ສາກໜຶ່ງຂອງຊີວິດ

ສາກໜຶ່ງຂອງຊີວິດ

ຖ້າ “ຊີວິດ” ປຽບດັ່ງລະຄອນເລື່ອງໜຶ່ງຄືກັບຫລາຍຄົນເວົ້າ. ຊີວິດກໍຕ້ອງມີຫລາຍສາກຄືກັບລະຄອນ. ນັບແຕ່ຮູ້ຄວາມຄົນມາຈົນຮອດເວລານີ້ ພວກເຮົາໄດ້ຜ່ານເຫດການຊີວິດນາໆປະການ. ບາງຄັ້ງກໍເບີກບານມ່ວນຊື່ນ, ສົມຫວັງ, ປະສົບຜົນສຳເລັດ… ລວມແລ້ວກໍຄືມີ ຄວາມສຸກ ແຕ່ບາງຄັ້ງກໍໂສກເສົ້າ, ເສຍໃຈ, ຜິດຫວັງ, ຄັບແຄ້ນໃຈ… ກາຍເປັນ ຄວາມທຸກ. ຖ້າເອົາເຫດການເຫລົ່ານີ້ໄປທຽບໃສ່ລະຄອນກໍບໍ່ຕ່າງກັນຫລາຍ ຕົວລະຄອນສະແດງບົດບາດໄປຕາມບົດຂອງຜູ້ກຳກັບ ແຕ່ຊີວິດຄົນສະແດງໄປຕາມຜົນຂອງກຳ ຄືການກະທຳຂອງຕົວລະຄອນເອງ.

ຕະຫລອດຊີວິດຂອງຄົນຜູ້ໜຶ່ງຍ່ອມມີຫລາຍສາກຊີວິດ. ຍິ່ງອາຍຸຍືນຫລາຍປານໃດ ສາກຊີວິດກໍຫລາຍຂື້ນເທົ່ານັ້ນ ເພາະວ່າອາຍຸກໍຄືໄລຍະເວລາຂອງການສະແດງ. ທຸກການສະແດງຂອງເຮົາຈະຖືກບັນທຶກເອົາໄວ້ໃນຄວາມຈຳຂອງເຮົາເປັນຢ່າງດີ ບໍ່ວ່າເຮົາຈະສວມບົດບາດຫລີ້ນຕົວລະຄອນໃດ ຫລື ສາກໃດກໍຕາມ. ຄົນສ່ວນຫລາຍມັກຈະທົບທວນເບິ່ງຜົນງານການສະແດງຂອງຕົນໃນບັ້ນທ້າຍຂອງຊີວິດ ເຊິ່ງພາໃຫ້ບາງຄົນຕ້ອງຫລັ່ງນ້ຳຕາ ເມື່ອເຫັນຄວາມຜິດພາດຂອງຕົນເອງເຊິ່ງບໍ່ມີໂອກາດຈະກັບໄປແກ້ໄຂໄດ້ ແລະ ບາງຄົນກໍຍີ້ມດ້ວຍຄວາມເພິ່ງພໍໃຈ. ເຖິງຢ່າງໃດກໍຕາມ, ກໍຍັງມີຄົນສະຫລາດຈຳນວນໜຶ່ງທີ່ມັກຈະກວດກາກາສະແດງຂອງຫລັງແຕ່ລະສາກສິ້ນສຸດ ເພື່ອຖອດຖອນເອົາເປັນບົດຮຽນໃຫ້ແກ່ການສະແດງສາກຕໍ່ໄປ.

ເຈົ້າລອງຕັດເອົາຕົວຢ່າງເຫດການຊີວິດໃດໜຶ່ງທີ່ເຮັດໃຫ້ເຈົ້າມີຄວາມສຸກທີ່ສຸດ “ສາກສຸກ” ຫລື ເອົາເຫດການໃດໜຶ່ງທີ່ເຮັດໃຫ້ເຈົ້າມີຄວາມທຸກທີ່ສຸດ “ສາກທຸກ” ມາຄິດຄືນລອງເບິ່ງ. ຂ້ອຍເຊື່ອວ່າ ທຸກຄົນມີສາກສອງສາກນີ້. ເວລາເຈົ້າມີຄວາມສຸກ ເຈົ້າມີຄວາມສຸກດົນປານໃດ? ເປັນຫຍັງເຈົ້າຈິ່ງບໍ່ຮັກສາຄວາມສຸກນັ້ນໄວ້ໃຫ້ດົນໆ? ແລະ ເວລາມີຄວາມທຸກເດ ເຈົ້າມີຄວາມທຸກດົນປານໃດ? ເຈົ້າເຮັດແນວໃດຄວາມທຸກນັ້ນຈິ່ງຈົບລົງ? ຂ້ອຍຄິດວ່າ ລະຫວ່າງສອງສາກນີ້ ບໍ່ມີໃຜດອກຕ້ອງການສະແດງສາກທຸກ. ແຕ່ຊີວິດບາງຄັ້ງກໍເລືອກບໍ່ໄດ້ແມ່ນບໍ? ເຮົາຕ້ອງສະແດງຕາມກຳຂອງເຮົາເປັນຜູ້ກຳນົດ. ດ້ວຍເຫດນີ້ ເຮົາຈິ່ງມີຄວາມຈຳເປັນຕ້ອງສ້າງ “ກຳດີ” ໄວ້ກ່ອນ ເພື່ອຄວາມປອດໄພ.

