ຈຸດໝາຍຂອງຊີວິດ

life destination

ຊີວິດຄືການເດີນທາງ ຊີວິດຄືການຕໍ່ສູ້ ເພາະທຸກຊີວິດຕ້ອງເດີນທາງໄປຂ້າງໜ້າແລະຕໍ່ສູ້ກັບອຸປະສັກນາໆປະການກວ່າຈະເຖິງ ຈຸດໝາຍຂອງຊີວິດ. ຫາກຊີວິດບໍ່ມີຈຸດໝາຍ ການເດີນທາງກໍເມື່ອຍລ້າໆ ແລະ ການຕໍ່ສູ້ກໍໄຮ້ປະໂຫຍດ ເຊິ່ງເສຍຊາດທີ່ເກີດມາເປັນມະນຸດ. ເຄີຍຖາມຕົນເອງບໍວ່າຈຸດໝາຍຂອງຊີວິດເຮົາແມ່ນຫຍັງ? ເມື່ອກຳນົດຈຸດໝາຍໄດ້ແລ້ວ ເຮົາຈະເຮັດແນວໃດໃຫ້ໄປເຖິງຈຸດໝາຍດັ່ງກ່າວ.

ສຳຫລັບຊາວພຸດກໍບໍ່ຕ້ອງຄິດຫຍັງຫລາຍ ເພາະພຸດທະສາສະໜາກຳນົດໄວ້ແລ້ວ ພຽງແຕ່ເຮົານຳເອົາມາປະພຶດປະຕິບັດຕາມແຮງສັດທາຂອງຕົນກໍຖືວ່າດີທີ່ສຸດແລ້ວ. ຈຸດໝາຍຊີວິດຂອງຊາວພຸດກໍຄືການທຳປະໂຫຍດໃຫ້ເກີດຂື້ນກັບຕົນເອງແລະຜູ້ອື່ນ ເຊິ່ງເອີ້ນວ່າ ອັດຖະ 3 ຄື: ຈຸດໝາຍຂັ້ນຕາເຫັນ, ຈຸດໝາຍຂັ້ນເໜືອຕາເຫັນ ແລະ ຈຸດໝາຍຂອງຊີວິດ ຂັ້ນສູງສຸດ.

ຈຸດໝາຍຂັ້ນຕາເຫັນ

ຈຸດໝາຍຂັ້ນຕາເຫັນ ຫລື ປະໂຫຍດປະຈຸບັນ ໃນຊາດນີ້ (ທິດຖະທຳມິກັດຖະ) ຄືເປົ້າໝາຍຂັ້ນທຳອິດ ເຊິ່ງທຸກຄົນພະຍາຍາມສູ້ຊົນໃຫ້ບັນລຸ:

