ບົດຮຽນຊີວິດ

ບົດຮຽນຊີວິດ ຄືປະສົບການຈິງຂອງຄົນເຮົາ ທີ່ໄດ້ຈາກການປະສົບພົບພໍ້ດ້ວຍຕົນເອງ ຫຼື ຜ່ານຊີວິດຂອງຄົນອື່ນໆ

ຄົບເຄື່ອງເລື່ອງຮຸ້ນ

ໂອກາດ ແລະ ຄວາມທ້າທາຍ ໃນການລົງທຶນໃນຮຸ້ນ

ການລົງທຶນໃນຮຸ້ນ ມີຜົນຕອບແທນທີ່ດີ ແຕ່ກໍມີຄວາມສ່ຽງເຊັ່ນດຽວກັນ. ເຖິງແມ່ນວ່າຜົນຕອບແທນຂອງມັນຈະດຶງດູດນັກລົງທຶນໃຫ້ມີຄວາມກະຕືລືລົ້ນ ແຕ່ສິ່ງສຳຄັນ ຕ້ອງເຂົ້າໃຈໂອກາດ ແລະ ຄວາມທ້າທາຍ ທີ່ມາພ້ອມກັບການລົງທຶນ ໂດຍສະເພາະເວລາທີ່ເຮົາກຳລັງວິເຄາະບໍລິສັດໃດໜຶ່ງກ່ອນຕັດສິນໃຈສົ່ງຄຳສັ່ງຊື້. ໃນບົດຄວາມນີ້, ຂ້ອຍໄດ້ສະຫຼຸບໂອກາດ ແລະ ຄວາມສ່ຽງຕ່າງໆ ເພື່ອໃຫ້ເຈົ້າສຶກສາ ແລະ ພິຈາລະນາໂດຍຫຍໍ້ດັ່ງຕໍ່ໄປນີ້:

ການພັດທະນາ
ສາລະໜ້າຮູ້

ການສ້າງຄວາມສົມດູນລະຫວ່າງ ການພັດທະນາ ແລະ ການອະນຸຮັກ

ໃນໂລກທີ່ກຳລັງປ່ຽນແປງຢ່າງວ່ອງໄວໃນປັດຈຸບັນ ປະເທດ ແລະ ຊຸມຊົນຕ່າງໆໄດ້ເລັ່ງໃສ່ການພັດທະນາເມືອງ, ຂະຫຍາຍອຸດສາຫະກຳ ແລະ ສ້າງໂຄງລ່າງພື້ນຖານໃໝ່ໆ. ການພັດທະນາ ນຳມາເຊິ່ງການສ້າງວຽກເຮັດງານທຳ, ຍົກລະດັບຊີວິດການເປັນຢູ່ ແລະ ສ້າງເສດຖະກິດໃຫ້ເຂັ້ມແຂງ ແຕ່ທຸກໆເທື່ອທີ່ເຮົາສ້າງເສັ້ນທາງຜ່ານປ່າ, ສ້າງເຂື່ອນກັ້ນແມ່ນ້ຳ ຫຼື ທຸບທຳລາຍຂອງເກົ່າເພື່ອສ້າງສິ່ງໃໝ່ຂື້ນແທນ ເຮົາຕ້ອງຖາມວ່າເຮົາກຳລັງສ້າງອະນາຄົດທີ່ດີກວ່າ ຫຼື ກຳລັງທຳລາຍມັນ?

ສາລະໜ້າຮູ້

ການສຶກສາໃນອະນາຄົດ

ການສຶກສາ ກຳລັງຈະປັບຕົວຄັ້ງໃຫຍ່ ຍ້ອນຄວາມກ້າວໜ້າທາງດ້ານເຕັກໂນຊີທີ່ນັບມື້ນັບທັນສະໄໝ. ພວກເຮົາເຫັນການປ່ຽນແປງທີ່ເກີດຂຶ້ນແລ້ວໃນປັດຈຸບັນ ໂດຍສະເພາະການນຳໃຊ້ປັນຍາປະດິດ (AI) ການຮຽນ-ການສອນ, ສະນັ້ນຖັດຈາກນີ້ອະນາຄົດຂອງການສຶກສາຈະເປັນແນວໃດຕໍ່ໄປ? ບົດຄວາມນີ້ຈະພາທຸກທ່ານໄປສຳຫຼວດທ່າອຽດສຳຄັນທີ່ກຳລັງຫຼໍ່ຫຼອມອະນາຄົດຂອງການສຶກສາ.

ບົດກະວີ

ຮ່ວມໃຈໃຊ້ “ເງິນກີບ”

ເງິນກີບ ລາວ ລາວບໍ່ໃຊ້…………..ຈະມີຄ່າແນວໃດ? ຊິໃຫ້ໃຜມາຖື……………………..ຄອບຄອງນຳໃຊ້ ນອກຈາກໄທເຮົານີ້……………….ພາກັນເຊີດຊູຄ່າ ຮັກສາເງິນກີບໄວ້…………………ເປັນສິນຄ້າສື່ກາງ ລາງຄົນແຖມຈົ່ມເວົ້າ……………..ວ່າເງິນກີບບໍ່ມີຫຍັງ ຫວັງແຕ່ຖືເງິນຕາ………………….ບາດ-ໂດລາພຸ້ນ ຄຸນຄ່່າເງິນລາວດ້ອຍ………………ຖືໄປກໍໄຮ້ຄ່າ ສູ້ຖືເງິນໂດລາ ຫຼື ຊື້ຄຳມາເກັບໄວ້…..ພໍຊິໄດ້ອຸ່ນໃຈ ວ່າເດ ເຈົ້າບໍ່ຖື ຂ້ອຍບໍ່ໃຊ້………………….ຊິຄອງແຂກທາງໃດຖື ເດນໍ

