ພຸດທະສາສະໜາ

ພຸດທະສາສະໜາ ເປັນສາສະໜາທີ່ມີ ພຣະພຸດທະເຈົ້າ ເປັນສາດສະດາ ມີພຣະທັມ ອັນເປັນທຳມະທີ່ພຣະອົງເປັນຜູ້ຄົ້ນພົບດ້ວຍຕົວເອງ ແລະ ມີພຣະສົງເປັນຜູ້ປະຕິບັດ

ບົດກະວີ

ນັກວິຊາເກົາ

ຂ້ອຍນີ້ ອຶດອັດອັ້ນ                 ນຳຄົນປັ່ນທວນກະແສ ແທ້ເດ ຕາບໍ່ແລເຫັນຂອງຈິງ                ຮ່າວຝອຍ ເຟີ້ເຈີ້ ຟ້າວອອກມາສະເໜີໜ້າ              ທິດສະດີນ້ຳເຕົ້າເປົ່າ ເຈົ້າບໍ່ເຫັນ ແຕ່ທຳທ່າອວດຣູ້          ມະໂນສ້າງພາບເອົາ ພຣະ ລາວຄົ້ນພົບໄດ້               ອົງໃຫຍ່ງາມຫຼາຍ ຝັງຢູ່ໃນຫາດຊາຍ                  ຈັກປີບໍ່ທັນຮູ້ ຢູ່ບໍ່ຢູ່ ນັກວິຊາການເກົາກົ້ນ           ຍາມຝົນອອກມາຂ່າວ ວ່າພຣະລາວພົບໄດ້ນັ້ນ              ຂອງ ເກ້ ແນ່ນອນ ຕົນເປັນຄົນຮອບຮູ້                  ສາຍາວ່າ ຄູ ບາ ທອງ ເລື່ອງທອງ ເລື່ອງໂລຫະ            ບໍ່ມີໃຜທຽມທານໄດ້ ເອົາໃບປະລິນຍາມາອ້າງ            ວ່າໂຕເອງເກັ່ງກວ່າໝູ່ ຢູ່ເຖົ້າມາຊ່ຳນີ້                    ຍັງບໍ່ຮູ້ຈັກຄວາມ ແທ້ນໍ ການສຶກສາບໍ່ຊ່ວຍສ້າງ              ໃຫ້ຄົນເກັ່ງຄົນດີ ແທ້ບໍ? ຫຼືວ່າ ມີສັນດານໜາ               ມືດມົນບັງໄວ້ ຫຼືວ່າ ໃຈຫວັງສໍ້                  ຢາກ ໂດ່ງດັງ […]

making merit
ທັມມະ

ການທຳບຸນ

ການທຳບຸນ ຫຼື ການເຮັດບຸນ ຄືການທຳຄວາມດີດ້ວຍວິທີການຕ່າງໆ ເພື່ອເຮັດໃຫ້ຊີວິດຂອງຄົນເຮົາມີຄວາມສຸກ. ການເຮັດບຸນ ສ່ວນຫລາຍຄົນມັກຈະເນັ້ນແຕ່ການໃຫ້ທານໃຫ້ແກ່ພຣະສົງ ໂດຍສະເພາະພຣະອົງໃດມີຊື່ສຽງ ຫລື ມີເລື່ອງເລຶກລັບເຂົ້າມາກ່ຽວຂ້ອງ. ຄວາມຈິງການທຳບຸນໃນພຣະພຸດທະສາສະໜາເອີ້ນວ່າ ບຸນກິຣິຍາວັດຖຸ 3 ຄື: ການໃຫ້ທານ (ທານະມັຍ), ການຮັກສາສິນ (ສີລະມັຍ) ແລະ ການພາວະນາ (ພາວະນາມັຍ).

life destination
ທັມມະ

ຈຸດໝາຍຂອງຊີວິດ

ຊີວິດຄືການເດີນທາງ ຊີວິດຄືການຕໍ່ສູ້ ເພາະທຸກຊີວິດຕ້ອງເດີນທາງໄປຂ້າງໜ້າແລະຕໍ່ສູ້ກັບອຸປະສັກນາໆປະການກວ່າຈະເຖິງ ຈຸດໝາຍຂອງຊີວິດ. ຫາກຊີວິດບໍ່ມີຈຸດໝາຍ ການເດີນທາງກໍເມື່ອຍລ້າໆ ແລະ ການຕໍ່ສູ້ກໍໄຮ້ປະໂຫຍດ ເຊິ່ງເສຍຊາດທີ່ເກີດມາເປັນມະນຸດ. ເຄີຍຖາມຕົນເອງບໍວ່າຈຸດໝາຍຂອງຊີວິດເຮົາແມ່ນຫຍັງ? ເມື່ອກຳນົດຈຸດໝາຍໄດ້ແລ້ວ ເຮົາຈະເຮັດແນວໃດໃຫ້ໄປເຖິງຈຸດໝາຍດັ່ງກ່າວ.

four noble truth
ທັມມະ

ອະຣິຍະສັດ 4

ອະຣິຍະສັດ ຫຼື ອະຣິຍະສັຈ ໝາຍເຖິງຂອງຈິງອັນປະເສີດ ຫຼື ຂອງຈິງທີ່ຫ່າງໄກຈາກຂ້າເສິກມີ 4 ປະການຄື: ທຸກ (ທຸກຂ໌), ສະມຸໄທ (ສະມຸທັຍ), ນິໂຣດ (ນິໂຣທ) ແລະ ມັກມີອົງ 8 (ມັຄ) ເຊິ່ງເຈົ້າຊາຍສີທັດທະໄດ້ຊົງຄົ້ນພົບ ແລະ ຕັດສະຮູ້ເປັນພຣະພຸດທະເຈົ້າໃນວັນເພັງເດືອນ 6 ຢູ່ກ້ອງຕົ້ນສີມະຫາໂພ (ພຸດທະຄາຍາໃນປະຈຸບັນ), ປະເທດອິນເດຍ. ອະຣິຍະສັດ 4 ຖືວ່າເປັນຫຼັກສຳຄັນຂອງພຸດທະສາສະໜາ ທີ່ຊາວພຸດທັງຫລາຍຈະຕ້ອງເຂົ້າໃຈຢ່າງເລິກເຊິ່ງ ເພື່ອນຳໄປປະພຶດປະຕິບັດໃຫ້ເກີດມັກ, ຜົນ ແລະນິບພານ ອັນເປັນຄວາມສຸກນິຣັນດອນ ເຊິ່ງເປັນຈຸດໝາຍສູງສຸດຂອງພຸດທະສາສະໜາ.

Scroll to Top