  • ມີສຸຂະພາບດີ ການມີສຸຂະພາບແຂງແຮງຖືວ່າເປັນໂຊກລາບອັນປະເສີດ ດັ່ງພຸດທະພາສິດທີ່ວ່າ ຄວາມບໍ່ມີໂຣຄເປັນລາບອັນປະເສີດ. ເຖິງຈະມີຊັບສົມບັດ ຍົດຖາບັນດາສັກ ຫລືຕຳແໜ່ງໃຫຍ່ໂຕປານໃດກໍຕາມ ຖ້າສຸຂະພາບບໍ່ແຂງແຮງ ມີພະຍາດພະຍາດປະຈຳຕົວຮ້າຍແຮງແລ້ວ ໂອກາດເສຍຊີວິດກໍມີສູງ. ຫາກເຮົາເສຍຊີວິດ, ທຸກຢ່າງກໍບໍ່ມີຄ່າຫຍັງໝົດ. ດ້ວຍເຫດນີ້, ການມີສຸຂະພາບດີ ມີໜ້າຕາຜິວພັນຜ່ອງໃສ ແຖມມາຍັງມີອາຍຸຍືນຈິ່ງເປັນສິ່ງໜຶ່ງທີ່ທຸກຄົນປາດຖະໜາ. ໃນຄວາມເປັນຈິງແລະຕາມຫລັກການແພດ, ຜູ້ທີ່ຈະມີສຸຂະພາບແຂງແຮງດີຕ້ອງກິນອາຫານທີ່ເປັນປະໂຫຍດຄືຄົບ 6 ໝູ່, ໝັ່ນອອກກຳລັງກາຍ ແລະພັກຜ່ອນໃຫ້ພຽງພໍ ພ້ອມທັງຫລີກລ່ຽງການກິນ ຫລື ດື່ມສິ່ງທີ່ຈະທຳຮ້າຍຮ່າງກາຍຂອງຕົນເອງ. ນອກນີ້, ກໍຕ້ອງໃຫ້ອາຫານໃຈອີກດ້ວຍ. ຫາກຄົນເຮົາໃຫ້ຄວາມສຳຄັນແກ່ອາຫານໃຈເທົ່າທຽມກັບອາຫານກາຍແລ້ວ ແນ່ນອນວ່າສຸຂະພາບເຮົາຕ້ອງແຂງແຮງ ແລະ ມີອາຍຸຍືນຍາວ.
  • ມີງານມີເງິນ ການມີວຽກເຮັດງານທຳທີ່ດີກໍຈະມີລາຍໄດ້ດີ ເຊິ່ງສາມາດຄ້ຳຈູນເສດຖະກິດຂອງຄອບຄົວໄດ້ມີປັດໄຈ 4 (ອາຫານ, ເຄື່ອງນຸ່ງຫົ່ມ, ທີ່ຢູ່ອາໄສ ແລະຢາປົວພະຍາດ) ເປັນຕົ້ນ. ຖ້າຫາກອາຊີບທີ່ເຮົາເຮັດນັ້ນເປັນອາຊີບສຸຈະຣິດແລ້ວ ເງິນທີ່ໄດ້ກໍຈະເປັນເງິນບໍຣິສຸດ ແລະກໍຈະກາຍເປັນຊັບສົມບັດທີ່ສະອາດ. ເງິນຄຳທີ່ຫາມາໄດ້ດ້ວຍຄວາມບໍຣິສຸດຈະໃຊ້ຈະຈ່າຍຫຍັງກໍສະບາຍໃຈ ເພາະວ່າບໍ່ໄດ້ສໍ້ໂກງຂອງໃຜ ບໍ່ວ່າຂອງລັດຫລືຂອງບຸກຄົນ.
  • ມີສະຖານະພາບດີ  ກຽດຕິຍົດ ຊື່ສຽງ ແລະ ການຍອມຮັບຈາກສັງຄົມກໍເປັນປັດໄຈໜຶ່ງທີ່ສຳຄັນ. ຖ້າເຮົາມີສຸຂະພາບແຂງແຮງ ມີງານ ມີເງິນຫລາຍ ແຕ່ບໍ່ໃຜນັບໜ້າຖືຕາກໍໄຮ້ຄວາມ ໝາຍ ເພາະວ່າຄ່າຂອງເຮົານັ້ນເກີດມາຈາກການໃຫ້ຄ່າຂອງສັງຄົມທີ່ເຮົາອາໄສຢູ່. ຍິ່ງເຮົາໃຫ້ສັງຄົມດ້ວຍຄວາມບໍຣິສຸດຫລາຍພຽງໃດ ຄຸນຄ່າແລະກຽດຕິຍົດຂອງເຮົາກໍຈະໄດ້ຮັບການຍົກຍ້ອງເຊີດຊູຈາກສັງຄົມຫລາຍຂື້ນເທົ່ານັ້ນ.
  • ມີຄອບຄົວອົບອຸ່ນ ການມີຄອບຄົວອົບອຸ່ນ ແລະ ໝັ້ນຄົງເປັນສິ່ງທີ່ສຳຄັນທີ່ສຸດ. ໃນສັງຄົມປະຈຸບັນຄົນຈຳນວນບໍ່ໜ້ອຍມີຖານະ ລ້ຳລວຍ ແລະມີຊື່ສຽງ ແຕ່ວ່າຂາດຄວາມອົບອຸ່ນໃນຄອບຄົວ. ບາງຄອບຄົວພໍ່ແມ່ຢ່າຮ້າງ ລູກຕິດຢາ ຫລືເປັນນັກເລງອັດຕະພານ ເຊິ່ງບໍ່ພຽງແຕ່ສ້າງຄວາມເສື່ອມເສຍຕໍ່ຄອບຄົວ ແຕ່ຍັງສ້າງຄວາມລຳຄານຕໍ່ສັງຄົມອີກ. ການມີຄອບຄົວອົບອຸ່ນໝາຍຄວາມວ່າພໍ່ແມ່ລູກດຳລົງຊີວິດຢູ່ນຳກັນຢ່າງມີຄວາມສຸກ ແລະ ມີຄວາມສຳພັນກັບສັງຄົມອ້ອມຂ້າງຢ່າງດີ.

