2007 ເປັນປີໂຊກປີລາບຂອງ ພອນໄຊ ເພາະເຂົາໄດ້ເຂົ້າເຮັດວຽກສັງກັດລັດສົມກັບຄວາມໃຝ່ຝັນຂອງເຂົາມາແຕ່ນ້ອຍໆ ແລະ ຕໍ່ມາພຽງແຕ່ສາມເດືອນ ເຂົາກໍໄດ້ຮັບການຄັດເລືອກໃຫ້ເປັນໜຶ່ງໃນສີ່ຄົນທີ່ຈະສົ່ງໄປຝຶກອົບຮົມພາສາອັງກິດໄລຍະສັ້ນຢູ່ຕ່າງປະເທດອີກ. ສຳຫລັບຄົນບ້ານນອກຄອກນາ ລູກຊາວນາໝາເຕົ່າຢ່າງພອນໄຊແລ້ວ ການໄດ້ເຮັດວຽກນຳລັດ ກໍຖືວ່າເປັນບຸນຫລາຍແລ້ວ. ອາດຈະເປັນເພາະຄວາມດຸໝັ່ນຂະຫຍັ່ນພຽນຕໍ່ການຄົ້ນຄວ້າຮ່ຳຮຽນ ເຊິ່ງມີດີກຣີຈົບປະລິນຍາຕີຈາກມະຫາວິທະຍາໄລແຫ່ງຊາດສາຂາພາສາອັງກິດ ຫລື ຍ້ອນບຸນວາດສະໜາມາແຕ່ປາງກ່ອນຂອງເຂົາກະບໍ່ຮູ້? ເຂົາຈຶ່ງໄດ້ ໄປຕ່າງປະເທດ ຄັ້ງອິດໃນຊີວິດ.
2 ເມສາ 2007 ທຸກຄົນໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕແຕ່ເຊົ້າໆ ເພື່ອກວດກາຄວາມພ້ອມດ້ານຕ່າງໆ ກ່ອນຂື້ນເຄື່ອງ. ຄວາມຕື່ນເຕັ້ນດີໃຈຂອງທຸກຄົນເຫັນໄດ້ຈາກສີໜ້າອັນຍີ້ມແຍ້ມແຈ່ມໃສ ໂດຍສະເພາະແມ່ນພອນໄຊ ເພາະວ່າເປັນເທື່ອທຳອິດຂອງເຂົາ. ແຕ່ເບິ່ງເລິກໆຈະເຫັນວ່າ ສີໜ້າຂອງເຂົາເຊື່ອງຊ້ອນຢູ່ດ້ວຍຄວາມກະວົນກະວາຍວາດໃດວາດໜຶ່ງ. ເຂົາໄດ້ຮັບມອບໝາຍໃຫ້ເປັນຜູ້ຕິດຕໍ່ປະສານງານກັບຜູ້ປະສານງານຂອງປະເທດເຈົ້າພາບ ຍ້ອນວ່າພາສາອັງກິດຂອງເຂົາອ່າວໄຄກວ່າໝູ່ແດ່.
ກະຈິງຢູ່ດອກວ່າຈົບພາສາອັງກິດ ແຕ່ໃນການນຳໃຊ້ຕົວຈິງແລ້ວມັນຄົນລະເລື່ອງ ແລະ ດົນໆຈິ່ງໄດ້ເວົ້າພາສາອັງກິດກັບຄົນຕ່າງປະເທດເທື່ອໜຶ່ງ ບວກກັບເຂົາກໍເປັນພະນັກງານໃໝ່ແດ່. ໄຄແຕ່ກ່ອນອອກເດີນທາງ ການຈັດຕັ້ງເພິ່ນກໍໄດ້ເອີ້ນພະນັກງານທັງໝົດໄປລວມ ເພື່ອສຶກສາອົບຮົມແລະໃຫ້ທິດເຍືອງທາງແລ້ວສອງສາມວັນກ່ອນໜ້ານີ້. ອັນນີ້ກະເປັນສິ່ງທີ່ດີ ເພາະພະນັກງານຜູ້ທີ່ບໍ່ເຄີຍໄປຕ່າງປະເທດ ໂດຍສະເພາະພະນັກງານໃໝ່ບໍ່ກຳແໜ້ນແນວທາງ ແລະ ຫລັກວິຊາສະເພາະມັກຈະເວົ້າກ່ອນຄິດ ເຊິ່ງຜ່ານມາກໍມີບົດຮຽນຫລາຍແລ້ວ.
