ຊີວິດຄູ່ຫຼັງປະຕູວິວາ

ຊີວິດຄູ່ຫຼັງປະຕູວິວາ

ຫຼາຍຄົນຄິດວ່າ “ການຍ່າງເຂົ້າສູ່ປະຕູວິວາ” ຄືຄວາມສຳເລັດ ແລະ ຄວາມສົມຫວັງໃນຄວາມຮັກຂອງຄູ່ບ່າວສາວ ເພາະວ່າກວ່າຈະມາເຖິງມື້ນີ້ ເຂົາເຈົ້າໄດ້ຜ່ານຜ່າອຸປະສັກນາໆປະການ.

ຊີວິດຮັກຕອນເປັນບ່າວສາວ

ເວລາເລີ່ມຮັກກັນໃໝ່ໆ ທັງສອງກໍພະຍາຍາມສະແດງບົດບາດຂອງຕົນໃຫ້ດີທີ່ສຸດ ເພື່ອໃຫ້ພາບພົດອອກມາຖືກອົກຖືກໃຈຂອງກັນແລະກັນ. ເຄື່ອງນຸ່ງແນວໃດງາມ, ເຄື່ອງສຳອາງແນວໃດຄັກ ກໍພາກັນຊື້ມາໃຊ້ໂດຍບໍ່ສົນລາຄາ ໃນຂະນະດຽວກັນ ຄຳເວົ້າຄຳວ່າຕ່າງໆລ້ວນແຕ່ຖືກໄຕ່ຕອງດີແລ້ວກ່ອນເວົ້າ. ຕະຫຼອດເວລາດັ່ງກ່າວ ເກືອບວ່າບໍ່ເຄີຍຍິນຄຳຫຍາບຄາຍຈາກປາກຂອງຄົນຮັກ.

ຄົນກຳລັງມີຄວາມຮັກ ເບິ່ງຫຍັງກໍຈະງົດງາມໄປໝົດ ແລະ ບໍ່ເຄີຍອອກປາກວ່າ ແຟນໂຕບໍ່ດີແນວນັ້ນແນວນີ້. ມັນອາດຈະເປັນຍ້ອນຕ່າງຄົນຕ່າງພະຍາຍາມປົກປິດຄວາມບໍ່ດີຂອງຕົນເອງເອົາໄວ້ກະບໍ່ຮູ້ ຈິ່ງເຮັດໃຫ້ຝ່າຍໜຶ່ງເຫັນຄົນທີ່ຕົນເອງຮັກດີໄປໝົດທຸກຢ່າງ. ຫຼາຍຄັ້ງທີ່ເຫັນສິ່ງບໍ່ດີຂອງຄົນຮັກ ຄົນເຮົາກໍມັກຈະອອກປາກປົກປ້ອງແທນ ຫຼືບໍ່ ກໍເບິ່ງຂ້າມໄປເລີຍ.  ຄົງປະຕິເສດບໍ່ໄດ້ວ່າ ຄວາມຮັກໃນເວລາເປັນແຟນ ເປັນຄວາມຮັກທີ່ເຕັມໄປດ້ວຍຄວາມສະເໜ່ຫາໃນຮູບ ສຽງ ເຊິ່ງແຝງດ້ວຍມາຍາຕ່າງໆຂອງອີກຝ່າຍໜຶ່ງ. ດ້ວຍເຫດນີ້ ຈິ່ງເຮັດໃຫ້ສອງຄົນລືມສຶກສາຂໍ້ດີ ແລະ ຂໍ້ດ້ອຍຂອງກັນແລະກັນ.

ເປັນແຟນກັນດົນໄປ ຄວາມຮັກທີ່ແສນຈະກືນກິນກໍເລີ່ມເປັນລາຍຕ່າງ. ຄວາມສະເໜ່ຫາ ແລະ ຄວາມຫຼົງໄຫຼໃນຮູບໃນສຽງຂອງຄົນທີ່ຕົນເອງເອີ້ນວ່າ “ແຟນ” ກໍຫຼຸດລົງ. ຄົນທີ່ຕົນເອງຄິດວ່າ ຮັກສຸດໃຈ ແລະ ຈະຍອມມອບກາຍຖວາຍຊີວິດນຳນັ້ນ ມັນກັບບໍ່ແມ່ນສາແລ້ວ. ແນວຄິດຢາກຕີຕົວອອກຫ່າງ ແລະ ຢາກຊອກຫາຄົນໃໝ່ກໍເລີ່ມເກີດຂື້ນ. ບາງຄູ່ເລີກກັນໄປຫຼາຍປີກັບມາຫາກັນໃໝ່ກະມີ, ບາງຄູ່ຖືກຄົນອື່ນມາຢາດເອົາກະມີ ຫຼື ບາງຄູ່ຈັ່ງແມ່ນກະໂຕແຟນເຮົານັ້ນຫຼາຍໃຈ.  ຍ້ອນຖືກເຂົາຫັກອົກຢ່າງໄຮ້ປານີ, ບາງຄົນເຖິງກັບຕັດສິນໃຈບໍ່ສ້າງຄອບຄົວຕະຫຼອດຊີວິດເລີຍ.  

