ການທຳບຸນ ຫຼື ການເຮັດບຸນ ຄືການທຳຄວາມດີດ້ວຍວິທີການຕ່າງໆ ເພື່ອເຮັດໃຫ້ຊີວິດຂອງຄົນເຮົາມີຄວາມສຸກ. ການເຮັດບຸນ ສ່ວນຫລາຍຄົນມັກຈະເນັ້ນແຕ່ການໃຫ້ທານໃຫ້ແກ່ພຣະສົງ ໂດຍສະເພາະພຣະອົງໃດມີຊື່ສຽງ ຫລື ມີເລື່ອງເລຶກລັບເຂົ້າມາກ່ຽວຂ້ອງ. ຄວາມຈິງການທຳບຸນໃນພຣະພຸດທະສາສະໜາເອີ້ນວ່າ ບຸນກິຣິຍາວັດຖຸ 3 ຄື: ການໃຫ້ທານ (ທານະມັຍ), ການຮັກສາສິນ (ສີລະມັຍ) ແລະ ການພາວະນາ (ພາວະນາມັຍ).
ການເຮັດບຸນ ດ້ວຍການໃຫ້ທານ
ການໃຫ້ທານຄືການເສຍສະຫລະສິ່ງຂອງຂອງຕົນ ເພື່ອໃຫ້ຜົນປະໂຫຍດຂອງຄົນອື່ນ. ການໃຫ້ທານບໍ່ສະເພາະແກ່ຄົນເທົ່ານັ້ນ ໃນໜັງສືເພິ່ນຍັງກ່າວເຖິງການໃຫ້ທານແກ່ສັດຈົນເຖິງຜູ້ຊົງສິນເຊັ່ນ: ການວ່ານເຂົ້າລົງໄປໃນນ້ຳ ເພື່ອຫວັງວ່າປາໃນນ້ຳຈະໄດ້ກິນເຂົ້າດັ່ງກ່າວ ກໍຖືວ່າເປັນການທຳບຸນ ຫລື ການຊ່ວຍເຫລືອຄົນທຳມະດາສາມັນທີ່ກຳລັງເດືອດຮ້ອນກໍຖືວ່າເປັນການທຳບຸນ. ເຖິງຢ່າງໃດກໍຕາມ, ຄົນສ່ວນຫລາຍກໍມັກຈະຖວາຍທານແກ່ພຣະສົງ ເຊິ່ງເປັນຜູ້ຊົງສິນເພາະຖືວ່າເປັນເນື້ອນາບຸນຂອງໂລກ. ຖ້າເປັນພຣະສົງກໍຈະເນັ້ນປັດໄຈ 4 ມີອາຫານ, ເຄື່ອງນຸ່ງຫົ່ມ, ທີ່ຢູ່ອາໄສ ແລະ ຢາປົວພະຍາດໃຫ້ແກ່ສົງໂດຍບໍ່ຈຳເພາະເຈາະຈົງ.
ການໃຫ້ທານຈະໄດ້ພາລະອະນິສົງຫລາຍຫລືບໍນັ້ນ ມັນຂື້ນກັບຫລາຍປັດໄຈເຊັ່ນ: ວັດຖຸທີ່ໃຫ້ທານຕ້ອງບໍລິສຸດ, ເຈຕະນາຂອງຜູ້ໃຫ້ ແລະ ຜູ້ຮັບທານ. ຖ້າວັດຖຸທານເປັນຂອງບໍລິສຸດ, ຜູ້ໃຫ້ທານກໍມີຄວາມບໍລິສຸດ ບວກກັບຜູ້ຮັບທານມີສິນ ຜູ້ທີ່ໃຫ້ທານນັ້ນກໍຈະໄດ້ຮັບຜົນບຸນຫລາຍຂື້ນໄປຕາມລຳດັບຂັ້ນ. ເພິ່ນຍັງກ່າວໄວ້ວ່າການໃຫ້ທານແກ່ສັດເດຍສະສານໄດ້ບຸນບໍ່ເທົ່າກັບການໃຫ້ທານແກ່ມະນຸດ, ການໃຫ້ທານແກ່ມະນຸດບໍ່ມີສິນ ບໍ່ເທົ່າກັບໃຫ້ທານແກ່ຜູ້ມີສິນ, ການໃຫ້ທານແກ່ຜູ້ມີສິນ 5 ຍັງບໍ່ໄດ້ບຸນຫລາຍເທົ່າກັບການໃຫ້ທານແກ່ຜູ້ມີສິນ 10, ຜູ້ມີສິນ 227, ພຣະອະຣິຍະສົງ, ພຣະພຸດທະເຈົ້າ ຫລື ຄະນະສົງຕາມລຳດັບ. ການໃຫ້ທານຍັງແບ່ງເປັນລຳດັບຂັ້ນເຊັ່ນ: ທານະປາຣະມີ, ທານະອຸປະປາຣະມີ ແລະ ທານະປະຣະມັດຖະປາຣະມີ.
