ຈັນຍາບັນຂອງພະນັກງານ
ທຸກໆອາຊີບລ້ວນແຕ່ມີ ຈັນຍາບັນ. ເປັນຄູກໍມີຈັນຍາບັນຄູ, ເປັນເຈົ້າໜ້າທີ່ກໍມີຈັນຍາບັນຂອງເຈົ້າໜ້າທີ່ ຫລືເປັນ ພະນັກງານ – ລັດຖະກອນ ກໍມີຈັນຍາບັນຂອງລັດຖະກອນ. ເວລາພະນັກງານເຮັດຫຍັງບໍ່ດີ ພວກເຮົາກໍມັກຈະເວົ້າວ່າ “ບໍ່ມີຈັນຍາບັນ”. ແຕ່ວ່າຈັນຍາບັນແມ່ນຫຍັງ? ເປັນຫຍັງເຮົາຈິ່ງເຄົາລົບ ຫລືປະຕິບັດຈັນຍາບັນຂອງຕົນ? ແນ່ນອນວ່າຈັນຍາບັນຂອງແຕ່ລະອາຊີບກໍຍ່ອມມີສະເພາະຂອງໃຜມັນຕົວຢ່າງ: ຈັນຍາບັນຂອງ ພະນັກງານ – ລັດຖະກອນ.
ແນະນຳອ່ານ
ຈັນຍາບັນຂອງພະນັກງານ-ລັດຖະກອນແມ່ນຫຍັງ?
ຈັນຍາບັນຂອງພະນັກງານລັດຖະກອນ ແມ່ນກົດການປະພຶດ ທີ່ພະນັກງານ-ລັດຖະກອນຕ້ອງເຄົາລົບ ແລະ ປະຕິບັດຢ່າງເຂັ້ມງວດ (ມາດຕາ 2 ຂອງດຳລັດວ່າດ້ວຍພະນັກງານ – ລັດຖະກອນຂອງ ສປປ ລາວ).
ຈັນຍາບັນຂອງພະນັກງານ-ລັດຖະກອນມີຈັກປະເພດ?
ຈັນຍາບັນພະນັກງານລັດຖະກອນ ມີ 4 (ມາດຕາ 5) ຄື:
1) ຈັນຍາບັນຕໍ່ຕົນເອງ
2) ຈັນຍາບັນຕໍ່ວິຊາຊີບ
3) ຈັນຍາບັນຕໍ່ການຈັດຕັ້ງ
4) ຈັນຍາບັນຕໍ່ປະຊາຊົນ ແລະສັງຄົມ
ຈັນຍາບັນ ຕໍ່ຕົນເອງແມ່ນແນວໃດ?
ຈັນຍາບັນຕໍ່ຕົນເອງ ໝາຍເຖິງ ພະນັກງານ – ລັດຖະກອນ ຕ້ອງຝຶກຝົນຕົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນພະນັກງານທີ່ດີຄື:
#1. ມີຄຸນທາດການເມືອງໜັກແໜ້ນ, ຈົງຮັກພັກດີຕໍ່ອຸດົມການສັງຄົມນິຍົມ, ເປັນເອກະພາບສູງຕໍ່ແນວທາງ-ນະໂຍບາຍຂອງພັກ, ລັດຖະທຳມະນູນ ແລະກົດໝາຍຂອງລັດ, ມີຫຼັກມິດ-ສັດຕູຢ່າງຈະແຈ້ງ, ບໍ່ຫວັ່ນໄຫວຄອນແຄນຕໍ່ສະພາບການຕ່າງໆ ທີ່ເກີດຂື້ນຢູ່ພາຍໃນແລະຕ່າງປະເທດ, ມີຄວາມບໍລິສຸດ ແລະນ້ຳໃຈເສຍສະຫຼະສູງຕໍ່ປະເທດຊາດແລະປະຊາຊົນ ແລະ
#2. ມີຄຸນສົມບັດສິນທຳປະຕິວັດ, ສັດຊື່ບໍລິສຸດຕໍ່ການຈັດຕັ້ງ, ຕໍ່ເພື່ອນຮ່ວມງານ, ຕໍ່ຄອບຄົວ, ສາມັກຄີຮັແພງ, ຈິງໃຈຕໍ່ກັນ ແລະມີຄວາມຜູກພັນຢ່າງສະໜິດແໜ້ນກັບມະຫາຊົນ ແລະປະຊາຊົນລາວບັນດາເຜົ່າ, ເຄົາລົບສິດເປັນເຈົ້າຂອງປະຊາຊົນ, ມີແບບແຜນການດຳລົງຊີວິດທີ່ຖືກຕ້ອງ, ລຽບງ່າຍ, ຮັບຜູດຊອບໃນໜ້າທີ່ວຽກງານຂອງຕົນ, ປະຕິບັດຕົນກົງຕໍ່ເວລາ ແລະ ດຸດໝັ່ນຮ່ຳຮຽນສະແຫວງຫາສິ່ງໃໝ່ໆ ອັນກ້າວໜ້າ (ມາດຕາ 6).
