1. Pattern Discovery
ຮູບແບບປະໂຫຍກຫຼັກຂອງບົດນີ້ຄື:

💡 What this pattern really means (ຮູບແບບປະໂຫຍກນີ້ໝາຍເຖິງຫຍັງແທ້?)
ໃນພາສາອັງກິດ, “I have” ບໍ່ໄດ້ແປວ່າ “ຂ້ອຍມີ” (ຄອບຄອງສິ່ງຂອງ) ພຽງຢ່າງດຽວ ແຕ່ມັນຍັງໃຊ້ບອກເຖິງ 3 ສະຖານະການຄື:
-
What you own (ສິ່ງທີ່ເຈົ້າມີ ຫຼື ຄອບຄອງ)
-
What you experience (ປະສົບການ ຫຼື ສິ່ງທີ່ເຈົ້າກຳລັງປະເຊີນ)
-
What is part of your life (ສະຖານະການໃນຊີວິດຂອງເຈົ້າຕອນນີ້)
Examples:
-
I have a car. (ຂ້ອຍມີລົດ) — ສິ່ງຂອງ
-
I have a phone. (ຂ້ອຍມີໂທລະສັບ) — ສິ່ງຂອງ
-
I have a problem. (ຂ້ອຍມີບັນຫາ) — ສິ່ງທີ່ກຳລັງປະເຊີນ
-
I have time. (ຂ້ອຍມີເວລາ) — ສະຖານະການ
-
I have no money. (ຂ້ອຍບໍ່ມີເງິນ) — ສະຖານະການ
📌 Notice (ຂໍ້ສັງເກດ)
Same pattern — different reality. (ຮູບແບບປະໂຫຍກດຽວກັນ ແຕ່ສາມາດອະທິບາຍຄວາມເປັນຈິງໃນຊີວິດໄດ້ຫຼາຍຮູບແບບ).
2. Pattern Fuel
ໃຊ້ຄຳສັບເຫຼົ່ານີ້ປະກອບເຂົ້າກັບ “I have”.
1) Objects (ສິ່ງຂອງ)
-
phone (ໂຟນ) = ໂທລະສັບ
-
car (ຄາ) = ລົດ
-
house (ເຮົາສ໌) = ເຮືອນ
-
bag (ແບັກ) = ກະເປົາ
-
job (ຈັອບ) = ວຽກເຮັດງານທຳ
2) Abstract things (ສິ່ງທີ່ຈັບບາຍບໍ່ໄດ້)
-
time (ທາມ) = ເວລາ
-
money (ມັນ-ນິ) = ເງິນ
-
idea (ໄອ-ເດຍ) = ຄວາມຄິດ/ໄອເດຍ
-
problem (ພຣອບ-ເບລີມ) = ບັນຫາ
-
plan (ແພລນ) = ແຜນການ
3) Life situations (ສະຖານະການໃນຊີວິດ)
-
meeting (ມີດ-ຕິງ) = ປະຊຸມ
-
interview (ອິນ-ເຕີ-ວິວ) = ການສຳພາດ
-
class (ຄລາສ) = ຊົ່ວໂມງຮຽນ
-
responsibility (ເຣສ-ປອນ-ຊິ-ບິ-ລິ-ຕີ) = ຄວາມຮັບຜິດຊອບ
-
opportunity (ອັອບ-ພໍ-ທິວ-ນິ-ຕີ) = ໂອກາດ
3. Pattern Build
✍️ Complete the pattern. (ຕື່ມຄຳສັບໃສ່ຊ່ອງຫວ່າງ ໂດຍເລືອກຈາກຂໍ້ 2 ໃຫ້ກົງກັບຊີວິດຈິງຂອງເຈົ້າ).
-
I have ________.
-
I have ________.
-
I have ________.