ແນ່ນອນວ່າການທຳບຸນຂ້າງເທິງນີ້ຕ້ອງໄດ້ລົງທຶນຄືເສຍສິ່ງຂອງອັນທີ່ມີຄ່າ ແລະ ບໍ່ມີຄ່າເປັນທຳມະດາ. ຜູ້ທີ່ທຸກຍາກອາດຈະຄິດວ່າບໍ່ສາມາດທານສູ້ກັບຄົນລວຍໄດ້ ເພາະວ່າບໍ່ມີເງິນຄຳ. ແຕ່ສິ່ງທີ່ເຫັນວ່າບໍ່ໄດ້ເສຍຫຍັງໝົດເຊິ່ງຄົນລວຍ ຫລື ຄົນຈົນກໍສາມາດທານໄດ້ກັບບໍ່ມີໃຜໃຫ້ທານ ທັ້ງໆທີ່ມີຜູ້ຕ້ອງການຫລາຍທີ່ສຸດ ເຊ່ິງເປັນປະໂຫຍດແກ່ຜູ້ຮັບເທົ່າໆກັບຜູ້ຮັບ. ການໃຫ້ທານຊະນິດນັ້ນກໍຄື: ການໃຫ້ອະໄພ (ອະໄພຍະທານ).
ການໃຫ້ທານເປັນການທຳບຸນຂັ້ນພື້ນຖານຂອງພໍ່ອອກແມ່ອອກ ເພາະວ່າເປັນການຈຳກັດຄວາມຂີ້ຖີ່ ແລະ ເຫັນແກ່ຕົວ ທັງເປັນການສ້າງນິດໄສໃຫ້ຜູ້ໃຫ້ມີຄວາມເມດຕາກະຣຸນາຕໍ່ຜູ້ຮັບກໍຄືເພື່ອນຮ່ວມໂລກ. ການໃຫ້ທານທີ່ມີປັດໄຈຕ່າງກັນກໍໄດ້ຮັບຜົນບຸນທີ່ແຕກຕ່າງກັນບໍ່ວ່າຈະຂະໜາດ ຫລື ໄລຍະເວລາ. ສະນັ້ນບາງຄົນທີ່ບໍ່ເຂົ້າໃຈຢ່າງຖ່ອງແທ້ ຈິ່ງຫາກ່າວວ່າ ທຳດີບໍ່ໄດ້ດີ ທັ້ງໆ ທີ່ບໍ່ໄດ້ສຳຫລວດຕົນເອງຢ່າງບໍ່ລຳອຽງວ່າ ການທຳດີຂອງຕົນນັ້ນມັນດີແທ້ຫລືບໍ? ຫລືຍັງບໍ່ທັນຮອດເວລາ? ຕາມກົດທຳມະຊາດ ເມື່ອການກະທຳຂອງຄົນເຮົາກະທົບຕໍ່ໂລກແຮງປານໃດ ໂລກກໍຈະສົ່ງຜົນຂອງການກະທຳກັບຄືນເທົ່ານັ້ນ ຫລື ເມື່ອເຈົ້າຕີກຳປັ້ນໃສ່ຝາແຮງປານໃດ ແຮງຂອງຝາກໍຈະດັນກຳປັ້ນກັບຄືນເທົ່ານັ້ນ.