ບົດກະວີ

ນັກວິຊາເກົາ

ຂ້ອຍນີ້ ອຶດອັດອັ້ນ                 ນຳຄົນປັ່ນທວນກະແສ ແທ້ເດ ຕາບໍ່ແລເຫັນຂອງຈິງ                ຮ່າວຝອຍ ເຟີ້ເຈີ້ ຟ້າວອອກມາສະເໜີໜ້າ              ທິດສະດີນ້ຳເຕົ້າເປົ່າ ເຈົ້າບໍ່ເຫັນ ແຕ່ທຳທ່າອວດຣູ້          ມະໂນສ້າງພາບເອົາ ພຣະ ລາວຄົ້ນພົບໄດ້               ອົງໃຫຍ່ງາມຫຼາຍ ຝັງຢູ່ໃນຫາດຊາຍ                  ຈັກປີບໍ່ທັນຮູ້ ຢູ່ບໍ່ຢູ່ ນັກວິຊາການເກົາກົ້ນ           ຍາມຝົນອອກມາຂ່າວ ວ່າພຣະລາວພົບໄດ້ນັ້ນ              ຂອງ ເກ້ ແນ່ນອນ ຕົນເປັນຄົນຮອບຮູ້                  ສາຍາວ່າ ຄູ ບາ ທອງ ເລື່ອງທອງ ເລື່ອງໂລຫະ            ບໍ່ມີໃຜທຽມທານໄດ້ ເອົາໃບປະລິນຍາມາອ້າງ            ວ່າໂຕເອງເກັ່ງກວ່າໝູ່ ຢູ່ເຖົ້າມາຊ່ຳນີ້                    ຍັງບໍ່ຮູ້ຈັກຄວາມ ແທ້ນໍ ການສຶກສາບໍ່ຊ່ວຍສ້າງ              ໃຫ້ຄົນເກັ່ງຄົນດີ ແທ້ບໍ? ຫຼືວ່າ ມີສັນດານໜາ               ມືດມົນບັງໄວ້ ຫຼືວ່າ ໃຈຫວັງສໍ້                  ຢາກ ໂດ່ງດັງ

first trip
ປະສົບການຊີວິດ

ໄປຕ່າງປະເທດຄັ້ງທຳອິດ

2007 ເປັນປີໂຊກປີລາບຂອງ ພອນໄຊ ເພາະເຂົາໄດ້ເຂົ້າເຮັດວຽກສັງກັດລັດສົມກັບຄວາມໃຝ່ຝັນຂອງເຂົາມາແຕ່ນ້ອຍໆ ແລະ ຕໍ່ມາພຽງແຕ່ສາມເດືອນ ເຂົາກໍໄດ້ຮັບການຄັດເລືອກໃຫ້ເປັນໜຶ່ງໃນສີ່ຄົນທີ່ຈະສົ່ງໄປຝຶກອົບຮົມພາສາອັງກິດໄລຍະສັ້ນຢູ່ຕ່າງປະເທດອີກ. ສຳຫລັບຄົນບ້ານນອກຄອກນາ ລູກຊາວນາໝາເຕົ່າຢ່າງພອນໄຊແລ້ວ ການໄດ້ເຮັດວຽກນຳລັດ ກໍຖືວ່າເປັນບຸນຫລາຍແລ້ວ. ອາດຈະເປັນເພາະຄວາມດຸໝັ່ນຂະຫຍັ່ນພຽນຕໍ່ການຄົ້ນຄວ້າຮ່ຳຮຽນ ເຊິ່ງມີດີກຣີຈົບປະລິນຍາຕີຈາກມະຫາວິທະຍາໄລແຫ່ງຊາດສາຂາພາສາອັງກິດ ຫລື ຍ້ອນບຸນວາດສະໜາມາແຕ່ປາງກ່ອນຂອງເຂົາກະບໍ່ຮູ້? ເຂົາຈຶ່ງໄດ້ ໄປຕ່າງປະເທດ ຄັ້ງອິດໃນຊີວິດ.

madam's hat
ບົດກະວີ

ຢາກຢືມ “ໝວກມາດາມ”

. ມາດາມ ໃສ່ “ໝວກ” ແລ້ວ……………..ລີລາທ່າຂຶງຂັງ ເກີດພະລັງໃນຕົວ………………………….ສັ່ງການຄົນໄດ້ ໃຜກໍຢຳເກງຢ້ານ…………………………..ຍາມມາດາມສັ່ງ ຮັບຟັງໂດຍນອບນ້ອມ……………………ບໍ່ຫານກ້າຂັດຄໍ . ມາດາມ ເກັ່ງຮອບຮູ້……………………..ດີເລື່ອງບໍລິຫານ ຊ່າງຈັດການເງິນຄຳ………………………..ສ່ວນຕົວ-ລວມພ້ອມ ແຖມຍັງຊອມບັນຊາຊີ້…………………….ວຽກງານແທນຄົນອື່ນ ເພິ່ນບຸກບືນສ່ຳນີ້………………………….ຄົນຄວນຍ້ອງຊື່ນຊົມ .

Scroll to Top