ບຸກຄົນໃດທີ່ຕ້ອງການບັນລຸເປົ້າໝາຍເຫລົ່ານີ້, ຈະຕ້ອງປະພຶດທຳ 4 ປະການ ຫລື ໃນທຳນອງດຽວກັນ ຜູ້ໃດປະຕິບັດທຳ 4 ປະການນີ້ກໍຈະບັນລຸປະໂຫຍດປະຈຸບັນເຊັ່ນດຽວກັນຄື:

  1. ອຸດຖານະສຳປະທາ ເຖິງພ້ອມດ້ວຍຄວາມດຸໝັ່ນຂະຫຍັນພຽນ ໃນການສຶກສາຮ່ຳຮຽນ, ປະກອບອາຊີບສຸຈະຣິດ ແລະ ຂົນຂວາຍຫາຊັບສົມບັດດ້ວຍສະຕິປັນຍາຂອງຕົນ ແລະ ບໍ່ຂີ້ຄ້ານແອວຍາວ (ດຸໝັ່ນຫາ).
  2. ອາຣັກຂະສຳປະທາ ເຖິງພ້ອມດ້ວຍການຮັກສາໂພຄະຊັບ ທີ່ຫາມາໄດ້ດ້ວຍຄວາມບາກບັ່ນ ໂດຍສຸຈະຣິດນັ້ນບໍ່ໃຫ້ເສື່ອມສູນ ຕົກເຮ່ຍເສຍຫາຍ ຫລື ຖືກທຳລາຍໄປ (ຫາໄດ້ມາແລ້ວ ກໍຕ້ອງຮັກສາໃຫ້ດີ)
  3. ກັນລະຍານະມິດ ພົບຄົນດີເປັນມິດ ບໍ່ພົບຄົນຊົ່ວ ດັ່ງພາສິດລາວທີ່ວ່າ ພົບຄົນດີມີສີແກ່ຕົວ ພົບຄົນຊົ່ວພາຕົວມົ່ນໝອງ. ການພົບຄົນດີຖືວ່າເປັນມຸງຄຸນຢ່າງໜຶ່ງຂອງຊີວິດ (ມີໝູ່ເປັນຄົນດີ)
  4. ສຳມະຊີວິຕາ ດຳເນີນຊີວິດດ້ວຍຄວາມບໍຣິສຸດ ແລະ ພໍພຽງແກ່ກຳລັງຂອງຕົນ ບໍ່ໃຊ້ຈ່າຍຟູມເຟືອຍ ແລະ ບໍ່ຂີ້ຖີ່ຈົນເກີນໄປ (ລ້ຽງຊີບດ້ວຍຄວາມຖືກຕ້ອງ).

ຈຸດໝາຍເໜືອຕາເຫັນ

ຈຸດໝາຍຂັ້ນເໜືອຕາເຫັນ ຫລື ປະໂຫຍດເບື້ອງໜ້າ ຊາດໜ້າ (ສຳປຣາຍິກັດຖະ) ເປັນປະໂຫຍດຂັ້ນກາງ ເຊິ່ງເປັນປະໂຫຍດຕິດພັນກັບຄຸນຄ່າຂອງຊີວິດ (ນາມມະທຳ) ທີ່ຈະເຮັດໃຫ້ຊີວິດມີຄວາມສຸກເລິກເຊິ່ງເຂົ້າໄປໃນຈິດຫລາຍກວ່າເກົ່າ ຫລື ຈະວ່າເປັນຄວາມສຸກທາງໃຈທັງໂລກນີ້ແລະໂລກໜ້າ. ຊາວພຸດເຊື່ອວ່າຄວາມຕາຍບໍ່ແມ່ນສູນ ເມື່ອຕາຍກໍຕາຍແກ່ກາຍຕາມສັງຄາມ ແຕ່ຈິດຍັງຈະຕ້ອງໄປເກີດໃນພົບພູມອື່ນຕາມອຳນາດຂອງກຳທີ່ທຳໄວ້ໃນຊາດນີ້. ເຊັ່ນດຽວກັນ, ຈິດຂອງເຮົາໃນປະຈຸບັນເປັນແນວໃດ ເມື່ອຕາຍໄປກໍເປັນແນວນັ້ນ ດັ່ງພຣະພຸດທະພົດໃນຄິຣິມານົນທະສູດທີ່ວ່າ “… ຖ້າມະນຸດຕ້ອງການຄວາມສຸກໃນເບື້ອງໜ້າ ກໍໃຫ້ເຖິງຄວາມສຸກໃນເວລາຍັງມີຊີວິດຢູ່…” ເພາະມັນເປັນຈິດດວງດຽວກັນ.

