
ຫຼັງຈາກແຕ່ງດອງ ຄວາມຫວັງຂອງຜູ້ເປັນພໍ່ເປັນແມ່ກໍຄືຢາກມີລູກ. ລູກເປັນອົງປະກອບໜຶ່ງຂອງຄອບຄົວ ເພາະຄຳວ່າຄອບຄົວທີ່ສົມບູນນັ້ນຈະຕ້ອງມີພໍ່ ແມ່ ແລະ ລູກ. ການມີລູກບໍ່ພຽງຈະເຮັດໃຫ້ຄອບຄົວມີຄວາມອົບອຸ່ນ ແລະ ມີແວ່ນແຍງເທົ່ານັ້ນ ຍັງເຮັດໃຫ້ຄວາມຮັກລະຫວ່າງພໍ່ແມ່ມີຄວາມເລິກຊຶ້ງ ແລະ ໝັ້ນຄົງຫຼາຍກວ່າເກົ່າ. ເພິ່ນຍັງວ່າລູກຄື ພະຍານຮັກຂອງຄູ່ຊີວິດ. ລູກຄືຄວາມຫວັງ ແລະ ຄວາມສຸກຂອງພໍ່ແມ່ໃນປະຈຸບັນ ແລະ ອະນາຄົດ. ລູກອາດຈະຮູ້ ຫຼື ເຫັນມາກ່ອນແລ້ວ ພໍ່ແມ່ຫລາຍຄົນມີຄວາມສຸກຍ້ອນລູກ ໄດ້ເພິ່ງພາອາໄສລູກຍາມເຖົ້າແກ່ຊະລາ. ແຕ່ກໍມີພໍ່ແມ່ຫຼາຍຄົນມີ ຄວາມທຸກ ຍ້ອນລູກ. ດ້ວຍເຫດນີ້ ຈິ່ງເວົ້າໄດ້ວ່າ ລູກເປັນທັງຄວາມສຸກ ແລະ ຄວາມທຸກຂອງພໍ່ແມ່ ເຊິ່ງຂື້ນແລ້ວແຕ່ສະຖານະການ. ການທີ່ພໍ່ເວົ້າແນວນີ້ ບໍ່ແມ່ນວ່າໂຕເອງເປັນພໍ່ດອກ ເພາະວ່າມື້ໜຶ່ງລູກກໍຈະກາຍເປັນພໍ່ ຫຼື ເປັນແມ່ເຊັ່ນດຽວກັນ. ຄວາມທຸກ ຂອງພໍ່ແມ່ພຣະພຸດທະອົງຕັດໄວ້ມີ 3 ປະການ: ທຸກຍ້ອນບໍ່ມີລູກ, ທຸກຍ້ອນລູກຕາຍ ແລະ ທຸກຍ້ອນລູກເປັນຄົນຊົ່ວ.
ທຸກຍ້ອນບໍ່ມີລູກ
ລູກຮູ້ບໍຄວາມທຸກຂອງພໍ່ແມ່ແມ່ນຫຍັງ? ພໍ່ແມ່ ບໍ່ໄດ້ທຸກຍ້ອນມີລູກຫຼາຍຄົນໄດ໋ ແຕ່ວ່າທຸກຍ້ອນບໍ່ມີລູກຕ່າງຫາກ. ພໍ່ແມ່ຫຼາຍຄົນມີຄວາມກະວົນກະວາຍ ພາຍຫລັງແຕ່ງດອງມາໄດ້ຫລາຍປີແລ້ວບໍ່ມີລູກ. ຍິ່ງແຕ່ງດອງໃນຕອນອາຍຸແກ່ ຫຼື ແຕ່ງດອງໄດ້ຫຼາຍປີເທົ່າໃດ ຄວາມຢາກມີລູກກໍຍິ່ງມີຫຼາຍຂື້ນເທົ່ານັ້ນ. ພໍ່ແມ່ຕ້ອງທຽວໄປຫາແພດໝໍຢູ່ໂຮງໝໍ ຫຼື ຄລີນິກບໍ່ຈັກເທົ່າໃດເທື່ອ ເພື່ອປຶກສາເຮັດຈັ່ງໃດຈິ່ງຊິມີລູກ. ບໍ່ວ່າຈະໄປຈັກຄັ້ງ ຄະລຳອາຫານຈັກຢ່າງໝົດເງິນເທົ່າໃດກໍບໍ່ໄດ້ວ່າ ຂໍພຽງໃຫ້ໄດ້ລູກກໍພໍ. ພໍ່ແມ່ບາງຄົນມີເງິນແດ່ ກໍຊອກຊື້ອາຫານບຳລຸງດີໆມາກິນ. ຢາອັນໃດທີ່ເພິ່ນວ່າດີ ບໍ່ວ່າຢາຫຼວງ ຫຼື ພື້ນເມືອງ ໄປຊື້ຢາພື້ນເມືອງບາງບ່ອນຕ້ອງຕັ້ງຄູຕັ້ງຄາຍ ແລະ ທຳພິທີກຳຢ່າງຄັກແນກໍມີ ເພິ່ນກໍໄປຊື້ມາກິນປານນັ້ນຍັງບໍ່ມີລູກ. ຫຼາຍປີຜ່ານໄປຄວາມຢາກມີລູກກໍຫຼາຍຂື້ນຊັກໄຊ້. ລູກກະຊິຮູ້ ຖ້າເຮົາຢາກໄດ້ອັນໃດອັນໜຶ່ງແຕ່ບໍ່ໄດ້ ມັນທຸກທໍລະມານສ່ຳໃດ.