ບາງກໍລະນີໝັ້ນກັນແລ້ວ ພັດມາແຍກກັນກາງທາງ ດ້ວຍເຫດຜົນໃນຕົວ ແລະ ນອກຕົວ. ແຕ່ກະຊິບໍ່ມີຫຍັງໜ້າເສົ້າໄປກວ່າ ບາງຄູ່ຍັງແຕ່ສອງສາມມື້ຈະເຂົ້າພາຂວັນ ເຈົ້າສາວ ຫຼື ເຈົ້າບ່າວພັດກັບມາເສຍຊີວິດ. ງານວິວາມະຫາມຸງຄຸນຕ້ອງປ່ຽນເປັນງານເຮືອນດີ ທີ່ເຕັມໄປດ້ວຍຄວາມໂສກເສົ້າ ແລະ ເສຍໃຈຂອງຄົນຮັກ ແລະ ຍາດພີ່ນ້ອງ. ດ້ວຍເຫດນີ້ແຫຼະ ຫຼາຍຄົນຈິ່ງຄິດວ່າ “ປະຕູວິວາ ຄື ປະຕູໄຊ” ຂອງຄູ່ບ່າວສາວ.

ຊີວິດຮັກຫຼັງການແຕ່ງດອງ

ຊີວິດຄູ່ຫຼັງປະຕູວິວາອາດຈະບໍ່ງົດງາມ ແລະ ລາບລື່ນ ຄືກັບສິ່ງທີ່ຫຼາຍຄົນຈິນຕະນາການໄວ້.  ຄົນແຕ່ງດອງແລ້ວມີຄວາມສຸກກໍຫຼາຍ ແລະ ຄົນທີ່ແຕ່ງດອງແລ້ວທຸກກວ່າຕອນບໍ່ທັນແຕ່ງກໍບໍ່ອຶດ. ບາງຄົນຈົນຖືກໝູ່ເວົ້າໃຫ້ວ່າ “ຕອນບໍ່ທັນແຕ່ງທັງຮ້ອງທັງໄຫ້ ບາດແຕ່ງດອງແລ້ວທັງໄຫ້ທັງຮ້ອງ.” ເຈົ້າອາດຈະພົບວ່າ ຄົນທີ່ເປັນຜົວ-ເປັນເມຍໃນຕອນນີ້ບໍ່ແມ່ນຄົນຄົນດຽວກັບແຟນຂອງເຈົ້າ. ທຸກຢ່າງບໍ່ມີຫຍັງແນ່ນອນ ແລະ ສິ່ງທີ່ບໍ່ເພິ່ງປາດຖະໜາເກີດຂື້ນໄດ້ສະເໝີ. ດັ່ງນັ້ນ, ຄູ່ຜົວເມຍໃໝ່ຈະຕ້ອງກຽມຕົວ ແລະ ກຽມໃຈຮັບມືກັບບັນຫາຕ່າງໆ

1. ບັນຫາຄວາມຮັກ

ບັນຫາຄວາມຮັກເປັນບັນຫາສຳຄັນທີ່ສຸດໃນຊີວິດຄູ່. ບັນຫາຂີ້ຕົວະ, ນອກໃຈ, ເຫັນແກ່ຕົວ, ບໍ່ໃຫ້ກຽດ ແລະ ອື່ນໆ ລ້ວນແຕ່ເປັນໄພຕໍ່ຄວາມຮັກ ແລະ ເປັນສາເຫດຂອງການຢ່າຮ້າງ. ເຈົ້າຈະຕ້ອງເຂົ້າໃຈວ່າ ຄວາມຮັກໃນຕອນເປັນແຟນກັບຄວາມຮັກໃນເວລາເປັນຜົວເມຍຕ່າງກັນຮາວໜ້າມືກັບຫຼັງມື. ຄວາມຮັກຂອງຜົວເມຍເປັນຄວາມຮັກທີ່ເຕັມໄປດ້ວຍຄວາມຮັບຜິດຊອບ ອັນເກີດມາຈາກຄວາມເຂົ້າໃຈ, ຄວາມສັດຊື່, ຄວາມເຫັນອົກເຫັນໃຈ, ຄວາມໃຫ້ອະໄພ, ຊ່ວຍເຫຼືອເຊິ່ງກັນແລະກັນ ແລະ ບໍ່ປະຖີ້ມກັນໃນຍາມທຸກຍາກ.

