ການສ້າງຄວາມສົມດູນລະຫວ່າງ ການພັດທະນາ ແລະ ການອະນຸຮັກ
ໃນໂລກທີ່ກຳລັງປ່ຽນແປງຢ່າງວ່ອງໄວໃນປັດຈຸບັນ ປະເທດ ແລະ ຊຸມຊົນຕ່າງໆໄດ້ເລັ່ງໃສ່ການພັດທະນາເມືອງ, ຂະຫຍາຍອຸດສາຫະກຳ ແລະ ສ້າງໂຄງລ່າງພື້ນຖານໃໝ່ໆ. ການພັດທະນາ ນຳມາເຊິ່ງການສ້າງວຽກເຮັດງານທຳ, ຍົກລະດັບຊີວິດການເປັນຢູ່ ແລະ ສ້າງເສດຖະກິດໃຫ້ເຂັ້ມແຂງ ແຕ່ທຸກໆເທື່ອທີ່ເຮົາສ້າງເສັ້ນທາງຜ່ານປ່າ, ສ້າງເຂື່ອນກັ້ນແມ່ນ້ຳ ຫຼື ທຸບທຳລາຍຂອງເກົ່າເພື່ອສ້າງສິ່ງໃໝ່ຂື້ນແທນ ເຮົາຕ້ອງຖາມວ່າເຮົາກຳລັງສ້າງອະນາຄົດທີ່ດີກວ່າ ຫຼື ກຳລັງທຳລາຍມັນ?