ອັດຝາຕູ້ເຢັນ

ຫລັງຈາກເລີກຮຽນ ຂ້ອຍຮີບຟ້າວກັບມາຫໍພັກເພື່ອເອົາຂອງກິນຈາກ ຕູ້ເຢັນ ມາຄົວກິນ ເພາະໃກ້ຈະຮອດ 12 ໂມງເຄິ່ງແລ້ວ. ມື້ນັ້ນອາຈານສອນກາຍເວລາໄປຫຼາຍ ເຊິ່ງປົກກະຕິເວລານັ້ນກິນເຂົ້າທ່ຽງແລ້ວ ແລະ ນອນພັກຜ່ອນເພື່ອເອົາແຮງໄວ້ໄປຕີດອກປີກໄກ່ຍາມຕອນແລງ.

ຂ້າພະເຈົ້າຂະນຸກຂະນຸຍຄົວກິນຢູ່ໃນເຮືອນຄົວຂອງຫໍພັກລວມຢູ່ຜູ້ດຽວ ຍ້ອນວ່າໝູ່ນັກຮຽນຈຸອື່ນເຂົາກິນເຂົ້າ ແລະ ໜີໄປນອນໝົດແລ້ວ. ພໍດີອ້າຍສົມຊາຍເຂົ້າມາຫ້ອງຄົວເພື່ອແຕ່ງກິນຊ່ວຍ. ອ້າຍສົມຊາຍ ໂດຍອາຍຸແລ້ວເພິ່ນກໍລື່ນຂ້ອຍຫຼາຍປີ ແລະ ແຖມຍັງເປັນຫົວໜ້ານຳອີກ ແຕ່ເລື່ອງແຕ່ງຢູ່ຄົວກິນເພິ່ນກໍມາເຮັດຊ່ວຍທຸກຄັ້ງ ໂດຍບໍ່ເອົາປຽບລູກນ້ອງວ່າຊັ້ນສາ.

ພວກເຮົາໄດ້ຮັບການຄັດເລືອກຈາກກົມກອງໃຫ້ມາຝຶກອົບຮົມວິຊາສະເພາະຢູ່ສູນແຫ່ງນີ້ເປັນເວລາ 6 ເດືອນ ເຊິ່ງມາຮອດປະຈຸບັນນີ້ກໍໄດ້ເກືອບ 2 ເດືອນປາຍແລ້ວ. ເວລາຜ່ານໄປຫຼາຍນາທີ ການຄົວກິນກໍເກືອບວ່າສຳເລັດແລ້ວໄວກວ່າປົກກະຕິ ເພາະວ່າຖ້າອາໄສແຕ່ຂ້ອຍຄົງຈະຊ້າກວ່ານີ້. ກະຄິດວ່າຊິບໍ່ມີບັນຫາຫຍັງແລ້ວ ນອກຈາກປົງໝໍເອາະແລ້ວຕັກໄປກິນ. ຂ້ອຍມ້ຽນຫອມແຫມ, ເຄື່ອງປຸງໃສ່ຕູ້ເຢັນ ແລະ ອັດຝາດັງ “ກືບ” ບາດໜຶ່ງ.

ຖັດຈາກນັ້ນສິ່ງບໍ່ຄາດຄິດກໍເກີດຂື້ນ ເມື່ອຂ້ອຍໄດ້ຍິນສຽງ “ຢ່າຫາວ່າອ້າຍບໍ່ເຕືອນ ຖ້າຫາກຢາກໄປໄກ ບໍ່ຕ້ອງເຮັດແນວນີ້ ຖ້າຢາກເຮັດກໍຕ້ອງໃຫຍ່ສາກ່ອນ ຈະເຮັດກໍເຮັດກັບລູກນ້ອງ ແຕ່ກັບຜູ້ມີຖານະສູງກວ່າ ຫຼື ນາຍບໍ່ຄວນເຮັດ”. ຂ້ອຍເຖິງກັບຕົກສະເງີ້ ເມື່ອໄດ້ຍິນສຽງດັງມາແຕ່ທາງຫຼັງ. ຂ້ອຍບໍ່ຮູ້ສາເຫດຫຍັງ ນອກຈາກສຽງອັດຝາຕູເຢັນຂອງຂ້ອຍອ່າວດັງແຮງແດ່.