ພາຍຫລັງຜູ້ໂດຍສານທັງໝົດປະຈຳທີ່, ພະນັກງານຈຸບິນໄດ້ສາທິດວິທີການຮັດສາຍແອວ ແລະການນຳໃຊ້ອຸປະກອນຕ່າງໆພາຍໃນຫ້ອງໂດຍສານ ລວມທັງລະບຽບຂໍ້ຫ້າມຕ່າງໆພາຍໃນເຮືອບິນ. ພອນໄຊນັ່ງຢູ່ຕິດກັບປ່ອງຢ້ຽມ ເຊິ່ງເຮັດໃຫ້ເຂົາສາມາດແນມເຫັນຂ້າງນອກຢ່າງສະບາຍ. ເຮືອບິນ ATR ຂອງສາຍການບິນລາວ ຖ້ຽວບິນ QV 441 ເຂົ້າທຽບຈຸດສະຕາດ ກຽມພ້ອມແລ່ນທະຍານຂື້ນສູ່ທ້ອງຟ້າ. ກັບຕັນບອກໃຫ້ຈຸບິນນັ່ງປະຈຳທີ່ກ່ອນເລັ່ງເຄື່ອງບິນອອກໄປຢ່າງໄວໆທີ່ສຸດ.
ພອນໄຊແນມສ່ອງປ່ອງຢ້ຽມ ເພື່ອຕິດຕາມບັນຍາກາດພາຍນອກຢ່າງບໍ່ຂາດສາຍຕາ ຄືກັບວ່າບໍ່ເຄີຍຂີ່ເຮືອບິນຈັກເທື່ອ. ຄວາມຈິງແລ້ວ ເຮືອນບິນລຳທຳອິດທີ່ເຂົາຂີ່ແມ່ນ ອານ 12 ບິນຈາກຊຽງຂວາງມາຫາວຽງຈັນ ຄາວພໍ່ແມ່ຂອງເຂົາຍົກຍ້າຍຄອບຄົວຈາກຊຳເໜືອມາຢູ່ວຽງຈັນ ເຊິ່ງຕອນນັ້ນເຂົາມີອາຍຸພຽງ 9 ປີ. ເຂົາທັງນັ່ງທັງຄິດເຫັນຄວາມຫລັງຊີວິດອັນລະອິດລະອ້ຽວ ແລະ ຄວາມໃຝ່ຝັນຂອງເຂົາທີ່ຢາກຮຽນ ມໍຊໍ ເຮັດວຽກນຳລັດ ແລະ ມີໂອກາດເດີນທາງ ໄປຕ່າງປະເທດ ຈັກເທື່ອໃນຊີວິດ.
ພໍເຮືອບິນລົງສູ່ສະໜາມບິນສຸວັນນະພູມ, ຜູ້ໂດຍສາຍພາກັນຍ່າງລົງເຮືອບິນຍຸ່ຍຍ່າຍ ໆ ເພື່ອຂື້ນລົດບັດທີ່ກຳລັງຈອດຖ້າຜູ້ໂດຍສານຢູ່ຂ້າງເຮືອບິນ.
- ເສັດບາດນີ້! ເຮົາຊິໄປທາງໃດ? ພວກເຮົາຈະຕ້ອງໄດ້ໄປແຈ້ງປີ້ໃໝ່ໃດ໋? ວິໄລທັງເວົ້າ ທັງຈັບປັດສະປໍອອກຈາກກະເປົາຟາຍ.