ຈັນຍາບັນ ຕໍ່ວິຊາຊີບແມ່ນແນວໃດ?
ຈັນຍາບັນຕໍ່ວີຊາຊີບ ໝາຍເຖິງພະນັກງານ-ລັດຖະກອນຕ້ອງເຄື່ອນໄຫວວິຊາອາຊີບຂອງຕົນດ້ວຍຄວາມສັດຊື່ ແລະ ບໍ່ສະແຫວງຫາຜົນປະໂຫຍດໃນທາງທີ່ບໍ່ຖືກຕ້ອງ ແລະ ປະຕິບັດຈັນຍາບັນຂອງຕົນຢ່າງເຂັ້ມງວດເຊັ່ນ:
- ປະຕິບັດໜ້າທີ່ວຽກງານຕາມແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະລະບຽບການຂອງລັດ.
- ປະຕິບັດຕາມຫຼັກວິທະຍາສາດຂອງວິຊາຊີບ, ປະຕິບັດຕາມຕຳແໜ່ງງານ ແລະຄວາມຮັບຜິດຊອບຂອງຕົນ.
- ເສີມຂະຫຍາຍແລະພັດທະນາຄວາມຮູ້, ຄວາມສາມາດ, ປະສົບການໃນດ້ານວິຊາຊີບທີ່ຕົນຮັບຜິດຊອບໃຫ້ກ້າວໜ້າ ແລະກາຍເປັນມືອາຊີບ.
- ຄົ້ນຄວ້າ, ວິເຄາະ, ວິໄຈ ແລະຕັດສິນບັນຫາຢ່າງຖືກຕ້ອງຕາມກົດໝາຍ, ລະບຽບການ ແລະຫຼັກການ, ຢືດໝັ້ນຜົນປະໂຫຍດສ່ວນລວມຂອງຊາດ ແລະຂອງປະຊາຊົນຢ່າງມີຄຸນນະທຳ ແລະຍຸຕິທຳ.
- ປະຕິບັດກິດຈະກຳທີ່ກ່ຽວຂ້ອງກັບວິຊາຊີບຕົນ ເພື່ອສ້າງຄວາມເຊື່ອຖື, ສະໜັບສະໜູນ ແລະຄວາມສາມັກຄີພາຍໃນການຈັດຕັ້ງ.
- ສ້າງຄວາມເຊື່ອໝັ້ນ ດ້ວຍຄວາມໂປ່ງໃສ, ສັດຊື່ ແລະບໍລິສຸດໃນການພັດທະນາວິຊາຊີບ.
ໃນມາດຕາ 7 ນີ້, ເພິ່ນຍັງແນະນຳໃຫ້ຂະແໜງການ ກະຊວງ ແລະອົງການປະສານສົມທົບກັບກະຊວງພາຍໃນ ໃນການຈັດຕັ້ງຜັນຂະຫຍາຍ ແລະອອກລະບຽບການສະເພາະ ໃຫ້ແທດເໝາະກັບວິຊາຊີບຂອງຂະແໜງຕົນ.
ຈັນຍາບັນ ຕໍ່ການຈັດຕັ້ງແມ່ນແນວໃດ?
ຈັນຍາບັນຕໍ່ການຈັດຕັ້ງ ໝາຍເຖິງພະນັກງານ-ລັດຖະກອນຕ້ອງເຄົາລົບ ແລະມີສະຕິຕໍ່ການຈັດຕັ້ງ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ຮັກສາຄວາມລັບ ແລະປະຕິບັດລະບຽບວິໄນຂອງການຈັດຕັ້ງຢ່າງເຂັ້ມງວດເຊັ່ນ:
- ປະພຶດ ແລະເຄື່ອນໄຫວຕາມພາລະບົດບາດ, ສິດ ແລະໜ້າທີ່ໃນຂອບເຂດການຈັດຕັ້ງຕົນ ດ້ວຍຄວາມສຸຈະລິດ, ສະເໝີພາບ ແລະປາສະຈາກອະຄະຕິ.
- ປະຕິບັດໜ້າທີ່ຢ່າງມີຫົວຄິດປະດິດສ້າງ, ທຸ້ມເທເຫື່ອແຮງແລະສະຕິປັນຍາຂອງຕົນສຸດຄວາມສາມາດ, ຮອບຄອບ, ວ່ອງໄວ, ປອດໃສ, ຖືກຕ້ອງ, ສົມເຫດສົມຜົນ ເພື່ອປົກປ້ອງກຽດສັກສີຂອງຕົນ ແລະການຈັດຕັ້ງ, ຖືເອົາຜົນປະໂຫຍດຂອງຊາດ, ຂອງການຈັດຕັ້ງ ແລະປະຊາຊົນເປັນສຳຄັນ.