ຂ້ອຍບໍ່ໄດ້ຄາດຄິດຈັກໜ້ອຍວ່າສຽງ ອັດຝາຕູເຢັນ ຈະມີຄວາມໝາຍທີ່ບໍ່ດີຮ້າຍແຮງປານນັ້ນ ເຊິ່ງສະແດງເຖິງຄວາມບໍ່ມີຄຸນສົມບັດຂອງຂ້ອຍ. ຂ້ອຍບໍ່ເຂົ້າໃຈ ຈົນກະທັງໄດ້ຍິນຄຳເວົ້າຄັ້ງທີສອງ “ການກະທຳຂອງເຈົ້າເປັນການເຮັດໃສ່ ຫຼື ຂົ່ມຂູ່ຜູ້ບັງຄັບບັນຊາ”. ຂ້ອຍຮູ້ສຶກເສຍໃຈຕໍ່ການກະທຳຂອງຕົນເອງທີ່ອັດຝາຕູ້ເຢັນແຮງໂພດ ຈົນເປັນເຫດໃຫ້ບຸກຄົນອື່ນເບິ່ງຕົນເອງໄປໃນທາງລົບ ຫຼື ຕີລາການກະທຳຂອງຂ້ອຍວ່າເປັນການເຮັດໃສ່ຜູ້ອື່ນ. ຂ້ອຍຮູ້ດີວ່າຄຳເຕືອນຂອງເພິ່ນເປັນເລື່ອງດີ ແລະ ຂ້ອຍກໍດີໃຈທີ່ເພິ່ນໃຫ້ຄຳຕຳນິ ແລະ ຕັກເຕືອນແກ່ຂ້ອຍເໝື່ອນດັ່ງນ້ອງຊາຍຂອງເພິ່ນ. ຈາກເຫດການດັ່ງກ່າວໄດ້ເຮັດໃຫ້ຂ້ອຍຄິດໄປຕ່າງໆນາໆ.

ຂ້ອຍໃຈວ່າ ຖ້າເຮົາອັດຝາຕູ້ເຢັນແຮງ ຝາກໍອາດເພ ຫຼື ແຕກຫັກໄດ້ ແຕ່ບໍ່ເຄີຍຄິດເລີຍວ່າການກະທຳດັ່ງກ່າວຈະໝາຍເຖິງຄວາມຍະໂສໂອຫັງ ແລະຈ ອງຫອງຂອງຂ້ອຍທີ່ສະແດງອອກເ ພື່ອໃຫ້ເພິ່ນເຫັນວ່າຕົນເອງມີອຳນາດ ຫຼື ເຮັດໃສ່ຜູ້ອື່ນ ໂດຍສະເພາະຜູ້ເປັນນາຍ. ຂ້ອຍບໍ່ຮູ້ແທ້ໆວ່າ ການກະທຳນີ້ຈະເຮັດໃຫ້ຜູ້ອື່ນຄິດວ່າເປັນຄວາມທະນົງຕົວ ແລະ ເປັນດ້ານລົບແກ່ຕົນເອງ ເພາະວ່າຂ້ອຍກໍບໍ່ໄດ້ຕັ້ງໃຈກະທຳສິ່ງດັ່ງກ່າວ ເພື່ອໃຫ້ເກີດຄວາມໝາຍໃນດ້ານນີ້. ຄັ້ນຖ້າຮູ້ວ່າຈະເປັນເປັນຜົນລົບ ຂ້ອຍຈະບໍ່ເຮັດເດັດຂາດ. ຂ້ອຍເສຍໃຈຕໍ່ການກະທຳຂອງຕົນເອງ ເຊິ່ງໃນໃຈແລ້ວບໍ່ມີຫຍັງ ແຕ່ກາຍເປັນສິ່ງບໍ່ດີ ແລະ ເປັນການຂົ່ມຂູ່ຜູ້ອື່ນ.

ຄວາມຫິວເຂົ້າກາຍເປັນຄວາມອີ່ມທັນທີ ເຊິ່ງມັນສ່ອງແສງເຖິງຄວາມຈິງທີ່ວ່າ ອາຫານແຊບບໍ່ໄດ້ແຊບທີ່ອາຫານ ແຕ່ມັນແຊບຢູ່ທີ່ບັນຍາກາດ ແລະ ຄວາມພໍໃຈ. ສິ່ງນີ້ເປັນສາເຫດໃຫ້ຂ້ອຍຖາມຕົນເອງສະເໝີວ່າ ທຸກການກະທຳຂອງເຮົາຈະມີຄົນຕີລາຄາກັນແບບນີ້ບໍ ທັງໆທີ່ເຮົາບໍ່ໝາຍວ່າຈະໃຫ້ເປັນແນວນັ້ນ? ຖ້າເປັນ ກໍສະແດງວ່າຂ້ອຍຊວຍ. ຂ້ອຍຈະບໍ່ເສຍໃຈຫຍັງໝົດ ຖ້າຫາກຂ້ອຍຕັ້ງໃຈກະທຳ ເພື່ອໃຫ້ເປັນໄປໃນຄວາມໝັ້ນນັ້ນແທ້ ແລ້ວມີຄົນມາເວົ້າຫຼື ຮ້າຍໃຫ້.  ຈາກເຫດການອັນນ້ອຍໆນີ້ເຮັດໃຫ້ຂ້ອຍເກີດຄວາມຄິດໃໝ່ວ່າ:

1. ທຸກການກະທຳຂອງຄົນເຮົາຈະຖືກຕັດສິນໂດຍສັງຄົມ ຫຼື ຄົນອ້ອມຂ້າງຢ່າງບໍ່ຮູ້ສຶກຕົວ. ການກະທຳກໍດີ ການເວົ້າກໍດີຈະໂດຍຕັ້ງໃຈ ຫຼືບໍກໍຕາມ ຖ້າຫາກຄົນອ້ອມຂ້າງເບິ່ງໄປໃນທາງດີ ຫຼື ຮັບໄດ້ ການກະທຳນັ້ນເຖິງວ່າມີເຈຕະນາບໍ່ດີ ມັນກໍຈະກາຍເປັນເລື່ອງດີ ແລະ ປົກກະຕິ. ກົງກັນຂ້າມຖ້າຫາກການກະທຳດັ່ງກ່າວເປັນສິ່ງທີ່ຄົມອ້ອມຂ້າງຖືວ່າເປັນເລື່ອງບໍ່ດີແລ້ວ ເຖິງເຮົາຈະຄິດດີ ມີເຈຕະນາດີ ມັນກໍອາດຈະເປັນເລື່ອງບໍ່ດີ.

2. ຄົນເຮົາມັກຕັດສິນຄຸນສົມບັດຂອງຜູ້ໃດຜູ້ໜຶ່ງຢູ່ທີ່ການສະແດງອອກພາຍນອກ ແລະ ຢູ່ໃນໄລຍະສັ້ນ. ຖ້າຫາກເຮົາພຽງເຫັນຜູ້ໃດໜຶ່ງຮ້າຍ ແລະ ໄດ້ຍິນຄົນເວົ້າວ່າຜູ້ນັ້ນຜູ້ນີ້ບໍ່ດີ ຄົນສ່ວນຫລາຍກໍມັກຈະລົງຄວາມເຫັນທັນທີໂລດວ່າຜູ້ນັ້ນບໍ່ດີ ທັງໆທີ່ໂດຍສ່ວນຕົວແລ້ວລາວເປັນຊື່ແລະຈິງໃຈ. ກົງກັນຂ້າມ ຖ້າເຮົາເຫັນໃນເວລາຄົນຜູ້ນັ້ນໃຊ້ເລ່ຫລ່ຽມ ແລະ ຊວນເຊື່ອ ຫຼື ສະແດງລະຄອນ ຖ້າເຮົາບໍ່ຮູ້ທາດແທ້ຂອງຜູ້ນັ້ນ ເຮົາກໍຍອມຕັດສິນວ່າລາວເປັນຄົນດີ ທັງໆທີ່ຄວາມຈິງແລ້ວລາວເປັນຄົນໜ້າໄຫວ້ຫຼັງຫຼອກ.

3. ຄວາມສັດຊື່ ແລະ ບໍຣິສຸດໃຈເປັນຂອງດີທີ່ບໍ່ຕາຍ ເປັນສິ່ງທີ່ຄົນຍ້ອງຍໍສັນລະເສີນ ແຕ່ວ່າອາໄສພຽງສິ່ງນີ້ຝ່າຍດຽວຍັງບໍ່ພຽງພໍ. ຄວາມສັດຊື່ຂອງຄົນເຮົາຈະເປັນເລື່ອງດີ ກໍຕໍ່ເມື່ອເຮົາໄປຢູ່ໃນສັງຄົມທີ່ສັນລະເສີນຄວາມສັດຊື່ເທົ່ານັ້ນ ຫຼື ຕາບໃດທີ່ຄົນອື່ນຍັງບໍ່ເຫັນຄວາມສັດຊື່ຂອງເຮົາແລ້ວ ຕາບນັ້ນເຮົາກໍຍັງເປັນບໍ່ສັດຊື່ຢູ່ເຊັ່ນເຄີຍ.

ຈາກມື້ນັ້ນເປັນຕົນມາກໍໄດ້ເຮັດໃຫ້ຂ້ອຍມີຄວາມລະມັດລະວັງຫຼາຍຂື້ນ ແລະ ຖືວ່ານັ້ນເປັນບົດຮຽນທີ່ລ້ຳຄ່າແກ່ການປັບຕົວຂອງຂ້ອຍຈົນມາເຖິງທຸກວັນນີ້ ທັງຮູ້ສຶກເປັນໜີ້ບຸນຄຸນອ້າຍສົມຊາຍທີ່ໄດ້ດັດປັບນິດໄສຂອງຂ້ອຍໃຫ້ເປັນຄົນສະຫງ່ຽມຄ່ຽມຄົມຂື້ນຕື່ມ.

ອ່ານຕື່ມ

Leave a Comment

Scroll to Top