- ອາວ! ມັນຊິຍາກຫຍັງ, ເຮົາກະອ່ານເບິ່ງປ້າຍ ແລະ ເບິ່ງລູກສອນຊີ້ນັ້ນເດ! ອຸດົມມີຄຳເຫັນຕອບ.
- ແມ່ນໆ ເຮົາກະອ່ານພາສາໄທໄດ້ຢູ່ຕົວ. ພອນໄຊສອຍ. ທຸກຄົນກໍພາກັນຫົວຂື້ນ ຮື ຮື ໆ.
ຂອງບໍ່ເຄີຍ ໄປຕ່າງປະເທດ ຈັກເທື່ອກະເປັນຈັ່ງຊີ້ລະ. ແຕ່ຖ້າເຮົາຮູ້ພາສາແດ່ ແລະ ຮູ້ສັງເກດປ້າຍບອກ ກະພໍເດົາໄດ້. ດີແຕ່ວ່າແມ່ນສະໜາມບິນໄທ ເພາະຖ້າບໍ່ຮູ້ຫຍັງກໍໄປຖາມພະນັກງານຢູ່ຄາວເຕີໂລດ. ພະນັກງານບາງຄົນເວົ້າພາສາລາວໄດ້ຈ້ອຍໆ.
ຫລັງຈາກແຈ້ງປີ້ ແລະ ນັ່ງລໍຖ້າເປັນເວລາຫລາຍຊົ່ວໂມງ… ໃນທີ່ສຸດກໍໄດ້ຂື້ນເຮືອບິນຂອງສາຍການບິນ ໄທ ແອເວ ເພື່ອເດີນທາງໄປກູລາລຳເປີ, ປະເທດມາເລເຊຍ ເຊິ່ງໃຊ້ເວລາບິນປະມານສອງຊົ່ວໂມງປາຍ.
ພໍຮອດສະໜາມບິນກູລາລຳເປີກໍມືດຄ່ຳແລ້ວ ຫລຽວໄປໃສກໍບໍ່ເຫັນຫຍັງພໍເປັນທີ່ສັງເກດ ເຫັນແຕ່ຄົນໂດຍສານຈັກສາຍການບິນໃດເປັນສາຍການບິນໃດຍ່າງລຸ່ຍລ້າຍ ໆ ໄປຂື້ນລົດໄຟຟ້າທີ່ຈອດລໍຢູ່ກາງອາຄານ.
- ເຮັດຈັ່ງໃດບາດນີ້? ກະເປົາເຄື່ອງເຮົາເດໄປເອົາຢູ່ໃສ? ເອື້ອຍຄຳແພງຕັ້ງຄຳຖາມ
- ເຈົ້າໄປຖາມເບິ່ງດຸພອນໄຊ! ວິໄລບອກພອນໄຊໄປຖາມເຈົ້າໜ້າທີ່ປະຈຳສະໜາມບິນ.
ພອນໄຊຍ່າງເຂົ້າໄປຫາຄາວເຕີ ເຊິ່ງມີພະນັກງານສາວສອງຄົນ ນຸ່ງຊຸດສີດຳ ມີແພປົກຄຸມຫົວ ເຫັນແຕ່ໜ້າຕາມແບບມຸດສະລີມກຳລັງເຮັດວຽກຢູ່.
- ຮາວດູໄອໂກທູມາເລເຊຍ?
- ເທັກ ດິດ ເທຣນ ທູ ເດິ ເມນບິງດິງ ແອນເດນ ເຊັກອິນ ບີຟໍ ຢູ ເກັດ ລັກເກັດ. ພາສາລາວກໍໝາຍວ່າ ຂີ່ລົດໄຟຟ້ານີ້ໄປ ແລະຈາກນັ້ນແຈ້ງປັດສະປໍກ່ອນເຈົ້າຈະໄປເອົາກະເປົາ.
- ຊໍຣີ, ຮາວດູໄອໂກທູເມເລເຊຍ? ພອນໄຊຖາມອີກເທື່ອທີສອງ ຍ້ອນວ່າຟັງບໍ່ຄັກ.