ພໍ່ແມ່ບາງຄົນຕ້ອງເດີນທາງໄປຕ່າງປະເທດ ເພື່ອເຮັດລູກຫລອດແກ້ວ ທັ້ງໆທີ່ຮູ້ວ່າການເຮັດລູກຫຼອດແກ້ວນັ້ນມີຄວາມສ່ຽງເຖິງຊີວິດຂອງຜູ້ເປັນແມ່. ແຕ່ວ່າພໍ່ແມ່ກໍຕັດສິນໃຈເຮັດ ເພື່ອຫວັງວ່າຈະໄດ້ລູກຕາມຄວາມປາດຖະໜາ. ບາງຄົນໂຊກດີກໍໄດ້ລູກແທ້ ແຕ່ບາງຄົນກໍບໍ່ໄດ້ ຫຼື ຮ້າຍແຮງໄປກວ່ານັ້ນແມ່ເກືອບສິ້ນຊີວິດຍ້ອນກໍມີ. ນອກນີ້ ພໍ່ແມ່ບາງຄົນໃນເມື່ອເຮັດສຸດຄວາມສາມາດທາງວິທະຍາສາດແລ້ວ ຍັງຫັນໄປເພິ່ງທາງໄຊຍະສາດ ມີການສູດການແກ້ ບະບົນເທບເທວະດາອາຣັກຂາຕາມວັດ ຫໍໄຫວ້ ຫຼື ພຣະທາດຕ່າງໆ. ເຮັດທຸກສິ່ງທຸກຢ່າງບາງຄົນກໍຍັງບໍ່ມີ. ສຸດທ້າຍມາພໍ່ແມ່ຈຳເປັນຕ້ອງໄປຂໍລູກນຳອ້າຍນ້ອງມາລ້ຽງເປັນລູກບຸນທຳ ຫຼື ບາງຄົນຕ້ອງໄປຊອກເອົາລູກຄົນອື່ນມາລ້ຽງເປັນລູກກໍບໍ່ອືດ. ນີ້ແຫຼະຄວາມທຸກຂອງພໍ່ແມ່.
