ກຳລັງຈະເກີດຂຶ້ນໃນມື້ນີ້ ເຊັ່ນ: ມີປະຊຸມ, ມີຮຽນ)

10. Reflection 

Ask yourself (ລອງຖາມຕົວເອງເບິ່ງວ່າ):

[ ] Can I say “I have” without thinking? (ຂ້ອຍສາມາດເວົ້າ I have ອອກມາໄດ້ໂດຍບໍ່ຕ້ອງຄິດດົນບໍ່?)

[ ] Can I describe my life using this pattern? (ຂ້ອຍອະທິບາຍຊີວິດຕົວເອງໂດຍໃຊ້ຮູບແບບນີ້ໄດ້ບໍ່?)

[ ] Can I expand one sentence? (ຂ້ອຍສາມາດຂະຫຍາຍປະໂຫຍກໃຫ້ຍາວຂຶ້ນໄດ້ບໍ່?)

💥 CORE TRANSFORMATION (ຂໍ້ຄິດປ່ຽນຊີວິດປະຈຳບົດ)

Today you didn’t learn grammar. (ມື້ນີ້ເຈົ້າບໍ່ໄດ້ຮຽນໄວຍາກອນ). You learned: “How to describe reality through possession and situation” (ແຕ່ເຈົ້າໄດ້ຮຽນຮູ້: “ວິທີອະທິບາຍຄວາມເປັນຈິງໃນຊີວິດ ຜ່ານສິ່ງທີ່ເຈົ້າມີ ແລະ ສະຖານະການທີ່ເຈົ້າເປັນຢູ່”).

ແນະນຳອ່ານຕື່ມ:

> Real English 3. How to Talk About What You Want

> Real English 1: The Most Powerful English Pattern


❤️  Share ຖ້າບົດຄວາມນີ້ມີປະໂຫຍດ, ຢ່າລືມ ກົດແຊຣ໌ (Share) ບົດຄວາມນີ້ອອກໄປ ເພື່ອແບ່ງປັນຄວາມຮູ້ດີໆ ໃຫ້ກັບໝູ່ເພື່ອນ ແລະ ເປັນກຳລັງໃຈໃຫ້ກັບທີມງານ Lao Guru ເດີ້!

Please follow and like us:

Leave a Comment

Your email address will not be published. Required fields are marked *

Scroll to Top