- ເທັກ ດິດ ເທຣນ ທູ ເດິ ເມນບິງດິງ ແອນເດນ ເຊັກອິນ ບີຟໍ ຢູ ເກັດ ລັກເກັດ.
ພອນໄຊກະຍັງບໍ່ເຂົ້າໃຈ ແຕ່ຄັນຊິຖາມອີກເທື່ອທີສາມ ກະບໍ່ກ້າ ໄດ້ແຕ່ຍ່າງຄໍທົບກັບຄືນມາແບບໝົດສະພາບ.
- ເຂົາວ່າຈັ່ງໃດ? ເອື້ອຍຄຳແພງຖາມ.
- ຈັກເຂົາເວົ້າແນວໃດບຸ. ພອນໄຊຕອບແບບອາຍໆ.
ເວລາພົບກັບເຫດການຕົວຈິງແລ້ວມັນບໍ່ງ່າຍ. ພາສາອັງກິດໂຕກະບໍ່ເກັ່ງແລ້ວ ສຳນຽງຂອງຄົນຂອງແຕ່ລະປະເທດກະບໍ່ຄືກັນ. ກະຍັງດີ! ເຖິງວ່າບໍ່ເຂົ້າໃຈ ແຕ່ວ່າກະຍັງຍອມຮັບຄວາມຈິງ ບໍ່ອະທິບາຍຕົວະໄປທາງອື່ນ. ລາງຄົນມັກເຮັດ ໂຕເອງບໍ່ເຂົ້າໃຈແລ້ວ ຍັງແປມົ້ວໃຫ້ຜູ້ອື່ນຟັງອີກ. ອັນນີ້ແມ່ນອັນຕະລາຍ!
ຢືນຖ້າຢູ່ດົນເຕີບ. ເຫັນໝໍໜຶ່ງເຕັ້ຍໆດຳໆນຸ່ງຊຸດແວັດຍ່າງວົນໄປວຽນມາ ເບິ່ງຄືວ່າກຳລັງຊອກຫາໃຜຜູ້ໜຶ່ງ. ພໍດີເຫັນເອື້ອຍຄຳແພງມັນກໍຮີບຟ້າວຍ່າງເບັດໜ້າເຂົ້າມາໃສ່ ພ້ອມທັງຍົກປ້າຍຊື່ຂຽນວ່າ “Mrs. Khampheng”.
- ອາ ຢູ ມິດສ໌ ຄຳແພງ?
- ເຈົ້າແມ່ນແລ້ວ! ພອນໄຊຕອບເປັນພາສາອັງກິດ.
- ໂອ່ ດີ! ເຮົາມາຊອກພວກທ່ານຢູ່ນີ້ດົນແລ້ວ ພໍດີສັງເກດເຫັນຊຸດຂອງທ່ານນາງ ຄຳແພງ. ພໍເວົ້າສຸດຄວາມ ລາວກໍພາຂື້ນລົດໄຟຟ້າໄປແຈ້ງແຈ້ງປີ້ແລະເອົາກະເປົາ ພ້ອມທັງພາມາສົ່ງບ່ອນພັກ.
ເຊົ້າຕໍ່ມາ, ຫລັງຈາກກິນເຂົ້າແລ້ວ ທຸກຄົນນຸ່ງຊຸດແວັດເຕັມຊຸດ ສ່ວນເອື້ອຍຄຳແພງນຸ່ງສິ້ນໄໝມ້ອນຊຳເໜືອ ເພາະວ່າເປັນມື້ທຳອິດຂອງການຝຶກອົບຮົມ. ພໍແຕ່ຍ່າງເຂົ້າປະຕູຫ້ອງ
- ພວກເຈົ້າມາແຕ່ລາວບໍ? ອາຈານຍິງຖາມ.
- ເຈົ້າແມ່ນແລ້ວ! ເອື້ອຍຄຳແພງຕອບເປັນພາສາອັງກິດ ທ່າມກາງນັກຮຽນຫລາຍຊາດທີ່ກຳລັງລໍຖ້າເຂົ້າຫ້ອງ.
