ທະຫານ

ທະຫານ: ເປັນຮົ້ວຂອງຊາດ ແລະ ມີໜ້າທີ່ປົກປ້ອງຄວາມໝັ້ນຄົງ ແລ ະ ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນ

ຢາກມີສັນຍານ
ບົດກະວີ

ຢາກມີ “ສັນຍານ”

ຄືນນີ້ ເດິກດຶນຂ້ອນ………………….ນອນຢູ່ກາງດົງ ຫຼັງເປ້ຖົງເອິກມີປືນ…………………..ກອດຢືນອີງໄມ້ ແສງໄຟຄືເດືອນແລະດາວເທິງຟ້າ……ສ່ອງລົງມາພໍພູມພູ່ ຢູ່ຊາຍແດນແຫ່ງນີ້……………………ມາແລ້ວໜຶ່ງປີ ຊາຍແດນລາວເຂດນີ້…………………ຍັງຫ່າງຄວາມຈະເລີນ ມີເງິນ ກໍບໍ່ມີຄວາມໝາຍ………………ບໍ່ມີບ່ອນຊື້ ມືຖືມີເສຍລ້າ……………………………ຖືໄປມາພໍເປັນໝູ່ ຢູ່ປ່າເຫງົາຄິດຮອດນ້ອງ……………….ພໍໄດ້ເປີດແຍງ

good man
ບົດກະວີ

ຄົນດີ

ຄົນດີ ສະຫລາດຮູ້………………..ກະທຳແຕ່ຄວາມດີ ມີຜົນງານຫລາຍຈາລຶກ…………..ຈົດລົງໃນປື້ມ ປະຫວັດຕົນໂດຍຫຍໍ້ ……………..ຍາມຕາຍເຂົາອ່ານ ຄົນກ່າວຂານຍົກຍ້ອງ …………….ອາໄລເຈົ້າຈາກໄປ ຄົນດີ ບໍ່ກ່ຽວຂ້ອງ ……………..ການສຶກສາຕ່ຳຫລືສູງ ຖານະລວຍຫລືທຸກ ………………. ຍົດສູງຫລືຕ່ຳຕ້ອຍ ບໍ່ວ່າພະນັກງານໃຫຍ່ຫລືນ້ອຍ …….ອາວຸໂສຫລືຍັງໜຸ່ມ ມີໂອກາດທຽບເທົ້າ …………………ສະເໝີດ້າມດັ່ງດຽວ

Scroll to Top