40 Legal terms

40 Legal terms and expressions ຄຳສັບ ແລະ ສຳນວນທາງກົດໝາຍເຫຼົ່ານີ້ມັກພົບເຫັນໃນສັນຍາຕ່າງໆ ໂດຍສະເພາະສັນຍາເຊົ່າ.

1. Lessor / Lessee…………………….ຜູ້ໃຫ້ເຊົ່າ ຜູ້ເຊົ່າ

2. Assign.…………………………………..ໂອນສິດ

3. Sublease………………………………..ໃຫ້ເຊົ່າຕໍ່

4. Sell its interest……………………..ຂາຍສິດທິຂອງຕົນ

5. Grant any charge or encumbrance …..ໃຫ້ສິດຮຽກຮ້ອງ ຫຼື ພາລະຜູກພັນ

6. Leased property………………….ຊັບສິນໃຫ້ເຊົ່າ (ຊັບສິນທີ່ໃຫ້ເຊົ່າ)

7. Third party……………………………ບຸກຄົນທີ 3

8. Assign, sell or encumber…..ໂອນສິດ, ຂາຍ ຫຼື ໃຫ້ພາລະຜູກພັນ

9. With the consent of the Lessee ໂດຍໄດ້ຮັບຄວາມຍິນຍອມຈາກຜູ້ເຊົ່າ (ໂດຍໄດ້ຮັບການເຫັນດີຈາກຜູ້ເຊົ່າ)

10. Severability …………….ຄວາມເປັນໂມຄະ

11. Solely responsible……………..ຮັບຜິດຊອບພຽງຄົນດຽວ

12. Taxes, fees, and charges ……….ພາສີ, ຄ່າທຳນຽມ ແລະ ຄ່າໃຊ້ຈ່າຍອື່ນ

13. Authorities……………………………ໜ່ວຍງານຂອງລັດ, ອຳນາດການປົກຄອງ

14. Associated with the land and its use …….ກ່ຽວຂ້ອງກັບທີ່ດິນ ແລະ ການໃຊ້ທີ່ດິນ

15. Incur during the Term…………ທີ່ເກີດຂື້ນໃນໄລຍະເວລາຂອງສັນຍາ

16. Including but not limited to rental tax ……ລວມທັງແຕ່ບໍ່ຈຳກັດພຽງແຕ່ພາສີຄ່າເຊົ່າ (ຄືຍັງມີພາສີອື່ນໆ ທີ່ຈະຕ້ອງຈ່າຍຕື່ມ)

17. Incident or event ………………..ເຫດການ ຫຼື ອຸບັດຕິເຫດ

18. Caused by………………..ເກີດຈາກ ຫຼື ມີສາເຫດມາຈາກ

19. Negligent act …………………….ການກະທຳທີ່ປະມາດເລີນເລີ້

20. Omission………………….ການລະເລີຍ (ການເມີນເສີຍ)

21. Breach of this Lease ………………ການລະເມີນສັນຍາເຊົ່າສະບັບນີ້

22. Normal wear and tear………ການຈີກຫຼອກ ຫຼື ເສຍຫາຍຈາການໃຊ້ງານໃນຊີວິດປະຈຳວັນ.

23. In a clean state………………..ໃນສະພາບທີ່ສະອາດ

24. The Parties………………………..ຄູ່ສັນຍາທັງສອງຝ່າຍ

26. Fittings, furniture and equipment ………ເຄື່ອງຕົກແຕ່ງ, ເຟີນິເຈີ ແລະ ອຸປະກອນ

27. Leased Premises………………………ສະຖານທີ່ເຊົ່າ, ພື້ນທີ່ເຊົ່າ

28. Belongs to the Lessee…………..ເປັນກຳມະສິດຂອງຜູ້ເຊົ່າ

29. Shall have the right to take it back ……….ຈະມີສິດເອົາຄືນ

30. At the expiration or termination of the Lease Agreement … ເມື່ອສັນຍາເຊົ່າໝົດອາຍຸ ຫຼື້ ຖືກຍົກເລີກ

31. Renewed Term………ໄລຍະເວລາທີ່ຕໍ່ອາຍຸ

32. Force Majeure…………….ເຫດສຸດວິໄສ

33. Amendment…………………ການແກ້ໄຂ (ສັນຍາ)

34. Waiver…………………………ການຍົກເວັ້ນຄວາມຮັບຜິດຊອບ

35. Governing Law……………..ກົດໝາຍທີ່ໃຊ້ບັງຄັບໃຊ້

36. Dispute Resolution …………….ການແກ້ໄຂຂໍ້ຂັດແຍ່ງ

37. Entire Agreement……………..ຄວາມສົມບູນຂອງສັນຍາ

38. Miscellaneous……………….. ຂໍ້ກຳນົດອື່ນໆ

39. Notarization and Registration…………………ການຢັ້ງຢືນ ແລະ ການຈົດທະບຽນ

40. Land Title Certificate and  Construction Validity Certificate ………..ໃບຕາດິນ ແລະ ໃບຢັ້ງຢືນຄວາມຖືກຕ້ອງຂອງການກໍ່ສ້າງ (ສິ່ງປຸກສ້າງ)

——–

Please follow and like us:

Leave a Comment

Scroll to Top