ແມ່ນຄືຜູ້ນຳເຮົາເວົ້າແທ້ໆ ເສຍວັດທະນະທຳແມ່ນເສຍຊາດ ເຫັນຄົນນຸ່ງສິ້ນ ກິນເຂົ້າໜ້ຽວ ເຂົາກໍຄິດວ່າແມ່ນຄົນລາວໂລດ. ຈຸດດີຂອງການນຸ່ງສິ້ນມັນກະດີແນວນີ້ລະເນາະ ເຮັດໃຫ້ຄົນເຂົາຮູ້ວ່າແມ່ນຄົນລາວ, ຄັນເອື້ອຍຄຳແພງບໍ່ນຸ່ງສິ້ນແລ້ວ ໂອ່ຍຕາຍແທ້ພວກເຮົາອາດຊິພາກັນນອນຄ້າງຢູ່ສະໜາມບິນກະບໍ່ຮູ້ວານນີ້ ອຸດົມທັງເວົ້າທັງຫົວ ຫລັງຈາກເລີກຮຽນ.
ສະຖາບັນແຫ່ງນີ້ ແຕ່ກ່ອນເປັນສຳນັກງານຂອງກະຊວງການຕ່າງປະເທດ ມາເລເຊຍ. ຕໍ່ມາພາຍຫລັງຍ້າຍໄປເມືອງໃໝ່ປູທຣາຈາຢາແລ້ວ ທີ່ນີ້ເພິ່ນເຮັດເປັນສະຖາບັນການຕ່າງປະເທດ. ມີນັກຮຽນຕ່າງຊາດຈຳນວນຫລາຍມາຄົ້ນຄວ້າຫລັງມະຫາ ແລະກະມາຝຶກອົບຮົບທັກສະດ້ານຕ່າງໆ. ໝໍໜຶ່ງຮູບຮ່າງສູງ ດຳຄຶກລຶກ ຜົມກູດໆປານຖືກໄຟໄໝ້ ຍ່າງກຶກສຶກ ໆ ມາຫາວິໄລແລ້ວຖາມວ່າ ແວ ອາ ຢູ່ ຟຣອມ? ຈຳປາສັກ, ລາວ ວິໄລຕອບ. ຄືມັນຊິສົງໄສວ່າວິໄລກະມາແຕ່ທະວີບຂອງມັນຕີບໍ ຜູ້ອື່ນມັນກະບໍ່ຍ່າງໄປຫາເດ. ນີ້ສິ່ງອຳນວຍຄວາມສະດວກຢູ່ສະຖານບັນແຫ່ງນີ້ຖືວ່າຄົບຊຸດ ແລະທັນສະໄໝອະຫລີ ສົມວ່າເປັນກະຊວງການຕ່າງປະເທດເກົ່າ ແລະ ເພິ່ນກະເປີດໃຫ້ແຕ່ພະນັກງານມາຮຽນເທົ່ານັ້ນ.
ນອກຈາກຮຽນຝຶກອົບຮົມພາສາອັງກິດໃນຫ້ອງຮຽນແລ້ວ, ເພິ່ນຍັງພານັກຮຽນລາວໄປທັດສະນະສຶກສາຢູ່ຕາມສະຖານທີ່ຕ່າງໆເປັນຕົ້ນ: ເມືອງມາລັກກາ ຕຶກແຝດ ສະຖານທີ່ທ່ອງທ່ຽວເທິງພູ ເຊິ່ງມີສື່ສຽງທີ່ສຸດຂອງມາເລເຊຍ. ມື້ທຳອິດໄປເມືອງ ປູທຣາຈາຢາ ຫັ້ນຕີເປັນຕາອີ່ຕົນ. ເໝີດຄະນະຂອງລາວມີແຕ່ກ້ອງຖ່າຍຮູບໂຊນີຂີ້ຮ້າຍອັນໜຶ່ງຂອງພອນໄຊເທົ່ານັ້ນ ເພາະວ່າລາຄາໂທລະສັບສະມາດໂຟນຕອນນັ້ນກະແພງຫລາຍ ຄັນຜູ້ບໍ່ມີເງິນແທ້ກະບໍ່ໄດ້ຊື້.