ການເຮັດບຸນ ດ້ວຍການຮັກສາສິນ
ການຮັກສາສິນ ຄືການເຮັດບຸນ ອີກຢ່າງໜຶ່ງທີ່ມີອະນິສົງຫລາຍກວ່າການໃຫ້ທານ ແຕ່ຄົນເຮົາສ່ວນຫລາຍເບິ່ງຂ້າມ. ການຮັກສາສິນເປັນການຮັກສາກາຍ ແລະ ວາຈາໃຫ້ຮຽບຮ້ອຍ ຫລືເວັ້ນຈາກປະພຶດຊົ່ວທາງກາຍ ແລະ ວາຈາ ເຊິ່ງເປັນການປາບປາມກິເລດຫຍາບເຊັ່ນ: ກາຍະກຳ 3 (ຂ້າສັດ, ລັກຊັບ, ປະພຶດຜິດໃນກາມ) ແລະວະຈີກຳ 4 (ເວົ້າຕົວະ, ເວົ້າຊົ່ວ, ເວົ້າຄຳຫຍາບ, ເວົ້າບໍ່ມີສາຣະປະໂຫຍດ). ອະນິສົງ ຫລື ຜົນຂອງການຮັກສາສິນຈະເພີ່ມຂື້ນຕາມຂັ້ນຂອງການຮັກສາສິນຄື: ສິນ 5, ສິນ 8, ສິນ 10, ສິນ 227 ຫລື ສິນ 311.
ບຸກຄົນໃດຫາກມີສັດທາພຽງພໍກໍສາມາດບັນພະຊາ ຫລື ບວດເປັນສາມະເນນ (ຖືສິນ 10), ອຸປະສົມບົດເປັນພຣະ (ຖືສິນ 227) ເພື່ອສືບທອດພຣະສາສະໜາ ກໍຍິ່ງຈະມີບຸນຍາບາຣະມີສູງສົ່ງ ຊື່ວ່າໄດ້ຈະເຣີນຕາມຮອຍພຣະພຸດທະເຈົ້າ ແລະ ເຫລົ່າພຣະອະຣິຍະສົງທັງຫລາຍ ທັງມີໂອກາດໄດ້ເຂົ້າເຖິງທຳໄດ້ຫລາຍທີ່ສຸດ.
ໃນຄວາມຈິງ ການຮັກສາສິນ 5 ບໍ່ແມ່ນວ່າຈະຕ້ອງຮັບນຳແຕ່ພຣະຈິງຈະມີສິນ ຫລື ຮັບມາແລ້ວຢາກປົດອອກຍາມໃດກໍໄດ້ດັ່ງທີ່ຫລາຍຄົນເຂົ້າໃຈ. ການຮັບສິນຈາກພຣະມັນເປັນພິທີກຳ ຫລື ເວົ້າງ່າຍໆກໍຄືເປັນການໃຫ້ສັນຍາຕໍ່ພຣະວ່າເຮົາຈະຮັກສາສິນ. ການຮັກສາສິນເມື່ອໃດເຮົາງົດເວັ້ນຈາກຂ້າສັດ, ລັກຊັບ, ປະພຶດຜິດໃນກາມ, ເວົ້າຕວົະ ແລະບໍ່ດື່ມເຫລົ້າເປັນຕົ້ນກໍຖືວ່າເປັນການຮັກສາສິນແລ້ວ. ເຖິງຢ່າງໃດກໍຕາມ, ການຮັກສາສິນແບບນີ້ເປັນການຮັກສາສິນນອກມັກ ເຊິ່ງເປັນບຸນເເປັນກຸສົນແກ່ຜູ້ປະຕິບັດຕາມກຳລັງສັດທາ.
ການເຮັດບຸນ ດ້ວຍການພາວະນາ
ການຈະເຣີນພາວະນາເປັນການປະຕິບັດທຳໂດຍກົງ ຄືການຝຶກຈິດຂອງຄົນໃຫ້ບໍຣິສຸດ ແລະ ເກີດສະຕິປັນຍາ ເຊິ່ງເປັນຫົນທາງແຫ່ງຄວາມຫລຸດພົ້ນ. ການພາວະນາແຍກອອກເປັນ 2 ຢ່າງຄື ສະມາຖະກຳມັດຖານ ແລະ ວິປັດສະນາກຳມັດຖານ.
