ໂຊກດີທີ່ໄດ້ເກີດເປັນມະນຸດ

make merit

ພວກເຮົາໂຊກດີຫລາຍທີ່ໄດ້ເກີດເປັນ “ມະນຸດ” ເພາະເຫັນໄດ້ຢ່າງແຈ່ມແຈ້ງວ່າການເກີດເປັນມະນຸດນັ້ນມີຄວາມສຸກຫລາຍກວ່າສັດເດຍລະສານຫລາຍພັນເທົ່າ. ການໄດ້ເກີດມາເປັນມະນຸດແລ້ວຍັງມີຊີວິດຈົນມາຮອດສູ່ມື້ນີ້ກໍຖືວ່າບຸນຫລາຍແລ້ວ. ມີຫລາຍຊີວິດທີ່ດັບໄປຕັ້ງແຕ່ຕອນບໍ່ທັນເກີດ ຫລື ເກີດມາແລ້ວກໍຕາຍແຕ່ຍັງນ້ອຍ. ຍິ່ງໄປກວ່ານັ້ນ ບາງຄົນຍັງມີບຸນຫລາຍທີ່ສຸດທີ່ໄດ້ພົບພຸດທະສາສະໜາ ແລະ ໄດ້ສຶກສາ-ປະຕິບັດທັມຂອງພຣະພຸດທະເຈົ້າ.

ພຣະພຸດທະເຈົ້າຕຣັດວ່າ:

ການໄດ້ເກີດມາເປັນ ມະນຸດ, ການມີຊີວິດຳລົງຢູ່ໄດ້ມາຮອດປະຈຸບັນ, ການໄດ້ພົບພຣະພຸດທະເຈົ້າ (ພຸດທະສາສະໜາ) ແລະ ການໄດ້ຟັງທຳແລະປະຕິບັດທຳຂອງພຣະພຸດທະເຈົ້າ. 4 ຢ່າງນີ້ເປັນຂອງຫາໄດ້ຍາກ..

ສັນໃດກໍດີ ມະນຸດທີ່ຕາຍຈາກໂລກນີ້ໄປແລ້ວຈະກັບມາເກີດເປັນມະນຸດອີກນັ້ນມີພຽງເທົ່າດິນຕິດມືຕະຖາຄົດ, ສ່ວນມະນຸດຕາຍແລ້ວໄປເກີດໃນທຸກຄະຕິພູມມີຫລາຍເທົ່າກັບຜຶນແຜ່ນດິນ.

ທັ້ງໆທີ່ພວກເຮົາມີບຸນຫລາຍປານນັ້ນ ແຕ່ໃນຊີວິດຈິງບາງຄັ້ງພວກເຮົາກໍປະໝາດໄປຫລາຍບໍ໋?  ພວກເຮົາບໍ່ໄດ້ຖະໜຸຖະໜອມຊີວິດຂອງເຮົາເລີຍ ພວກເຮົາມັກຮັກຄົນອື່ນຫລາຍກວ່າຕົນເອງ ພວກເຮົາມັກທຳຮ້າຍຕົນເອງບໍ່ວ່າທາງກົງ ແລະ ທາງອ້ອມ ພວກເຮົາມັກເອົາຊີວິດຂອງຕົນໄປຝາກໄວ້ກັບຄົນອື່ນ ຫລື ຮ້າຍແຮງໄປກວ່ານັ້ນ ພວກເຮົາເຫັນຄົນອື່ນ ຫລື ສິ່ງອື່ນສຳຄັນຫລາຍກວ່າຊີວິດຂອງຕົນເອງ.  ພວກເຮົາຮຽກຮ້ອງຄວາມຮັກຈາກຄົນອື່ນໆ ທັ້ງໆທີ່ຮູ້ວ່າຖ້າເຮົາບໍ່ຮັກຕົນເອງ ຄົນອື່ນກໍບໍ່ຮັກເຮົາ ຫລື ຖ້າບໍ່ມີເຮົາ ຄົນອື່ນຫລືສິ່ງອື່ນກໍບໍ່ມີ.