- ໃຊ້ເວລາລັດຖະການໃຫ້ເກີດປະໂຫຍດສູງສຸດແກ່ການຈັດຕັ້ງ.
- ປົກປັກຮັກສາ, ຄຸ້ມຄອງແແແແແລະນຳໃຊ້ຊັບສິນຂອງລັດ, ລວມໝູ່ໃຫ້ມີປະສິດທິພາບສູງສຸດ.
- ບໍ່ສວຍໃຊ້ອຳນາດ, ໜ້າທີ່, ຕຳແໜ່ງ ເພື່ອຫາຜົນປະໂຫຍດໃຫ້ແກ່ຕົນ, ຄອບຄົວ, ພີ່ນ້ອງ ແລະພັກພວກ ຈະແມ່ນທາງກົງ ຫລືທາງອ້ອມ.
- ປະກອບຄຳເຫັນຢ່າງມີຫຼັກການ, ລັກສະນະສ້າງສັນ, ຈິງໃຈ ແລະມີເຫດມີຜົນ ຕາມແນວທາງ ນະໂຍບາຍຂອງພັກ, ກົດໝ!ຍ ແລະລະບຽບການຂອງລັດ.
- ໃຫ້ກຽດ ແລະເຄົາລົບນັບຖືເຊິ່ງກັນແລະກັນ ລະຫວ່າງພະນັກງານ-ລັດຖະກອນດ້ວຍກັນ ແລະ ພະນັກງານ-ລັດຖະກອນຕໍ່ຜູ້ບໍລິຫານ, ຜູ້ບໍລິຫານຕໍ່ພະນັກງານ-ລັດຖະກອນ ໂດຍບໍ່ກ້າວກ່າຍພາລະບົດບາດ, ສິດ ແລະໜ້າທີ່ຄວາມຮັບຜິດຊອບຂອງກັນ.
- ປະຕິບັດໜ້າທີ່ວຽກງານຕາມທີ່ໄດ້ຮັບມອບໝາຍ, ເຄົາລົບການຕົກລົງ, ການຕັດສິນໃຈ ແລະນັບຖືໃຫ້ກຽດຕໍ່ກັບຜູ້ບໍລິຫານ ແລະເພື່ອນຮ່ວມງານ.
- ມີພາວະຄວາມເປັນຜູ້ນຳ, ມີຄຸນນະທຳ, ສັດຊື່, ປະດິດສ້າງ, ສອນ ແລະແນະນຳວຽກງານ, ສົ່ງເສີມຄວາມສາມັກຄີ, ສະໜັບສະໜູນ, ຮັບຟັງ ແລະໃຫ້ຄຳປຶກສາແກ່ຜູ້ຢູ່ພາຍໃນການຄຸ້ມຄອງຂອງຕົນ.
- ປະຕິບັດແບບແຜນວິທີການເຮັດວຽກເປັນໝູ່ຄະນະ ເພື່ອເພີ່ມປະສິດທິພາບໃນການເຄື່ອນໄຫວວຽກງານຂອງການຈັດຕັ້ງ, ສົ່ງເສີມຜູ້ທີ່ມີຜົນງານ, ຊ່ວຍເຫຼືອເສີມສ້າງຄວາມຮູ້ ແລະຄວາມສາມາດໃຫ້ເພື່ອນຮ່ວມງານ.
ຈັນຍາບັນຕໍ່ປະຊາຊົນ ແລະສັງຄົມແມ່ນແນວໃດ?
ຈັນຍາບັນຕໍ່ປະຊາຊົນ ແລະສັງຄົມ ໝາຍເຖິງພະນັກງານ-ລັດຖະກອນຕ້ອງບໍລິຫານ, ຮັບໃຊ້ປະຊາຊົນ ແລະສັງຄົມດ້ວຍຄວາມຈິງໃຈ, ສະເໝີພາບ, ໂປ່ງໃສ, ມີກິຣິຍາມາລະຍາດດີ, ຖະໜອມຖ່ອມຕົວ, ບໍ່ຮຽກຮ້ອງສິ່ງຕອບແທນ, ບໍ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ປະຊາຊົນ ແລະສັງຄົມໃນເວລາປະຕິບັດໜ້າທີ່ວຽກງານເຊັ່ນ:
- ມີຄວາມຍຸຕິທຳ, ມີນ້ຳໃຈເສຍສະຫຼະ, ສຸພາບອ່ອນໂຍນ, ຊີ້ແຈງແນະນຳດ້ວຍເຫດຜົນ ແລະຈິງໃຈ.