2. ບັນຫາເສດຖະກິດ

ບັນຫາເສດຖະກິດ ກໍເປັນບັນຫາໜຶ່ງທີ່ສົ່ງຜົນກະທົບຕໍ່ຊີວິດຄູ່ບໍ່ໜ້ອຍ. ບາງຄົນໂຊກດີ ພໍ່ແມ່ມີທຶນມີຮອນໄວ້ໃຫ້ ແຕ່ບາງຄົນຊີວິດຄູ່ຕ້ອງເລີ່ມຕົ້ນຈາກສູນ. ຊີວິດຕ້ອງດີ້ນດົນສຸດຂີດກວ່າຈະໄດ້ເງິນມາລ້ຽງຄອບຄົວ. ເວລາບໍ່ມີເງິນ ຄົນເຮົາມັກງຸດງິດໃຈຮ້າຍ ແລະ ມັກເກີດຜິດຖຽງກັນເລື້ອຍໆ ເຊິ່ງອັນນີ້ຈະຕ້ອງໄດ້ລະວັງທີ່ສຸດ. ສິ່ງສຳຄັນ, ຕ້ອງຊ່ວຍກັນຫາ, ຊ່ວຍກັນທ້ອນ ແລະ ຫຼຸດຜ່ອນລາຍຈ່າຍ ໂດຍແຍກໃຫ້ອອກອັນໃດຈຳເປັນກັບອັນໃດສຳຄັນ.

3. ບັນຫາສັງຄົມ

ບັນຫາສັງຄົມທີ່ພົ້ນເດັ່ນທີ່ສຸດໃນປັດຈຸບັນຄື ການຫຼີ້ນຊູ້, ຫຼີ້ນການພະນັນ ແລະ ຫຼີ້ນກິນຟູມເຟືອຍ. ຄວາມເສຍໃຈສຸດໆຂອງຊີວິດຄູ່ຄືການຮູ້ວ່າ ຜົວຫຼືເມຍຂອງຕົນເອງໄປມີໃໝ່ ເຖິງແມ່ນວ່າປັດຈຸບັນນີ້ການມີ ກິກ ຫຼື ມີຊູ້ ເປັນເລື່ອງທຳມະດາສຳລັບຄົນຈຳນວນບໍ່ໜ້ອຍ. ຄົນການຫຼີ້ນການພະນັນເບິ່ງຄືວ່າບໍ່ເປັນເລື່ອງເສຍຫາຍຫຍັງ ແຕ່ກໍມີຄົນສິ້ນເນື້ອປະລາຕົວນຳມັນມາແລ້ວຫຼາຍລາຍ. ການກິນການດື່ມເປັນສິ່ງທີ່ຫຼີກລ່ຽງຍາກໃນສັງຄົມປັດຈຸບັນ ແຕ່ຖ້າຫາກເກີນຂອບເຂດມັນກໍຈະຍອມຮັບບໍ່ໄດ້.

4. ບັນຫາການພົວພັນສັງຄົມ

ທຸກຄົນຕ້ອງມີການພົວພັນສັງຄົມ ມີໝູ່, ເພື່ອນຮ່ວມງານ ແລະ ຍາດພີ່ນ້ອງ. ແຕ່ເມື່ອສ້າງຄອບຄົວແລ້ວ ການພົບປະສັງສັນກັບໝູ່ ແລະ ການດື່ມການເມົາຫຼຸດໄປກວ່າເຄິ່ງ. ຍິ່ງຄົນທີ່ມີຕົນທຶນບໍ່ສູງ ກໍຍິ່ງຕ້ອງໄດ້ຈຳກັດຕົນເອງລົງໃຫ້ຫຼາຍທີ່ສຸດ. ເປົ້າໝາຍຫຼັກກໍແມ່ນປະຍັດເງິນ ແລະ ເວລາ ເພື່ອໄປທຳມາຫາກິນຄ້ຳຈູນຄອບຄົວ. ຖ້າໃຜຫາກເອົາໝູ່ຫຼາຍກວ່າຄອບຄົວ ເຂົາກໍອາດຈະສູນເສຍຄອບຄົວໄປໃນທີ່ສຸດ.