ບຸກຄົນທີ່ຕ້ອງການຢາກບັນລຸຈຸດໝາຍເບື້ອງໜ້າ (ທີ່ຕາບໍ່ເຫັນ), ຈະຕ້ອງປະພຶດທຳ 4 ປະການດັ່ງນີ້:

  1. ສັດທາສຳປະທາ ເຖິງຄວາມດ້ວຍສັດທາ ຄືມີຄວາມເຊື່ອໝັ້ນແລະບໍ່ຫວັ່ນໄຫວໃນພຣະຣັດຕະນະໄຕຣ (ພຣະພຸດ, ພຣະທຳ ແລະພຣະສົງ)
  2. ສີລະສຳປະທາ ເຖິງພ້ອມດ້ວຍສີນ ຄືມີການຮັກສາສິນ 5 ຫລື ສິນ 8 ບາງຄັ້ງຄາວສຳຫລັບຄາຣະວາດ (ຄົນທຳມະດາສາມັນ) ເຊິ່ງຈະເປັນການຮັກສາກາຍ ວາຈາ ໃຫ້ຮຽບຮ້ອຍ.
  3. ຈາຄະສຳປະທາ ເຖິງພ້ອມດ້ວຍການບໍຣິຈາກ ຫລື ເສຍສະຫລະເພື່ອຄວາມສຸກຂອງຜູ້ອື່ນຕາມກຳລັງຊັບຂອງຕົນ.
  4. ປັນຍາສຳປະທາ ເຖິງພ້ອມດ້ວຍປັນຍາ ມີຄວາມຮູ້ຄວາມສາມາດໃນການດຳເນີນຊີວິດ ແລະ ກະທຳຄວາມດີເພື່ອຕົນແລະຜູ້ອື່ນ. ຖ້າຢາກມີປັນຍາກໍຕ້ອງໄດ້ສຶກສາຮ່ຳຮຽນທັງທາງໂລກ ແລະ ທຳຄຽງຄູ່ກັນ.

ຈຸດໝາຍສູງສຸດ

ຈຸດໝາຍສູງສຸດ ຫລື ປະໂຫຍດຢ່າງຍິ່ງ (ປຣະມັດຖະ) ຄືການມີປັນຍາຮູ້ທັນສະພາວະຄວາມເປັນຈິງ ເຂົ້າເຖິງທຳມະຊາດຂອງໂລກແລະຊີວິດ ເຊິ່ງເຮັດໃຫ້ຈິດເປັນອິດສະຣະ. ສະຫລຸບແລ້ວກໍຄື ຈຸດໝາຍ ນິບພານ ນັ້ນເອງ. ຄົນເຮົາຈະບັນລຸເປົ້າໝາຍນີ້ໄດ້ຕ້ອງປະຕິບັດຕາມທາງສາຍກາງ ມັດຊີມາປະຕິປະທາ ຫລື ມັກມີອົງ 8. ມັກມີອົງ 8 ກໍຄືການປະຕິບັດ ສິນ, ສະມາທິ ແລະ ປັນຍາ. ລວມຄວາມກໍຄື ການປະຕິບັດວິປັດສະນາກຳມະຖານ.

ເຖິງຢ່າງໃດກໍຕາມ, ການປະພຶດປະຕິບັດຂອງເຮົາເພື່ອໃຫ້ບັນລຸຈຸດໝາຍໃດກໍຕາມ ຈະຕ້ອງຄຳນຶງເຖິງຜົນປະໂຫຍດສ່ວນຕົນ, ສ່ວນລວມ ແລະ ຜົນປະໂຫຍດຮ່ວມກັນທັງສອງຝ່າຍ ສຸດທ້າຍກໍຄື ຄວາມສຸກ ແຕ່ຄວາມສຸກດັ່ງກ່າວກໍຍັງມີລະດັບປານີດ ແລະ ຍອດຢ້ຽມແຕກຕ່າງກັນ ລະດັບຄວາມສຸກໃນພຸດທະສາສະໜາ.

ແນະນຳອ່ານ:

Please follow and like us:

Leave a Comment

Scroll to Top