ທຸກຍ້ອນລູກຕາຍ
ບາງຄົນພໍແຕ່ມີລູກ ຄວາມສຸກຂອງພໍ່ແມ່ກໍນັບມື້ນັບຫຼາຍຂື້ນນັບແຕ່ເວລາຮູ້ສຶກວ່າມີລູກຈົນເຖິງລູກໃຫຍ່. ພໍ່ແມ່ມີຄວາມຮູ້ສຶກຕື່ນຕັນໃຈເມື່ອເຫັນລູກນັບມື້ນັບເຕີບໂຕ ແລະ ເຂົ້າໂຮງຮຽນ. ແຕ່ໂຊກຮ້າຍລູກພັດຕາຍຈາກພໍ່ແມ່ໄປ. ຄວາມຕາຍຂອງລູກເຮັດໃຫ້ພໍ່ແມ່ຍິ່ງທຸກກວ່າການບໍ່ມີລູກສາອີກ. ພໍ່ແມ່ບາງຄົນທຸກນຳລູກຫຼາຍຈົນເສຍແນວຄິດເປັນບ້າເປັນບ້າໄປເລີຍກໍມີ ຕົວຢ່າງໃນສະໄໝພຸດທະການ ນາງປັນຈະລາກໍເປັນບ້າເສຍຈິດຍ້ອນຜົວ ລູກທັງສອງຄົນເສຍຊີວິດ ກ່ອນຈະມາຮູ້ຂ່າວຮ້າຍຕື່ມວ່າພໍ່ແມ່ກໍໄດ້ເສຍຊີວິດແລ້ວ. ຢ່າວ່າແຕ່ຄວາມຕາຍເລີຍ ແມ່ນແຕ່ການພັດພາກຈາກລູກຍ້ອນຕົນເອງຖືກໄປເຮັດວຽກຢູ່ຕ່າງຖິ່ນກໍເຮັດໃຫ້ພໍ່ແມ່ທຸກບໍ່ທຳມະດາ. ເຮົາບໍ່ຮູ້ດອກວ່າທະຫານທີ່ປະຈຳການຢູ່ຊາຍແດນເຂດທຸລະກັນດານ ໂດຍບໍ່ມີກຳນົດເວລາກັບຈະຮູ້ສຶກທໍລະມານຄິດຮອດລູກພຽງໃດ. ກະຈິງຢູ່ປັດຈຸບັນນີ້ເຕັກໂນໂລຢີກ້າວໜ້າສາມາດໂທແອັບ ເບິ່ງເຫັນໜ້າຂອງລູກ ແຕ່ກະບໍ່ຄືໄດ້ຢູ່ນຳລູກ. ບາງຄົນພັດພາກຈາກຄົນຮັກ ໂດຍບໍ່ມີວັນຈະໄດ້ພົບກັນອີກຕະຫຼອດຊີວິດສ່ຳວ່າຕາຍຈາກກັນ ແຕ່ກໍຍັງໄຄກວ່າ ຢ່າງໜ້ອຍກໍຍັງຮູ້ວ່າຄົນນັ້ນຍັງມີຊີວິດຢູ່.
ແຕ່ຄວາມຕາຍໂຫດຮ້າຍກວ່ານັ້ນ ທຸກກວ່ານັ້ນ. ລອງສົມທຽບງ່າຍໆ ເວລາເສຍສິ່ງຂອງມີຄ່າ ເຮົາກໍຍັງເສຍດາຍ ບາງຄົນເຈັບໂຊຍ້ອນກໍມີ. ຍິ່ງເຮົາຮັກຫຼາຍເທົ່າໃດ ເຮົາກໍຍິ່ງເສຍດາຍ ແລະ ທຸກຫຼາຍເທົ່ານັ້ນ. ໃຜຈະຮູ້ວ່າພໍ່ແມ່ຮັກລູກຫລາຍພຽງໃດ ແມ່ນແຕ່ພໍ່ແມ່ເອງກໍຍັງບໍ່ຮູ້ປະມານໄດ້. ເພິ່ນຍັງວ່າລູກຄື ແກ້ວຕາດວງໃຈ ຂອງພໍ່ແມ່. ລູກກະລອງຄິດເບິ່ງວ່າພໍ່ແມ່ຮັກລູກປານໃດ. ພໍ່ເຄີຍເຫັນພໍ່ແມ່ຂອງພໍ່ຮ້ອງໄຫ້ທຸກວັນນັບແຕ່ມື້ລູກຊາຍຂອງເພິ່ນເສຍຊີວິດດ້ວຍອຸປະຕິເຫດ ໃນຂະນະທີ່ລູກຊາຍຂີ່ລົດຈັກເດີນທາງກັບບ້ານ ເພື່ອບອກພໍ່ແມ່ວ່າລູກເສັງຈົບວິທະຍາໄລແລ້ວ. ໜຶ່ງປີຜ່ານໄປຄວາມທຸກຂອງເພິ່ນຈິ່ງຜ່ອນຄາຍ ແຕ່ປານນັ້ນເພິ່ນກໍຍັງມີນ້ຳຕາ ເມື່ອເຫັນຮູບ ແລະ ເຫັນໝູ່ຂອງລູກ ຫຼື ພໍມີຄົນເວົ້າເຖິງ. ພໍ່ເຊື່ອວ່າຄວາມທຸກນີ້ຈະຄ່ອຍໆລຸດລົງເລື້ອຍໆເມື່ອເວລາດົນໄປ. ຄວາມຈິງກໍເປັນແນວນັ້ນແທ້ ເມື່ອຄວາມທຸກເຖິງຂັ້ນສູງສຸດມັນລຸດລົງມາຕາມກົດໄຕຣລັກຄື ອະນິດຈັງ ທຸກຂັງ ອະນັດຕາ. ຄວາມຕາຍຂອງລູກເຮັດໃຫ້ພໍ່ແມ່ທຸກຫຼາຍກວ່າຕອນບໍ່ມີລູກກໍຈິງ ແຕ່ວ່າມື້ໜຶ່ງຄວາມທຸກນັ້ນກໍຕ້ອງລຸດລົງ ເມື່ອເພິ່ນທຳໃຈໄດ້.