5. ບັນຫາເກີດຈາກໂຕເອງ

ບັນຫາໂຕເອງເປັນບັນຫາສຳຄັນກວ່າໝູ່ໝົດ ເພາະຜົວເມຍຈະເປັນຜູ້ຕັດສິນ ແລະ ຜູ້ປະຄັບປະຄອງຊີວິດຄູ່. ບາງຄົນພາຂວັນຍັງບໍ່ທັນແຮ່ວ ກໍຢ່າຮ້າງກັນສາແລ້ວ. ບາງຄົນສູ້ຊີວິດມານຳກັນຈົນມີເງິນມີຄຳ ບາດວ່າຊີວິດພໍໄຄແດ່ ພັດຢາກໄປສ້າງຊີວິດຮ່ວມກັບຄົນອື່ນ. ມີຫຼາຍຄົນຢູ່ນຳກັນໄປຈົນອາຍຸຫ້າຫົກສິບແລ້ວ ຍັງປະຮ້າງກັນໃຫ້ລູກຫຼານເບິ່ງ ຫາວ່າບໍ່ເຂົ້າໃຈກັນ. ໂດຍທຳມະຊາດ ຮ່າງກາຍ ແລະ ຈິດໃຈຂອງຄົນເຮົາປ່ຽນແປງຕະຫຼອດເວລາ ນັບທັງນິດໄສໃຈຄໍ. ເຮົາຈະຄາດຫວັງໃຫ້ຄູ່ຊີວິດຂອງເຮົາຮັກສາຮຸ່ນຮອຍ ແລະ ນິດໄສຄືກັບຍັງບ່ອນທັນແຕ່ງເປັນໄປໄດ້ຍາກ. ເຮົາຄວນເຂົ້າໃຈວ່າ ບໍ່ມີໃຜສາມາດເຮັດຖືກໃຈເຮົາໄດ້ທຸກຢ່າງ ແມ່ນແຕ່ບາງຄັ້ງເຮົາກໍຍັງເຫຼືອໃຈໃຫ້ຕົນເອງ.

ເຮັດແນວໃດຊີວິດຄູ່ຈິ່ງຈະຢູ່ນຳກັນຢ່າງມີຄວາມສຸກ?

ຄົນເຮົາສ້າງຄອບຄົວກໍເພື່ອຕ້ອງການຄວາມສຸກ ແຕ່ຈະມີຄວາມສຸກໄດ້ກໍຕໍ່ເມື່ອສອງຜົວເມຍສາມາດປະຄອງຄວາມຮັກເອົາໄວ້ ແລະ ຊ່ວຍກັນສ້າງສາພັດທະນາ. ບູຮານລາວສອນຜົວເມຍປະຕິບັດຮີດຄອງເຊັ່ນ: ຜູ້ຍິງໃຫ້ຕ້ອງປະຕິບັດເຮືອນ 3 (ເຮືອນນອນ, ເຮືອນຄົວ ແລະ ເຮືອນຜົມ) ແລະ ນ້ຳ 4 (ນ້ຳກິນ, ນ້ຳໃຊ້, ນ້ຳປູນ ແລະ ນ້ຳໃຈ).  ໃນພຸດທະສາສະໜາກໍມີຫຼັກຢູ່ 4 ຂໍ້ ເອີ້ນວ່າ ຄາລະວາສະທຳ ແປວ່າ ຂໍ້ປະຕິບັດສຳລັບຜູ້ຄອງເຮືອນຄື:

1. ສັດຈະ ແປວ່າ ຈິງໃຈ ຊື່ສັດ ບໍ່ນອກໃຈ. ຜົວເມຍຢູ່ນຳກັນຕ້ອງມີຄວາມຊື່ສັດຕໍ່ກັນ ບໍ່ນອກໃຈ ຫຼື ຫຼອກລວງກັນ. ຫາກທຸກຄົນມີສັດຈະ ຄວາມວາດລະແວງກໍບໍ່ມີ. ບໍ່ວ່າຜົວ ຫຼື ເມຍຈະໄປໃສ ທາງໃດ ຜູ້ຢູ່ເຮືອນກໍສະບາຍໃຈ.

