
ເຫັນຮູບເກົ່າຖ່າຍໄວ້ ຕອນເມື່ອຍັງຮຽນ
ເຟັສບຸກວຽນມາເຕືອນ ພາບຄວາມຊົງຈຳຂ້ອຍ
ທີ່ນັ່ງງອຍແຄມຫ້ວຍ ສະກຸຣະຍວຍລົງໃສ່
ດອກໄມ້ບານປົກຫຸ້ມ ເຫັນແລ້ວຊື່ນຊະອອນ
ຍາມນັ້ນເຮົານັ່ງຫຼີ້ນ ນຳໝູ່ຫຼາຍຄົນ
ຕັ້ງວົງຫາຊຸມແຊວ ດື່ມເບຍທັງເຫຼົ້າ
ຄຸ້ຍເອົາເລື່ອງມາເຢີ້ຍ ຫົວກັນເກີນວ່າມ່ວນ
ຊວນກັນຍົກເລື້ອຍໆ ໃຜແລ້ວບິບໂຊ
ດົນໆ ເຫັນສາວນ້ອຍ ກະໂປ່ງສັ້ນເດີນກາຍ
ທັງຫຼາຍພາກັນຫຼຽວ ລັກແນມນຳກົ້ນ
ໃຈຢາກຊວນມາຫຼີ້ນ ເປັນເທພີປະດັບຕື່ມ
ມີດື່ມ ມີດອກໄມ້ ຄຽງຂ້າງຈັກຄົນ ຊັ້ນເດ
ຍີ່ປຸ່ນ ຍາມນີ້ມວນດອກໄມ້ ຊີໄຂກາບບານເບີຍ
ຊະກຸຣະງາມຕາມເຄີຍ ດັ່ງດຽວກັບປີນັ້ນ
ຢາກຈະມີວັນໂງໂຄ້ງ ຄືນໄປຫາທີ່ເກົ່າ
ບ່ອນທີ່ເຮົານັ່ງຫຼີ້ນ ຕອນນັ້ນຜ່ານມາ ອີກເດ
ແນະນຳອ່ານ