ພໍແຕ່ໄປຮອດຈຸດຊົມວິບເທິງສູນການປະຊຸມໃຫຍ່ ເຊິ່ງຕັ້ງຢູ່ສູງກວ່າໝູ່ໃນເມືອງປູທຣາຈາຢາ. ຢູ່ບ່ອນນີ້ເຮົາສາມາດເບິ່ງເຫັນທິວທັດທັງໝົດຂອງທີ່ຕັ້ງຢູ່ຕາມພື້ນລຸ່ມຢ່າງເປັນລະບົບລະບຽບ. ບັນດານັກຮຽນຕ່າງປະເທດອື່ນໆ ໃຜກໍຈັບກ້ອງຖ່າຍຮູບ ຫລືໂທລະສັບສະມາດໂຟນອອກມາຖ່າຍເຊວຟີກຸ່ນກ້ານ ໆ. ບາດນັກສຶກສາລາວເອົາກ້ອງຖ່າຍຮູບມາຖ່າຍໄປບໍ່ພຽງເທົ່າໃດກໍພັດແມມເຕັມແລ້ວ. ເອື້ອຍຄຳແພງເຫລືອໃຈຫລາຍຈົນໄຫ້. ກະເປັນເລື່ອງທຳມະດາຫັ້ນລະແນວ ໄປຕ່າງປະເທດຄັ້ງທຳອິດ. ເມື່ອເຫັນບ່ອນຈົບບ່ອນງາມ ກໍຢາກຖ່າຍຮູບໄວ້ເປັນທີ່ລະນຶກ ແລະ ເອົາໄປອ້າງໝູ່.
ຫລັງຈາກຝຶກອົບຮົມໄປເປັນເວລາສີ່ອາທິດ… ກໍມີການປິດຊຸດຝຶກອົບຮົມ ແລະ ທາງສະຖາບັນເພິ່ນກໍຈັດພິທີມອບໃບຢັ້ງຢືນຢ່າງຄັກແນ່ ແລ້ວກໍພານັກຝຶກອົບຮົມໄປຮ່ວມງານລ້ຽງແບບພື້ນເມືອງຂອງມາເລເຊຍ. ທຸກຄົນມີຄວາມເບີກບານມ່ວນຊື່ນ ເຖິງວ່າບໍ່ໄດ້ດື່ມຈັກຈອກ. ເພາະນອກຈາກເບິ່ງການສະແດງແລ້ວ ບັນດານັກຝຶກອົບຮົມກໍໄດ້ມີໂອກາດຂື້ນເວທີຮຽນເຕັ້ນຈັ່ງຫວະ ປົດໂຊ ປົດໂຊ ກັບສາວນ້ອຍນັກສະແດງຂອງມາເລເຊຍຢ່າງບໍ່ຢາກລົງເວທີ.
ມື້ຕໍ່ມາ ທຸກຄົນເກັບເຄື່ອງຂື້ນລົດ ເພື່ອກັບຄືນປະເທດ, ເບິ່ງໜ້າໃຜກໍໂສກເສົ້າຫງວມເຫງົາປານປານວ່າ ອົກຫັກໃໝ່ໆ ຈັກວ່າອາຈານ ຈັກວ່ານັກຮຽນຕ່າງໆຊາດທີ່ໄປຮຽນນຳກັນ ຜູ້ຊິກອດກັນໄຫ້ກໍມີ ຜູ້ຊິຈັບມືສັ່ນໄປສັ່ນມາກໍມີ ທັງໄຫ້ສະອຶຫສະອື້ນຕໍ່ກັນວ່າ “ເຮົາຄົງໄດ້ພົບກັນອີກ”.
ອ່ານຕື່ມ