Examples:
-
I have a phone. (ຂ້ອຍມີໂທລະສັບ)
-
I have a problem. (ຂ້ອຍມີບັນຫາ)
-
I have time. (ຂ້ອຍມີເວລາ)
-
I have a meeting. (ຂ້ອຍມີປະຊຸມ)
⚠️ RULE (ກົດເຫຼັກທີ່ສຳຄັນ)
Don’t translate word by word. (ຫ້າມແປກົງຕົວທຸກຄຳ). Think: “What do I have in my real life?” (ໃຫ້ຄິດວ່າ: “ຕອນນີ້ໃນຊີວິດຈິງຂ້ອຍກຳລັງມີຫຍັງຢູ່?”)
4. Pattern Expansion
🔥 Level 1: I have a problem. (ຂ້ອຍມີບັນຫາ)
🔥 Level 2: I have a problem and I need help. (…ແລະ ຂ້ອຍຕ້ອງການຄວາມຊ່ວຍເຫຼືອ)
🔥 Level 3: I have a problem and I need help because I don’t understand it. (…ຍ້ອນວ່າຂ້ອຍບໍ່ເຂົ້າໃຈມັນ)
📌 Insight (ຂໍ້ຄິດ)
Pattern stays the same — thinking grows. (ຮູບແບບປະໂຫຍກຫຼັກຍັງຄືເກົ່າ ມີແຕ່ຄວາມຄິດຂອງເຮົາທີ່ຂະຫຍາຍໃຫຍ່ຂຶ້ນ).
Now, you try! (ຕາເຈົ້າລອງແລ້ວ):
I have a meeting. (ຂ້ອຍມີປະຊຸມ)
↓ I have a meeting because _________________________________.
5. Pattern Evolution
-
Now (ຕອນນີ້): I have a meeting. (ຂ້ອຍມີປະຊຸມ)
-
Past (ອະດີດ): I had a meeting. (ຂ້ອຍມີປະຊຸມມາແລ້ວ)
-
Future (ອະນາຄົດ): I will have a meeting. (ຂ້ອຍຈະມີປະຊຸມ)
📌 Do NOT memorize grammar rules. (ບໍ່ຕ້ອງທ່ອງຈຳກົດໄວຍາກອນ). Just observe: “have moves through time”. (ພຽງແຕ່ສັງເກດເບິ່ງວ່າ ຄຳວ່າ have ມັນປ່ຽນຮູບໄປຕາມເວລາແນວໃດກໍພໍ).
6. Pattern Family
Same meaning, different patterns: (ຄວາມໝາຍດຽວກັນ, ແຕ່ໃຊ້ຮູບແບບອື່ນໄດ້)
-
I have a problem. = ຂ້ອຍມີບັນຫາ (ໃຊ້ທົ່ວໄປ)
-
I got a problem. = ຂ້ອຍມີບັນຫາ (ໃຊ້ເວົ້າໃນຊີວິດປະຈຳວັນ)
-
I’m facing a problem. = ຂ້ອຍກຳລັງປະເຊີນໜ້າກັບບັນຫາ (ເບິ່ງເປັນທາງການ/ຈິງຈັງຂຶ້ນ)
-
There is a problem. = ມັນມີບັນຫາເກີດຂຶ້ນ (ບໍ່ໄດ້ເນັ້ນວ່າເປັນບັນຫາຂອງໃຜ)
📌 Insight (ຂໍ້ຄິດ)
One idea = many expressions. (1 ແນວຄິດໜຶ່ງ ສາມາດເວົ້າອອກມາໄດ້ຫຼາຍຮູບແບບ).
7. Natural English
Spoken version (ໃນເວລາເວົ້າຕົວຈິງ):
I have ຈະຖືກຫຍໍ້ເປັນ I’ve (ອອກສຽງວ່າ “ອາຍຝ໌” ຫຼື “ໄອຝ໌” ໂດຍເອົາແຂ້ວເທິງກັດສົບລຸ່ມແລ້ວປ່ອຍລົມອອກມາໜ້ອຍໜຶ່ງ).