ສະມາຖະກຳມະຖານ
ສະມາຖະກຳມັດຖານຄືການພາວະນາເພື່ອຝຶກຈິດໃຫ້ເປັນສາມາທິ ໂດຍຈະເລືອກເອົາອາຣົມສະມາຖະກຳມັດຖານ 1 ໃນ 40 ຂໍ້ມາພາວະນາເຊັ່ນ: ພຸດໂທ (ຫາຍໃຈເຂົ້າກຳນົດວ່າພຸດ ຫາຍໃຈອອກກຳນົດວ່າໂທ) ເປັນຕົ້ນ. ເມື່ອຈິດມີສາມະທິແກ່ກ້າ ກໍອາດຈະເລີນຕໍ່ວິປັດສະນາເລີຍກໍໄດ້ ແລ້ວແຕ່ຄວາມຖະໜັດຂອງຜູ້ປະຕິບັດ.
ວິປັດສະນາກຳມັດຖານ
ວິປັດສະນາກຳມັດຖານຄືການພາວະນາເພື່ອຝຶກຈິດໃຫ້ເກີດປັນຍາ ໂດຍເລືອກຝຶກອາຣົມໃດໜຶ່ງຂອງ ອາຣົມວິປັດສະນາກຳມັດຖານ ເຊິ່ງສ່ວນຫລາຍນິຍົມຝຶກ ສະຕິປັດຖານ 4 (ກາຍານຸປັດສະນາ, ເວທະນານຸປັດສະນາ, ຈິດຕະນຸປັດສະນາ ແລະ ທຳມານຸປັດສະນາ). ການປະຕິບັດວິປັດສະນາກຳມັດຖານມີຫລັກການຄືການເອົາຈິດຕິດຕາມອາຣົມ ຫລື ອາການເຄື່ອນໄຫວຕ່າງໆຂອງຮູບນາມເຊັ່ນ: ອານາປານາສະຕິ ຄືການຕິດຕາມລົມຫາຍໃຈເຂົ້າອອກ (ເອົາສະຕິຕິດຕາມລົມຫາຍໃຈເຂົ້າອອກ, ຫັນໃຈເຂົ້າກໍໃຫ້ຮູ້ ຫັນໃຈອອກກໍໃຫ້ຮູ້, ລົມສັ້ນ ລົມຍາວ…..), ການພອງຍຸບຂອງທ້ອງ (ຫັນໃຈເຂົ້າ ລົມກະທົບທ້ອງ ພາວະນາວ່າ ພອງ ຫລື ພອງໜໍ, ເວລາລົມອອກທ້ອງ ພາວະນາວ່າ ຍຸບ ຫລື ຍຸບໜໍ). ບໍ່ວ່າຈະພາວະນາໃນຮູບແບບໃດ, ຫົວໃຈຂອງການປະຕິບັດກໍຄື ອາຕາປີ (ມີຄວາມພຽນເຜົາກິເລດ) ຄືຕັ້ງໃຈທຳຢ່າງຈິງຈັງ, ສະຕິມາ (ມີສະຕິຕິດຕາມການເຄື່ອນໄຫວ ຫລືອາການຢູ່ທຸກຂະນະ) ແລະ ສຳປະຊາໂນ (ມີຄວາມຮູ້ສຶກຕົວຢູ່ທຸກຂະນະຈິດ).
ເມື່ອມີຈະເລີນພາວະນາໄດ້ຫລາຍແລະດີເທົ່າໃດ, ຜູ້ປະຕິບັດກໍຈະໄດ້ບຸນກຸສົນ ຫລື ອະນິສົງ ຫລາຍຂື້ນເທົ່ານັ້ນ ສິນ, ສະມາທິ ປັນຍາ ຂອງເຮົາກໍຈະແກ່ກ້າຂື້ນໄປເລື້ອຍໆ ເຊິ່ງຈະສາມາດຕັດພົບຊາດໄດ້.
ການທຳບຸນ ດ້ວຍການໃຫ້ທານ, ຮັກສາສິນ ຫລື ພາວະນາ ລ້ວນແຕ່ເປັນການສ້າງບຸນບາຣະມີທັງນັ້ນ. ສ່ວນວ່າຜູ້ໃດຈະເລືອກກະທຳອັນໃດນັ້ນ ກໍຂື້ນກັບສັດທາ ແລະ ຄວາມສາມາດ. ນອກນີ້ເພິ່ນຍັງຂະຫຍາຍວິທີການທຳບຸນຈາກບຸນກິຣິຍາວັດຖຸ 3 ໄປເປັນບຸນກິຣິຍາວັດຖຸ 10 ອີກ.
ແນະນຳອ່ານ