- ໃຫ້ການບໍລິການດ້ວຍຄວາມສະເໝີພາບ, ວ່ອງໄວ, ເປັນທຳ ໂດຍບໍ່ຈຳແນກເພດ, ອາຍຸ, ເຜົ່າ, ຖານະທາງສັງຄົມ, ລະດັບການສຶກສາ ແລະຄວາມເຊື່ອຖື.
- ອຳນວຍຄວາມສະດວກ ແລະບໍ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ປະຊາຊົນໃນການເຂົ້າເຖິງຂໍ້ມູນຂ່າວສານທີ່ສາມາດເປີດເຜີຍໄດ້ ແລະຮັກສາຄວາມລັບທາງລັດຖະການ.
- ຄຸ້ມຄອງ, ປົກປັກຮັກສາຊັບສົມບັດຂອງລັດ, ລວມໝູ່ ໂດຍຖືເອົາປະໂຫຍດຂອງຊາດ, ຂອງປະຊາຊົນ ແລະສັງຄົມເປັນສຳຄັນ.
- ບໍ່ສວຍໃຊ້ໜ້າທີ່ຕຳແໜ່ງ, ສິດ, ອຳນາດຂົ່ມຂູ່, ຮຽກຮ້ອງສິ່ງຕອບແທນ ແລະຮັບຜົນປະໂຫຍດຈາກບຸກຄົນ, ນິຕິບຸກຄົນ, ປະຊາຊົນ ແລະສັງຄົມ.
ໃນມາດຕາ 7 – 9 (ຈັນຍາບັນຕໍ່ວິຊາຊີບ, ຈັນຍາບັນຕໍ່ການຈັດຕັ້ງ ແລະ ຈັນຍາບັນຕໍ່ປະຊາຊົນແລະສັງຄົມ), ເພິ່ນຍັງໃຫ້ກະຊວງ ແລະອົງການ ປະສານສົມທັບກັບກະຊວງພາຍໃນ ໃນການຈັດຕັ້ງຜັນຂະຫຍາຍ ແລະອອກລະບຽບການສະເພາະ ໃຫ້ແທດເໝາະກັບການແຕ່ລະຂະແໜງການຕື່ມອີກ.
ບໍ່ວ່າຈະເປັນອາຊີບໃດໆກໍຕາມ ພຽງແຕ່ພະນັກງານທຸກຄົນປະຕິບັດຈັນຍາບັນຕາມດຳລັດສະບັບນີ້ກໍໃຊ້ໄດ້ແລ້ວ ບໍ່ຈຳເປັນຕ້ອງສ້າງຂື້ນມາອີກຕື່ມກໍໄດ້. ການປະຕິບັດຈັນຍາບັນຕໍ່ຕົນເອງ, ຕໍ່ວິຊາຊີບ, ຕໍ່ການຈັດຕັ້ງ ແລະ ຕໍ່ປະຊາຊົນ ແລະສັງຄົມ ໄດ້ດີບໍ່ພຽງແຕ່ຈະເຮັດໃຫ້ຜູ້ປະຕິບັດດີຂື້ນເທົ່ານັ້ນ ແຕ່ຍັງເຮັດໃຫ້ການວິຊາຊີບ, ການຈັດຕັ້ງ ກໍຄືສັງຄົມນັ້ນດີເປັນດ້ວຍ.
ແນ່ນອນວ່າເປັນໄປບໍ່ໄດ້ທີ່ຄົນເຮົາຈະປະຕິບັດໄດ້ທຸກຢ່າງຈົນຮອດຮ້ອຍສ່ວນຮ້ອຍຂອງດຳລັດສະບັບນີ້ ແຕ່ຢ່າງໜ້ອຍຖ້າທຸກຄົນພະຍາຍາມ ແລະຕັ້ງໃຈທຳໃຫ້ດີທີ່ສຸດ ການຈັດຕັ້ງ ທັງພາກລັດແລະເອກະຊົນກໍຈະຫຼຸດຜ່ອນພະນັກງານເສຍທາດຂາດຄຸນ, ພະນັກງານຜິດວິໄນ ແລະ ສໍ້ລາດບັງຫຼວງລົງໄດ້, ໂລກນີ້ກໍຄົງຈະຈະເລີນຂື້ນ ແລະ ໜ້າຢູ່.
ແນະນຳຕື່ມ
- ແນວທາງການຕ່າງປະເທດຂອງ ສປປ ລາວ
- ອ່ານຕື່ມດຳລັດວ່າດ້ວຍຈັນຍາບັນຂອງພະນັກງານ-ລັດຖະກອນ ສະບັບເລກທີ 184