ຊີວິດຂອງພວກເຮົາຈະດຳລົງມາໄດ້ນັ້ນກໍຍ້ອນອາຫານ 2 ປະເພດ ເປັນເຄື່ອງຫລໍ່ລ້ຽງຄື ອາຫານກາຍ ແລະ ອາຫານໃຈ. ໃນຍຸກວັດຖຸນິຍົມຄືປັດຈຸບັນນີ້ ພວກເຮົາພັດມຸ່ງໃຫ້ຄວາມສຳຄັນແຕ່ອາຫານກາຍຫລາຍເກີນໄປ ຈົນລືມໃຫ້ອາຫານໃຈແກ່ຕົນເອງ. ພວກເຮົາພະຍາຍາມຊອກຫາອາຫານມາປ້ອນປະຕູທັງ 5 ຄື ລີ້ນ, ດັງ, ຕາ, ຫູ ແລະ ກາຍໜັງ. ໃນແຕ່ລະວັນ ພວກເຮົາຕ້ອງກິນ-ດື່ມໃຫ້ຫລາຍ, ສູດດົມໃຫ້ຫລາຍ, ເບິ່ງໃຫ້ຫລາຍ, ຟັງໃຫ້ຫລາຍ ແລະ ສຳພັດສິ່ງທີ່ຕົນເອງມັກໃຫ້ຫລາຍເທົ່າທີ່ຈະຫລາຍໄດ້.  ຍ້ອນພວກເຮົາໃຫ້ຄວາມສຳຄັນແຕ່ກາຍຫລາຍໂພດ ຈິ່ງເຮັດໃຫ້ຕົນເອງແລະສັງຄົມສູ່ມື້ນີ້ສັບສົນ ເພາະຕ້ອງແຍ່ງແຂ່ງຂັນກັນເພື່ອຕອບສະໜອງຄວາມຢາກທາງກາຍຂອງໃຜລາວ.

ໃນຄວາມເປັນຈິງ ຄວາມສຸກທາງກາຍບໍ່ໄດ້ມີຄ່າຫຍັງໝົດ ຖ້າຫາກບໍ່ມີຄວາມສຸກທາງໃຈໃນທີ່ສຸດ. ຄວາມສຸກຂື້ນກັບການປຽບທຽບ ແລະ ການໃຫ້ຄ່າຄວາມຮູ້ສຶກຂອງແຕ່ລະຄົນ.  ໃຜຈະສາມາດຕັດສິນໄດ້ວ່າ ຄົນທີ່ນັ່ງກິນອາຫານຈານເດັດຢູ່ໂຮງແຮມ 7 ດາວ ມີຄວາມສຸກຫລາຍກວ່າຊາຍຄົນໜຶ່ງນັ່ງຈ້ຳໝົກປາແດກຢູ່ກ້ອງຮົ່ມໄມ້ ເຊິ່ງກຳລັງນັ່ງແຍງເຂົ້ານາຂອງເຂົາກຳລັງອອກຮ່ວງ.

ໃນເມື່ອເຮົາຮູ້ວ່າຊີວິດນີ້ມີຄຸນຄ່າ ສົມຄວນບໍທີ່ເຮົາຈະກັບມາເອົາໃຈໃສ່ຕົນເອງ ຮັກຕົນເອງໃຫ້ຫລາຍກ່ອນຈະໄປຮັກຄົນອື່ນ ສົມຄວນບໍທີ່ເຮົາຈະມາໃຫ້ຄວາມສຳຄັນອາຫານໃຈເທົ່າໆກັບອາຫານກາຍ ແລະ ດຳລົງຊີວິດດ້ວຍຄວາມບໍ່ປະໝາດ. ຖ້າເຮົາເກີດມາ ມີຊີວິດດ້ວຍຄວາມປະໝາດ ບໍ່ໄດ້ສຶກສາທັມ ແລະ ປະຕິບັດທັມແລ້ວ ກໍຖືວ່າເກີດມາເສຍຊາດ ແລະ ມີຫວັງອວາຍໜ້າໄປສູ່ທຸກຄະຕິພູມຢ່າງໜ້າສັງເວດ.

ອ່ານຕື່ມ

Please follow and like us:

Leave a Comment

Scroll to Top