About Us
ເບື້ອງຫຼັງຂອງຄວາມສຳເລັດ
My Story
ຂ້ອຍເລີ່ມສອນພາສາອັງກິດມາແຕ່ປີ 2001 ຢູ່ເຮືອນ, ສູນພາສາ ແລະ ວິທະຍາໄລຫຼາຍແຫຼ່ງໃນນະຄອນຫຼວງວຽງຈັນ ນັບທັງຢູ່ຫ້ອງການ. ຫຼາຍຄັ້ງທີ່ໄປສອນແລ້ວບໍ່ໄດ້ຄ່າແຮງ ແຕ່ກໍຍັງໄປສອນ ເພາະວ່າມັກຮັກ ແລະ ຢາກປະກອບສ່ວນໃນການຍົກລະດັບຄວາມຮູ້ໃຫ້ແກ່ເພື່ອນຮ່ວມຊາດ.
ໃນປີ 2014, ຂ້ອຍເລີ່ມສຶກສາວິທີສາ້ງບລັອກຈາກ Blogger ຢ່າງຈິງຈັງ ແລະ ໄດ້ສ້າງ saladham ແລະ englishforlaos ເພື່ອເປັນຊ່ອງທາງເຜີຍແຜ່ຜົນງານການຂຽນ ແລະ ພາສາອັງກິດ.
ຫາກທ່ານຕ້ອງການຕິດຕໍ່ ຫຼື ສະໜັບສະໜູນເວບໄຊ
WhatsApp: 020 5822 1103
Email: laogurus@gmail.com
Lao Guru
Laoguru.com ໄດ້ຮັບການສ້າງຂື້ນໃນ WordPress ເປັນຄັ້ງທຳອິດໃນກາງປີ 2021 ແລະ ກໍຖືກຫຼົ້ມໄປຫຼາຍຄັ້ງ ແລະ ສູນເສຍຂໍ້ມູນຈຳນວນຫຼາຍ. ເຖິງຢ່າງໃດກໍຕາມ, ຂ້ອຍກໍພະຍາຍາມສ້າງມັນຂື້ນມາອີກ ທັງໆທີ່ມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍປະການ ນັບທັງດ້ານເຕັກນິກ, ເພື່ອນຮ່ວມອຸດົມການ ແລະ ຄ່າໃຊ້ຈ່າຍຕ່າງໆຕາມມາ.
ຂ້ອຍຈະຂຽນຕາມໃດທີ່ຍັງມີຄົນອ່ານ, ຂ້ອຍຈະສອນຕາບໃດຍັງມີຄົນມາຮຽນນຳ ແລະ ຂ້ອຍຈະພັດທະນາເວບໄຊນີ້ໄປເລື້ອຍໆຕາບໃດຍັງເຫັນຄົນເຂົ້າມາແວ່ຊົມ.
ເວບໄຊນີ້ມີ 4 ອົງປະກອບໃຫຍ່:
1. Tutoring
2. Courses
3. Library
4. Blog
ຫວັງຢ່າງຍິ່ງວ່າ ລາວ ກູຣູ ຈະເປັນປະໂຫຍດແກ່ສັງຄົມລາວບໍ່ຫຼາຍກໍໜ້ອຍ ໂດຍສະເພາະຜູ້ຢາກຮຽນພາສາອັງກິດ ແລະ ພັດທະນາຕົນເອງ.
ດ້ວຍຄວາມຮັກແພງ,
ພອນໄຊ ໃຈດີ
meet our amazing team
The Faces Behind our Success
Laoguru Couldn’t Work Without Them
Phornxay Chaidee
Khamhou
Boot