I have got ຈະຖືກຫຍໍ້ເປັນ I’ve got (ອອກສຽງວ່າ “ອາຍຝ໌ ກັອດ”).
Examples:
-
I’ve got a problem. (ຂ້ອຍມີບັນຫາ)
-
I’ve got no time. (ຂ້ອຍບໍ່ມີເວລາ)
-
I’ve got a meeting. (ຂ້ອຍມີປະຊຸມ)
8. Real Conversation
-
A: Do you have time? (ເຈົ້າມີເວລາບໍ່?)
-
B: Yes, I have. (ມີ, ຂ້ອຍມີເວລາ)
-
A: Can you help me? (ເຈົ້າຊ່ວຍຂ້ອຍແດ່ໄດ້ບໍ່?)
-
B: I have a meeting, sorry. (ຂ້ອຍມີປະຊຸມນ່າ, ຂໍໂທດຫຼາຍໆເດີ້).
📌 Flow idea:
ໃນບົດສົນທະນານີ້ “have” = real-life availability (have ຖືກໃຊ້ເພື່ອບອກວ່າເຮົາວ່າງ ຫຼື ບໍ່ວ່າງໃນຊີວິດຈິງ). (ອ່ານບົດສົນທະນານີ້ອອກສຽງດັງໆ 3 ຮອບ).
9. 30-Second Speaking Challenge
Speak without translating. (ເວົ້າອອກມາໂດຍບໍ່ຕ້ອງແປໃນຫົວ). Start with: I have…
Talk about (ລົມກ່ຽວກັບ):
-
what you own (ສິ່ງທີ່ເຈົ້າມີ)
-
what you are dealing with (ສິ່ງທີ່ເຈົ້າກຳລັງປະເຊີນ/ຮັບມືຢູ່)
-
what is happening today (ສິ່ງທີ່ກຳລັງຈະເກີດຂຶ້ນໃນມື້ນີ້ ເຊັ່ນ: ມີປະຊຸມ, ມີຮຽນ)
10. Reflection
Ask yourself (ລອງຖາມຕົວເອງເບິ່ງວ່າ):
[ ] Can I say “I have” without thinking? (ຂ້ອຍສາມາດເວົ້າ I have ອອກມາໄດ້ໂດຍບໍ່ຕ້ອງຄິດດົນບໍ່?)
[ ] Can I describe my life using this pattern? (ຂ້ອຍອະທິບາຍຊີວິດຕົວເອງໂດຍໃຊ້ຮູບແບບນີ້ໄດ້ບໍ່?)
[ ] Can I expand one sentence? (ຂ້ອຍສາມາດຂະຫຍາຍປະໂຫຍກໃຫ້ຍາວຂຶ້ນໄດ້ບໍ່?)
💥 CORE TRANSFORMATION (ຂໍ້ຄິດປ່ຽນຊີວິດປະຈຳບົດ)
Today you didn’t learn grammar. (ມື້ນີ້ເຈົ້າບໍ່ໄດ້ຮຽນໄວຍາກອນ). You learned: “How to describe reality through possession and situation” (ແຕ່ເຈົ້າໄດ້ຮຽນຮູ້: “ວິທີອະທິບາຍຄວາມເປັນຈິງໃນຊີວິດ ຜ່ານສິ່ງທີ່ເຈົ້າມີ ແລະ ສະຖານະການທີ່ເຈົ້າເປັນຢູ່”).
ແນະນຳອ່ານຕື່ມ:
> Real English 3. How to Talk About What You Want
> Real English 1: The Most Powerful English Pattern
Share ຖ້າບົດຄວາມນີ້ມີປະໂຫຍດ, ຢ່າລືມ ກົດແຊຣ໌ (Share) ບົດຄວາມນີ້ອອກໄປ ເພື່ອແບ່ງປັນຄວາມຮູ້ດີໆ ໃຫ້ກັບໝູ່ເພື່ອນ ແລະ ເປັນກຳລັງໃຈໃຫ້ກັບທີມງານ Lao Guru ເດີ້!