ຊີວິດ ຂອງຄົນເຮົາມີຂື້ນ-ມີລົງ ຕາມກົດແຫ່ງຄວາມບໍ່ທ່ຽງ. ຍ້ອນມັນບໍ່ທ່ຽງ ມັນຈິ່ງຄົງຢູ່ດົນບໍ່ໄດ້ ແລະ ມັນຄົງຢູ່ດົນບໍ່ໄດ້ ເພາະມັນເປັນອະນັດຕາ. ເວລາມີຄວາມສຸກ ເຈົ້າອາດຈະພະຍາຍາມເກັບຮັກສາຄວາມຮູ້ສຶກນັ້ນໄວ້ໃຫ້ຢູ່ກັບເຈົ້າໄປດົນໆ. ແຕ່ເຖິງຈະດົນປານໃດ ເຈົ້າກໍບໍ່ສາມາດຮັກສາມັນໄວ້ຕະຫລອດໄປ. ບາງຄົນໃນຊີວິດໄວເດັກມີຄວາມທຸກຍາກຂັດສົນ ເບິ່ງຊີວິດຄືຊິບໍ່ໄປຮອດໃສ ແຕ່ສຸດທ້າຍບາດໃຫຍ່ມາກັບກາຍເປັນຄົນມີຊີວິດສະດວກສະບາຍ. ກົງກັນຂ້າມບາງຄົນຕອນຍັງນ້ອຍ ຫລື ເປັນໄວລຸ້ນ ຊີວິດມີແຕ່ຄວາມສຸກ ສຸດທ້າຍທຸກພາຍເຖົ້າກໍມີ. ໃນຊີວິດຈິງ ຄົນຈົນກາຍເປັນເສດຖີກໍມີຫລາຍ ຄົນລວຍກາຍເປັນຄົນທຸກກໍມີຫລາຍເຊັ່ນກັນ. ຊີວິດນີ້ມັນບໍ່ແນ່ນອນ, ບໍ່ຄວນປະໝາດ ຫລື ດູໝິ່ນຄົນອື່ນ ເພາະວ່າບຸນວາດສະໜາຂອງຄົນມັນຕ່າງກັນ“ຄົນລົ້ມຫ້າມຂ້າມ ໄມ້ລົ້ມຈິ່ງຂ້າມ “.

ບໍ່ວ່າທ່ານຈະພົບເຫດການໃດໆກໍຕາມ ໃຫ້ຄິດວ່າມັນເປັນພຽງ “ສາກໜຶ່ງຂອງຊີວິດ” ເທົ່ານັ້ນ. ບໍ່ດົນມັນກໍຕ້ອງຜ່ານໄປຕາມການເວລາ. ຫລຽນຍ່ອມມີສອງໜ້າສະເໝີ ເພາະມັນເປັນຂອງຄູ່ກັນ. ຖ້າເຮົາເອົາໜ້າໜຶ່ງ ເຮົາກໍຕ້ອງໄດ້ໜ້າອື່ນ ໂດຍຫລີກລ່ຽງບໍ່ໄດ້. ໃນໂລກະທຳ 8 ເຮົາຈະເຫັນເປັນຄູ່ຢ່າງຊັດເຈນ: “ມີລາບ-ເຊື່ອມລາບ, ມີຍົດ-ເຊື່ອມຍົດ, ມີສັນລະເສີນ-ມີນິນທາ, ມີສຸກ-ມີທຸກ”.  ສິ່ງສຳຄັນເຮົາບໍ່ຄວນຍຶດໝັ້ນຈົນເກີນໄປ ທຸກໆຄັ້ງທີ່ເຮົາຮູ້ສຶກມີຄວາມສຸກ ໃຫ້ຄິດໄວ້ທັນທີໂລດວ່າມື້ໜຶ່ງເຮົາຈະມີຄວາມທຸກ ແລະ ຖ້າມື້ໜຶ່ງມີຄວາມທຸກ ໃຫ້ຄິດໄວ້ພ້ອມໂລດວ່າເຮົາຍັງມີໂອກາດມີຮອຍຍີ້ມໄດ້. ວິທີທີ່ດີທີ່ສຸດຄື ວາງຕົວເປັນກາງ ເພາະມັນເປັນສາກໜຶ່ງຂອງລະຄອນຊີວິດເທົ່ານັ້ນ ບໍ່ແມ່ນທັງໝົດຂອງລະຄອນ.

ອ່ານຕື່ມ

Leave a Comment

Scroll to Top