ທຸກຍ້ອນລູກເປັນຄົນຊົ່ວ
ຄວາມທຸກທີ່ສຸດຂອງພໍ່ແມ່ຄົງບໍ່ມີຫຍັງທຸກໄປກວ່າການມີລູກເປັນຄົນຊົ່ວ. ຄວາມທຸກຍ້ອນບໍ່ມີລູກກໍສາມາດຫາເອົາລູກຫລານ ຫຼື ຄົນອື່ນມາລ້ຽງເປັນລູກບຸນທຳ ຫຼືວ່າຖ້າລູກຕາຍກໍທຸກໃນເບື້ອງຕົ້ນ ບໍ່ດົນກໍເບົາໃຈໄດ້. ຖ້າຜູ້ໃດໄດ້ຜ່ານການຝຶກອົບຮົມຈິດໃຈມາເປັນຢ່າງດີ ເຂົ້າໃຈ ແລະ ຍອຍຮັບຄວາມຈິງທີ່ວ່າ ສິ່ງໃດເກີດຂື້ນ ສິ່ງນັ້ນຍ່ອມດັບລົງເປັນທຳມະດາ. ເມື່ອຄົນເຮົາເກີດມາພວກເຮົາກໍຖືເອົາຄວາມຕາຍມາພ້ອມ ແລະ ຈະຕ້ອງຕາຍບໍ່ວັນໃດກໍວັນໜຶ່ງບໍ່ຊ້າກໍໄວແລ້ວ ຄວາມທຸກກໍຈະບໍ່ເກີດຂື້ນ ຫຼື ເກີດຂື້ນກໍຈະບໍ່ຕັ້ງຢູ່ດົນ. ແຕ່ວ່າຄວາມຊົ່ວຂອງລູກນີ້ຕີເປັນສິ່ງທີ່ຫຼີກລ່ຽງໄດ້ຍາກ. ເຖິງວ່າຈະຝຶກໃຈມາດີປານໃດກໍຕາມ ກໍຍັງຈະຕ້ອງນຳໄປຮັບຜິດຊອບຊີວິດຂອງລູກຄົນນັ້ນ. ຕ້ອງຕົກລະກຳລຳບາກໄປແກ້ໄຂບັນຫາຕ່າງໆທີ່ລູກສ້າງຂື້ນ.
