ພໍ່ລວຍສອນລູກ

ພໍ່ລວຍສອນລູກ ຄືຊື່ຊຸດໜັງສຶຂອງໂຣເບີດ ຄິໂຢຊະກິ ມະຫາເສດຖີອາເມຣິກາ ທີ່ນຳເອົາຄຳສອນກ່ຽວກັບການເງິນຂອງພໍ່ລວຍມາຖ່າຍທອດ

ເງິນ 4 ດ້ານ
ຄົບເຄື່ອງເລື່ອງຮຸ້ນ

ເງິນ 4 ດ້ານ

ເງິນ 4 ດ້ານ ແມ່ນຫຍັງ? ຖ້າເຈົ້າໄດ້ອ່ານໜັງສື ພໍ່ລວຍສອນລູກ 2 ຂອງ ໂຣເບີດ ຄີໂຢຊາກິ ມະຫາເສດຖີຊາວອາເມຣິກາ ເຈົ້າກໍຈະເຂົ້າໃຈທັນທີໂລດ ໂດຍທີ່ບໍ່ຕ້ອງມາອ່ານບົດຄວາມນີ້ໃຫ້ເສຍເວລາ. ແຕ່ຫາກເຈົ້າບໍ່ໄດ້ອ່ານ ຫຼື ອ່ານແລ້ວແຕ່ຍັງບໍ່ທັນເຂົ້າໃຈຄັກ ກໍລອງອ່ານບົດຄວາມຂອງຂ້ອຍນີ້ຕໍ່ໄປ ເພື່ອເຈົ້າຈະໄດ້ຂໍ້ຄິດໃໝ່ທີ່ແຕກຕ່າງໄປຈາກເດີມ. ແຕ່ກ່ອນຈະເຂົ້າລາຍລະອຽດ ຂ້ອຍຢາກໃຫ້ເຈົ້າຮູ້ທີ່ໄປທີ່ມາຂອງໜັງສືພໍ່ລວຍສອນລູກ ເຊິ່ງໂຣເບີດໄດ້ຂຽນໄວ້ຫຼາຍຫົວຢູ່ໄດ໋. ໃນໜັງສື ໂຣເບີດໄດ້ນຳສະເໜີແນວຄິດຂອງຊາຍ 2 ຄົນ, ຄົນໜຶ່ງລາວເອີ້ນວ່າ ພໍ່ລວຍ (Rich Dad) ເຊິ່ງເປັນພໍ່ຂອງໝູ່, ສ່ວນຄົນໜຶ່ງລາວເອີ້ນວ່າ ພໍ່ຈົນ (Poor Dad) ເຊິ່ງເປັນພໍ່ແທ້ໆຂອງລາວ.

ຮຸ້ນ
ຄົບເຄື່ອງເລື່ອງຮຸ້ນ

ຮຸ້ນ ແມ່ນຫຍັງ?

ຂ້ອຍຄິດວ່າເຈົ້າເຄີຍຍິນຄຳວ່າ ຕະຫຼາດຮຸ້ນ, ຕະຫຼາດຫຼັກຊັບ ຫຼື ການເກງກຳໄລຮຸ້ນທາງໂທລະພາບ ຫຼື ສື່ມວນຊົນມາແລ້ວ. ແຕ່ຫາກເຈົ້າຢາກຫຼີ້ນຮຸ້ນ ຫຼື ລົງທຶນໃນຮຸ້ນ ເພື່ອອະນາຄົດທີ່ສົດໃສ ມີກຳໄລຈາກການລົງທຶນໃນໄລຍະຍາວ ເຈົ້າຈະຕ້ອງເຂົ້າໃຈ “ຮຸ້ນ ແມ່ນຫຍັງ, ມີຈັກປະເພດ ແລະ ຄວາມຮູ້ອື່ນໆກ່ຽວກັບຮຸ້ນ” ເປັນຢ່າງດີໄດ໋. ຮຸ້ນ (ພາສາອັງກິດ stock) ໝາຍເຖິງຫຼັກຊັບປະເພດທຶນ ທີ່ບໍລິສັດມະຫາຊົນນຳໃຊ້ເປັນເຄື່ອງມືເພື່ອລະດົມທຶນ ເຊິ່ງແບ່ງເປັນໜ່ວຍ ແຕ່ລະໜ່ວຍມີມູນຄ່າເທົ່າກັນ, ຜູ້ຖືຮຸ້ນມີສະຖານະເປັນເຈົ້າຂອງບໍລິສັດສ່ວນໃດສ່ວນໜຶ່ງ ແລະ ມີສິດໄດ້ຮັບຜົນປະໂຫຍດຕາມອັດຕາສ່ວນຮຸ້ນທີ່ຕົນຖືຄອງ (ມາດຕາ 3, ຂໍ້ 2 ຂອງກົດໝາຍວ່າດ້ວຍຫຼັກຊັບ 2019).

Scroll to Top