2. ທະມະ ແປວ່າ ການຂົ່ມໃຈ, ຮັກສາໃຈ ຫຼື ການບັງຄັບໃຈຕົວເອງ. ຄົນຢູ່ນຳກັນ ຈະບໍ່ໃຫ້ຮ້າຍ ບໍ່ໃຫ້ຜິດຖຽງກັນຈັກເທື່ອແມ່ນເປັນໄປບໍ່ໄດ້. ມັນຍ່ອມຜິດຖຽງກັນເປັນທຳມະດາ ແຕ່ສຳຄັນທີ່ສຸດ ທັງສອງຕ້ອງຮູ້ຈັກຄວບຄຸມໃຈຕົວເອງ ແລະ ບໍ່ປ່ອຍໃຫ້ໄປຕາມອາລົມ.

3. ຂັນຕິ ແປວ່າ ຄວາມອົດທົນ. ນອກຈາກອົດທົນຕໍ່ວຽກໜັກການໜາແລ້ວ ຍັງຕ້ອງອົດທົນຕໍ່ຄຳເວົ້າ ແລະ ການກະທຳຂອງຜູ້ອື່ນ. ໃນຊີວິດຄູ່ ການອົດທົນຕໍ່ຄຳເວົ້າຫຍາບ, ສຽດສີ ແລະ ດູໝິ່ນປະມາດຂອງຜູ້ອື່ນ ໂດຍສະເພາະຄູ່ຊີວິດຂອງຕົນເອງແມ່ນມີຄວາມຈຳເປັນທີ່ສຸດ. ຍິ່ງມີຄວາມອົດທົນເທົ່າໃດ ກໍຈະປ້ອງກັນບັນຫາອື່ນບໍ່ໃຫ້ເກີດຂື້ນ.

4. ຈາຄະ ແປວ່າ ເສຍສະຫຼະ ຄືເສຍສະຫຼະສິ່ງທີ່ຕົນເອງມີເພື່ອຄວາມສຸກຂອງຜູ້ອື່ນເປັນຕົນ ຄົນຮັກ, ຍາດພີ່ນ້ອງ ແລະ ສັງຄົມ. ການເບິ່ງແຍງສຸກທຸກຂອງພໍ່ແມ່ ແລະ ຍາດຂອງຜົວ ຫຼື ເມຍເປັນສິ່ງທີ່ບໍ່ຄວນເບິ່ງຂ້າມ.

ການແຕ່ງດອງບໍ່ແມ່ນຜົນສຳເລັດຂອງຄວາມຮັກ ແຕ່ມັນເປັນຈຸດເລີ່ມຕົ້ນຕ່າງຫາກ. ຜົວເມຍ ຈະຕ້ອງສືບຕໍ່ສູ້ຊົນຜ່ານຜ່າອຸປະສັກຕ່າງໆ ນຳກັນໄປຈົນເຖິງທີ່ສຸດ. ຄວາມສຸກຂອງຜົວ ກໍຄືຄວາມສຸກຂອງເມຍ. ເມື່ອໃດຫາກມີຄວາມສຸກພຽງຝ່າຍດຽວ ເມື່ອນັ້ນຄວາມສຸກຂອງຄອບຄົວກໍຈະຖືກທຳລາຍ. ເຮົາຄວນເຂົ້າໃຈວ່າ ຜົວເມຍເປັນຊີວິດດຽວ. ແນວຄິດຈະຄວບຄຸມ, ບັງຄັບ ຫຼື ແກ້ແຄ້ນຄູ່ຊີວິດຂອງຕົນເອງເປັນແນວຄິດທີ່ອັນຕະລາຍທີ່ສຸດ. ສອງຜົວເມຍຈະຕ້ອງລົມກັນ ແລະ ສຶກສາອົບຮົມເຊິ່ງກັນແລະກັນຢ່າງຈິງໃຈ ບົນພື້ນຖານເຫດແລະຜົນ. ການຫຼຸດຜ່ອນຄວາມຖືຕົນ ແລະ ເຂົ້າຂ້າງຕົວເອງເປັນສິ່ງທີ່ຄວນເຮັດ ເພື່ອຄວາມສະບາຍໃຈຂອງຄູ່ຊີວິດ ແລະ ຄວາມຈະເລີນຂອງຄອບຄົວ. ປະຕູວິວາຈະເປັນ “ປະຕູສະຫວັນ ຫຼື ປະຕູນະລົກ” ຂື້ນກັບການຕັດສິນໃຈຂອງຄົນສອງຄົນ.

ແນະນຳອ່ານ

Please follow and like us:

Leave a Comment

Scroll to Top