ປັດຈຸບັນພໍ່ແມ່ທຸກຍ້ອນລູກເປັນຄົນຊົ່ວຫາເບິ່ງບໍ່ຍາກ. ສະໄໝກ່ອນຍັງວ່າລູກເປັນຄົນຊົ່ວຍ້ອນຕິດໝູ່ ລັກເລັກຂະໂມຍນ້ອຍ ຫຼື ຫລີ້ນກິນຟຸມເຟືອຍ ພໍ່ແມ່ບອກສອນບໍ່ຟັງ. ແຕ່ດຽວນີ້ການແຜ່ລະບາດຂອງຢາບ້າ ຍິ່ງເຮັດໃຫ້ພໍ່ແມ່ມີໂອກາດທຸກຍ້ອນລູກຫຼາຍເທົ່າຍ້ອນລູກຕິດຢາ. ເມື່ອລູກຕິດຢາ ຄວາມຊົ່ວຕ່າງໆກໍເກີດຂື້ນ ສ້າງຄວາມເດືອດຮ້ອນໃຫ້ແກ່ພໍ່ແມ່ ສັງຄົມແລະປະເທດຊາດ. ຄົນທີ່ຕິດຢາແລ້ວສາມາດຕັດສິນໃຈອອກຈາກຢາມີໜ້ອຍດຽວ ເມື່ອທຽບໃສ່ຄົນທີ່ຕິດຢານັບມື້ນັບຫຼາຍຂື້ນ. ຄົນທີ່ຕິດຢາ ບໍ່ສ້າງຄວາມເດືອດຮ້ອນໃຫ້ພໍ່ແມ່ ຫຼື ຜູ້ອື່ນນັ້ນເປັນໄປໄດ້ຍາກ. ຖ້າກິນໄປດົນ ແລະ ກິນໜັກຂື້ນເລື້ອຍໆ ຈິດໃຈອັນດີງາມທີ່ມີຕໍ່ພໍ່ແມ່ ແລະ ຍາດພີ່ນ້ອງກໍເຊື່ອມຕາຍໄປ. ຄວາມໂຫດຮ້າຍໃຈເດັດກໍເພີ່ມຂື້ນຊັກໄຊ້ ແລະ ກາຍເປັນຄົນອຳມະຫິດ ຂ້າເຈົ້າເອົາຂອງ ຂ້າລູກຂ້າເມຍ ຫຼື້ ແມ່ນແຕ່ຂ້າຜູ້ບັງເກີດເກົ້າຂອງຕົນເອງກໍມີຫຼາຍລາຍມາແລ້ວ. ຄວາມທຸກຂອງພໍ່ແມ່ບໍ່ມີວັນສິ້ນສຸດ ນອກຈາກພໍ່ແມ່ຕາຍໄປກ່ອນ ແຕ່ຄວາມຊົ່ວຂອງລູກກໍຍັງສືບຕໍ່ເປັນພາລະໃຫ້ແກ່ສັງຄົມ ກໍຄືບ້ານເມືອງ. ຄຸກຊິໃສ່ຄົນຊົ່ວກິນຢາບ້າກໍຍັງບໍ່ພໍ. ພໍ່ເຄີຍເຫັນນ້ຳຕາຂອງຜູ້ເປັນແມ່ໄຫຼລົງອາບແກ້ມເກືອບທຸກວັນຍ້ອນຄິດຮອດລູກທີ່ຖືກກັກຂັງຢູ່ຄຸກ. ຖ້າຈະປະກັນຕົວອອກມາກໍຢ້ານລູກຊິເຮັດຄືເກົ່າ ຫຼື ແມ່ນແຕ່ເປັນໄພຕໍ່ຊີວິດຂອງຕົນເອງ. ພໍ່ແມ່ຕ້ອງເສຍໜ້າເສຍຕາຍ້ອນລູກເປັນຄົນຊົ່ວ.
ຄວາມຊົ່ວກໍຄື ຄວາມທຸກ. ຄວາມທຸກຄົງບໍ່ມີໃຜຕ້ອງການແມ່ນແຕ່ໂຕຜູ້ກະທຳຄວາມຊົ່ວນັ້ນເອງ ແຕ່ກະຍັງມີຄົນມັກກະທຳຊົ່ວຢູ່. ອັນນີ້ລູກກະຄວນຖາມຕົນເອງເບິ່ງວ່າເຮົາເກີດມາເພື່ອສ້າງຄວາມດີ ຫຼື ສ້າງຄວາມຊົ່ວ ເຮົາຈະສ້າງຫຍັງໄວ້ ເພື່ອເປັນທີ່ເອກອ້າງທະນົງໃຈໃຫ້ແກ່ພໍ່ແມ່ ແລະ ຄົນຮັກຜູ້ທີ່ຍັງມີຊີວິດຢູ່ຕໍ່ໄປ. ຢ່າຄິດວ່າຊີວິດເປັນຂອງເຮົາ ເຮົາຢາກເຮັດຫຍັງກໍເຮັດ ຕາຍລະແລ້ວ! ຄວາມຄິດແບບນີ້ ພໍ່ວ່າບໍ່ສົມຄວນທີ່ຈະເກີດມາໃຫ້ພໍ່ແມ່ຕ້ອງທຸກທໍລະມານຍ້ອນ ແໜງວ່າບໍ່ເກີດ ຫຼື ເກີດມາແລ້ວຕາຍໄປສາຈະດີກວ່າ. ຢ່າງໜ້ອຍພໍ່ແມ່ກໍທຸກພຽງຂ້າມຄືນເທົ່ານັ້ນ.
ອ່ານຕື່ມ